ຕຣຽມຂຶ້ນ ຄ່າແຮງງານ ຂັ້ນຕ່ຳ ໃນເດືອນສິງຫາ

ພໍ່ຄ້າຊາວຂາຍ, ນັກທຸຣະກິຈ, ປະຊາຊົນ, ກັມມະກອນ ຜູ້ອອກແຮງງານ ກຳລັງໃຊ້ບໍຣິການຣົຖໄຟລາວ-ຈີນ ເພື່ອເດີນທາງ ລະຫວ່າງແຂວງ, ເດືອນມິຖຸນາ 2022.
ພໍ່ຄ້າຊາວຂາຍ, ນັກທຸຣະກິຈ, ປະຊາຊົນ, ກັມມະກອນ ຜູ້ອອກແຮງງານ ກຳລັງໃຊ້ບໍຣິການຣົຖໄຟລາວ-ຈີນ ເພື່ອເດີນທາງ ລະຫວ່າງແຂວງ, ເດືອນມິຖຸນາ 2022. (ນັກຂ່າວ ພົລເມືອງ)

0:00 / 0:00

ຄະນະກັມມະການແຫ່ງຊາຕ ກະຊວງແຮງງານ ແລະສວັດດິການສັງຄົມ ໄດ້ອອກແຈ້ງການ ກ່ຽວກັບການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ສໍາລັບຜູ້ອອກແຮງງານໃນມື້ວັນທີ 8 ກໍຣະກະດານີ້ ຈາກ 1,100,000 ກີບຕໍ່ເດືອນເປັນ 1,200,000 ກີບ ຫລືເທົ່າກັບ 46,154 ກີບຕໍ່ມື້, 5,769 ກີບຕໍ່ຊົ່ວໂມງ ໂດຍຈະມີຜົລບັງຄັບໃຊ້ນັບແຕ່ມື້ວັນທີ 1 ສິງຫາ 2022 ນີ້ເປັນຕົ້ນໄປ.

ແຕ່ຫົວໜ່ວຍທຸຣະກິຈຫລາຍແຫ່ງ ຍັງບໍ່ມີຄວາມພ້ອມ ທີ່ຈະປັບຂຶ້ນໃຫ້ຕາມນັ້ນ ຍ້ອນມີຄວາມຫຍຸ້ງຍາກທາງເສຖກິຈ.

ດັ່ງເຈົ້າຂອງໂຮງງານນໍ້າດື່ມ-ນໍ້າກ້ອນ ຢູ່ເມືອງໄຊເສດຖາ ນະຄອນຫລວງວຽງຈັນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 11 ກໍຣະກະດານີ້ວ່າ:

“ຍັງ ຊິຍັງບໍ່ໄດ້ແຈ້ງ ກໍຕອນນີ້ກໍຍັງບໍ່ໄດ້ຂຶ້ນເດ໋ ອ້າຍວ່າເສຖກິຈຢູ່ບ້ານ ມັນກໍຍັງບໍ່ໄດ້ດີພໍເທົ່າໃດ໋ ຄັນວ່າເຣື່ອງເສຖກິຈໂຕນີ້ ມັນບໍ່ດີຢູ່ແລ້ວ ຫົວໜ່ວຍທຸຣະກິຈມັນກໍບໍ່ໄດ້ພໍເທົ່າໃດ ເວົ້າງ່າຍໆກໍຄື ຄ້າຂາຍກໍບໍ່ໄດ້ດີພໍເທົ່າໃດ.”

ຫົວໜ່ວຍທຸຣະກິຈຕ່າງໆ ທີ່ຍັງບໍ່ທັນມີຄວາມພ້ອມ ໃນການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ຜູ້ອອກແຮງງານຄືທີ່ວ່ານັ້ນ ແມ່ນເປັນຍ້ອນຂາດທຶນ ໃນໄລຍະການແຜ່ຣະບາດ ຂອງໂຄວິດ-19 ຊຶ່ງມາເຖິງປັດຈຸບັນ ກໍຍັງບໍ່ສາມາດຟື້ນຕົວໄດ້.

ດັ່ງຄົນງານໂຮງງານຕັດຫຍິບ ຂນາດໃຫຍ່ແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າໃນມື້ດຽວກັນນີ້ວ່າ:

“ຄ່າແຮງງານນີ້ນ່າ ອັນມັນຈະບໍ່ຂຶ້ນເລີຍ ເພາະວ່າຜູ້ໃດກໍບໍ່ມີຣາຍໄດ້ ບໍ່ມີຣາຍຮັບອິຫຍັງກໍ໋ ບາງບໍຣິສັດມັນກໍລົຕໍ່າຫັ້ນນ່າ ມັນຈະບໍ່ຂຶ້ນເລີຍ ຄືອັນບໍຣິສັດພວກເອື້ອຍເຮັດກໍ໋ ມັນຈະຂາດທຶນຫລາຍແລ້ວກໍ ເອີ ອັນນີ້ກໍປັບລົງ ແລ້ວກໍບໍ່ໄດ້ເງິນຫັ້ນນ່າ ໄດ້ເງິນໜ້ອຍດຽວ ໄດ້ບໍ່ກຸ້ມເດືອນຫັ້ນແຫລະ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສວັດດິການສັງຄົມ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 11 ກໍຣະກະດານີ້ວ່າ ເຖິງແມ່ນທາງການລາວ ຈະອອກລະບຽບໃຫ້ຫົວໜ່ວຍທຸຣະກິຈຕ່າງໆ ປັບຂຶ້ນຄ່າແຮງງານຂັ້ນຕໍ່າ ແຕ່ທາງການກໍບໍ່ສາມາດບັງຄັບ ໃຫ້ທຸກຫົວໜ່ວຍທຸຣະກິຈ ປັບຂຶ້ນຄ່າແຮງງານນັ້ນໄດ້ ຍ້ອນລະຫວ່າງຜູ້ນໍາໃຊ້ແຮງງານ ແລະຜູ້ອອກແຮງງານ ມີຂໍ້ຕົກລົງເຣື່ອງນະໂຍບາຍ ນໍາກັນ.

ດັ່ງທີ່ທ່ານກ່າວວ່າ:

“ຖ້າວ່າຂະເຈົ້າເຂົ້າກັນ ຫລືວ່າຂະເຈົ້າລ້ຽງເຂົ້າ 3 ຄາບບໍ່ ຫລືວ່າເຂົາມີທີ່ພັກທີ່ນອນບໍ່ ອັນນີ້ມັນກໍແລ້ວແຕ່ອັນທັງ 2 ຝ່າຍຕົກລົງກັນ ໂຕນີ້ເນາະ ເຮົາຊິໄປບັງຄັບເຂົາເຈົ້າກໍບັງຄັບບໍ່ໄດ້ ເພາະວ່າເງື່ອນໄຂນະໂຍບາຍມັນຕ່າງກັນຫັ້ນນ່າ. ຖ້າວ່າມີການກົດຂີ່ຂູດຮີດແທ້ໆນີ້ ທາງເບື້ອງຣັຖເຮົາກໍເຂົ້າໄປໃນຫົວໜ່ວຍແຮງງານນັ້ນ ວ່າ ມັນເປັນສາເຫດແນວໃດໆຫັ້ນນ່າ.”

ແລະເຈົ້າໜ້າທີ່ສູນກາງ ສະຫະພັນກັມມະບານລາວ ຜູ້ບໍ່ປະສົງອອກຊື່ນາງນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ສໍາລັບຫົວໜ່ວຍທຸຣະກິຈ ທີ່ຍັງບໍ່ມີນະໂຍບາຍປັນຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ຜູ້ອອກແຮງງານນັ້ນ ທາງໜ່ວຍງານທີ່ກ່ຽວຂ້ອງ ກໍຈະເຂົ້າຊ່ອຍເຈຣະຈາ ກັບເຈົ້າຂອງກິຈການ ແລະສນັບສນູນໃຫ້ຜູ້ອອກແຮງງານ ຕໍ່ລອງເຣື່ອງການເຮັດສັນຍາແຮງງານ ໃຫ້ຜູ້ນໍາໃຊ້ແຮງງານປັບຂຶ້ນຄ່າຈ້າງແຮງງານຂັ້ນຕໍ່າ ໃຫ້ຕາມອັດຕຣາ ທີ່ທາງການກໍານົດ.

ດັ່ງທີ່ນາງກ່າວວ່າ:

"1,300,000 (ນຶ່ງລ້ານ ສາມແສນ) ກີບ ຕໍ່ຄົນ ເຈົ້າ ເຈົ້າແມ່ນແຫລະ ເຮົາແນະນໍາເພິ່ນ ແລ້ວເພິ່ນຊິປັບຂຶ້ນໃຫ້ນ່າ. ເຈົ້າ ໂຕນີ້ມັນຂຶ້ນກັບບານຮ້ານນ່າ. ເຈົ້າ ! ບາງຮ້ານແລ້ວກໍບາງບຸກຄົນນະເຈົ້າ ວ່າແຕ່ລະຮ້ານແຕ່ລະສາຂາ ແຕ່ລະບ່ອນມັນຈະຄືກັນລະບໍ່ ເຈົ້າ ມັນເປັນບາງບ່ອນບາງເທື່ອນ່າ. "

ແຕ່ເຖິງຢ່າງໃດກໍຕາມ ຄົນງານລາວຈໍານວນບໍ່ໜ້ອຍ ກໍໃຫ້ຄໍາເຫັນວ່າ ການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ໃນອັດຕຣາ ທີ່ວ່ານັ້ນ ຍັງບໍ່ສອດຄ່ອງ ກັບຄ່າຄອງຊີບໃນປັດຈຸບັນ, ຢາກສເນີໃຫ້ພາກສ່ວນທີ່ກ່ຽວຂ້ອງ ຄວບຄຸມລາຄາສິນຄ້າ ໃນທ້ອງຕລາດຢ່າງຈິງຈັງ.

ດັ່ງຊາວເມືອງໄຊທານີ ນະຄອນຫລວງວຽງຈັນນາງນຶ່ງເວົ້າວ່າ:

“ເພິ່ນຈະຂຶ້ນໃຫ້ 100,000 ນຶ່ງກ່ອນຈາກ 1,100,000 ຈະເປັນ 1,200,000 ວິກິຕແນວນີ້ເນາະ ມັນກໍເງິນ 100,000 ນຶ່ງ 200,000 ກໍອາຈຊ່ອຍໄດ້ໜ້ອຍນຶ່ງເນາະ ແຕ່ຖາມປະຊາຊົນ ຂະເຈົ້າກໍຖ້າເປັນໄປໄດ້ ກໍຢາກໃຫ້ເພິ່ນເພີ່ມຂຶ້ນຫລາຍກວ່ານີ້ ຫລືບໍ່ ກະໃຫ້ປັບລາຄາສິນຄ້າ ໃຫ້ໝັ້ນຄົງທີ່ໃຫ້ ໄດ້ຫັ້ນນ່າ ປັດຈຸບັນນີ້ກໍ ຂນາດເອື້ອຍທີ່ເງິນເດືອນກາຍ 1,300,000 ເອື້ອຍກໍຍັງບໍ່ລອດແລ້ວ.”

ແຈ້ງການສບັບທີ່ວ່ານີ້ ລະບຸວ່າ ພາຍຫລັງການປັບຂຶ້ນ ຄ່າຈ້າງແຮງງານຂັ້ນຕໍ່າຈາກ 1,100,000 ກີບເປັນ 1,200,000 ກີບຕໍ່ເດືອນໃນເດືອນສິງຫາ 2022 ນີ້ແລ້ວ ກໍຈະມີການປັບຂຶ້ນອີກເທື່ອນຶ່ງ ເປັນ 1,300,000 ກີບຕໍ່ເດືອນ ຫລືເທົ່າກັບ 50 ພັນກີບຕໍ່ມື້, 6,250 ກີບຕໍ່ຊົ່ວໂມງ ໂດຍຈະມີຜົລບັງຄັບໃຊ້ ນັບແຕ່ມື້ວັນທີ 1 ພຶສພາ 2023 ເປັນຕົ້ນໄປ.

ກຸ່ມຄົນເປົ້າໝາຍ ທີ່ຈະໄດ້ຮັບຄ່າແຮງງານຂັ້ນຕໍ່າຄືທີ່ວ່ານັ້ນ ແມ່ນຜູ້ອອກແຮງງານ ທີ່ເຮັດວຽກໃນຫົວໜ່ວຍການຜລິຕ, ທຸຣະກິຈ ແລະການບໍຣິການ, ຜູ້ເຮັດວຽກນອກລະບົບ ແລະໃນຄົວເຮືອນ ທີ່ບໍ່ມີວຸດທິທາງວິຊາຊີບ, ບໍ່ມີສີມື, ​ບໍ່ມີຄວາມຊໍານານງານ ແລະບໍ່ມີໃບຢັ້ງຢືນຜ່ານງານ ເຮັດວຽກບໍ່ເກີນ 26 ມື້ຕໍ່ເດືອນ, 6 ມື້ຕໍ່ອາທິດ ແລະ 8 ຊົ່ວໂມງຕໍ່ມື້ ໂດຍບໍ່ຮວມເອົາເງິນເຮັດວຽກເພີ່ມໂມງ, ເງິນບໍາເນັດ, ເງິນອຸດໜູນພິການ, ເງິນຊຸກຍູ້ມາເຮັດວຽກ, ເງິນຄ່າອາຫານ, ຄ່າທີ່ພັກ, ຄ່າຮັບສົ່ງ ແລະເງິນນະໂຍບາຍອື່ນໆ ທີ່ເປັນສວັດດິການ ຂອງຫົວໜ່ວຍທຸຣະກິຈ ແລະສໍາລັບຜູ້ອອກແຮງງານ ທີ່ເຮັດວຽກອັນຕຣາຍ ຕໍ່ສຸຂພາບ ຜູ້ໃຊ້ແຮງງານ ຈະຕ້ອງຈ່າຍເພີ່ມບໍ່ໃຫ້ຫລຸດ 15% ຂອງຄ່າແຮງງານຂັ້ນຕໍ່າ ຕາມທີ່ແຈ້ງການສບັບດັ່ງກ່າວກໍານົດ.