ອອກຫວຍ 3 ຄັ້ງຕໍ່ສັປດາ ແກ້ໄຂຫວຍເຖື່ອນບໍ່ໄດ້

ໄຊຍາ
2021.10.28
ອອກຫວຍ 3 ຄັ້ງຕໍ່ສັປດາ ແກ້ໄຂຫວຍເຖື່ອນບໍ່ໄດ້ ໂຕຢ່າງການຂາຍເລຂ ຫຼືຂາຍຫວຍພັທນາ ຂອງພວກພໍ່ຄ້າ-ແມ່ຄ້າ ທີ່ເປັນໂຕແທນຈຳໜ່າຍ ໃນນະຄອນຫຼວງວຽງຈັນ. ຖ່າຍຮູບເມື່ອ: ເດືອນມິຖຸນາ 2021 TS
RFA

ບໍຣິສັດ ຣັຖວິສາຫະກິດ ຫວຍພັທນາລາວ ໄດ້ປະກາດອອກເລກລາງວັນ 3 ຄັ້ງຕໍ່ສັປດາ ເຣີ່ມວັນທີ 18 ຕຸລາ 2021 ເປັນຕົ້ນໄປ. ຕໍ່ການປະກາດນີ້ປະຊາຊົນລາວຈຳນນວນນຶ່ງຍັງບໍ່ເຫັນດີ. ນອກຈາກບໍ່ສາມາດແກ້ໄຂບັນຫາການ ຊື້-ຂາຍ ຫວຍເຖື່ອນໄດ້ແລ້ວ ແນວທາງດັ່ງກ່າວ ຍັງເປັນການເບື່ອເມົາປະຊາຊົນ. ດັ່ງແມ່ຄ້າຂາຍເລກຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີໃນວັນທີ 26 ຕຸລາ 2021 ນີ້ວ່າ:

ບໍ່ໄດ້ອອກທຸກງວດ ຫວຍເຖື່ອນ ເຂົາເຈົ້າກໍໄດ້ຂາຍທຸກງວດ ຍົກໂຕຢ່າງແມ່ນຄືບໍ່ວ່າບ້ານນອກຫຼືໃນເມືອງນີ້ເນາະ ເຂົາເຈົ້າກໍໄດ້ເງິນຫຼາຍຄືກັນເປັນຍ້ອນລາງວັນ ອອກເລກ 3 ຄັ້ງຈຶ່ງບໍ່ສາມາດຊ່ອຍຫຼຸດຜ່ອນຫັ້ນ. ການອອກຫວຍເຖື່ອນໄດ້ກໍຍ້ອນວ່າເຂົາເຈົ້າຊື້ເລກ ເຂົາເຈົ້າອົດບໍ່ໄດ້ເນາະ ການພະນັນອອກທຸກຄັ້ງ ທຸກງວດ ເຂົາກໍຫວັງວ່າຖືກເລກ.

ສາເຫດທີ່ເຮັດໃຫ້ຫວຍເຖື່ອນ ໄດ້ຮັບຄວາມນິຍົມນັ້ນ ເນື່ອງຈາກການຂາຍຫວຍພັທນາລາວ ຊຶ່ງເປັນຫວຍຖືກກົດໝາຍນັ້ນ ຜູ້ຂາຍຈະໄດ້ເປີຣ໌ເຊັນທ໌ (Percent) ຈາກການຂາຍຫວຍນ້ອຍ. ໃນຂນະທີ່ ຜູ້ຂາຍຫວຍເຖື່ອນຈະໄດ້ເປີຣ໌ເຊັນທ໌ຫຼາຍປະມານ 25-30% ຈາກມູນຄ່າທັງໝົດ. ດັ່ງແມ່ຂາຍເລກອີກຄົນນຶ່ງໄດ້ກ່າວໃນມື້ດຽວກັນວ່າ:

ມັນກໍຫຼາຍເກີນໄປຫັ້ນແຫຼະ ແຕ່ກ່ອນມີແຕ່ສອງເທື່ອ ເອີຄັນອອກຈັກສາມເທື່ອຊິນ່າ ພວກຂາຍເຖື່ອນມັນໄດ້ກຳໄລດີ ຍ້ອນຫຍັງຫວຍເຖື່ອນນີ້ເປີຣ໌ເຊັນທ໌ຫຼາຍກວ່າເດ້ ຫວຍເພື່ອປົກກະຕິ ເຂົາເຈົ້າກໍບໍ່ໄດ້ໃຫ້ຂາຍແຕ່ປັດຈຸບັນ ມັນກໍຂາຍໄດ້ປົກກະຕິຫັ້ນແຫຼະ.

ສ່ວນຊາວບ້ານອີກຈຳນວນນຶ່ງ ກໍມີຄວາມເຫັນຕຣົງກັນວ່າ ບັນຫາຫວຍເຖື່ອນ ພາຍໃນປະເທດລາວ ຈະສາມາດຫຼຸດຜ່ອນລົງໄດ້ ຖ້າທາງພັກ-ຣັຖ ແລະໜ່ວຍງານທີ່ກ່ຽວຂ້ອງສາມາດ ຊອກຫາຕົ້ນຕໍຜູ້ຂາຍຫວຍເຖື່ອນໄດ້ ແລະບັງຄັບໃຊ້ກົດໝາຍ ຢ່າງເຄັ່ງຂັດແທນທີ່ຈະເພີ່ມຈຳ ນວນການອອກເລກລາງວັນເປັນ 3 ຄັ້ງຕໍ່ສັປດາ. ດັ່ງຊາວບ້ານຢູ່ແຂວງຄຳມ່ວນໄດ້ກ່າວວ່າ:

ຫວຍເຖື່ອນນັ້ນ ມັນເປັນແມ່ມືເລີຍເດ້ເນາະ ຊ່ອງທາງໃນການຂາຍຢູ່ແລ້ວ ແລະແມ່ກໍຈະເປັນຄົນເປີດສາຂາທີ່ເຄີຍຂາຍຢູ່ແລ້ວຫັ້ນນ່າຄິດວ່າໜ້າຈະບໍ່ແກ້ໄຂໄດ້ແນ່ ໃຫ້ກົດໝາຍບີບບັງຄັບຊິດີກ່ວາເນາະກໍຣະນີທີ່ຈັບໄດ້ຊິຫັ້ນນ່າຄ່າປັບໄໝກໍໜ້າຈະສູງຂື້ນອັນ ນີ້ໜ້າຈະຫຼຸດຜ່ອນໄດ້ດີກ່ວາທີ່ເປີດຫວຍລາຍວັນຫັ້ນນ່າ.

 ກ່ຽວກັບບັນຫາດັ່ງກ່າວຈຸດປະສົງຫຼັກຂອງການເພີ່ມຈຳນວນການອອກເລກລາງວັນຂອງບໍຣິສັດ ວິສາຫະກິດ ຫວຍພັທນາລາວນັ້ນເປັນໄປຕາມນະໂຍບາຍຂອງກະຊວງການເງິນທີ່ຕ້ອງ ການແກ້ໄຂບັນຫາການຊື້-ຂາຍຫວຍເຖື່ອນໃນປະເທດແລະເປັນການເກັບອາກອນເຂົ້າຣັຖ ເພື່ອນຳໄປໃຊ້ໃນການ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ. ດັ່ງເຈົ້າໜ້າທີ່ກະຊວງການເງິນ ໄດ້ກ່າວວ່າ:

ຄືຫວຍເນາະ ຫວຍຂອງຣັຖເນາະ ເຮົາຈະໄດ້ເກັບອາກອນເຂົ້າຣັຖໝົດ ເນາະຖ້າມາຊື້ຫວຍເຖື່ອນກໍຈະບໍ່ໄດ້ ງົບປະມານເຂົ້າຣັຖຊິນ່າ ກໍກຳລັງວາງແຜນກອງປະຊຸມ ເພື່ອສະກັດກັ້ນຫວຍເຖື່ອນ ເພິ່ນກໍຈະບໍ່ໃຫ້ຫວຍວຽດ ແລະກໍບໍ່ວ່າຈະເປັນຫວຍໄທຍ ຫຍັງຫັ້ນ ນ່າເຂົ້າມາ.

ເມື່ອເດືອນ ສິງຫາ 2021 ຜ່ານມາ ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີ ກະຊວງການເງິນ ປະກາດຈະເລັ່ງແກ້ບັນຫາ ຫວຍເຖື່ອນໃນທົ່ວປະເທດ ເນື່ອງຈາກຜູ້ຂາຍຫວຍເຖື່ອນ ເປັນການເບື່ອເມົາ ປະຊາຊົນແລະ ບໍ່ໄດ້ເສັຍອາກອນໃຫ້ແກ່ ຣັຖບານ ຊຶ່ງຜິດປະມວນກົດໝາຍອາຍາ ຕາມມາຕຣາ 114 ໂດຍຜ່ານມາ ໄດ້ກວດພົບບັນຫາຫວຍເຖື່ອນ ຣະບາດຮ້າຍແຮງ ໃນກຸ່ມພະນັກງານຣັຖ ແລະປະຊາຊົນທົ່ວໄປ ເຊັ່ນການ ຊື້-ຂາຍຫວຍຕ່າງປະເທດ ແລະ ມີຫວຍບບາງປະເພດ ອອກຫຼາຍຄັ້ງຕໍ່ມື້ ໂດຍສະເພາະຫວຍຂອງວຽດນາມ ທີ່ມີການອອກເລກລາງວັນ 3-4 ຄັ້ງຕໍ່ມື້.

ທີ່ຜ່ານມາຫວຍພັທນາລາວ ໄດ້ມີການປ່ຽນແປງ ຈຳນວນການອອກເລກ ລາງວັນຫຼາຍເທື່ອ ເປັນຕົ້ນໃນປີ 2015 ມີການອອກເລກລາງວັນ 2 ຄັ້ງຕໍ່ສັປດາ ຄືວັນອັງຄານ ແລະວັນພຸດ, ປີ 2016 ໄດ້ເພີ່ມ ມື້ອອກເລກລາງວັນເປັນ 3 ຄັ້ງຕໍ່ສັປດາ ຄືວັນຈັນ, ວັນພຸດ ແລະ ວັນສຸກ, ປີ 2017 ກັບໄປອອກ 2 ຄັ້ງຕໍ່ສັປດາ ຄືວັນຈັນ ແລະ ວັນພະຫັດ, ພໍຮອດທ້າຍປີ 2017-2019 ໄດ້ປ່ຽນອອກຫວຍ 1 ຄັ້ງຕໍ່ສັປດາ ຄືວັນພຸດ ຈົນມາເຖິງເດືອນກຸມພາ 2020 ກັບມາເປັນ 2 ຄັ້ງຕໍ່ສັປດາ ຄືວັນຈັນ ແລະວັນພະຫັດ ແຕ່ວ່າວັນທີ 18 ຕຸລາ 2021 ນີ້ກໍໄດ້ປະກາດອອກ 3 ຄັ້ງຕໍ່ສັປດາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.