ການສເນີປັບຂຶ້ນ ເງິນເດືອນຂັ້ນຕ່ຳ ຍັງມີບັນຫາ
2022.03.08
ຜູ້ປະກອບການໃນຫຼາຍຂແນງການ ຍັງບໍ່ພ້ອມ ຖ້າຈະປັບຂຶ້ນເງິນເດືອນຂັ້ນຕໍ່າ ຈາກ 1,100,000 ກີບຕໍ່ເດືອນ ໃຫ້ເປັນ 1,500,000 ກີບຕໍ່ເດືອນ ຕາມການສເນີຂອງສູນກາງ ສະຫະພັນກັມມະບານລາວ ເພາະເຫັນວ່າ ເປັນການປັບຂຶ້ນ ທີ່ກ້າວກະໂດດເກີນໄປ ແຕ່ຢ່າງໃດກໍຕາມ ຖ້າຫາກພາກຣັຖຈະໃຫ້ປັບຂຶ້ນ ທາງຜູ້ປະກອບການ ກໍອາຈຕ້ອງຫຼຸດ ສວັດດີການບາງຢ່າງ ຂອງຄົນງານລົງ ເປັນຕົ້ນ ຈະບໍ່ມີທີ່ພັກໃຫ້ຢູ່ຟຣີ, ຄ່ານໍ້າ ຄ່າໄຟຟ້າຟຣີ, ເງິນດຸໝັ່ນ ເງິນຂະຫຍັນ ແລະເງິນລ່ວງເວລາຕ່າງໆ ກໍຈະບໍ່ມີ.
ດັ່ງຜູ້ປະກອບການ ໂຮງງານຕັດຫຍິບ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 8 ມິນາ 2022 ນີ້ວ່າ:
“ຄັນຕາມເບິ່ງ ມັນກະຫຼາຍຢູ່ໃດ໋ ເພາະວ່າບາງທີ ເຮົາຈະລ້ຽງເຂົ້າເຊົ້າເຂົ້າສວຍນໍາຫັ້ນນ່າ ກິນຢູ່ນໍາອີກບາງຄົນ ແຕ່ຄັນຜູ້ບໍ່ໄດ້ກິນຢູ່ນໍາ ແຕ່ວ່າອາຫານຂະເຈົ້າເອົາມາຕ່າງຫາກ ຖືວ່າເໝາະສົມແລ້ວ ເພາະປັບຂຶ້ນກໍຍ້ອນວ່າ ຄ່າຄອງເງິນຂອງເຮົາມັນສູງຂຶ້ນ ຄ່າກິນຄ່າຢູ່ ເຄື່ອງໃຊ້ມັນສູງຂຶ້ນເບິດ (ສໍາລັບເງິນເດືອນ ທີ່ຄິດວ່າເໝາະສົມຄື) 1,300,000 (ກີບຕໍ່ເດືອນ) ລວມເບິດ (ສວັດດີການອື່ນໆ) ມີແຕ່ກິນເຂົ້າເຊົ້າເຂົ້າສວຍ ແບບກັບບ້ານຕ່າງຫາກ ໂອເຄຢູ່ ລາຄາປະມານລາຄາສໍ່ານີ້.”
ທາງດ້ານຜູ້ປະກອບການ ຫົວໜ່ວຍທຸຣະກິຈອີກຈໍານວນນຶ່ງ ເຫັນວ່າ ການປັບຂຶ້ນເງິນເດືອນຂັ້ນຕໍ່ານັ້ນ ຈໍາເປັນຕ້ອງພິຈາຣະນາ ຈາກໜ້າວຽກທີ່ຄົນງານຜູ້ນັ້ນຮັບຜິດຊອບ ໂດຍທີ່ຜ່ານມາ ວຽກງານທີ່ຈໍາເປັນຕ້ອງໃຊ້ວິຊາສະເພາະ ຈະໄດ້ຮັບເງິນຄ່າແຮງງານ ກາຍ 1,500,000 ກີບຕໍ່ເດືອນຢູ່ແລ້ວ ໃນຂະນະທີ່ ເງິນເດືອນຂັ້ນຕໍ່າຂອງກັມມະກອນ ຈະຢູ່ທີ່ປະມານ 800,000 ຫາ 1,100,000 ກີບຕໍ່ເດືອນ, ແຕ່ຢ່າງໃດກໍຕາມ ຖ້າຫາກພາກຣັຖຈະໃຫ້ປັບຂຶ້ນໃຫ້ໄດ້ ຜູ້ປະກອບການກໍບໍ່ສາມາດປະຕິບັດຕາມໄດ້ ເນື່ອງຈາກຄົນງານແຕ່ລະຄົນ ມີຕໍາແໜ່ງ ແລະໜ້າທີ່ວຽກງານ ທີ່ຮັບຜິດຊອບແຕກຕ່າງກັນ.
ດັ່ງເຈົ້າຂອງທຸຣະກິຈຮ້ານອາຫານ ຢູ່ນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ອ່າ ຄ່າແຮງງານເນາະ ເຮົາກະຕ້ອງມາເບິ່ງວ່າ ເບິ່ງໂມງເຮັດວຽກອີກຫັ້ນນ່າ ຄືໂຕຢ່າງ ເສີບເນາະ ເສີບຂອງເຮົານີ້ ເຮັດວຽກບໍ່ໄດ້ໝົດມື້ ມັນກະຕໍ່າລົງ ແຕ່ມັນກະຂຶ້ນນໍາຕໍາແໜ່ງ ແຕ່ລະຕໍາແໜ່ງຫັ້ນແຫຼະ ມັນແລ້ວແຕ່ລະຕໍາແໜ່ງວ່າຊັ້ນສາ ບໍ່ຮອດແນ່ນອນທີມເສີບນິ່ ຕໍາແໜ່ງອື່ນນີ້ຈະກາຍ (1,100,000 ກີບຕໍ່ຄົນ) ແຕ່ເສີບເຮົາຊິຄິດຢູ່ 800,000 (ກີບຕໍ່ຄົນ) ເພາະວ່າຂະເຈົ້າ ເຮັດວຽກບໍ່ເບິດມື້ເດ້ ມັນຕ້ອງຂຶ້ນຢູ່ ກັບຕໍາແໜ່ງເຮັດວຽກ.”
ໃນຂະນະທີ່ ສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາດລາວ ມີຄໍາເຫັນວ່າ ການປັບເງິນເດືອນຂັ້ນຕໍ່າຂຶ້ນເປັນ 1,500,000 ກີບຕໍ່ເດືອນ ຕາມຄໍາສເນີຂອງສູນກາງ ສະຫະພັນກັມມະບານລາວນັ້ນ ເປັນການປັບຂຶ້ນສູງເກີນໄປ ແລະຜູ້ປະກອບການສ່ວນຫຼາຍ ຍັງບໍ່ທັນມີຄວາມພ້ອມ ເນື່ອງຈາກເປັນການປັບຂຶ້ນທີ່ສູງກາຍ 30% ຂອງເງິນເດືອນຂັ້ນຕໍ່າ ແຕ່ເກົ່າພ້ອມທັງສເນີ ໃຫ້ໜ່ວຍງານທີ່ກ່ຽວຂ້ອງ ປັບຂຶ້ນເງິນເດືອນຂັ້ນຕໍ່າ ຢູ່ລະຫວ່າງ 1,210,000 ກີບ ຫາ 1,265,000 ກີບຕໍ່ເດືອນ.
ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ແລະຕໍາແໜ່ງ ທ່ານນຶ່ງ ກ່າວວ່າ:
“ທາງເຣື່ອງການປັບຂຶ້ນຄ່າແຮງງານຂັ້ນຕໍ່ານີ້ ຈະຂຶ້ນໜ້ອຍນຶ່ງນ່າ ບໍ່ໄດ້ຂຶ້ນຫຼາຍ ໜ້າຈະບໍ່ຮອດ 1,500,000 (ກີບຕໍ່ຄົນ) ຂຶ້ນປະມານ 10, 15% ນີ້ແຫຼະ ຈາກ 1,100,000 (ກີບຕໍ່ຄົນ).”
ກ່ອນໜ້ານີ້ ຄືເມື່ອວັນທີ່ 24 ກຸມພາ 2022 ທ່ານທະນົງສິນ ກັນລະຍາ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາດລາວ ໄດ້ກ່າວໃນເວທີເສວະນາ ເພື່ອສົ່ງເສີມຄວາມຫຼາກຫຼາຍ ແລະການມີສ່ວນຮ່ວມໃນທຸຣະກິຈວ່າ ບັນດານັກທຸຣະກິຈລາວ ແລະກຸ່ມນັກທຸຣະກິຈຕ່າງປະເທດ ຢູ່ພາຍໃນປະເທດລາວ ໄດ້ຮັບຜົລກະທົບຢ່າງໜັກ ຈາກການແຜ່ຣະບາດຂອງເຊື້ອໂຄວິດ-19 ແລະໃນປີ 2021 ທີ່ຜ່ານມານີ້, 5.5% ຂອງທຸຣະກິຈພາຍໃນປະເທດລາວ ໄດ້ປິດກິຈການຖາວອນ ແລະ 33% ໄດ້ປິດກິຈການຊົ່ວຄາວ ສ່ວນຫຼາຍເປັນເປັນທຸຣະກິຈ ໃນຂແນງການທ່ອງທ່ຽວ, ການບໍຣິການ ແລະ ການຜລິດ ຢູ່ນະຄອນຫຼວງວຽງຈັນ ເຮັດໃຫ້ຄົນງານລາວ ຈໍານວນຫຼາຍບໍ່ມີວຽກເຮັດງານທໍາ.
ໃນກອງປະຊຸມປຶກສາຫາລື ສາມຝ່າຍລະດັບສູງ ຄັ້ງທີ່ 19 ທີ່ຈັດຂຶ້ນໃນວັນທີ່ 4 ມິນາ ທີ່ຜ່ານມາ ກະຊວງແຮງງານ ແລະ ສວັດດີການສັງຄົມ, ສູນກາງສະຫະພັນກັມມະບານລາວ ແລະສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາວລາວ ໄດ້ເຫັນດີຮ່ວມກັນ ກ່ຽວກັບການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ຜູ້ອອກແຮງງານ ພາກວິສາຫະກິຈ ແລະເຖິງແມ່ນວ່າ ທາງສະພາການຄ້າ ແລະອຸດສາຫະກັມແຫ່ງຊາດລາວ ຈະສເນີໃຫ້ເລື່ອນ ການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ໄປໃນປີ 2023 ແຕ່ຢ່າງໃດກໍຕາມ ສູນກາງສະຫະພັນກັມມະບານລາວ ກໍຢັ້ງຢືນວ່າ ຈະມີການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ບໍ່ໃຫ້ຫຼຸດ 1,500,000 ກີບຕໍ່ເດືອນ ໃຫ້ສໍາເຣັດ ພາຍໃນວັນທີ່ 1 ພຶສພາ 2022 ນີ້ ເຊິ່ງເປັນວັນກັມມະກອນສາກົລ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງກ່າວວ່າ:
“ທາງເຮົາເອີ້ນ 1,570,000 (ກີບຕໍ່ຄົນ) ແຕ່ວ່າ ຂະເຈົ້າຕໍ່ລົງມາ ແທ້ໆບໍ່ໃຫ້ກາຍ 1,500,000 ເນາະ (ກີບຕໍ່ຄົນ) ໜ້າຈະບໍ່ຫຼຸດເນາະ ຈະບໍ່ໃຫ້ກາຍ ວັນທີ່ 1 ເດືອນ 5 ເນາະ ພຶສພານີ້ ໃຫ້ໄດ້ນໍາໃຊ້ ທາງເຮົາ ເປັນໂຕແທນໃຫ້ກັບກັມມະກອນ ເຮົາຈະໄດ້ແຈ້ງ ໃຫ້ທາງກັມມະກອນໄດ້ຮັບຮູ້ໃນມື້ນັ້ນແຫຼະ.”
ທ່ານກ່າວຕື່ມວ່າ ເຖິງແມ່ນວ່າກ່ອນໜ້ານີ້ ທາງການລາວ ຈະມີການກໍານົດໃຫ້ເຈົ້າຂອງກິຈການ ຈະຕ້ອງຈ່າຍເງິນເດືອນຂັ້ນຕໍ່າ ໃຫ້ແກ່ຄົນງານ ເປັນເງິນ 1,100,000 ກີບຕໍ່ເດືອນ, ແຕ່ຢ່າງກໍຕາມ ກໍຍັງມີການກວດພົບວ່າ ໃນຫຼາຍຫົວໜ່ວຍທຸຣະກິຈ ຍັງຄົງຈ່າຍເງິນເດືອນ ໃຫ້ແກ່ຄົນງານ ພຽງເດືອນລະ 800,000 ກີບ ຫາ 900,000 ກີບ ເຊິ່ງທາງໜ່ວຍງານທີ່ກ່ຽວຂ້ອງ ກໍບໍ່ສາມາດເຂົ້າໄປບັງຄັບ ໃຫ້ປະຕິບັດຕາມໄດ້ ຍ້ອນເປັນການຕົກລົງກັນ ລະຫວ່າງນາຍຈ້າງແລະລູກຈ້າງ ແຕ່ຄັນວ່າ ນາຍຈ້າງບໍ່ປະຕິບັດຕາມ ທີ່ຕົກລົງໄວ້ກັບລູກຈ້າງນັ້ນ ທາງລູກຈ້າງກໍສາມາດຍື່ນເອກະສານ ຮ້ອງຟ້ອງມາຍັງສູນກາງສະຫະພັນກັມມະບານລາວ ເພື່ອໃຫ້ໃຫ້ຊ່ອຍກວດກາຕື່ມໄດ້.
ທາງດ້ານຄົນງານລາວຫຼາຍຄົນເຫັນວ່າ ເງິນເດືອນຂັ້ນຕໍ່າໜ້ອຍຫຼາຍ ແລະບໍ່ພຽງພໍກັບຄ່າຄອງຊີພທີ່ເພີ່ມຂຶ້ນເລື້ອຍໆໃນປັດຈຸບັນ ຍ້ອນເຫດດັ່ງກ່າວນີ້ ພວກຂະເຈົ້າຈຶ່ງຢາກໃຫ້ໜ່ວຍງານທີ່ກ່ຽວຂ້ອງ ເລັ່ງພິຈາຣະນາ ປັບຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ສອດຄ່ອງກັບຄ່າຄອງຊີພໂດຍໄວ.
ດັ່ງນາຍໜ້າ ຈັດຫາຄົນງານໄປເຮັດວຽກນໍາໂຮງງານຕັັດຫຍິບ ຢູ່ແຂວງຈໍາປາສັກ ນາງນຶ່ງ ກ່າວວ່າ:
“ໂຕນີ້ມັນຕ້ອງອັນ ຕ້ອງອີງໃສ່ສະພາບໂຕຈິງຫັ້ນນ່າ ເພາະວ່າດຽວນີ້ ເງິນກີບມັນເຟີ້ຫຼາຍຫັ້ນນ່າ ຄືແບບສິນຄ້າອິຫຍັງມັນກໍແພງເນາະ ການກໍານົດເງິນເດືອນອິຫຍັງ ມັນຕ້ອງໄດ້ອີງໃສ່ ອັນພວກອັນນີ້ໜ້ອຍນຶ່ງ ສະພາບໂຕຈິງຫັ້ນນະເຈົ້າ (ກໍຢາກໃຫ້ປັບຂຶ້ນ) ໄວ ໄວກໍດີຢູ່ເດ້ເຈົ້າ.”
ໃນຂະນະດຽວກັນ ຄົນລາວອີກຈໍານວນນຶ່ງ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ປັບຂຶ້ນຄ່າແຮງງານຂັ້ນຕໍ່າ ບໍ່ໃຫ້ຫຼຸດ 1,500,000 ຫາ 1,700,000 ກີບຕໍ່ເດືອນ ເພາະນອກຈາກຄ່າອາຫານການກິນແລ້ວ ລາຄາສິນຄ້າ ແລະຄ່າໃຊ້ຈ່າຍອື່ນໆ ເປັນຕົ້ນ ຢາປົວພຍາດ, ຄ່ານໍ້າຄ່າໄຟຟ້າ, ຄ່ານໍ້າມັນຣົຖ, ຄ່າທີ່ພັກ ແລະຄ່າໂຮງຮຽນລູກ ຕ່າງກໍມີຄ່າໃຊ້ຈ່າຍສູງຂຶ້ນ.
ດັ່ງຄົນງານ ໂຮງງານຕັດຫຍິບ ຢູ່ນະຄອນຫຼວງວຽງຈັນ ນາງນຶ່ງກ່າວວ່າ:
“ຄ່າແຮງງານຫັ້ນ ສົມມຸດວ່າ ຖ້າຕໍ່ເດືອນ 1,500,000 (ກີບຕໍ່ຄົນ) ຂ້ອຍກໍຈັ່ງວ່າຊິວ່າ ຖ້າຂັ້ນຕໍ່າເນາະ ບໍ່ພໍແລ້ວວ່າຊັ້ນ ຢາກໃຫ້ຕື່ມອີກໜ້ອຍນຶ່ງ ຖ້າເດືອນນຶ່ງ 1,500,000 (ກີບຕໍ່ຄົນ) ເນາະ ບໍ່ພໍກິນເນາະ ເພາະວ່າຄວາມຢູ່ຄວາມກິນ ເສຖກິຈເຮົາກໍແພງຫຼາຍ ສົມມຸດວ່າເປັນໄປໄດ້ຫັ້ນນ່າ 1,700,000 (ກີບຕໍ່ຄົນ) ຕໍ່ເດືອນຍິ່ງດີໃດ໋.”
ສໍາລັບຈຸດປະສົງ ໃນການປັບຂຶ້ນເງິນເດືອນຂັ້ນຕໍ່ານັ້ນ ແມ່ນເພື່ອການປັບໃຫ້ການດໍາຣົງຊີວິດ ຂອງຄົນງານລາວດີຂຶ້ນ ແລະຄັ້ງຫຼ້າສຸດທີ່ທາງການລາວ ປັບຂຶ້ນເງິນເດືອນຂັ້ນຕໍ່າສຸດ ແມ່ນໃນປີ 2018 ປັບຂຶ້ນຈາກ 900,000 ກີບ ມາເປັນ 1,100,000 ກີບຕໍ່ເດືອນ.
ອີງຕາມກອງປະຊຸມປຶກສາຫາລື 3 ຝ່າຍ ລະດັບສູງ ຄັ້ງທີ 19 ທີ່ຜ່ານມາ ແມ່ນໄດ້ເຫັນດີເປັນເອກະພາບຮ່ວມກັນ ກຳນົດບັນດາໜ້າວຽກຕົ້ນຕໍ ທັງໝົດ 12 ໜ້າວຽກ, ໃນນັ້ນ ການປັບປຸງຄ່າແຮງງານຂັ້ນຕໍ່າສຸດໃຫ້ແກ່ຄົນງານ ພາກວິສາຫະກິຈ ເປັນບູຣິມະສິດນຶ່ງ ທີ່ໄດ້ມີການຄົ້ນຄວ້າຄ່າແຮງງານ ຫຼືເງິນເດືອນຂັ້ນຕ່ຳສຸດ, ໂດຍເບື້ອງຕົ້ນຄາດວ່າ ຈະປັບຂຶ້ນໃນວັນທີ 1 ພຶສພາ 2022 ນີ້, ແຕ່ດ້ວຍເງື່ອນໄຂ ແລະ ຄວາມພ້ອມຕ່າງໆ ຍັງບໍ່ອຳນວຍ ທາງສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາດລາວ ຈຶ່ງສເນີຂໍເລື່ອນໄປ ເປັນວັນທີ 1 ເດືອນພຶສພາ ປີ 2023, ເຊິ່ງນັ້ນ ກໍເປັນພຽງຂໍ້ສະຫຼຸບ ທີ່ຍັງຕ້ອງສເນີໃຫ້ຣັຖບານ ພິຈາຣະນາຄືນອີກຄັ້ງນຶ່ງ ກ່ອນຈະມີການປະກາດ ຢ່າງເປັນທາງການ.