ຫຼາຍຄົນ ຢາກໃຫ້ ມີການ ປັບຂຶ້ນ ຄ່າແຮງຂັ້ນຕ່ຳ

ສຸພັດຕາ
2021.11.30
ຫຼາຍຄົນ ຢາກໃຫ້ ມີການ ປັບຂຶ້ນ ຄ່າແຮງຂັ້ນຕ່ຳ ດ່ານຊາຍແດນ ລາວ-ໄທຍ, ວັນທີ 25 ກຸມພາ 2016
RFA

ນັບແຕ່ຕົ້ນປີ 2021 ເປັນຕົ້ນມາ ກົມການຄ້າພາຍໃນ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ອອກແຈ້ງການ ເພື່ອປັບຂຶ້ນລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ເປັນຈໍານວນ 18 ຄັ້ງ ໂດຍສະເພາະ ນໍ້າມັນແອັດຊັງທັມມະດາ ທີ່ຖືກປັບລາຄາ ເພີ່ມຂຶ້ນເຖິງ 47% ເມື່ອທຽບໃສ່ກັບລາຄານໍ້າມັນດັ່ງກ່າວນີ້ໃນໄລຍະຕົ້ນປີ ຄ່ານໍ້າມັນກວມເອົາເກືອບ 25% ຂອງຄ່າແຮງງານຂັ້ນຕໍ່າ ພາຍໃນປະເທດລາວ ປະມານ 1 ລ້ານກີບຕໍ່ເດືອນ ຊຶ່ງຜູ້ທີ່ມີເງິນເດືອນຂັ້ນຕໍ່າ 1 ລ້ານກີບ ກໍຕ້ອງໄດ້ເສັຽເງິນຄ່ານໍ້າມັນ ເພື່ອໃສ່ຣົດທຽວໄປການ ໄປແລ້ວ ປະມານ 250,000 ກີບຕໍ່ເດືອນ.

ຍ້ອນເຫດຜົນດັ່ງກ່າວນີ້ ຊາວລາວຫຼາຍຄົນ ຈຶ່ງຕ້ອງການໃຫ້ພາກສ່ວນທີ່ກ່ຽວຂ້ອງ ພິຈາຣະນາ ປັບປຸງຄ່າແຮງງານຂັ້ນຕໍ່າ ໃຫ້ສອດຄ່ອງກັບສະພາບການຂອງເສຖກິຈໃນປັດຈຸບັນ, ດັ່ງຄົນງານລາວ ຜູ້ນຶ່ງ ຢູ່ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 30 ພຶສຈິການີ້ວ່າ:

“ແມ່ນມັນແພງຫຼາຍ ການເດີນທາງມັນກໍໄດ້ໄປວຽກ ໄປວາຕລອດ ເຮົາກໍໄດ້ເຕີມນໍ້າມັນຕລອດ ໄດ້ເຕີມແລ້ວ ກໍໄດ້ເສັຽເງິນເຮົາຫັ້ນແຫຼະ ເພາະວ່າເງິນເດືອນກໍຄືເກົ່າ ເສຖກິຈອິຫຍັງກໍຂຶ້ນເບິດ ເສຖກິຈເຮົາຊ້ວງນີ້ກໍຍາກໆ ຜັດເຄື່ອງຜັດຫຍັງກະຜັດຂຶ້ນໆໆທຸກຢ່າງຫັ້ນນ່າ ເຟີ້ໂພດຫັ້ນນ່າດຽວນີ້ນ່າ ແມ່ນຫຍັງກໍຂຶ້ນເບິດ ທຸກສິ່ງທຸກຢ່າງ.”

ສໍາລັບສາເຫດສໍາຄັນ ທີ່ເຮັດໃຫ້ສິນຄ້າ ແລະເຄື່ອງຂອງພາຍໃນປະເທດລາວ ມີລາຄາສູງນັ້ນ ເປັນຍ້ອນສິນຄ້າເກືອບທຸກປະເພດ ຈໍາເປັນຕ້ອງນໍາເຂົ້າມາຈາກຕ່າງປະເທດ ໂດຍສະເພາະປະເທດໄທຍ ເຊິ່ງໃນຂະນະນີ້ ຄ່າເງິນບາດຂອງໄທຍຂ້ອນຂ້າງແຂງຄ່າ, ດັ່ງຜູ້ປະກອບການ ທ່ານນຶ່ງ ທີ່ນໍາເຂົ້າສິນຄ້າ ຈາກປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເຄື່ອງໃຊ້ປະຈໍາວັນນີ້ ກໍຂຶ້ນລາຄາຂ້ອນຂ້າງສູງຢູ່ ຄືສິນຄ້າ ເຮົາໄລ່ເປັນເງິນບາດຢູ່ແລ້ວເນາະ ຄືເອົາມາຫັ້ນເນາະ ແລ້ວເຂົາເຈົ້າກໍຈະບວກຕາມເຣດເງິນບາດ ເພາະຊ້ວງນີ້ເງິນບາດ ກໍຈະຂ້ອນຂ້າງແຂງໃນລາວ ຄືສິນຄ້າທຸກຢ່າງ ເພິ່ນເອົາເຂົ້າມາຈາກໄທຍຫັ້ນເນາະ ເພິ່ນກໍຈະມາໄລ່ເປັນອັດຕຣາເງິນບາດ ມາຕັ້ງເປັນເງິນກີບ ຈັ່ງຊີ້ມັນກໍສູງ.”

ໃນໄລຍະການແຜ່ຣະບາດຂອງໂຄວິດ-19 ທີ່ເຮັດໃຫ້ຫົວໜ່ວຍທຸຣະກິຈຕ່າງໆ ຈໍາເປັນຕ້ອງຢຸດການດໍາເນີນກິຈການຊົ່ວຄາວ ເຮັດໃຫ້ປະຊາຊົນຈໍານວນຫຼາຍບໍ່ມີວຽກເຮັດງານທໍາ ແລະຂາດເຂີນລາຍໄດ້ສໍາລັບໃຊ້ຈ່າຍໃນຊີວິດປະຈໍາວັນ ແລະຄັນຖ້າເປັນໄປໄດ້ ກໍຢາກພາກສ່ວນທີ່ກ່ຽວຂ້ອງ ເລັ່ງອອກນະໂຍບາຍ ໃຫ້ການຊ່ອຍເຫຼືອປະຊາຊົນຢ່າງຈິງຈັງ, ດັ່ງຊາວບ້ານ ຢູ່ເມືອງແປກ ແຂວງຊຽງຂວາງ ນາງນຶ່ງ ກ່າວວ່າ:

“ແມ່ນແລ້ວ ເພາະວ່າເຄື່ອງຂອງມັນກໍແພງເນາະ ອັນແພງມັນກໍແພງເນາະ ແຕ່ວ່າ ການໄປ-ການມາ ຊອກເງິນຊອກຄໍາຫັ້ນກໍ ບໍ່ອໍານວຍຄວາມສະດວກເນາະ ເພາະວ່າມີພຍາດຣະບາດ ແລ້ວກໍການໄປ-ການມາກໍຍາກ ແຕ່ວ່າຄ່າຄອງຊີບ ມັນເພີ່ມຂຶ້ນຫັ້ນນ່າ.”

ກ່ຽວກັບເຣື່ອງນີ້ ທ່ານຄໍາແພງ ໄຊສົມແພງ ຣັຖມົນຕຣີກະຊວງອຸດສາຫະກັມ ແລະການຄ້າ ກ່າວໃນກອງປະຊຸມປຶກສາຫາລື ກ່ຽວກັບການປັບຂຶ້ນລາຄານໍ້າມັນເຊື້ອໄຟ ທີ່ຈັດຂຶ້ນໃນວັນທີ່ 29 ພຶສຈິກາ 2021 ທີ່ຜ່ານມານີ້ວ່າ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການຫຼຸດຜ່ອນບັນຫາປັບຂຶ້ນລາຄານໍ້າມັນ ເພື່ອບໍ່ສົ່ງຜົລກະທົບຕໍ່ສະພາບເສຖກິຈໂດຍຮວມຂອງປະເທດ, ການດໍາລົງຊີວິດປະຈໍາວັນຂອງປະຊາຊົນ, ການຂົນສົ່ງສິນຄ້າ, ອັດຕຣາເງິນເຟີ້, ຄ່າຄອງຊີບແພງ ຮວມເຖິງການເພີ່ມຂຶ້ນຂອງລາຄາສິນຄ້າ ແລະບໍຣິການນໍາດ້ວຍ.

ປັດຈຸບັນ ການຫຼຸດຜ່ອນບັນຫາດັ່ງກ່າວນີ້ ຢູ່ລະຫວ່າງຂັ້ນຕອນການຄົ້ນຄວ້າ, ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກັມແລະການຄ້າ ທ່ານນຶ່ງ ກ່າວວ່າ:

“ມີຜົລກະທົບຫຼາຍດ້ານ ເຫັນໆກໍເວົ້າເຣື່ອງການນໍາເຂົ້າສິນຄ້າ ມັນມີພົບຂໍ້ຫຍຸ້ງຍາກ ຕາມທີ່ເພິ່ນໄດ້ປຶກສາຫາລື ໃນຊ້ວງ 3 ເດືອນແລ້ວມານີ້ເນາະ ດຽວນີ້ທາງເພິ່ນກໍກໍາລັງຄົ້ນຄວ້າກັນຢູ່ ວ່າເພິ່ນຊິມີກົນໄກແນວໃດ ການປັບປຸງກ່ຽວກັບຄ່າຄອງຊີບ ມີການຖີບໂຕທີ່ສູງຂຶ້ນ.”

ໃນຂະນະດຽວກັນ ສູນກາງສະຫະພັນກັມມະບານລາວ, ສະພາການຄ້າແຫ່ງປະເທດລາວ ແລະກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ຮ່ວມກັນປຶກສາຫາລື ກ່ຽວກັບແນວທາງ ໃນການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ພາຍໃນປະເທດລາວ ເພື່ອໃຫ້ສອດຄ່່ອງກັບຄ່າຄອງຊີບໃນປັດຈຸບັນ ເຊິ່ງຈໍາເປັນຕ້ອງໄດ້ເບິ່ງຫຼາຍເງື່ອນໄຂ ທັງຝ່າຍຂອງຜູ້ອອກແຮງງານ ແລະຜູ້ໃຊ້ແຮງງານ ໂດຍຄາດວ່າແຜນດັ່ງກ່າວນີ້ ຈະສໍາເຣັດພາຍໃນປີ 2022, ດັ່ງເຈົ້າໜ້າທີ່ ສະພາການຄ້າແຫ່ງປະເທດລາວ ທ່ານນຶ່ງ ກ່າວວ່າ:

“ຜູ້ອອກແຮງງານນິ່ ກໍຕ້ອງໄດ້ໄປ ພິຈາຣະນາຄົ້ນຄວ້າ ເຣື່ອງກ່ຽວກັບຄ່າຄອງຊີບ ໂຕຢ່າງວ່າ ຄ່າໃຊ້ຈ່າຍເດືອນນຶ່ງ ມັນຕົກກິນເທົ່າໃດ ໃຊ້ຈ່າຍເທົ່າໃດ ແຕ່ບາດນີ້ທາງຝ່າຍຜູ້ໃຊ້ແຮງງານ ກໍຕ້ອງໄດ້ໄປຄົ້ນຄວ້າຄືນວ່າ ຖ້າຂຶ້ນແບບຊີ້ມັນຊິມີຜົລກະທົບແນວໃດ ຕໍ່ການລົງທຶນ ຜົນລາຍຮັບຂອງຂະເຈົ້າ ມັນຊິໄດ້ເທົ່າໃດ ເດືອນປີ ຂອງຂະເຈົ້າຫັັ້ນນ່າ.”

ກ່ອນໜ້ານີ້ ຄືເມື່ອວັນທີ່ 4 ຕຸລາ ທີ່ຜ່ານມາ ທ່ານວິໄລ ວົງຂະເສມ ຮອງປະທານຄະນະບໍຣິຫານງານ ສູນກາງສະພັນກັມມະບານລາວ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດກອງປະຊຸມເພື່ອຫາລື ກ່ຽວກັບການປັບປຸງຄ່າແຮງງານຂັ້ນຕໍ່າ ກໍຄືເງິນເດືອນ ຫຼືຄ່າແຮງງານຂັ້ນຕໍ່າສຸດ ທີ່ຜູ້ໃຊ້ແຮງງານຕ້ອງໄດ້ຈ່າຍໃຫ້ຜູ້ອອກແຮງງານ ທີ່ເຮັດວຽກບໍ່ເກີນ 26 ມື້ຕໍ່ເດືອນ, 6 ມື້ຕໍ່ອາທິດ ແລະ 8 ຊົ່ວໂມງຕໍ່ມື້ ໂດຍບໍ່ຮວມເອົາເງິນອື່ນໆ ເຊັ່ນ: ເງິນເຮັດວຽກລ່ວງເວລາ ຫຼື OT, ເງິນບໍາເນັດ, ເງິນຊຸກຍູ້ມາເຮັດວຽກ, ເງິນຄ່າອາຫານ, ຄ່າທີ່ພັກອາສັຍ, ຄ່າຮັບ-ສົ່ງມາວຽກ ແລະເງິນນະໂຍບາຍອື່ນໆ ທີ່ເປັນສວັດດີການ ຂອງຫົວໜ່ວຍແຮງງານນໍາເຂົ້າ.

ປະເທດລາວ ເຄີຍມີການປັບປຸງຄ່າແຮງງານຂັ້ນຕໍ່າ ເປັນຈໍານວນ 8 ຄັ້ງ ຄື: ຄັ້ງທໍາອິດແມ່ນໃນປີ 1991 ມີການກໍານົດຄ່າແຮງງານຂັ້ນຕໍ່າເປັນ 26,000 ກີບຕໍ່ເດືອນ, ປີ 1997 ປັບຂຶ້ນເປັນ 36,400 ກີບຕໍ່ເດືອນ, ປີ 2000 ປັບຂຶ້ນເປັນ 93,000 ກີບຕໍ່ເດືອນ, ປີ 2005 ປັບຂຶ້ນເປັນ 290,000 ກີບຕໍ່ເດືອນ, ປີ 2009 ປັບຂຶ້ນເປັນ 348,000 ກີບຕໍ່ເດືອນ, ປີ 2011 ປັບຂຶ້ນເປັນ 626,000 ກີບຕໍ່ເດືອນ, ປີ 2015 ປັບຂຶ້ນເປັນ 900,000 ກີບຕໍ່ເດືອນ ແລະຫຼ້າສຸດ ໃນປີ 2018 ປັບຂຶ້ນເປັນ 1,100,000 ກີບຕໍ່ເດືອນ, ອີງຕາມບົດຣາຍງານ ຂອງກະຊວງແຮງງານ ແລະສວັດດີການສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.