ໃນຮອບ 4-5 ເດືອນທີ່ຜ່ານມາທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງໄດ້ອອກແຈ້ງການ ໃຫ້ນາຍຈ້າງດຳເນີນການ ປັບຂຶ້ນຄ່າຈ້າງແຮງງານຂັ້ນຕໍ່າ ຈາກ 1.3 ລ້ານກີບ ເປັນ 1.6 ລ້ານກີບຕໍ່ເດືອນ ໃຫ້ແກ່ຄົນງານລາວ, ແຕ່ມາຮອດປັດຈຸບັນ ຍັງມີຄົນງານລາວຈໍານວນໜຶ່ງ ບໍ່ທັນໄດ້ຮັບຄ່າຈ້າງ ແຮງງານຂັ້ນຕໍ່າ ຕາມທີ່ທາງການກຳນົດເທື່ອ.
ດັ່ງຄົນງານລາວ ທີ່ເຄີຍເຮັດວຽກ ເປັນກຳມະກອນ ຢູ່ໂຮງງານນະຄອນຫຼວງວຽງຈັນ ນາງໄດ້ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນວັນທີ 12 ມີນາ 2024 ນີ້ວ່າ:
“ໃຫ້ເດືອນໜຶ່ງນີ້ຫວາເປັນເດືອນນີ້ຫວາ. ອໍເດືອນໜຶ່ງ ໃຫ້ 1.5 ລ້ານກີບ ໂຕນີ້ເຮົາກໍບໍ່ຮູ້ຄືກັນຫັ້ນນ່າ. ຕອນນີ້ເຮົາຫັ້ນຫວ່າງງານ ບໍ່ມີງານເຮັດ. ມັນກໍບໍ່ກຸ້ມ ບໍ່ພໍກິນຫັ້ນນ່າ. ກໍຢາກຫາງານໃໝ່ ແລ້ວຊ່ວງນີ້ກໍບໍ່ມີເງິນແນ່. ໂຮງງານຄ່າຈ້າງທີ່ເໝາະສົມ ກໍປົກກະຕິເຮົາກໍຮຽນບໍ່ສູງ ແນ່ເນາະ. ຄັນເວົ້າກໍ 2 ລ້ານປາຍ, 3 ລ້ານນີ້ແຫຼະ. ປັດຈຸບັນນີ້ກໍບໍ່ຮູ້ຊິເຮັດຫຍັງ ຂ້ອຍກໍຢາກໄປເຮັດງານ ແຕ່ວ່າຊ່ວງນີ້ບໍ່ມີງານຫັ້ນນ່າ. ງານເປັນປະເພດຂາຍເຄື່ອງບໍ່, ແມ່ບ້ານບໍ່ ເພາະວ່າອີກຢ່າງ ເຮົາກໍຮຽນບໍ່ສູງຫັ້ນນ່າ. ກໍມີຢູ່ແຕ່ວ່າເຂົາໃຫ້ເງິນເດືອນໜ້ອຍ ໃຫ້ຖືກໂພດ.”
ນາງໄດ້ກ່າວຕື່ມວ່າ ປັດຈຸບັນອັດຕາຄ່າຈ້າງແຮງງານຂັ້ນຕໍ່າ ຂອງປະເທດລາວ ຕໍ່າຫຼາຍ ຈຶ່ງເຮັດໃຫ້ຄົນງານລາວ ຈຳນວນໜຶ່ງຕັດສິນໃຈ ບໍ່ໄປເຮັດວຽກ ແລະຍອມຕົກຢູ່ໃນສະພາບຫວ່າງງານ. ເຖິງວ່າຄົນງານກຸ່ມດັ່ງກ່າວ ຈະພະຍາຍາມຊອກຫາວຽກເຮັດ ງານທຳ ທີ່ມີລາຍໄດ້ດີກ່ວາເກົ່າ ແຕ່ກໍຕ້ອງຜິດຫວັງ ເນື່ອງຈາກ ບໍ່ມີຄວາມຮູ້ ແລະທັກສະ ສີມືແຮງງານ ຈຶງບໍ່ສາມາດສະມັກວຽກ ໃນຕຳແໜ່ງ ທີ່ມີຄ່າຈ້າງແຮງງານສູງໄດ້.
ເຖິງວ່າທາງການລາວ ຈະປະກາດປັບຂຶ້ນຄ່າຈ້າງຂັ້ນຕໍ່າ ແລ້ວແຕ່ຍັງເປັນອັດຕຣາເງິນເດືອນ ທີ່ບໍ່ກຸ້ມກິນເຊິ່ງບໍ່ສາມາດຍົກລະດັບ ຊີວິດການເປັນຢູ່ ໃຫ້ດີຂຶ້ນໄດ້ ແລະ ບໍ່ສາມາດເກັບທ້ອນໄວ້ໃຊ້ ໃນຍາມຈຳເປັນ ຫຼືວາງແຜນລົງທຶນ ສ້າງລາຍໄດ້ໃຫ້ແກ່ຕົນເອງ ແລະຄອບຄົວ ໃນອະນາຄົດ.
ດັ່ງຄົນງານລາວ ທີ່ເຮັດວຽກຮັບຈ້າງ ທ່ານໄດ້ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:
“ອີງຕາມປະສົບການ ເຮົາເຮັດວຽກເຮັດວຽກ ແບບປະເພດລ້າງລົດນີ້ແຫຼະ. ເດືອນໜຶ່ງ 1.5 ລ້ານກີບຕໍ່ເດືອນ ແລ້ວແຕ່ບ່ອນ, ແລ້ວແຕ່ປະສົບການ. ມັນກໍບໍ່ກຸ້ມກິນ ກໍເຮັດຢູ່ຫັ້ນແຫຼະ. ບາງທີ່ເຂົາກໍບໍ່ໄດ້ເຮັດແລ້ວນ່າ. ດຽວນີ້ບໍ່ມີແລ້ວເງິນເດືອນຂັ້ນຕໍ່າສໍ່ານັ້ນ ເຂົາບໍ່ໄດ້ເຮັດບໍ່ໄດ້ສູ້ເຮັດໄດ໋. ຄ່ານໍ້າ, ຄ່າໄຟ, ຄ່າກິນ ຖ້າບ້ານນອກນີ້ກໍຊິບໍ່ປານໃດ ບາງທີ່ກໍ ເພາະວ່າເຂົາກໍເຮັດໄຮ່ ເຮັດນາ ກໍບໍ່ໄດ້ຊື້ປານໃດ.”
ທ່ານກ່າວຕື່ມວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຄວນກວດກາໃຫ້ນາຍຈ້າງ ຈ່າຍຄ່າຈ້າງຂັ້ນຕໍ່າ ຕາມອັດຕາທີ່ກຳນົດ ພ້ອມດຳເນີນການປັບປຸງ ຄ່າແຮງງານຂັ້ນຕໍ່າ ອີກໃຫ້ສອດຄ່ອງ ກັບອັດຕາເງິນເຟີ້ ແລະຄ່າຄອງຊີບ ພາຍໃນປະເທດ ທີ່ເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ ເພື່ອແກ້ໄຂບັນຫາ ການຂາດແຄນແຮງງານ ພາຍໃນປະເທດ ຍ້ອນຄ່າຈ້າງແຮງງານ ພາຍໃນປະເທດຕໍ່າ ສົ່ງຜົນໃຫ້ຄົນງານລາວ ອອກໄປຊອກວຽກເຮັດ ຢູ່ຕ່າງປະເທດ ເປັນຈຳນວນຫຼາຍ.
ປັດຈຸບັນຄົນງານລາວ ຍັງນິຍົມຊອກວຽກເຮັດງານທໍາ ຜ່ານສື່ສັງຄົມອ໋ອນລາຍນ໌ ແຕ່ຖ້າຫາກຫົວໜ່ວຍແຮງງານໃດ ປະກາດຮັບສະມັກ ຄົນງານໂດຍໃຫ້ຄ່າຈ້າງປະມານ 1.6 ລ້ານກີບ ຕາມທີ່ທາງການລາວກຳນົດ ຫຼື ໃຫ້ເງິນເດືອນຕໍ່າກ່ວານີ້ ກໍຈະບໍ່ມີຜູ້ໄປພົວພັນ ສະມັກເຮັດວຽກ.
ດັ່ງຜູ້ຮັບເໝົາກໍ່ສ້າງ ຢູ່ນະຄອນຫຼວງວຽງຈັນ ທ່ານກ່າວວ່າ:
“ໂອ້! ກາຍຕິ ກາຍແລ້ວໆ. ເອີ! ວຽກໃນບ້ານວຽກໃນບ້ານ ອັນນັ້ນນ່າ ເປັນວຽກໃນບ້ານສື່ໆ. ອະນາໄມເຮືອນຊານ ອິຫຍັງຫັ້ນແຫຼະ. ຖືກເງິນເດືອນ 2.5 ລ້ານກີບ ແຕ່ກີ້ລ້ານປາຍຫັ້ນ ຄວາມໝາຍວ່າ ຂັ້ນຕໍ່າແຕ່ວ່າມັນມີເງິນອິຫຍັງ ໂບນັດ ເພີ່ມຕື່ມມັນກໍຖືກ 2 ລ້ານປາຍ. ມັນເປັນວຽກເບົາໆ 1.7-1.8 ລ້ານກີບຫັ້ນນ່າ. 1.6 ລ້ານ ມັນບໍ່ມີແລ້ວດຽວນີ້. ມັນບໍ່ມີໃຜອອກປະກາດວ່າ ໃຫ້ລາຄາສໍ່ານັ້ນ ເພາະວ່າຄັນປະກາດສໍ່ານັ້ນ ມັນບໍ່ມີຜູ້ໃດພົວພັນ ຫຼືວ່າຕິດຕໍ່ວຽກແລ້ວເດ ຍ້ອນເງິນຂັ້ນຕໍ່ານີ້ແຫຼະ ເງິນເດືອນມັນຕໍ່າ.”
ອີງຕາມການຣາຍງານ ຂອງກະຊວງແຮງງານ ແລະ ສວັດດີການສັງຄົມ ແລະ ສູນກາງສະຫະພັນກຳມະບານລາວ ໄດ້ສຳຫຼວດພົບວ່າ ປັດຈຸບັນຍັງມີຫົວໜ່ວຍແຮງງານ ໃນນະຄອນຫຼວງວຽງຈັນ ຫຼາຍກ່ວາ 90% ຍັງບໍ່ທັນປັບຂຶ້ນຄ່າຈ້າງ ແຮງງານຂັ້ນຕໍ່າ ໃຫ້ແກ່ຄົນງານ ຈາກ 1.3 ລ້ານກີບ ເປັນ 1.6 ລ້ານກີບຕໍ່ເດືອນ ຕາມທີ່ທາງການກຳນົດເທື່ອ ອີກທັງການປັບຂຶ້ນຄ່າຈ້າງແຮງງານ ຂັ້ນຕໍ່າດັ່ງກ່າວນີ້ ອາດນໍາໄປສູ່ການຫຼຸດຈຳນວນ ພະນັກງານ ແລະເຖິງແມ່ນວ່າ ຈະມີຕຳແໜ່ງງານຫວ່າງ ແຕ່ກໍມີພຽງບໍ່ພໍເທົ່າໃດຄົນ ທີ່ເຕັມໃຈ ເຮັດວຽກໃນອັດຕຣາຄ່າຈ້າງແຮງງານ ທີ່ຕໍ່າຫຼາຍ.
ກ່ຽວກັບເຣື່ອງທີ່ຫົວໜ່ວຍແຮງງານ ຍັງບໍ່ທັນມີຄວາມພ້ອມ ໃນການປັບຂຶ້ນຄ່າຈ້າງແຮງງານຂັ້ນຕໍ່າ ສ່ວນຫຼາຍ ແມ່ນເປັນສະຖານປະກອບການ ຂະໜາດນ້ອຍ ເນື່ອງຈາກຍັງປະສົບບັນຫາ ກ່ຽວກັບການຈັດສັນງົບປະມານ ໃນການຈ້າງງານ.
ດັ່ງພະນັກງານ ຝ່າຍພັທນາຊັບພະຍາກອນມະນຸດ ຢູ່ໂຮງງານ ຂະໜາດນ້ອຍ ໃນນະຄອນຫຼວງວຽງຈັນ ນາງກ່າວວ່າ:
“ປັບຂຶ້ນປະມານໄດ ແຕ່ກໍບໍ່ເຖິງຂັ້ນທີ່ວ່າ ຈະຕ້ອງເປັນຕາມທີ່ແຮງງານ ສເນີອອກມາຫັ້ນນ່າເນາະ ຕາມທີ່ພວກເຮົາໄດ້ປັບຫັ້ນ ໃນເຣື່ອງຂອງຄວາມພ້ອມ ຫຼືວ່າຈັ່ງໃດ ແຕ່ລະບໍຣິສັດ ມັນກໍອາດຈະບໍ່ຄືກັນຫັ້ນ່າ. ງົບປະມານອາດຈະບໍ່ຫຼາຍບໍ່ ຫຼືຈັ່ງໃດ ກໍ່ອາດຈະບໍ່ຄືກັນ ຈັ່ງຊີ້. ອ່າໂຕນີ້ເຣື່ອງຂອງການ ຂາດແຮງງານໃນໂຮງງານ ກໍອາດຈະກໍມີສ່ວນເລັກນ້ອຍເນາະ ຈະເປັນອ່າພາກສ່ວນບໍຣິການຫຼາຍກ່ວາ ສ່ວນຫຼາຍຈະຂາດຫັ້ນນ່າເນາະ. ກໍສ່ວນຫຼາຍຂະເຈົ້າຈະໄປເກົາຫຼີ, ຈະໄປຕ່າງປະເທດຫຼາຍກ່ວາ. ຂະເຈົ້າຈະບໍ່ຢູ່ກໍເລີຍເປັນບັນຫາ. ກໍເລີຍວ່າຂາດໃນຕອນນີ້.”
ເຖິງແມ່ນວ່ານາຍຈ້າງ ຈະບໍ່ທັນມີຄວາມພ້ອມກ່ຽວ ກັບການຈັດສັນງົບປະມານ ໃນການຈ້າງງານ ແຕ່ນາຍຈ້າງ ຈະຕ້ອງພະຍາຍາມ ປະຕິບັດຕາມແຈ້ງງານ ປັບຂຶ້ນຄ່າຈ້າງແຮງງານຂັ້ນຕໍ່າ ແລະກົດໝາຍແຮງງານ ຕາມທີ່ທາງການລາວກຳນົດ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກດ້ານແຮງງານ ທ່ານກ່າວວ່າ:
“ການປະຕິບັດຫັ້ນ ມັນມີບັນດາຫົວໜ່ວຍແຮງງານໃຫຍ່ໆເນາະ. ເພິ່ນນໍາໃຊ້ແລ້ວແຕ່ວ່າ ໂຕນ້ອຍໆນີ້ກໍບໍ່ຮູ້ນຳເພິ່ນເນາະ. ໃນການປະຕິບັດນີ້ເນາະ ນ້ອງເນາະແຕ່ວ່າ ໄດ້ອອກປະກາດໃຊ້ແລ້ວ ຕ້ອງໄດ້ປະຕິບັດໄປເນາະໂຮງຈັກ-ໂຮງງານ ປະເພດເຄື່ອງຈັກ ເຄື່ອງນຸ່ງຮົ່ມໃຫຍ່ໆຫັ້ນ ກໍບໍ່ໃຫ້ຫຼຸດໃຫ້ໄດ້ມີລະບຽບ ສ່ວນໃຫຍ່ງານ ຄັກແນ່ໄດ໋. ເອີ! ຍັງບໍ່ທັນທົ່ວເຖິງເດ້ ແຕ່ເພິ່ນໃຫ້ປະຕິບັດໄປແລ້ວ. ລົງກວດກາໄດ໋ ຖ້າບໍ່ປະຕິບັດຕາມນັ້ນເນາະ ແຈ້ງການນັ້ນເນາະ ປະຕິບັດໄລຍະວ່າ ເຂົ້າເຮັດວຽກ 3 ເດືອນ ຕ້ອງເປັນຂັ້ນທົດລອງງານເນາະ ກາຍນັ້ນໄປບໍ່ແມ່ນແລ້ວໄດ໋ ຕ້ອງໄດ້ປະຕິບັດຕາມກົດໝາຍ ແຮງງານເນາະ.”
ອີງຕາມຄໍາແນະນໍາ ກ່ຽວກັບການປັບປຸງຄ່າຈ້າງ ແຮງງານຂັ້ນຕໍ່າສຸດ ຂອງຄະນະກໍາມະການ ແຮງງານແຫ່ງຊາດ ກະຊວງແຮງງານ ແລະສວັດດີການສັງຄົມ ສະບັບເລກທີ 3226/ຮສສ ລົງວັນທີ 01 ກັນຍາ 2023 ລະບຸວ່າ ຄ່າແຮງງານຂັ້ນຕໍ່າ ແມ່ນຄ່າແຮງງານທີ່ ນາຍຈ້າງຈະຕ້ອງຈ່າຍ ໃຫ້ແກ່ລູກຈ້າງໃໝ່ ທີ່ບໍ່ມີສີມືແຮງງານ ແລະບໍ່ມີປະສົບການ ແຕ່ຖ້າຫາກລູກຈ້າງ ມີປະສົບການໃນການເຮັດວຽກ ມາກ່ອນ ແລະໄດ້ເຮັດວຽກ ໃນຫົວໜ່ວຍແຮງງານນັ້ນ ຄົບ 9 ເດືອນ ນາຍຈ້າງ ຈະຕ້ອງຈ່າຍ ຄ່າຈ້າງໃຫ້ສູງກ່ວາຄ່າແຮງງານ ຂັ້ນຕໍ່າ.
ໃນຮອບ 4 ປີຜ່ານມານີ້ ຄ່າເງິນກີບ ອ່ອນລົງເລື້ອຍໆ ເຮັດໃຫ້ອັດຕຣາ ຄ່າຈ້າງແຮງງານຂັ້ນຕໍ່າ ຄື 1.6 ລ້ານກີບ ຕໍ່ເດືອນ ແມ່ນຕໍ່າສຸດ ໃນພາກພື້ນເອເຊັຍຕາເວັນອອກສຽ່ງໃຕ້ ເຊິ່ງໜ້ອຍກ່ວາປະເທດພະມ້າ, ວຽດນາມ, ກັມພູຊາ ແລະ ໄທຍ ຂະນະທີ່ ທາງການລາວ ແລະພາກສ່ວນທີກ່ຽວຂ້ອງ ພັດຍັງບໍ່ທັນມີນະໂຍບາຍ ໃນການປັບຂຶ້ນຄ່າຈ້າງແຮງງານ ຂັ້ນຕໍ່າ ພາຍໃນປະເທດເທື່ອ. ອີງຕາມຄຳກ່າວ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນໄລຍະທ້າຍປີ 2023 ທີຜ່ານມາ.