ຈະສເນີໃຫ້ ຣັຖບານ ປັບຂຶ້ນ ຄ່າແຮງງານ ຂັ້ນຕໍ່າ
2022.01.31

ສູນກາງສະຫະພັນກັມມະບານລາວ ຈະປຶກສາຫາລື ກັບກະຊວງແຮງງານ ແລະ ສວັດດິການສັງຄົມ ແລະສະພາການຄ້າ ແລະອຸດສາຫະກັມ ແຫ່ງຊາດລາວ ໃນເດືອນມິນາ 2022 ນີ້ ເພື່ອສເນີໃຫ້ຣັຖບານ ປັບຂຶ້ນຄ່າແຮງງານຂັ້ນຕໍ່າຈາກ 1,100,000 ກີບເປັນ 1,500,000 ກີບ ຍ້ອນວ່າບັນຫານີ້ ຍັງບໍ່ທັນຕົກລົງເປັນເອກພາບກັນໄດ້ເທື່ອ ວ່າຈະເພີ່ມຂຶ້ນເປັນເທົ່າໃດກັນແທ້.
ເຈົ້າໜ້າທີ່ກັມມະບານ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 31 ມົກກະຣານີ້ວ່າ:
“ກະບໍ່ທັນຕົກລົງກັນເທື່ອ ກ່ຽວກັບແຮງງານຂັ້ນຕໍ່ານີ້ແຫລະ ຈະເອົາໂຕໃດແທ້ຫັ້ນນ່າ ກະມີການປຶກສາກັນຊື່ໆ 1 ລ້ານ 1 ແສນ ຂຶ້ນມາເປັນ 1 ລ້ານ 5 ແສນ ເບາະຫຍັງຈັ້່ງຊີ້ນ່າ ກະບໍ່ທັນໄດ້ແນ່ນອນເນາະ ເພາະວ່າປັດຈຸບັນນີ້ ຄ່າຄອງຊີບມັນຂຍັບຂຶ້ນ ລາຍຈ່າຍມັນຫລາຍ.”
ສາເຫດທີ່ເຮັດໃຫ້ ກັມມະບານ ຂໍປັບຂຶ້ນເງິນເດືອນຂັ້ນຕໍ່າ ຄືທີ່ວ່ານັ້ນ ກໍຍ້ອນວ່າ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງໄປສໍາຣວດ ເຣື່ອງການດໍາຣົງຊີວິດປະຈໍາວັນ ຂອງກັມມະກອນ ແລະຊາວຜູ້ອອກແຮງງານ 3,600 ປາຍຄົນໃນທົ່ວປະເທດ ພົບວ່າເງິນເດືອນຂັ້ນຕໍ່າ 1,100,000 ກີບ ບໍ່ພຽງພໍກັບການດໍາລົງຊີວິດ ຍ້ອນປັດຈຸ ບັນ ຄ່າຄອງຊີບສູງຂຶ້ນຢ່າງຕໍ່ເນື່ອງ, ລາຄາສິນຄ້າຕາມທ້ອງຕລາດ ແພງຂຶ້ນ ເຮັດໃຫ້ມີຜົລກະທົບພວກເຂົາເຈົ້າ ທີ່ມີເງິນເດືອນຕໍ່າ, ບໍ່ພຽງພໍ.
ເຈົ້າໜ້າທີ່ກັມມະບານ ຢູ່ແຂວງສວັນນະເຂດທ່ານນຶ່ງຜູ້ ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນມື້ດຽວກັນນີ້ວ່າ ຈາກການສໍາຣວດ ພາຍໃນແຂວງສວັນນະເຂດນີ້ ພົບວ່າ ຜູ້ທີ່ມີເງິນເດືອນຕໍ່າ 1,100,000 ກີບຕໍ່ເດືອນນັ້ນ ແມ່ນບໍ່ພຽງພໍ ສໍາລັບການດໍາລົງຊີວິດປະຈໍາວັນ, ຍ້ອນຄ່າຄອງຊີບສູງຂຶ້ນຫລາຍ ໃນປັດຈຸບັນນີ້. ສ່ວນເຣື່ອງທາງສູນກາງ ສະຫະພັນກັມມະບານລາວ ສເນີໃຫ້ຣັຖບານ ປັບຄ່າແຮງງານຂຶ້ນເປັນ 1,500,000 ກີບນັ້ນ ທາງຂັ້ນເທິງກໍຍັງ ບໍ່ທັນໄດ້ຕົກລົງກັນເທື່ອວ່າ ຈະປັບໄດ້ຕາມກັມມະບານຕ້ອງການນັ້ນ ຫລືບໍ່, ຕ້ອງໄດ້ລໍຖ້າແຈ້ງການຂອງຣັຖບານອອກມາກ່ອນ. ແຕ່ສ່ວນຕົວແລ້ວເຫັນວ່າ ການປັບຄ່າແຮງງານຂຶ້ນເປັນ 1,500,000 ກີບນັ້ນ ກໍຍັງຈະບໍ່ພຽງພໍຢູ່ດີ, ແຕ່ກໍພໍຈຸນເຈືອຄອບຄົວ ໄດ້ເພີ່ມຂຶ້ນແດ່ເທົ່ານັ້ນ.
ດັ່ງທີ່ທ່ານກ່າວວ່າ:
“ປັດຈຸບັນນີ້ແມ່ນ 1 ລ້ານ 1 ແສນແລ້ວມັນກັມມະກອນເຮົານີ້ ຖືວ່າບໍ່ພຽງພໍ ອີງໃສ່ຄ່າຄອງຊີບແຫລະເປັນຫລັກ ມັນຈໍາເປັນຕ້ອງໄດ້ປັບ ລ້ານ 5 ນີ້ ນີ້ເຂົາພໍກິນບໍ່ ກະບໍ່ພໍ ກະພໍຈຸນເຈືອໄດ້ໜ້ອຍນຶ່ງ ໃຫ້ມັນພຽງພໍໄດ້ ມັນກໍບໍ່ພໍ ເພິ່ນຈະມີກອງປະຊຸມ 3 ຝ່າຍ ສິເປັນເອກພາບ ຫລັງຈາກນັ້ນ ຈະມີແຈ້ງການຂອງຣັຖບານໃຫ້ນໍາໃຊ້.”
ກ່ຽວກັບເຣື່ອງທີ່ວ່ານີ້ ຄົນງານລາວ ທີ່ເຮັດວຽກຢູ່ປະເທດລາວ ໄດ້ເງິນເດືອນ 1,100,000 ກີບຕໍ່ເດືອນ. ເງິນທີ່ໄດ້ມານັ້ນ ກໍພຽງແຕ່ອົດອອມເອົາໄວ້ ໃຊ້ຈ່າຍໃນແຕ່ລະເດືອນໄປເທົ່ານັ້ນ, ບາງເດືອນກໍບໍ່ພໍ, ຍ້ອນວ່າໃນປັດຈຸບັນນີ້ ລາຄາສິນຄ້າທຸກຢ່າງ ແມ່ນແພງຂຶ້ນຫລາຍນັບມື້, ຢາກໃຫ້ທາງການເພິ່ນປັບຄ່າແຮງງານຂັ້ນຕໍ່າຂຶ້ນເປັນ 2 ລ້ານກີບ, ແຕ່ກໍຄົງຈະເປັນໄປໄດ້ຍາກ. ການທີ່ທາງສູນກາງ ສະຫະພັນກັມມະບານລາວ ສເນີຂໍໃຫ້ປັບຂຶ້ນນັ້ນ ຕົນກໍຮູ້ສຶກດີໃຈຫລາຍ.
ດັ່ງກັມມະກອນລາວຜູ້ນຶ່ງເວົ້າວ່າ:
“1 ລ້ານແສນກີບ ມັນຈະໄປພໍອີ່ຫຍັງ ເຮືອນກໍເຊົ່າເຂົ້າກໍຊື້ ເບິ່ງແຕ່ຊີ້ນໝູ ກໍຍັງວ່າຢາກແພງ. ບາດນີ້ລູກຫລານເຂົ້າໂຮງຮຽນ ອີກ ຈ່າຍຄ່ານໍ້າຄ່າໄຟອີກ ແຕ່ວ່າພາກຣັຖເພິ່ນຂຶ້ນໃຫ້ກະດີ ດີກວ່າບໍ່ຂຶ້ນໃຫ້ຈັກໜ້ອຍເລີຍ ໃຈແທ້ກະດາຍ ຂັ້ນຕົ້ນນີ້ ນັບເປັນ 2 ລ້ານພຸ້ນແຫລະ.”
ຄົນງານລາວອີກຜູ້ນຶ່ງ ກໍເວົ້າໃນທໍານອງດຽວກັນນີ້ວ່າ ສໍາລັບຜູ້ທີ່ມີເງິນເດືອນ 1,100,000 ກີບ ແນ່ນອນ ແມ່ນບໍ່ມີເງິນໃຊ້ຈ່າຍ ພຽງພໍໃນແຕ່ລະເດືອນ ຍ້ອນຄ່າຄອງຊີບສູງຂຶ້ນ. ບາງຄົນກໍຕ້ອງອົດມື້ກິນມື້ກັນໄປ ໂດຍສະເພາະຜູ້ທີ່ເຊົ່າຫ້ອງຢູ່ ແລະຊື້ກິນທຸກຢ່າງ ແມ່ນຕ້ອງໄດ້ໃຊ້ຈ່າຍຢ່າງລະມັດລະວັງ. ແຕ່ພໍໄດ້ຍິນຂ່າວ ທາງການຈະປັບເງິນ ຄ່າແຮງງານຂັ້ນຕໍ່າໃຫ້ເປັນ 1,500,000 ກີບ ຕົນກໍຮູ້ສຶກດີໃຈ, ແຕ່ກໍຄົງຈະຍັງບໍ່ກຸ້ມຢູ່ກຸ້ມກິນຄືເກົ່າ, ແຕ່ກໍດີກວ່າບໍ່ຂຶ້ນໃຫ້.
“ຂັ້ນຕໍ່ານັ້ນ ກໍຍັງບໍ່ພໍແລ້ວທຸກມື້ນີ້ນະ ຄັນເຮົາບໍ່ໄດ້ຢູ່ເຮືອນເຊົ່າ ຫ້ອງເຊົ່າ ມັນກະພໍຢູ່ໄດ້ຢູ່ ຄັນພວກທີ່ມີຫ້ອງເຊົ່າ ເຂົ້າຊື້ນີ້ ເຂົາເຈົ້າກໍໄດ້ອົດໆຢາກໆໄປຫັ້ນແຫລະ ຈ່າຍແຕ່ລະເດືອນສູງຫລາຍຢູ່ລາວນີ້ ຄັນເວົ້ານ່າ ລ້ານ 5 ກໍຍັງບໍ່ພໍແລ້ວນ່າ ກະດີໃຈຢູ່ ດີກວ່າບໍ່ຂຶ້ນສະໄປ.”
ປັດຈຸບັນ ຜູ້ທີ່ໄດ້ເງິນເດືອນ 1,100,000 ກີບ ສ່ວນໃຫຍ່ຈະເປັນແມ່ບ້ານ ຫລືຜູ້ທີ່ເຮັດວຽກເບົາ. ແຕ່ຫາກເປັນກັມມະກອນກໍ່ສ້າງ ຈະໄດ້ລະຫວ່າງ 1,700,000 -1,800,000 ກີບ ຍ້ອນເປັນວຽກງານໜັກ, ຈະໃຫ້ໄດ້ຄ່າຈ້າງ ເທົ່າກັບເງິນເດືອນຂັ້ນຕໍ່າ ຂອງຣັຖກອນ ກໍເປັນໄປໄດ້ຍາກ.
ດັ່ງຫົວໜ້າກັມມະກອນກໍ່ ສ້າງຜູ້ນຶ່ງ ເວົເາຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 31 ມົກກະຣານີ້ວ່າ:
“ກັມມະກອນປັດຈຸບັນນີ້ ແຖວບ້ານນອກນີ້ກະສເລັ່ຽກະບໍ່ໃຫ້ຫລຸດ ລ້ານ 7-8 ແສນເຖິງ 2 ລ້ານ ຄັນເອົາຂອງຣັຖມາທຽບເນາະ ເຮົາເອົາໂຕນັ້ນມາອ້າງອີງ ອອກແຮງງານໜັກຄືໄທເຮົານີ້ ອ້າຍນ້ອງບໍ່ມີໃຜສິຢາກຈະເຮັດວຽກນໍາເຮົາ ເອົາມາທຽບໃສ່ແມ່… ນບໍ່ກຸ້ມກັນແທ້ໆ.”
ອີງຕາມຄໍາເວົ້າ ຂອງທ່ານ ພອນສານ ວິໄລມັ້ງ ຮອງປະທານຄະນະ ບໍຣິຫານງານສູນກາງ ສະຫະພັນກັມມະບານລາວ, ກອງປະຊຸມຄະນະກັມມະການ 3 ຝ່າຍ ກ່ຽວກັບການປັບຄ່າແຮງງານ ຂັ້ນຕໍ່າຈາກ 1,100,000 ກີບຂຶ້ນເປັນ 1,500,000 ກີບ ຄາດວ່າຈະມີຂຶ້ນພາຍໃນ ເດືອນມິນາ ປີນີ້ ເພື່ອໃຫ້ໄດ້ຂໍ້ຕົກລົງສຸດທ້າຍວ່າ ຈະປັບຂຶ້ນຄ່າແຮງງານຂັ້ນຕໍ່າອີກເທົ່າໃດ ຫລືຈະເອົາຕາມທີ່ທາງສູນກາງ ສະຫະພັນກັມມະບານລາວສເນີນັ້ນ ຫລືບໍ່ ເນື່ອງຈາກຫົວໜ່ວຍທຸຣະກິຈໃນທົ່ວປະເທດ ຍັງພົບຄວາມຫຍູ້ງຍາກຫລາຍສົມຄວນ ຍ້ອນການຣະບາດຂອງໂຄວິດ-19 ຊຶ່ງອາຈເຮັດໃຫ້ບາງຫົວໜ່ວຍທຸຣະກິຈ ມີບັນຫາ ໃນເຣື່ອງຂຶ້ນຄ່າແຮງງານຂັ້ນຕໍ່ານັ້ນ.
ແຕ່ເຖິງຢ່າງໃດກໍຕາມ ທ່ານ ພອນສານ ກໍຢືນຢັນວ່າ ການປັບຄ່າແຮງງານຂັ້ນຕໍ່າ ຈະຕ້ອງໄດ້ປັບຂຶ້ນແນ່ນອນ, ແຕ່ຈະປັບຂຶ້ນໜ້ອຍ ຫລືຫລາຍເທົ່າໃດນັ້ນ ຕ້ອງລໍຖ້າການຕົກລົງໃນກອງປະຊຸມ 3 ຝ່າຍກ່ອນ ແລະຫລັງຈາກຕົກ ລົງກັນແລ້ວ ກໍຈະໄດ້ສເນີຂໍອະນຸມັດຈາກຣັຖບານ ເພື່ອຈັດຕັ້ງປະຕິບັດໃນພາກຕົວຈິງ. ໃນໄລຍະຜ່ານມາ ສປປລາວ ໄດ້ປັບຂຶ້ນຄ່າແຮງງານຂັ້ນຕໍ່າມາແລ້ວ 8 ຄັ້ງ. ຄັ້ງຫລ້າສຸດ ແມ່ນປັບຂຶ້ນຈາກ 900,000 ກີບ ເປັນ 1,100,000 ກີບ ຊຶ່ງໄດ້ເຣີ່ມປະຕິບັດຕັ້ງແຕ່ວັນທີ 1 ພຶສພາ 2018 ຈົນມາຮອດປັດຈຸບັນ.