2022 ເປີດຮັບ ນັກທ່ອງທ່ຽວ ແກ້ໄຂວິກິດເສຖກິຈ

ສຸພັດຕາ
2021.12.10
2022 ເປີດຮັບ ນັກທ່ອງທ່ຽວ ແກ້ໄຂວິກິດເສຖກິຈ ສາມເນນ ຖືປິນໂຕ ກັບຈາກແຜ່ອາຫານເພນ ຖນົນສັກກະລິນ ໃນນະຄອນຫຼວງພຣະບາງ (TS), ພຶສຈິກາ 2020.
RFA

ທ່ານພັນຄໍາ ວິພາວັນ ນາຍົກຣັຖຕຣີລາວ ໄດ້ອອກຂໍ້ຕົກລົງ ເລຂທີ່ 135/ນຍ​ ລົງວັນທີ​ 9​ ທັນວາ​ 2021​ ແຕ່ງຕັ້ງຄະນະຮັບຜິດຊອບ ກະຕຣຽມແຜນເປີດປະເທດ ເພື່ອຮັບນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ແລະໃຫ້ແຕ່ລະແຂວງ ຕຣຽມຄວາມພ້ອມໄວ້ ໂດຍເງື່ອນໄຂເບື້ອງຕົ້ນ ສໍາລັບນັກທ່ອງທ່ຽວທຸກຄົນທີ່ຈະຕ້ອງມີແມ່ນ ໃບຢັ້ງຢືນການສັກວັກຊິນປ້ອງກັນ ເຊື້ອໂຄວິດ-19 ຄົບໂດສ, ມີຜົນການກວດຫາເຊື້ອໂຄວິດ-19 ຢ່າງໜ້ອຍ 72 ຊົ່ວໂມງ ແລະຕ້ອງຖືກກວດຫາເຊື້ຶອໂຄວິດ-19 ອີກຄັ້ງນຶ່ງເມື່ອມາຮອດລາວ ແລ້ວໃຫ້ລໍຖ້າຜົນກວດ 24 ຊົ່ວໂມງ ຮວມທັງຕ້ອງດາວໂຫຼດແອ໊ບ ຂອງທາງການ ເພື່ອໄວ້ຕິດຕາມທາມລາຍນ໌ການໄປ-ມາ ສະຖານທີ່ຕ່າງໆນໍາດ້ວຍ.

ຣັຖບານລາວ ມີແຜນການ ກໍານົດໃຫ້ເປີດປະເທດ ແມ່ນໄລຍະ ເດືອນມົກກະຣາ ປີ 2022 ໃນຂະນະທີ່ ທາງການຈະທົດລອງ ຮັບນັກທ່ອງທ່ຽວແບບເປັນກຸ່ມກ່ອນ ວ່າຈະຄຸ້ມຄອງໄດ້ສໍ່າໃດ ຍ້ອນຍັງມີການຣະບາດຂອງເຊື້ອໂຄວິດ-19 ໜັກຢູ່, ດັ່ງເຈົ້າໜ້າທີ່ທ່ອງທ່ຽວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວໃນວັນທີ່ 10 ທັນວາ ນີ້ວ່າ:

“ປະມານຕົ້ນເດືອນມັງກອນ ປະມານນັ້ນແຫຼະ ເພິ່ນກະມີແຕ່ເຣື່ອງຕຣຽມຄວາມພ້ອມນີ້ ກະເລັ່ງໆສັກວັກຊິນເນາະ ໃຫ້ມັນຄົບ ຄັນເປີດເພິ່ນກະເປີດໃນຮູບແບບ ຮັບເປັນກຸ່ມເພື່ອຖອດຖອນບົດຮຽນເບິ່ງກ່ອນ ຈະເປັນປະມານໃດ ຄຸ້ມຄອງໄດ້ສໍ່າໃດເນາະ ເພາະວ່າຊ່ວງນີ້ ການຣະບາດມັນຍັງໜັກຢູ່ເນາະ ນັກທ່ອງທ່ຽວທີ່ເດີນທາງເຂົ້າມາຈາກຕ່າງປະເທດນັ້ນເນາະ ຈຸດປະສົງມາທ່ຽວ ເພິ່ນກໍມີນະໂຍບາຍວ່າ ຖ້າສັກວັກຊິນຄົບແລ້ວເຂົ້າມາ ຖືວ່າຈະບໍ່ໄດ້ກັກໂຕ.”

ທ່ານກ່າວຕື່ມວ່າ ຢ່າງໃດກໍຕາມ ຕ້ອງລໍຖ້າແຈ້ງການອີກເທື່ອນຶ່ງກ່ອນ ວ່າທາງການລາວ ຈະເປີດດ່ານສາກົລຫຼືບໍ່ ເບື້ອງຕົ້ນນີ້ ນັກທ່ອງທ່ຽວຕ່າງປະເທດ ທີ່ຈະເຂົ້າມາລາວ ແມ່ນຈະຜ່ານເສັ້ນທາງດຽວ ຄື ຜ່ານທາງສນາມບິນເທົ່ານັ້ນ.

ກ່ຽວກັບເຣື່ອງດັ່ງກ່າວນີ້ ຫຼາຍແຂວງ ກໍເຣີ່ມກະຕຣຽມຄວາມພ້ອມກັນແລ້ວ ໂດຍມີການຫາຣື ແລະປະຊຸມກັນ ຮວມທັງເລັ່ງສັກວັກຊິນປ້ອງກັນ ເຊື້ອໂຄວິດ-19 ໃຫ້ແກ່ປະຊາຊົນ ໃຫ້ໄດ້ຕາມເປົ້າໝາຍ ຂອງຣັຖບານ ເຊັ່ນ: ແຂວງວຽງຈັນ ເຊິ່ງເປັນແຂວງນຶ່ງ ທີ່ນັກທ່ອງທ່ຽວຕ່າງປະເທດນິຍົມ ແລະໃຫ້ຄວາມສົນໃຈຫຼາຍ ທາງການແຂວງ ກໍໄດ້ມີການຕຣຽມຄວາມພ້ອມ ໂດຍໄດ້ມີການປະຊຸມກັບໜ່ວຍງານທີ່ກ່ຽວຂ້ອງ ແລະຜູ້ປະກອບການພາກທຸຣະກິຈຕ່າງໆ ເວົ້າເຖິງການປະຕິບັດຕາມ ມາຕການປ້ອງກັນແລະຄວບຄຸມເຊື້ອໂຄວິດ-19 ຂອງທາງຂັ້ນເທິງໄດ້ແຈ້ງໄວ້, ດັ່ງເຈົ້າໜ້າທີ່ທ່ອງທ່ຽວ ແຂວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວວ່າ:

“ດຽວນີ້ກໍາລັງຕຣຽມຄວາມພ້ອມຫັ້ນແຫຼະ ເພາະດຽວນີ້ທາງກະຊວງ ເພິ່ນກໍມີທິດຊີ້ນໍາ ກະໄດ້ເຊີນທາງຜູ້ປະກອບການເນາະ ເຈົ້າຂອງທຸຣະກິຈຕ່າງໆຫັ້ນແຫຼະ ເຮືອນພັກ ໂຮງແຮມ ສະຖານທີ່ທ່ອງທ່ຽວ ແຕ່ລະພາກສ່ວນນີ້ຕ້ອງໄດ້ ມີເຄື່ອງວັດແທກອຸນຫະພູມ ເຈວລ້າງມື ແລະກະຈັດສະຖານທີ່ໃຫ້ມັນເໝາະສົມຫັ້ນແຫຼະ ຕ້ອງໄດ້ມີບັດສັກວັກຊິນ ແລະຕ້ອງໄດ້ມີໃບຢັ້ງຢືນຄັກແນ່ຫັ້ນແຫຼະເນາະ.”

ສໍາລັບແຂວງຫຼວງພຣະບາງ ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ທໍາຄວາມສະອາດ ອານາມັຍ ສະຖານທີ່ທ່ອງທ່ຽວທີ່ສໍາຄັນຕ່າງໆໄວ້ແລ້ວ ໃນໄລຍະທ້າຍເດືອນພຶສຈິກາທີ່ຜ່ານມາ.

ເຈົ້າໜ້າທີ່ທ່ອງທ່ຽວ ແຂວງຫຼວງພຣະບາງ ກໍໄດ້ມີການປະຊຸມຫາຣື ກັບພາກສ່ວນກ່ຽວຂ້ອງ ເພື່ອຕຣຽມແຜນຮອງຮັບ ແລະປັດຈຸບັນ ກໍເລັ່ງສັກວັກຊິນປ້ອງກັນເຊື້ອໂຄວິດ-19 ໃຫ້ແກ່ປະຊາຊົນ ເພື່ອໃຫ້ໄດ້ຕາມເປົ້າໝາຍຂອງຣັຖບານເຊັ່ນກັນ, ດັ່ງເຈົ້າໜ້າທີ່ທ່ອງທ່ຽວ ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວວ່າ:

“ຫາຣື ຣະດັບພາກທຸຣະກິຈ ພາກຣັຖປະຊຸມກັນ ທ້ອງຖິ່ນກັນວ່າເອີ່ ຕ້ອງວາງແຜນຮອງຮັບແນວໃດກ່ອນ ຖ້ານັກທ່ອງທ່ຽວມາ ເຂົ້າ-ອອກປະເທດແນວໃດ ກໍຕ້ອງປະຕິບັດຕາມປະເທດນັ້ນ ດຽວນີ້ເລັ່ງເຣື່ອງສັກວັກຊິນ ໃຫ້ມັນຄົບໄດ້ຕາມເປົ້າໝາຍ.”

ໃນຂະນະດຽວກັນ ຜູ້ປະກອບການ ກ່ຽວກັບທຸຣະກິຈທ່ອງທ່ຽວຫຼາຍຄົນ ທີ່ໄດ້ເຫັນໄດ້ຍິນຂ່າວ ທີ່ທາງການລາວຈະເປີດປະເທດ ໃຫ້ນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວ ໄດ້ແລ້ວນັ້ນ ກໍຮູ້ສຶກດີໃຈ ເພາະວ່າທີ່ຜ່ານມາໄດ້ຮັບຜົລກະທົບໜັກ ຈາກການແຜ່ຣະບາດຂອງເຊື້ອໂຄວິດ-19 ບໍ່ມີນັກທ່ອງທ່ຽວ ເຮັດໃຫ້ລາຍໄດ້ຫຼຸດລົງຫຼາຍ ແລະຫຼາຍຄົນກໍຄົງຈະຕຣຽມຄວາມພ້ອມຫຼາຍຢ່າງໄວ້ເຊັ່ນກັນ ທັງອານາມັຍສະຖານທີ່ ແລະຫ້ອງພັກ ພ້ອມທັງວາງມາຕການປ້ອງກັນເຊື້ອໂຄວິດ-19 ຕ່າງໆນໍາດ້ວຍ, ດັ່ງເຈົ້າຂອງໂຮງແຮມແຫ່ງນຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ ກ່າວວ່າ:

“ດີໃຈເນາະ ເພາະວ່າ ກະຈະໄດ້ເຮັດໃຫ້ເຮົາມີລາຍຮັບເພີ່ມຂຶ້ນເນາະ ເງື່ອນໄຂໂຮງແຮມເຮົາແມ່ນ ຜູ້ໄດ້ທີ່ຮັບວັກຊິນແລ້ວ ຄົບແລ້ວ 2 ໂດສ ຫຼື 3 ໂດສ ຖ້າລູກຄ້າ ມີໃບກວດໂຄວິດມາ ກໍແຮງເປັນການດີເນາະ.”

ເຈົ້າຂອງເຮືອນພັກ ໃນແຂວງຫຼວງພຣະບາງທ່ານນຶ່ງ ກໍກ່າວວ່າ ຖ້າຫາກຣັຖບານ ເພິ່ນຮັບປະກັນເຖິງຄວາມປອດພັຍໄດ້ ກໍຮູ້ສຶກດີໃຈເຊັ່ນກັນ ຊຶ່ງເບື້ອງຕົ້ນນີ້ ກໍຈະອານາມັຍ ແລະປັບປຸງເຮືອນພັກຕື່ມ:

“ຄັນຣັຖບານຮັບປະກັນ ເຮົາກະດີໃຈຫັ້ນແຫຼະ ແຕ່ວ່າເບິ່ງໄປກ່ອນ ຈະມີແຂກຫຼາຍຫຼືບໍ່ ແນ່ນອນແລ້ວ ມັນຕ້ອງມີການປັບປຸງຕື່ມ ຕ້ອງອານາມັຍ ແປງຕື່ມຫັ້ນນ່າ.”

ອີງຕາມການຣາຍງານ ຂອງກະຊວງຖແລງຂ່າວ ວັທນະທໍາແລະທ່ອງທ່ຽວ ໃນວັນທີ່ 21 ຕຸລາ 2021 ຣາຍງານວ່າ ຈາກຜົລກະທົບຂອງການແຜ່ຣະບາດຂອງເຊື້ອໂຄວິດ-19 ຣະບາດໃນລາວ ໃນປີ 2020 ຈໍານວນນັກທ່ອງທ່ຽວ ຫຼຸດລົງຢ່າງຫຼວງຫຼາຍ ເຖິງ 75% ແລະສົ່ງຜົລກະທົບ ເຮັດໃຫ້ມີການສູນເສັຍລາຍຮັບ ຈາກການທ່ອງທ່ຽວທັງໝົດ ເຖິງ 80% ແລະຍັງໄດ້ສົ່ງຜົລກະທົບຕໍ່ເສຖກິຈ ກໍຄືການດໍາລົງຊີວິດ ການເປັນຢູ່ຂອງປະຊາຊົນພາຍໃນປະເທດຢ່າງຫຼວງຫຼາຍ.

ໃນວັນທີ່ 29 ພຶສຈິກາ 2021 ນີ້ ຄະນະສະເພາະກິຈປ້ອງກັນເຊື້ອໂຄວິດ-19 ຂັ້ນສູນກາງ ກໍໄດ້ເຮັດຂໍ້ຕົກລົງ ໃນການຮັບຮອງເອົາແຜນປະຕິບັດໂຕຈິງ ສໍາລັບການເປີດເຂດທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວທີ່ປອດພັຍຈາກເຊື້ອໂຄວິດ-19 ເຊິ່ງມີເງື່ອນໄຂຫຼາຍຢ່າງຄື:

ນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ ທີ່ສາມາດເຂົ້າມາໃນເຂດທ່ອງທ່ຽວສີຂຽວນີ້ ຕ້ອງໄດ້ຮັບການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ຄົບໂດສ ຢ່າງໜ້ອຍ 14 ມື້ ແລະຕ້ອງສມັກບັດຜ່ານເຂດທ່ອງທ່ຽວສີຂຽວ ຂຽນຂໍ້ມູນຕ່າງໆ ໃສ່ໃນແບບຟອມອອນລາຍ ຈາກເວັບໄຊ໋ຂອງທາງການ e-Visa ແລະຕ້ອງໄດ້ລົງທະບຽນ 7-30 ມື້ ກ່ອນເດີນທາງ.

ສໍາລັບນັກທ່ຽວຕ່າງປະເທດ ທີ່ເຂົ້າມາລາວນັ້ນ ແມ່ນຕ້ອງກວດຫາເຊື້ອ ໂຄວິດ-19 ດ້ວຍເຄື່ອງ RT-PCR ຢ່າງນ້ອຍ 72 ຊົ່ວໂມງ ແລະເມື່ອມາຮອດລາວແລ້ວ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍຈະເກັບໂຕຢ່າງເ ພື່ອ ນໍາໄປກວດເຊື້ອຫາເຊື້ອ ໂຄວິດ-19 ອີກຄັ້ງນຶ່ງ ແລະຕ້ອງເສັຍຄ່າກວດ ຈໍານວນ 65 ໂດລາຣ໌ສະຫະຣັຖ ຈາກນັ້ນຕ້ອງແຍກປ່ຽວດ້ວຍຕົນເອງ ໃນໂຮງແຮມທີ່ທາງການກໍານົດໄວ້ ເພື່ອລໍຖ້າຜົນກວດພາຍໃນ 24 ຊົ່ວໂມງ ຖ້າຫາກຜົນກວດອອກມາເປັນລົບ ກໍສາມາດເດີນທາງໄປເຂດທ່ອງທ່ຽວສີຂຽວໄດ້.

ນອກຈາກນີ້ ບັນດານັກທ່ຽວທຸກຄົນ ແມ່ນຕ້ອງໄດ້ດາວໂຫຼດແອ໊ບຕິດຕາມຂໍ້ມູນ ທີ່ຕິດຕໍ່ນໍາໃຊ້ສະດວກ ກັບຣະຫັດ QR ໃນເວລາແຈ້ງເຂົ້າສະຖານທີ່ ທີ່ໄດ້ຮັບການອະນຸມັດແລ້ວ ຮວມທັງຕ້ອງສະແດງຫຼັກຖານ ການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ກ່ອນທີ່ຈະເຂົ້າໄປເຂດທ່ອງທ່ຽວສີຂຽວນີ້ນໍາດ້ວຍ ເພື່ອຄວາມປອດພັຍໃນເຂດທ້ອງຖິ່ນ.

ສໍາລັບສະຖານະການ ການຕິດເຊື້ອໂຄວິດ-19 ໃນລາວ ຂອງວັນທີ່ 10 ທັນວາ 2021 ນີ້ ທາງການລາວກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ເພີ່ມອີກຈໍານວນ 1,645 ຄົນ ໃນນີ້ ສ່ວນໃຫຍ່ແມ່ນຕິດເຊື້ອໃນຊຸມຊົນ ເສັຍຊີວິດສໍາລັບມື້ນີ້ ມີ 7 ຄົນ.

ມາຮອດປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອ ໂຄວິດ-19 ສະສົມທັງໝົດ ຈໍານວນ 86,148 ຄົນ ແລະເສັຍຊີວິດສະສົມ 231 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.