ຄືບໜ້າຍຶດຢາບ້າໄດ້ 55ລ້ານປາຍເມັດ ຢູ່ບໍ່ແກ້ວ
2021.10.28
ປັດຈຸບັນ ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ກໍາລັງສອບສວນ ຜູ້ຖືກຫາ 2 ຄົນ ທີ່ຖືກຈັບ ໃນວັນທີ່ 27 ຕຸລາ ທີ່ຜ່ານມານີ້ ທີ່ກ່ຽວຂ້ອງກັບການຍຶດຢາບ້າ ຈໍານວນ 55,664,000 ເມັດ ຜູ້ຖືກຫາທັງສອງຄົນ ມີຊື່ວ່າ ທ້າວ ໄຊຕົງທໍ່ ອາຍຸ 40 ປີ ຜູ້ຄ້າເສບຕິດຣາຍໃຫຍ່ ຂອງແຂວງບໍ່ແກ້ວ ແລະທ້າວ ທອງໄຊທໍ່ ອາຍຸ 22 ປີ ຊາວບ້ານ ບ້ານນໍ້າສະໝອກເໜືອ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ດັ່ງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ຕຸລາ ນີ້ວ່າ:
“ໂຕມື້ວານນີ້ຫວາ ຍັງບໍ່ຮູ້ເທື່ອເດີ້ ເອົາມາສືບສວນສອບສວນຢູ່ ຍັງບໍ່ແລ້ວເທື່ອ.”
ສໍາລັບການຍຶດຢາບ້າ ໃນເທື່ອຫຼ້າສຸດນີ້ ທາງເຈົ້າໜ້າທີ່ ຂັ້ນບ້ານໂພນທອງ ເມືອງຫ້ວຍຊາຍ ໄດ້ຮັບແຈ້ຂໍ້ມູນຈາກພົລເມືອງດີວ່າ ຈະມີຣົດບັນທຸກ 12 ລໍ້ ຂົນສິນຄ້າປະເພດໄມ້ ແລ່ນຜ່ານເຂດບ້ານໂພນທອງ ເມື່ອຣົດຄັນດັ່ງກ່າວ ແລ່ນມາຮອດຈຸດກວດກາ ຂອງເຈົ້າໜ້າທີ່ ເຈົ້າໜ້າທີ່ຂັ້ນບ້ານໂພນທອງ ສົມທົບກັບເຈົ້າໜ້າທີ່ພາສີ-ອາກອນ ແລະກະສິກັມ ກໍໄດ້ມີການກວດກາພົບວ່າ ຣົດຄັນດັ່ງກ່າວໄດ້ບັນທຸກແຕ່ລັງເບັຽລາວເປົ່າ ແລະເມື່ອເຈົ້າໜ້າທີ່ໄດ້ກວດກາ ຣະອຽດເພີ່ມຕື່ມ ກໍພົບວ່າ ມີການຊຸກເຊື່ອງຢາບ້າ ຢູ່ພາຍໃນຣົດ ຈໍານວນ 55,664,000 ເມັດ ແລະຢາໄອສ໌ ອີກຈໍານວນປະມານ 1,500 ກິໂລກຣາມ ຈາກນັ້ນເຈົ້າໜ້າທີ່ ກໍໄດ້ຈັບຄົນຂັບຣົດດັ່ງກ່າວ ຊື່ທ້າວ ທອງໄຊທໍ່ ອາຍຸ 22 ປີ ເປັນຊາວບ້ານ ບ້ານນໍ້າສະໝອກເໜືອ ເມືອງຫ້ວຍຊາຍ ແລ້ວພາສອບສວນ ແລະຈາກການຂຍາຍຜົລ ສອບສວນໃນເບື້ອງຕົ້ນ ທາງເຈົ້າໜ້າທີ່ກໍໄດ້ຂໍ້ມູນເປົ້າໝາຍເພີ່ມຕື່ມ ຈົນສາມາດນໍາໄປຈັບໂຕທ້າວ ໄຊຕົງທໍ່ ຊຶ່ເປັນເຈົ້າຂອງຢາບ້ານຈໍານວນດ່ັງກ່າວ ຢູ່ບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ພ້ອມກັບສາມາດຍຶດຂອງກາງໄດ້ອີກ ຫຼາຍຣາຍການ ຢູ່ໃນເຮືອນຂອງຜູ້ກ່ຽວ, ອີງຕາມການຣາຍງານ ຂອງກອງບັນຊາການ ປກສ ແຂວງບໍ່ແກ້ວ. ຕໍ່ເຫດດັ່ງກ່າວນີ້ ທາງບໍຣິສັດເບັຽລາວ ຈໍາກັດ ໄດ້ອອກບົດຖແລງຂ່າວ ໃນວັນທີ່ 27 ຕຸລາ ທີ່ຜ່ານມາວ່າ ທາງບໍຣິສັດ ບໍ່ມີສ່ວນກ່ຽວຂ້ອງໃດໆ ກັບກໍຣະນີການລັກລອບ ຂົນສົ່ງຢາເສບຕິດທີ່ເກີດຂຶ້ນ ຢູ່ແຂວງບໍ່ແກ້ວ ຊຶ່ງໃຊ້ລັງເບັຽເປົ່າ ທີ່ມີໂລໂກ້ ຜລິດຕະພັນຂອງເບັຽລາວ ເປັນສິ່ງປົກປິດຢາເສບຕິດ ແລະຈະເອົາຈິງເອົາຈັງ ກັບການດໍາເນີນມາຕການ ທາງກົດໝາຍ ຕໍ່ຜູ້ທີ່ໃຊ້ຊັບສິນຂອງບໍຣິສັດເບັຽລາວ ຈໍາກັດ ໃນທາງທີ່ຜິດກົດໝາຍ.
ສ່ວນໃນກໍຣະນີ ທີ່ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ສາມາດຍຶດຢາບ້າ ຈໍານວນປະມານ 6 ລ້ານເມັດ ໄດ້ໃນວັນທີ່ 25 ຕຸລາ ທີ່ຜ່ານມານັ້ນ ຫຼ້າສຸດທາງເຈົ້າໜ້າທີ່ ກໍຍັງຢູ່ລະຫວ່າງການຕິດຕາມ ໂຕຄົນຮ້າຍ ທີ່ເປັນຜູ້ຂົນສົ່ງຢາເສບຕິດ ດັ່ງກ່າວ ແລະຍັງບໍ່ສາມາດຈັບໂຕໄດ້ເທື່ອ ແລະຍັງບໍ່ສາມາດຣະບຸໄດ້ວ່າ 2 ເຫດການດັ່ງກ່າວ ແມ່ນຜູ້ຄ້າຢາເສບຕິດ ເຄືອຂ່າຍດຽວກັນຫຼືບໍ່, ດັ່ງເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ກ່າວວ່າ:
“ຍັງເອົາໂຕຫຼົບໜີຢູ່ ຢ້ານແຕ່ມັນຊິເອົາໂຕຫຼົບໜີຂ້າມໄປຝັ່ງນັ້ນແຫຼະ ຢ້ານແຕ່ໄປຝັ່ງພະມ້າພຸ້ນແຫຼະ ມົ້ງຢູ່ດອນທາດນີ້ແຫຼະ ຢູ່ຝັ່ງລາວເຮົາແຫຼະ.”
ແລະເມື່ອວັນທີ 20 ຕຸລາ 2021 ທີ່ຜ່ານມາ ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ກໍຍຶດຢາບ້າໄດ້ຈໍານວນ 10 ລ້ານເມັດ ທີ່ຈະຂົນສົ່ງຈາກ ແຂວງບໍ່ແກ້ວ ລົງໄປນະຄອນຫຼວງວຽງຈັນ ຊຶ່ງການຂົນສົ່ງແມ່ນຊຸກເຊື່ອງມານໍາຣົດບັນທຸກ ໂດຍນໍາໃຊ້ລັງເບັຽອໍາພາງ ເຈົ້າໜ້າທີ່ ສ່ວນລາຍຣະອຽດ ຂອງຄະດີດັ່ງກ່າວນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ກໍາລັງສືບສວນສອບສວນ ຂຍາຍຜົນຕື່ມ ແລະຈະມີການຣາຍງານ ຄວາມຄືບໜ້າຕາມຫຼັງ, ອີງຕາມການຣາຍງານ ຂອງ ຂ່າວເສຖກິຈ-ຄົມ ວັນທີ 27 ຕຸລາ 2021.
ພາຍຫຼັງເກີດເຫດການ ຍຶດຢາບ້າຈໍານວນຫຼາຍລ້ານເມັດ ຢູ່ແຂວງບໍ່ແກ້ວ ກໍເຮັດໃຫ້ຊາວບ້ານຢູ່ແຂວງບໍ່ແກ້ວ ພາກັນໃຫ້ຄວາມສົນໃຈຫຼາຍ ຍ້ອນທີ່ຜ່ານມາ ບໍ່ເຄີຍເຫັນເຈົ້າໜ້າທີ່ສາມາດຍຶດຢາເສບຕິດຈໍານວນມະຫາສານ ພ້ອມກັບຜູ້ຄ້າຢາເສບຕິດ ຣາຍໃຫຍ່ມາກ່ອນ ໄດ້ເທື່ອ, ດັ່ງຊາວບ້ານ ຢູ່ແຂວງບໍ່ແກ້ວ ນາງນຶ່ງ ກ່າວວ່າ:
“ໄດ້ຍິນຂ່າວວ່າ ຂ່າວມັນເປັນຫັ້ນລັງເບັຽທີ່ມັນບໍ່ມີນໍ້າຫັ້ນເດ້ ມັນມີແຕ່ລັງເປົ່າມັນຫັ້ນ ກໍຊົມເຊີຍທາງເຈົ້າໜ້າທີ່ ເພາະວ່າເດືອນນີ້ ມັນກະໄດ້ໄປ 2 ຮອບແລ້ວເດ້.”
ຍານາງກ່າວຕື່ມວ່າ ຢູ່ເມືອງຫ້ວຍຊາຍໃນປັດຈຸບັນນີ້ ຖືວ່າມີການແຜ່ຣະບາດ ຂອງຢາເສບຕິດ ໂດຍສະເພາະຢາບ້າຈໍານວນຫຼາຍ ເຮັດໃຫ້ຊາວໜຸ່ມຫຼາຍຄົນ ຕິດຢາບ້າ ທັງຜູ້ທີ່ບໍ່ມີວຽກເຮັດງານທໍາ ແລະຜູ້ທີ່ບໍ່ໄດ້ຮັບການເບິ່ງແຍງ ຈາກຄອບຄົວ ສົ່ງຜົນໃຫ້ມີຄວາມສ່ຽງຫຼາຍ ທີ່ຈະເຮັດໃຫ້ກຸ່ມຜູ້ຕິດຢາບ້າ ພາກັນໄປລັກເຄື່ອງຂອງ ຫຼືປຸ້ນຈີີ້ຊາວບ້ານ ເພື່ອຫາເງິນໄປຊື້ຢາບ້າ.
ໃນຂະນະທີ່ ຊາວບ້ານກໍຮູ້ສຶກຊົມເຊີຽເຈົ້າໜ້າທີ່ຕໍາຣວດ ທີ່ໄດ້ເອົາໃຈໃສ່ໃນການກວາດລ້າງ ຢາເສບຕິດເລື້ອຍໆ ແຕ່ເຊື່ອວ່າ ຍັງຈະມີວົງຈອນເຄື່ອຂ່າຍຜູ້ຄ້າຢາເສບຕິດ ເກີດຂຶ້ນໃໝ່ຢູ່ເລື້ອຍໆ ຊຶ່ງເປັນໂຕຕາຍໂຕແທນ ຂອງຜູ້ຄ້າຢາເສບຕິດທີ່ຖືກຈັບໄປແລ້ວ, ດັ່ງຊາວບ້ານ ຢູ່ແຂວງບໍ່ແກ້ວ ອີກທ່ານນຶ່ງ ກ່າວວ່າ:
“ກະໄດ້ຫຼາຍຢູ່ ກໍຣາຍໃຫຍ່ໂອ່ ກໍຊົມເຊີຽເຈົ້າໜ້າທີ່ນີ້ກະ ເພິ່ນຕິດຕາມຂ່າວຄາວ ອັນນີ້ໆ ມັນກະບໍ່ສ່າງຊິວ່າ ໂຕແທນຫັ້ນແຫຼະ ກະມີແຫຼະ.”
ນັບແຕ່ປີ 2021 ເປັນຕົ້ນມາ ຫຼາຍແຂວງທາງພາກເໜືອ ສາມາດຍຶດຢາເສບຕິດ ແລະຈັບຜູ້ຄ້າຂາຍຢາເສບຕິດ ໄດ້ຈໍານວນນຶ່ງ ເປັນຕົ້ນ ເຈົ້າໜ້າທີ່ ປກສ ແຂວງຫຼວງພຣະບາງ ສາມາດຈັບຜູ້ຄ້າຢາເສບຕິດໄດ້ 3 ຄົນ ແລະຍຶດຂອງກາງເປັນຢາບ້າ ປະມານ 3 ລ້ານເມັດ ໃນໄລຍະທ້າຍເດືອນສິງຫາ ຜ່ານມາ ແລະໃນເດືອນກັນຍາ ທີ່ຜ່ານມາ ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ກໍຈັບເຄືອຂ່າຍຄ້າຂາຍ ແລະຜລິດຢາເສບຕິດໄດ້ 4 ຄົນ ພ້ອມກັບສາມາດຍຶດຂອງກາງ ເປັນຢາບ້າ, ສານເຄມີສໍາລັບຜລິດຢາບ້າ, ເຄື່ອງຜລິດຢາບ້າ, ອາວຸດປືນ ແລະ ອື່ນໆຫຼາຍຣາຍການ.