ຂຶ້ນຄ່າແຮງງານຂັ້ນຕ່ຳ ເປັນ 1.3 ລ້ານກີບຕໍ່ເດືອນ, ປະກາດແລ້ວ

ພູວົງສ໌
2022.06.16
ຂຶ້ນຄ່າແຮງງານຂັ້ນຕ່ຳ ເປັນ 1.3 ລ້ານກີບຕໍ່ເດືອນ, ປະກາດແລ້ວ ນັກວິສະວະກອນ ແລະ ຄົນງານກໍ່ສ້າງ ກໍພວມເລັ່ງມື ໃນການກະຕຽມວຽກງານຕ່າງໆ (TS) ເດືອນ ຕຸລາ 2021.
RFA

ໃນວັນທີ 13 ມິຖຸນາ ທີ່ຜ່ານມາ, ຫ້ອງວ່າການ ສຳນັກງານນາຍົກຣັຖມົນຕຣີ ໄດ້ອອກແຈ້ງການ ສບັບເລຂທີ 829/ຫສນຍ ເຣື່ອງການປັບປຸງ ຄ່າແຮງງານຂັ້ນຕ່ຳ ຈາກ 1,100,000 ກີບ ມາເປັນ 1,300,000 ກີບຕໍ່ເດືອນ ຫຼື 18% ຂອງອັດຕຣາເງິນເດືອນເດີມ, ໂດຍຄັ້ງທີ 1 ຂຶ້ນ 100,000 ກີບ ມີຜົລໃນວັນທີ 1 ສິງຫາ 2022 ນີ້ ແລະ ຄັ້ງທີ 2 ຂຶ້ນຕື່ມ 100,000 ກີບ ມີຜົລໃນວັນທີ 1 ພຶສພາ 2023. ໃນຂະນະທີ່ ຄົນງານລາວຈຳນວນຫຼາຍ ເຫັນວ່າ ການປັບຂຶ້ນຄ່າແຮງງານຂັ້ນຕ່ຳ ໃນອັດຕຣາດັ່ງກ່າວນີ້ ຍັງບໍ່ທັນສອດຄ່ອງ ກັບຄ່າຄອງຊີບໃນປັດຈຸບັນ. ດັ່ງຄົນງານລາວ ຢູ່ນະຄອນປາກເຊ ແຂວງຈຳປາສັກ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ມິຖຸນາ ນີ້ວ່າ:

“ຝັ່ງລາວເຮົາ ກະລະບົບເຣື່ອງການເງິນ ຄ່າຄອງຊີບຫຍັງ ມັນລອຍໂຕ. ຊິໄປເຮັດອີ່ສັງ ມັນລາຄາ ຂອງເງິນກີບ ມັນສູງເລື້ອຍໆ. ເຮົາຄິດວ່າໃຫ້ເພິ່ນປັບ ໃຫ້ມັນສົມດຸນກັນໝົດທຸກຢ່າງ.”

ເຖິງແມ່ນວ່າ ທາງການລາວ ຂຶ້ນຄ່າແຮງງານຂັ້ນຕ່ຳ ອີກ 200,000 ກີບ, ແຕ່ຢ່າງໃດກໍຕາມ ຄົນງານລາວ ທີ່ເຮັດວຽກ ໃນຂແນງການຕ່າງໆ ພັດເຫັນວ່າ ຍັງເປັນຈຳນວນທີ່ໜ້ອຍຫຼາຍ, ເຊິ່ງບໍ່ສາມາດຍົກລະດັບ ຊີວິດການເປັນຢູ່ໄດ້ ຢ່າງສົມເຫດສົມຜົລ ຈົນເຮັດໃຫ້ຫຼາຍຄົນ ຈຳເປັນຕ້ອງຫາທາງ ໄປຊອກເຮັດວຽກ ຢູ່ປະເທດໄທຍ.

ດັ່ງຄົນງານລາວ ຢູ່ນະຄອນໄກສອນພົມວິຫານ ນາງນຶ່ງ ກ່າວຕໍ່ວິຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ກະວ່າເຮັດບັດ ວ່າຊິໄປແລ້ວໄດ໋ຫັ້ນ, ໄປເຮັດວຽກຢູ່ພຸ້ນ ຢູ່ພຸ້ນແຫຼະ, ຢູ່ຝັ່ງໄທຍ. ມັນບໍ່ພໍກິນ. ຍັງຖ້າພາສປອດຢູ່ ມັນບໍ່ທັນອອກ. ພຸ້ນແຫຼະ, ເດືອນນຶ່ງກະເປັນ 1,000,000 ກີບ ຫາ 2,000,000 ກີບພຸ້ນແຫຼະ ຈັ່ງຊິພໍກິນ ມັນຫຼາຍຢ່າງ.”

ທາງດ້ານຊາວລາວ ອີກຈຳນວນນຶ່ງ ຢາກໃຫ້ທາງການລາວ ຂຶ້ນຄ່າແຮງງານຂັ້ນຕ່ຳ ໃນອັດຕຣາ 1,500,000 ກີບ ເປັນຢ່າງໜ້ອຍ ຕາມທີ່ສູນກາງສະຫະພັນກັມມະບານລາວ ໄດ້ສເນີ ຫຼືຫຼາຍກວ່າ 1,700,000 ກີບ ຫາ 2,000,000 ກີບຕໍ່ເດືອນ ຈຶ່ງຈະພຽງພໍ ຕໍ່ການໃຊ້ຈ່າຍ ໃນແຕ່ລະເດືອນ ເນື່ອງຈາກສິນຄ້າຕ່າງໆ ພາຍໃນປະເທດລາວ ຖືກປັບລາຄາຂຶ້ນ ຢ່າງຫຼວງຫຼາຍ.

ດັ່ງເຈົ້າໜ້າທີ່ ສູນກາງສະຫະພັນກັມມະບານລາວ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ກ່າວວ່າ:

“ເສຖກິຈມັນເຟີ້ຫຼາຍດຽວນີ້ ເວົ້າເຣື່ອງອາຫານການກິນ ທຸກສິ່ງຂອງ ມັນກະຂຶ້ນຕລອດລາຄາ. ຄັນຊິວ່ານຳເງິນເດືອນ ພື້ນຖານແຕ່ເກົ່າ ມັນກະບໍ່ພໍ, ວ່າຊັ້ນນ່າ, ເວົ້າແຈ້ງໆເລີຍ ມັນບໍ່ພໍຢູ່ພໍກິນ. ຄ່ານ້ຳມັນ ໃສ່ຣົຖໄປການແຕ່ລະມື້ນີ້ ມັນກະໝົດລະ. ກະຢາກວ່າ ຢາກໃຫ້ຫຼາຍຫັ້ນແຫຼະ, ແຕ່ວ່າເພິ່ນກະຊິເຮັດນຳບໍ່ໄດ້ ຢ່າງຕ່ຳສຸດ ກະຈັກ 1,500,000 ກີບນີ້ສາ, ເງິນເດືອນພື້ນຖານ.”

ສຳລັບການປັບຂຶ້ນ ຄ່າແຮງງານຂັ້ນຕ່ຳ ໃນອັດຕຣາດັ່ງກ່າວນີ້ ຖືເປັນນິມິຕໝາຍທີ່ດີຢູ່, ແຕ່ພັດເປັນຈຳນວນທີ່ໜ້ອຍຫຼາຍ ແລະ ບໍ່ສາມາດຊ່ອຍໃຫ້ ຊີວິດການເປັນຢູ່ ຂອງຄົນງານ ແລະ ຄອບຄົວ ຂອງພວກເຂົາເຈົ້າ ໄດ້ພໍເທົ່າໃດ ຍ້ອນສະພາບເສຖກິຈລາວ ໃນປັດຈຸບັນ ບໍ່ຄ່ອຍແຈ່ມໃສ ແລະ ຄ່າຄອງຊີບສູງ.

ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ຢູ່ແຂວງພາກເໜືອ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ກ່າວວ່າ:

“ບໍ່ພໍ, 1,300,000 ກີບນີ້ ກໍຍັງຍາກ ມັນກໍມາທຽບໃສ່ປັດຈຸບັນ ມັນກໍບໍ່ໄດ້ສັງແລ້ວ, ກິນຫຍັງກໍບໍ່ໄດ້ແລ້ວ ຄ່າແຮງງານ 1,300,000 ກີບ, ສົມມຸດວ່າ. ແຕ່ວ່າ ຄັນຊິເອົາ 1,300,000 ກີບນີ້ ມັນຍັງບໍ່ພໍ ອັນຊິກິນແລ້ວ. ຕັ້ງແຕ່ວ່າ ເວົ້າເຣື່ອງລາຍຮັບ ບໍ່ພໍກິນແລ້ວ.”

ໃນຂະນະດຽວກັນ, ໃນມຸມມອງ ຂອງຜູ້ປະກອບການແລ້ວ ແມ່ນເຫັນດີນຳ ກ່ຽວກັບການຂຶ້ນຄ່າແຮງງານຂັ້ນຕ່ຳນີ້ ຍ້ອນເປັນອັດຕຣາທີ່ເໝາະສົມ ຕໍ່ສະພາບເສຖກິຈ ແລະ ຈະບໍ່ກະທົບ ຕໍ່ການດຳເນີນທຸຣະກິຈພໍເທົ່າໃດ ພາຍຫຼັງຕ້ອງໄດ້ປິດກິຈການ ເປັນການຊົ່ວຄາວມາດົນ ຫຼືໃນໄລຍະການແຜ່ຣະບາດ ຂອງໂຄວິດ-19. ແຕ່ຢ່າງໃດກໍຕາມ, ຄົນງານຫຼາຍຄົນ ຍັງບໍ່ທັນຮັບຮູ້ ກ່ຽວກັບເຣື່ອງດັ່ງກ່າວນີ້ເທື່ອ.

ດັ່ງຜູ້ປະກອບການຮ້ານອາຫານ ຢູ່ນະຄອນໄກສອນພົມວິຫານ ນາງນຶ່ງ ກ່າວວ່າ:

“ກະດີ ເພາະວ່າອັນ ມັນກະຕ້ອງຂຶ້ນໄປ ຕາມເສຖກິຈ, ຫັ້ນນ່າ. ຕອນນີ້ເພິ່ນ ຍັງບໍ່ທັນໄດ້ແຈ້ງການມາເທື່ອ, ຫັ້ນນ່າ. ເພິ່ນຍັງບໍ່ທັນໄດ້ແຈ້ງການວ່າ ຕ້ອງແຮງງານຂັ້ນຕ່ຳເທົ່າໃດ? ຄັນຖ້າວ່າເພິ່ນ ເພິ່ນແຈ້ງວ່າຂຶ້ນເນາະ ເພິ່ນກໍຕ້ອງມາແຈ້ງເຮົາ, ຫັ້ນນ່າ. ແຕ່ວ່າ ໃນກົດໝາຍນີ້ ມັນມີເນາະ, ແຕ່ວ່າເພິ່ນວ່າ ເພິ່ນຊິປັບໃໝ່ນີ້ ຍັງບໍ່ທັນໄດ້ເຫັນເທື່ອ.”

ໃນໄລຍະຫຼາຍເດືອນຜ່ານມາ, ສູນກາງສະຫະພັນກັມມະບານລາວ ໃນຖານະ ຕາງໜ້າຜູ້ທີ່ເປັນຄົນງານ ແລະ ກັມມະກອນ ໃນຂົງເຂດກະສິກັມ, ອຸດສາຫະກັມ, ບໍຣິການ ແລະ ການກໍ່ສ້າງ ໄດ້ສເນີໃຫ້ ມີການຂຶ້ນຄ່າແຮງງານຂັ້ນຕ່ຳ ຈາກ 1,100,000 ກີບ ເປັນ 1,500,000 ກີບຕໍ່ເດືອນ.​ ສ່ວນສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາຕລາວ ກໍໄດ້ສເນີ ໃຫ້ປັບຂຶ້ນ ຈາກ 1,100,000 ກີບ ເປັນ 1,300,000 ກີບຕໍ່ເດືອນ. ໃນຂະນະທີ່ ກະຊວງແຮງງານ ແລະ ສວັດດີການສັງຄົມ ພັດເຫັນດີ ນຳສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາຕລາວ.​

ດັ່ງເຈົ້າໜ້າທີ່ ສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາຕລາວ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ກ່າວວ່າ:

“ສ່ວນຫຼາຍ ກໍເປັນທາງສະພາເຮົານີ້ແຫຼະ ເປັນຜູ້ສເນີເນາະ ຂຶ້ນຄ່າແຮງງານຂັ້ນຕ່ຳ ເພາະວ່າເຮົາຈະມີໜ່ວຍງານ ທາງດ້ານແຮງງານຊ່ອຍ, ທາງດ້ານອຸດສາຫະກັມ ພວກອັນຕັດຫຍິບ, ໂຮງງານຕ່າງໆ, ຫັ້ນນ່າ ເພາະວ່າ ເຮົາຢາກໃຫ້ ມັນຮູ້ສຶກວ່າມັນຕ່ຳ, ທາງເຮົານີ້ແຫຼະ ສເນີເນາະ.”

ທີ່ຜ່ານມາ, ທາງການລາວ ໄດ້ປະກາດ ຂຶ້ນຄ່າແຮງງານຂັ້ນຕ່ຳຫຼາຍຄັ້ງ, ແຕ່ວ່າ ຄັ້ງຫຼ້າສຸດ ແມ່ນເກີດຂຶ້ນ ເມື່ອປີ 2018 ໄດ້ປັບຂຶ້ນ ຈາກ 900,000 ກີບຕໍ່ເດືອນ ມາເປັນ 1,100,000 ກີບຕໍ່ເດືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.