ທາງການແຂວງຫລວງນ້ຳທາ ຂາຍຫວຍລະດົມທຶນ
2018.09.21
ອຳນາດການປົກຄອງແຂວງຫລວງນໍ້າທາ ຂາຍຫວຍຣະດົມທຶນ ເພື່ອໃຊ້ຈ່າຍພາຍ ໃນແຂວງຂອງຕົນ ຍ້ອນງົບປະມານຂອງແຂວງ ບໍ່ພຽງພໍ ກັບຄວາມຕ້ອງການ ໂດຍກົດດັນໃຫ້ພະນັກງານ-ຣັຖກອນ ທົ່ວແຂວງ ຊື້ຫວຍ ຕາມທີ່ທາງການກຳນົດໃຫ້ກຳນົດ ຣະດັບກັມມະການພັກແຂວງ ຜູ້ນຶ່ງຕ້ອງຊື້ 50 ໃບ, ຫົວໜ້າພະແນກ 40 ໃບ ແລະນັກ ວິຊາການ 15 ໃບ ໃນຣາຄາໃບນຶ່ງ 10,000 ກີບ. ການລະດົມທຶນ ຂອງແຂວງ ໃນຄັ້ງນີ້ ເກີດມີສຽງ ວິພາກວິຈານ ຈາກພະນັກງານ ຣັຖກອນຫຼາຍຄົນ ທີ່ເຫັນວ່າ ເປັນການ ບັງຄັບ ດັ່ງພະນັກງານທ່ານນຶ່ງໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ກັນຍານີ້ວ່າ:
"ຊື້ຫວຍນີ້ ມັນບໍແມ່ນການບັງຄັບກັນ ຜູ້ໃດຢາກຊື້ ຫຼືບໍ່ຊື້ມັນກະເລື້ອງຂອງເຂົາ ອັນນີ້ ແມ່ນກຳນົດໃຫ້ເອົາຜູ້ລະທໍ່ນີ້ໃບທໍ່ນັ້ນໃບ ມັນບໍ່ຢາກຄັກ ປານໃດ ຄືບາງຄົນ ມັນບໍ່ມີເງິນກະຕັດເງິນເດືອນຈັ່ງຊີ້ ມັນຄືວ່າເປັນການບັງຄັບ."
ອີກຢ່າງນຶ່ງ ທ່ານກ່າວຕື່ມວ່າ ການແກ້ໄຂບັນຫາ ຂາດງົບປະມານຂອງແຂວງ ດ້ວຍການຂາຍຫວຍ ດັ່ງກ່າວນັ້ນ ຢ້ານບໍ່ມີຄວາມໂປ່ງໄສ ເພາະວ່າມັນ ເປັນເງິນ ຈຳນວນຫຼວງຫຼາຍ ແລະການໃຊ້ຈ່າຍ ຈະບໍ່ມີການກວດສອບຄັກແນ່ ຈາກໜ່ວຍງານ ທີ່ກ່ຽວຂ້ອງ ຂອງຣັຖ ອັນຈະພາໃຫ້ເກີດ ມີການສໍ້ຣາຊບັງຫຼວງ ແລະຍັກຍອກເງິນຣັຖຂຶ້ນ.