ປະຊາຊົນສເນີ ໃຫ້ຣັຖບານແກ້ໄຂບັນຫາ ຫວຍເຖື່ອນ ຫວຍອອນລາຍ ໂດຍສະເພາະ ຫວຍວຽດນາມ ທີ່ອອກ 4 ຄັ້ງຕໍ່ວັນ ປະກອບກັບ ການອອກຫວຍພັທນາລາວ 2 ຄັ້ງ ຕໍ່ອາທິດອີກ ຊຶ່ງປະຊາຊົນເຫັນວ່າ ການອອກຫວຍຫຼາຍເກີນໄປ ນັ້ນມັນເປັນການເບື່ອເມົາປະຊາຊົນ. ປະຊາຊົນຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 17 ພຶສຈິກາ ວ່າ:
"ເຂົາກະຊື້ລະເນາະ ເປັນເຣື່ອງເປັນຄວາມກັນຢູ່ ກະຫວຍວຽດນີ້ນ່າ ຫວຍໂຕນີ້ ອັນຕະລາຍເດ້ ຜົລເສັຍຫຼາຍ ກະຕິດໜີ້ ນອກລະບອບ ລະບົນເວລາເຂົາເຈົ້າຊື້ກັນນີ້ນ່າ ກະຊື້ທາງອອນລາຍ ແລ້ວກະເປັນຖ້ອຍ ເປັນຄວາມຜູ້ຂາໃຫຍ່ຊື້ຫຼາຍໆ ບາດນີ້ ກ່ຽວກັບເປັນມາເຟຍ ເກີດອີ່ຫຍັງຫຼາຍອັນພຸ້ນເດ້ໂຕນີ້ ກະຢາກວ່າຢູ່ແຫຼະ."
ຊາວບ້ານອີກທ່ານນຶ່ງ ກໍເວົ້າວ່າ ຢາກໃຫ້ທາງການແກ້ໄຂບັນຫາ ການຊື້ຂາຍຫວຍເຖື່ອນ ເພາະເປັນອັນຕະລາຍ ສຳລັບບາງຄອບຄົວ ເປັນໜີ້ສິນເກີດຂຶ້ນ ມີບັນຫາຫຼາຍຢ່າງ ຕາມມາ:
"ເລກຂອງວຽດອັນນີ້ ລະມັນທຸກມື້ທຸກມື້ ສາມເທື່ອ ສີ່ເທື່ອ ຈັ່ງຊິໃຫ້ຜົວໄປເຮັດວຽກ ເມັຽຢູ່ເຮືອນພັດຊື້ຫວຍ ໂອ້ຄັກຫຼາຍ ກະມີຜົລເສັຍ ຫັ້ນແຫຼະເນາະ ບາງຄົນ ມັນກະໃຊ້ເງິນ ຈຳນວນດັ່ງກ່າວຫັ້ນໄປເຮັດ ແນວອື່ນ ກະຊິມີຢູ່ມີກິນຢູ່ເນາະ ບໍ່ຢາກໃຫ້ອອກຫຼາຍປານນັ້ນ ຂາດຢູຂາດກິນລົງໄປ ຄອບຄົວ ກະເຣີ່ມມມີບັນຫາ ເຂົ້າໄປຕິດໆຫັ້ນແຫຼະ."
ເຈົ້າໜ້າທີ່ອົງການແນວລາວສ້າງຊາດ ຜູ້ທີ່ບໍ່ປະສົງອອກຊື່ ແລະຕຳແໜ່ງ ທ່ານນຶ່ງໄດ້ກ່າວວ່າ ໃນວັນທີ 16 ພືສຈິກາ ທີ່ຜ່ານມາວ່າສູນກາງ ແນວລາວສ້າງຊາດ ກໍໄດ້ສເນີ ຢູ່ໃນກອງປະຊຸມ ສໄມສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ 8 ວ່າ:
"ຫວຍທີ່ບໍ່ຖືກຕ້ອງທາງກົດໝາຍ ມັນຍັງມີຫວຍວຽດອອກມາ 4 ເທື່ອຕໍ່ມື້ ເພິ່ນຢາກໃຫ້ຣັຖບານຊ່ວຍຄວບຄຸມ ນ່າວ່າ ຫວຍມັນອອກມາ ຫຼາຍກວ່າກຳນົດບໍ່ໃຫ້ມາ ເບື່ອເມົາຄົນຫຼາຍ ໄປຫຼິ້ນການພະນັນ ມັນກໍຈະ ມີຜົນກະທົບຕໍ່ສັງຄົມ ເຮົານີ້ຟັງຫາງສຽງ ປະຊາຊົນແລ້ວ ໄປຣາຍງານຕໍ່ສະພາ ແຫ່ງຊາດ ໃຫ້ທາງເພິ່ນມີທິດທາງ ຊ່ວຍແກ້ໄຂບັນຫາ ໄພປະກົດການຫຍໍ້ທໍ້ ທາງສັງຄົມ."
ທ່ານ ກ່າວຕື່ມອີກວ່າ ການຊື້ຂາຍຫວຍ ໃນປັດຈຸບັນມີຫຼາຍໂພດ ທັງພາຍໃນ ຄືຫວຍໃນ ຄື ຫວຍພັທນາອອກ 2 ຄັ້ງຕໍ່ອາທິດ ແລະ ຫວຍ ຕ່າງປະເທດອອກ 4 ຄັ້ງຕໍ່ມື້ ເຣີ່ມແຕ່ ເວລາ 16:30 ຫາ 19:30
ເຈົ້າໜ້າທີ່ກະຊວງການເງິນ ທ່ານນຶ່ງ ຢືນຢັນວ່າ ປະເທດລາວ ມີພຽງແຕ່ຫວຍພັທນາ ເທົ່ານັ້ນ ທີ່ຖືກກົດໝາຍ ບໍ່ໄດ້ນຳເຂົ້າຫວຍ ຈາກຕ່າງປະເທດ. ແລະ ນອກຈາກນີ້ ເຈົ້າໜ້າທີ່ ບໍຣິສັດຫວຍພັທນາ ໄດ້ກ່າວວ່າປັດຈຸບັນ ເຈົ້າໜ້າທີ່ກໍລົງຕິດຕາມ ແລະ ສະກັດກັ້ນຫວຍເຖື່ອນຢູ່:
"ຖືກກົດໝາຍມີແຕ່ຫວຍພັທນາ ຖ້າວ່າ ບໍ່ແມ່ນຫວຍພັທນາ ທຸກຢ່າງຈະນັບເປັນຫວຍເຖື່ອນເລີຍ ທີ່ວ່າ ອອກສີ່ເທື່ອອີ່ຫຍັງຫັ້ນນ່າ ກະມີ ທັງວຽດ ທັງໄທຍ ເຂົ້າມາກະຫຼາຍໆຫວຍແຫຼະ ແຕ່ວ່າ ເພິ່ນກະກຳລັງ ສະກັດກັ້ນຢູ່ ຈະລົງກວດທຸກອາທິດເລີຍ."
ໃນ ເດືອນກຸມພາ 2020 ຜ່ານມາ ບໍຣິສັດ ຣັຖວິສາຫະກິດຫວຍພັທນາ ໄດ້ອອກແຈ້ງການ ເພີ້ມການອອກຫວຍ ຈາກອາທິດລະຄັ້ງ ເປັນ ອາທິດ ລະສອງຄັ້ງ. ກ່ຽວກັບການອອກຫວຍ ພັທນາ ອາທິດລະ 2 ຄັ້ງ ປະຊາຊົນ ກໍເຫັນວ່າ ມັນເປັນການເບື່ອເມົາ ແລະ ຊັກຊວນໃຫ້ ຄົນຫຼິ້ນການພະນັນ.