ຣົດຂົນສົ່ງລາວຂ້າມຊາຍແດນ ຕ້ອງປະຕິບັດມາຕການ

ໄຊຍາ
2021.10.29
ຣົດຂົນສົ່ງລາວຂ້າມຊາຍແດນ ຕ້ອງປະຕິບັດມາຕການ ຂົນສົ່ງລາວຈຳຍອມປະຕິບັດມາຕການປ້ອງກັນໂຄວິດ-19
ນັກຂ່າວ ພົລເມືອງ

ການປະກາດມາຕຄວບຄຸມເຊື້ອໂຄວິດ-19 ທີ່ດ່ານສາກົລ ບໍ່ເຕັນ-ບໍ່ຫານ ແຂວງຫຼວງນໍ້າທາເມື່ອວັນທີ 10 ຕຸລາ 2021 ຜ່ານມາເຊີ່ງນຳມາຊູ່ການປິດດ່ານ ອັນໄດ້ສ້າງຜົລກະທົບ ຕໍ່ກັບຣົດຂົນສົ່ງສິນຄ້າຂອງລາວຈຳນວນຫຼາຍ ທີ່ກຳລັງຂັບເຂົ້າຊູ່ດ່ານບໍ່ເຕັນແລ້ວ ຂ້າມເຂົ້າໄປຂ່ຽນຖ່າຍສິນຄ້າຢູ່ສາງ ຂອງບໍຣິສັດໄອຊີດີ ແລະ ແອວເອສ ທີ່ດ່ານບໍ່ຫານຂອງຈີນ.

ເຫດການນີ້ເກີດຂື້ນທ່າມກາງຄວາມມືນງົງຂອງໂຊເຟີຣົດຂົນສົ່ງລາວທັງທີ່ວ່າໂຊເຟີລາວ ປະຕິບັດມາຕການປ້ອງກັນຕາມທີ່ຄນະສະເພາະກິຈປະກາດແລ້ວເຊັ່ນການໃສ່ເກີບ, ໃສ່ແມັສ, ໃສ່ຖົງມື ຮັກສາໄລຍະຫ່າງເປັນຕົ້ນ. ໂດຍທາງຝ່າຍຈີນອ້າງວ່າມີໂຊເຟີຣົດຂົນສົ່ງ ລາວຕິດໂຄວິດ-19. ທັງທີ່ວ່າຄວາມຈີງແມ່ນໂຊເຟີຂອງບໍຣິສັດໄອຊີດີແລະແອວເອສທີ່ຕິດ ເຊື້ອບໍ່ແມ່ນກຸ່ມຣົດຂົນສົ່ງຮັບຈ້າງ.

ແນວໃດກໍຕາມ ການອ້າງມາຕການປ້ອງກັນໂຄວິດ-19 ກໍກັບເຂົ້າມາຊູ່ເຫດການເດີມ ທີ່ເຄີຍເກີດຂື້ນເມື່ອປີຜ່ານມາ. ທາງບໍຣິສັດ ໄອຊີດີ ແລະ ແອວເອສ ທີ່ເປັນຜູ້ໃຫ້ການບໍຣິການສາງກໍໄດ້ອອກມາຕການເກັບຄ່າບໍຣິການປ່ຽນໂຊເຟີຣົດ. ໂດຍຣົດຂົນສົ່ງລາວຂັບມາ ດ່ານຊາຍແດນບໍ່ເຕັນແລ້ວໄປຈອດຢູ່ຫຼັກໝາຍຈາກນັ້ນໃຫ້ໂຊເຟີຂອງບໍຣິສັດຂັບໄປຂ່ຽນຖ່າຍສິນຄ້າຢູ່ສາງບໍ່ຫານໂດຍເສັຍຄ່າບໍຣິການ ຂັບໄປສາງ 4 ແສນກີບ ແລ້ວ ຂັບມາສົ່ງ 4 ແສນກີບ.

ຕໍ່ກັບບັນຫານີ້ເຖີງວ່າໂຊເຟີຣົດລາວພະຍາມຕໍ່ລອງບໍ່ໃຫ້ໂຊເຟີຣົດບໍຣິສັດຂັບ ຢາກຈະຂັບເອັງສ່ວນເງິນຄ່າບໍຣິການສ່ວນຫຼາຍແມ່ນຜູ້ຈ້າງໃຫ້ຂົນສົ່ງເສັຍໃຫ້ຖ້າບໍ່ເສັຍສິນຄ້າໃນຣົດກໍເອົາໄປຖີ້ມທັງທີ່ວ່າສິນຄ້າເລົ່ານີ້ສ່ວນຫຼາຍແມ່ນສິນຄ້າກະສິກຳທີ່ນາຍທືນຈີນມາສັມປະທານດິນຢູ່ລາວປູກແລ້ວສົ່ງຂາຍໃຫ້ຈີນ. ແນວໃດທາງບໍຣິສັດ ກໍບໍ່ຍອມເຖີງວ່າ ຈະພະຍາຍາມຕໍ່ລອງມາຫຼາຍວັນແຕ່ກາບໍ່ໄດ້ຜົລທາງບໍຣິສັດອ້າງຢ່າງດຽວວ່າປະຕິບັດຕາມ ມາຕການປ້ອງກັນໂຄວິດ-19 ທີ່ລາວ-ຈີນ ໄດ້ຕົກລົງກັນໄວ້.

ມາຕິດຕາມເຫດຜົລທີ່ວ່າເປັນຫຍັງໂຊເຟີຣົດຂົນສົ່ງລາວບໍ່ຍອມໃຫ້ຄົນຈີນຂັບຣົດຕົນ. ໂດຍໂຊເຟີຜູ້ບໍ່ປະສົ່ງອອກສື່ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີໃນວັນທີ 23 ຕຸລາ ຜ່ານມານີ້ວ່າ.

ແຕ່ວ່າເຮົາກາບໍ່ຮູ້ໄດ້ເລີຍວ່າ ຫຼັງຈາກດ່ານໄປຫາບ່ອນຖ່າຍເທສິນຄ້າ ເຮົາກາບໍ່ຮູ້ເລີຍວ່າມັນທຸບອັນໃດມັນມ້າງອັນໃດເພາະວ່າ ຫຼາຍກໍຣະນີທີ່ອອກມາແລ້ວຈັ່ງເຫັນຣົດເພ ໂດຍທີ່ຄົນຈີນບອກວ່າບໍ່ຮູ້ມັນມ້າງອັນໃດມັນເພອັນໃດເຮົາກາບໍ່ຮູ້ແຕ່ອອກມາຣົດ ເຮົາໃຊ້ການບໍ່ໄດ້ສະດວກຄືທີ່ເຮົາເຄີຍເຫັນ ເພາະວ່າຣົດເພກາບໍ່ໃຜຮັບຜິດຊອບເດ.

ຜູ້ຢູ່ໃນເຫດການໄດ້ກ່າວຕື່ມວ່າ ເຫດການນີ້ເກີດຂື້ນຫຼາຍເທື່ອ ໂດຍທາງເຈົ້າໜ້າທີ່ຝ່າຍຈີນຈະໃຊ້ການຕິດເຊື້ອຂອງໂຄວິດ-19 ມາເປັນຂໍ້ອ້າງເພື່ອໃຫ້ຣົດຂົນສົ່ງລາວ ຕ້ອງໄດ້ຈ່າຍຄ່າ ບໍຣິການປ່ຽນຄົນຂັບເຂົ້າຊາຍແດນບໍ່ຫານເພື່ອເຂົ້າສາງ ໄອຊີດີແລະແອວເອສ. ສ່ວນຣົດຂົນ ສົ່ງຈີນໂດຍສະເພາະຣົດຂົນແຮ່ທີ່ຂຸດຄົ້ນອອກຈາກລາວຊໍ້າພັດ ບໍ່ໄດ້ໃຊ້ຣະບຽບການອັນດຽວ ກັນແລ່ນອອກ-ເຂົ້າສະດວກພຽງ ແຕ່ປະຕິບັດຕາມຣະບຽບຂອງດ່ານ ໂດຍບໍ່ໄດ້ປະຕິດບັດຕາມມາຕການປ້ອງກັນໂຄວິດ-19.

ກ່ຽວກັບເຫດການນີ້ ຜູ້ຢູ່ໃນເຫດການອີກຄົນນຶ່ງກໍໄດ້ໃຫ້ສຳພາດວ່າ ພວກເຮົາຍີນຍອມທີ່ຈະ ປະຕິບັດຕາມຣະບຽບຂອງເຈົ້າໜ້າທີ່ທາງຝ່າຍຈີນ. ໂດຍການຈ່າຍເງິນຄ່າປ່ຽນໂຊເຟີແມ່ນ ເຈົ້າຂອງສິນຄ້າຍີນຍອມຈ່າຍແຕ່ພວກເຮົາ ບໍ່ຍອມໃຫ້ໂຊເຟີຄົນຈີນຂັບຣົດມາສົ່ງເດັດຂາດ ແນວໃດກໍຈະໄປຂັບເອັງ:

ທຳອິດຈຸຂ້ອຍກາໃສ່ເຄື່ອງເຂົ້າໄປເນາະ ດ່ານມັນກາຍັງບໍ່ທັນໄດ້ປິດເທື່ອ ຫຼັງຈາກນັ້ນຂ້ອຍເຂົ້າໄປຂ້ອຍໄດ້ໃສ່ເຄື່ອງຂອງທາງຣົດໄຟ ຈະໄປວຽງຈັນໃສ່ມື້ນຶ່ງສອງ ມື້ແລະຊຸດຂາວຂອງໄອຊີດີຫັ້ນຕິດແລະກາມາໂວຍວາຍທາງຈີນຫັ້ນຕິດກ່ອນເຂົາເຈົ້າຫັ້ນ ແມ່ນໂຊເຟີຊຸດຂາວຫັ້ນຕິດລະ ມາຫາສາເຫດເປັນຫຍັງຊຸດຂາວພວກນັ້ນຈື່ງຕິດຕິດມາຈາກໃຜ. ລະກາມາເບິ່ງມີປ້າຍຂາວ 30ປາຍຄັນໂດຍຊຸດຂາວຈີນຫັ້ນຂັບໄດ້ໄປພົວພັນຫັ້ນນ່າ ລະບາງຄັນກາອອກມາແລ້ວບາງຄັນກາຢູ່ໃນຈີນ ທັງທີ່ດ່ານຈີນປິດດ່ານລາວຊໍ້າບໍ່ຮູ້.”

ສ່ວນໂຊເຟີອີກຄົນນຶ່ງ ທີ່ນອນຢູ່ສນາມຣົດເພື່ອກຽມເອົາຣົດ ຂ້າມໄປຈີນກໍເວົ້າວ່າການເກັບ ຄ່າບໍຣິການຄ່າປ່ຽນໂຊເຟີຣົດນັ້ນມັນສົ່ງຜົລກະທົບ ຫຼາຍຕໍ່ຂັບຣົດຂົນສົ່ງລາວແນວໃດກໍຢາກໃຫ້ຂແນງການທີ່ກ່ຽວຂ້ອງ ມາຊ່ອຍແກ້ໄຂໂດຍດ່ວນ:

ບໍຣິສັດໄອຊີດີ ບໍຣິສັດ ແອວເອສ ຄ່າມີຮັບຈ້າງໄປໄອຊີດິີ ແຕ່ແອວເອສມາຫາດ່ານນີ້ມາທາງບໍ່ຫານ 500,000 ຂັບຣົດເປົ່າຕີກັບ ຊິໃຫ້ສີ່ແສນຫ້າດຽວເປັນຂັດຂ້ອງ ກັນເປັນແນວໃດໃຫ້ພັກຣັຖນີ້ ຂັ້ນເທີງນີ້ຊ່ອຍແກ້ໄຂໃຫ້ແດ່ເດີ້ເພາະວ່າພໍ່-ແມ່ປະຊາຊົນບໍ່ຍອມໃຫ້ເຂົາຂັບກໍເລີຍ ບໍ່ໃຫ້ອອກດ່ານດຽວນີ້ການອນຢູ່ນີ້ແຫຼະ.

ທາງເຈົ້າໜ້າທີ່ ຂອງບໍຣິສັດໄອຊີດີແລະແອວເອສ ກໍໄດ້ອອກມາຊີ້ແຈງເຣື່ອງນີ້ວ່າ ການເກັບຄ່າບໍຣິການປ່ຽນໂຊເຟີຈາກສາງ ໄອຊີດີມາຫາຫຼັກໝາຍທີ 29 ໂດຍໄດ້ຄິດໄລ່ຢູ່ໃນ 4 ແສນນັ້ນຮວມມີ ຄ່າຫໍພັກຂອງໂຊເຟີທີ່ມີການກັກໂຕ, ຄ່າຂົນສົ່ງບວກນໍ້າມັນຣົດ, ຄ່າອາຫານ, ຄ່າພັກເຊົາ, ຄ່າກວດເຊື້ອອາທິດນຶ່ງກວດເຊື່ອເທື່ອນຶ່ງ ແລະຖ້າໂຊເຟີຂັບຣົດເປ່ເພ ກໍຈະມີການສ້ອມແປງ.

ທາງເຈົ້າໜ້າທີ່ດ່ານ ຂອງແຂວງຫຼວງນໍ້າທາໄດ້ຊີ້ແຈງວ່າ ມີການແກ້ໄຂການຜ່ອນຜັນ ແຕ່ເຫດການນີ້ມັນເກີດຂື້ນກະທັນຫັນ ໂດຍທາງດ່ານຈີນ ກໍໄດ້ປະຕິບັດຕາມຣະບຽບທີ່ລາວ-ຈີນໄດ້ຕົກລົງກັນໄວ້ເມື່ອປີ 2020 ຖ້າເກີດການຕິດເຊື້ອຢູ່ດ່ານ ສາມາດສັ່ງປິດ່ານໄດ້ ແຕ່ມັນກໍຍັງມີຫຼາຍກໍຣະນີ ທີ່ພວກເຮົາຍັງຈະໄດ້ສອບຖາມຕື່ມ. ແນວໃດການກໍ່ຕາມການເກີດເຫດການຊໍ້າໆ ແບບນີ້ ຣົດຂົນສົ່ງລາວຈະເສັຽ ປໂຍດຍ້ອນຝ່າຍລາວບໍ່ໄດ້ເຂົ້າໄປໄກ່ເກັ່ຽ ໂດຍກົງກັບເຈົ້າໜ້າທີ່. ເຫດການປິດດ່ານເທື່ອທີສອງນີ້ ຝ່າຍຈີນຍັງອ້າງມາຕການການປ້ອງກັນ ເພື່ອມາເກັບຄ່າບໍຣິການຣົດຂົນສົ່ງລາວ. ໃນຂະນະທີ່ຊາວບ້ານໃນພື້ນທີ່ ກໍຢັ້ງຢືນໄດ້ວ່າວັນທີ 26 ຕຸລາ ຜ່ານມາ ຍັງເຫັນຣົດຂົນສົ່ງຈີນແລ່ນເຂົ້າ-ອອກ ໂດຍສະເພາະແມ່ນຣົດຂົນແຮ່ທີ່ຂຸດຄົ້ນຢູ່ໃນລາວ ແກ່ອອກໄປຈີນມື້ລະນັບຮ້ອຍຖ້ຽວ ແຕ່ບໍ່ເຫັນວ່າມີບັນຫາ ຄືກັບກັບຣົດຂົນສົ່ງຂອງຄົນລາວ. ທັງທີ່ວ່າຣົດຂົນສົ່ງ ກໍຮັບຈ້າງຂົນສິນຄ້າກະສິກຳ ຂອງຈີນທີ່ມາສັມປະທານດິນ ລົງທືນປູກຢູ່ລາວແລ້ວນໍາໄປຂາຍຈີນ. ຣົດຂົນສົ່ງທີ່ຂົນຢູ່ນີ້ກໍແມ່ນຊື້ຣົດຂອງຈີນ ແລະ ການພົວພັນ ລາວ-ຈີນ ກໍ່ແມ່ນເປັນພົວພັນຮອບດ້ານ ເຫດໃດປະຊາຊົນລາວຍັງເສັຽປຽບ ປະຕິບັດບໍ່ເທົ່າທຽມກັນ ເບິ່ງແລ້ວ 2 ມາຕຖານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.