ຫວຍພັທນາ ຕຣຽມອອກຫວຍ 5 ມື້ຕໍ່ສັປດາ

ໄຊຍາ
2023.08.18
ຫວຍພັທນາ ຕຣຽມອອກຫວຍ 5 ມື້ຕໍ່ສັປດາ ການຂາຍເລຂ ຫຼື ຂາຍຫວຍພັທນາ ຂອງພວກພໍ່ຄ້າ-ແມ່ຄ້າ ທີ່ເປັນໂຕແທນຈຳໜ່າຍ ໃນນະຄອນຫຼວງວຽງຈັນ (TS). ຖ່າຍຮູບເມື່ອ: ເດືອນມິຖຸນາ 2021.
RFA

ບໍຣິສັດ ຣັຖວິສາຫະກິຈຫວຍພັທນາ ກະຊວງການເງິນຂອງລາວ ຫຼື ຫວຍພັທນາລາວ ກຽມອອກຫວຍ 5 ມື້ ຕໍ່ສັປດາ, ຕັ້ງແຕ່ ວັນຈັນ-ວັນສຸກ ໂດຍຈະອອກຫວຍປະເພດໃໝ່ ຊື່ວ່າ “ຫວຍ 12 ຣາສີ” ສໍາລັບອອກໃນມື້ວັນອັງຄານ ແລະ ວັນພະຫັດຄຽງຄູ່ກັບຫວຍໂຕເລຂ ແລະ ຫວຍນາມສັດ ທີ່ອອກທຸກໆ ວັນຈັນ, ວັນພຸດ ແລະ ວັນສຸກ.

ກ່ຽວກັບເຣື່ອງນີ້, ວິທຍຸ ເອເຊັຽ ເສຣີ ໄດ້ສອບຖາມເຈົ້າໜ້າທີ່ກ່ຽວຂ້ອງ ຍານາງນຶ່ງ ເຊິ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວວ່າ ການອອກຫວຍ 12 ຣາສີ ເພີ່ມຕື່ມໃນວັນອັງຄານ ແລະ ວັນພະຫັດແມ່ນເປັນເຣື່ອງຈິງ ແຕ່ວ່າໃນປັດຈຸບັນ ຍັງບໍ່ທັນມີຣາຍລະອຽດກ່ຽວກັບ ວິທີການອອກຫວຍ ແລະ ວັນອອກຈຳໜ່າຍຫວຍ ປະເພດດັ່ງກ່າວເທື່ອ ສ່ວນຫວຍໂຕເລຂ ແລະ ຫວຍນາມສັດ ຍັງອອກຕາມກຳນົດປົກກະຕິ.

ດັ່ງຍານາງກ່າວ ໃນມື້ວັນທີ 16 ສິງຫາ 2023 ນີ້ວ່າ:

“ໂຕນີ້ແມ່ນເພິ່ນຍັງບໍ່ໄດ້ແຈ້ງ ເປັນທາງການເທື່ອນ່າເຈົ້າ. ແມ່ນໆ ຖ້າວ່າມີເພິ່ນຈະແຈ້ງລົງເພຈເລີຍເຈົ້າ. ໂດຍ, ເພິ່ນຍັງບໍ່ແຈ້ງເທື່ອ. ແມ່ນລະ, ຍັງບໍ່ມີເທື່ອ. ແມ່ນແຫຼະ, ອອກພຸດ ແລະ ກະສຸກ.”

ທາງດ້ານໂຕແທນ ຈໍາໜ່າຍຫວຍຣາຍຍ່ອຍ ຍານາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າທັງໂຕແທນຈຳໜ່າຍ ແລະ ລູກຄ້າຕ່າງກໍຊາບຂ່າວ ແລ້ວວ່າຈະມີການອອກຫວຍ ປະເພດໃໝ່ ແຕ່ກໍຍັງລໍຖ້າການແຈ້ງຣາຍລະອຽດ ຈາກທາງຫວຍພັທນາລາວ ແລະ ບໍຣິສັດ ອິນຊີ ເທຣດດິ້ງ ຈຳກັດຜູ້ດຽວ ເຊິ່ງເປັນໂຕແທນຈຳໜ່າຍ ຫວຍພັທນາຣາຍໃຫຍ່ ຕື່ມອີກ.

“ຫວຍ 12 ຣາສີນີ້ ເພິ່ນກະຍັງບໍ່ທັນແຈ້ງຣາຍລະອຽດ ມາເທື່ອວ່າຂາຍລັກສະນະແບບໃດເນາະ ແລະ ກະຮູບຮ່າງໜ້າຕາ ມັນເປັນແນວໃດຫັ້ນນ່າ. ແລ້ວຖ້າໃຫ້ທາງບໍຣິສັດອິນຊີ ເພິ່ນແຈ້ງມາຕື່ມອີກກ່ອນ ແລ້ວທາງເຮົາຊິແຈ້ງ. ເພາະວ່າເຂົາເຈົ້າກະຍັງບໍ່ແຈ້ງມາວ່າ ມັນຈະເປັນລັກສະນະຄື ຫວຍນາມສັດບໍ່, ຫຼືມັນຈະເປັນຄ້າຍໆ ຄືກັບຫວຍແຮບປີ້, ຫຼືມັນຈະເປັນເລຂທັມມະດານີ້ບໍ່. ເຂົາເຈົ້າບໍ່ທັນແຈ້ງມາເທື່ອ ແລະກະຍັງບໍ່ທັນເປີດຂາຍເທື່ອ.”

ສຳລັບການອອກຫວຍ 12 ຣາສີນີ້ ທາງຫວຍພັທນາລາວຣະບຸວ່າ ການອອກຫວຍປະເພດໃໝ່ນີ້ ແມ່ນມີຈຸດປະສົງ 2 ປະການ ດັ່ງນີ້:

  1. ເພື່ອສ້າງຣາຍຮັບເຂົ້າຣັຖບານລາວ ຜ່ານເງິນລາຍຮັບ ແລະພັນທະທີ່ຫວຍພັທນາລາວ ສົ່ງມອບໃຫ້ຣັຖ, ໃນຂະນະທີ່ຣັຖບານລາວ ກຳລັງປະສົບກັບບັນຫາ ຂໍ້ຫຍຸ້ງຍາກ ທາງດ້ານເສຖກິຈ ການເງິນໃນປັດຈຸບັນ ແລະ
  2. ເພື່ອໃຫ້ປະຊາຊົນລາວຫຼຸດຜ່ອນ ການຫຼິ້ນຫວຍ ນອກລະບົບອອກດ້ວຍຕ່າງປະເທດ ເປັນຕົ້ນ ຫວຍວຽດນາມ, ຫວຍກັມພູຊາ ທີ່ອອກທຸກມື້ ແລະ ມີການຂາຍຜ່ານສື່ສັງຄົມອອນລາຍນ໌ ເຊິ່ງຂັດຕໍ່ລະບຽບກົດໝາຍ ຂອງລາວ.

ດ້ວຍເຫດນີ້, ຣັຖບານຈຶ່ງໄດ້ອອກແຈ້ງການ ຫ້ອງວ່າການສຳນັກງານນາຍົກ ຣັຖມົນຕຣີ ເລຂທີ 973/ຫສຍນ, ລົງວັນທີ 26 ພຶສພາ 2023 ແລະ ຂໍ້ຕົກລົງກະຊວງການເງິນ ສະບັບເລຂທີ 1852/ກງ, ລົງວັນທີ 26 ມິຖຸນາ 2023 ໃຫ້ມີການທົດລອງພິມ ຈຳໜ່າຍຜລິດຕະພັນຫວຍ 12 ຣາສີ ແລະ ເພີ່ມການອອກເລຂລາງວັນ ເປັນສະເພາະໃນທຸກໆ ວັນອັງຄານ ແລະວັນພະຫັດ ໂດຍມີຊ່ອງທາງການຈຳໜ່າຍ ຜ່ານເຄື່ອງຂາຍ POS ຂອງໂຕແທນຈຳໜ່າຍຫວຍເດີມ ໃນທົ່ວປະເທດ ແລະ ແອບພຼິເຄຊັ່ນ Insee Hub (ອິນຊີ ຮັບ) ຄຽງຄູ່ກັບການຈຳໜ່າຍຫວຍ ເລຂ 1 ໂຕ ຫາ 6 ໂຕ, ຫວຍຕຳຣາຝັນ 4/40 ແລະສະຫຼາກພັທນາ 5/45.

ຂະນະທີ່ໂຕແທນຈຳໜ່າຍຫວຍ ຣາຍຍ່ອຍອີກຍານາງນຶ່ງ ຢູ່ແຂວງວຽງຈັນກ່າວວ່າເຄີຍໄດ້ເປັນ ໂຕແທນຂາຍຫວຍຕ່າງປະເທດ ແບບນອກຣະບົບໂດຍສະເພາະ ຫວຍວຽດນາມ ແລະຫວຍໄທຍ ແຕ່ປັດຈຸບັນເຊົາຂາຍໄປແລ້ວ ຍ້ອນວ່າການອອກຣາງວັນ ຂອງຫວຍວຽດນາມ ມີຄວາມຊັບຊ້ອນຫຼາຍກວ່າ ຫວຍລາວ ແລະ ບໍ່ມີຄວາມເປັນເອກະພາບ ເພາະວ່າຫວຍວຽດນາມ ຈະໄຈ້ແຍກເປັນຫວຍ ຂອງແຕ່ລະແຂວງເປັນຕົ້ນ ຫວຍຮ່າໂນ້ຍ ແລະ ຫວຍໂຮ່ຈິມິນ ຂະນະທີ່ຫວຍໄທຍ ກໍເປັນທີ່ນິຍົມແຕ່ແມ່ຫວຍ ຈະໃຫ້ເງິນລາງວັນ ສະເພາະຜູ້ທີ່ຖືກເລຂ ຣາງວັນສຳຄັນທໍ່ນັ້ນ.

“ທີ່ຈິງຜ່ານມາ ເຄີຍມີຄົນຮູ້ຈັກທີ່ເຂົາຂາຍເນາະ ແລ້ວເຂົາເຈົ້າຫາໃຫ້ເຮົາຂາຍໃຫ້ຫັ້ນນ່າ ແຕ່ບໍ່ໄດ້ຂາຍຫັ້ນແລ້ວ ເພາະວ່າ ມັນມີຜົລຫວຍອອກຊິວ່າຫຼາຍພິລຶກໂພດຫັ້ນນ່າ. ທີ່ຈິງກະມີລູກຄ້າຖາມຊື້ຢູ່ໄດ໋. ເນື່ອງຈາກວ່າມັນອອກຫຼາຍໂພດ ແລ້ວລູກຄ້າກະສັບສົນແດ່ຫັ້ນນ່າເນາະ. ກະເລີຍບອກເຂົາເຈົ້າວ່າຊື້ແຕ່ຫວຍລາວນີ້ກະໂອເຄແລ້ວ ແຫຼະ. ຫວຍໄທຍນີ້ເຂົາກໍຈະຊື້ແບບ 3 ຕົວ 2 ຕົວ ຈະບໍ່ແມ່ນຊື້ເປັນແບບຫຼັກໃບລອດເຕີຣີຫັ້ນນ່າ.”

ທາງດ້ານ ຊາວບ້ານ ຍານາງນຶ່ງຢູ່ແຂວງວຽງຈັນ ກ່າວວ່າສ່ວນຫຼາຍຊາວບ້ານ ຍັງນິຍົມຫຼິ້ນຫວຍລາວຫຼາຍທີ່ສຸດ ຍ້ອນວ່າຫາຊື້ໄດ້ງ່າຍ ແລະ ສາມາດຊື້ໄດ້ທຸກປະເພດ ລາງວັນ ຮອງລົງມາກໍແມ່ນຫວຍໄທຍ ໂດຍມີທັງຫວຍໃບລອດເຕີຣີ ແລະ ຫວຍນອກລະບົບ ແຕ່ການຫຼິ້ນຫວຍໄທຍ ຍັງມີຂໍ້ຈຳກັດຫຼາຍ ໃນກໍຣະນີຫວຍໃບລອດເຕີຣີ ຈະສາມາດນຳໄປຂຶ້ນເງິນໄດ້ ສະເພາະເລຂທ້າຍ 3 ໂຕ 2 ໂຕ ແລະລາງວັນທີ 1 ຂະນະ ທີ່ລາງວັນອື່ນ ບໍ່ສາມາດນຳໄປຂຶ້ນເງິນໄດ້ ເຊິ່ງເຮັດໃຫ້ຜູ້ຖືກລາງວັນເສັຽໂອກາດ ຫຼາຍ.

“ເຫັນເຂົາເຈົ້າຂາຍ ກໍຫວຍໄທຍ ຫວຍວຽດ ອິຫຍັງຢູ່. ອັນດັບນຶ່ງກະຊິແມ່ນຫວຍລາວນີ້ແຫຼະ ຂາຍກັນງ່າຍຊື້ກັນງ່າຍຊີ້ນ່າ. ອັນສອງມາກໍຄືຫວຍໄທຍ. ຫວຍໄທຍ ມັນຊິຍາກຢູ່ບ່ອນວ່າ ຫວຍໃບນຶ່ງມັນລາຄາສູງເນາະຖ້າ ທຽບໃສ່ເງິນກີບຫັ້ນນ່າ ແລະບໍ່ ຄ່ອຍມີໃຜຢາກຊື້ ໂຕຢ່າງຢູ່ໄທຍ ອາດຈະໄລ່ 100 (ບາທ) ຢູ່ລາວກໍອາດແມ່ນ 50,000, 55,000 ຫຼື 60,000 (ກີບ) ຊີ້ນ່າ ເຂົາເຈົ້າກະບໍ່ປານໃດ.”

ຂະນະທີ່ຊາວບ້ານ ອີກຍານາງນຶ່ງຢູ່ແຂວງບໍຣິຄຳໄຊ ກ່າວວ່າ ການອອກຫວຍປະເພດໃໝ່ ນີ້ອາດຈະເປັນຜົລເສັຽຫຼາຍກວ່າຜົລດີ ຍ້ອນວ່າຈະເປັນການມອມເມົາ ຊາວບ້ານຜູ້ທີ່ມີລາຍໄດ້ນ້ອຍ ຕ້ອງໄດ້ເສັຽເງິນສ່ຽງໂຊກຕື່ມອີກ.

“ຂ້ອຍຄິດວ່າຜົລເສັຽຫຼາຍກວ່າ ເພາະວ່າປະຊາຊົນມັນມີລາຍໄດ້ນ້ອຍ ຢູ່ແລ້ວໃຜໆກະຄືວ່າໄດ້ສ່ຽງດວງຫຼາຍ ຊື້ຫຼາຍໄດ໋ເຖິງວ່າຈະຊື້ໃນຈຳນວນທີ່ເງິນບໍ່ຫຼາຍ ແຕ່ວ່າຊື້ຫຼາຍຄົນມັ ນກະໄດ້ຫຼາຍຄືກັນແມ່ນບໍ່. ສະເພາະ ປະຊາຊົນ ກໍຄືທຸກແນ່ນອນ.”

ບໍ່ພຽງແຕ່ຊາວລາວ ຈະນິຍົມຫຼິ້ນຫວຍລາວ ແລະ ຫວຍຕ່າງປະເທດ ທໍ່ນັ້ນ ແຕ່ວ່າຊາວປະເທດ ອ້ອມຂ້າງຂອງລາວໂດຍສະເພາະ ຊາວໄທຍ ມີຄວາມນິຍົມຫຼິ້ນຫວຍລາວ ເຊັ່ນດຽວກັນ ໂດຍມີແມ່ຫວຍຮັບຊື້ໃນລັກສະນະ ຄ້າຍຄືກັບຫວຍໃຕ້ດິນ ຂອງໄທຍ ຍ້ອນວ່າຫວຍລາວ ອອກສັປດາລະ 3 ມື້ ເຊິ່ງດຶງດູດນັກຫຼິ້ນຫວຍໄທຍ ສ່ວນວ່າຫວຍໄທຍ ນອອກພຽງແຕ່ ເດືອນລະ 2 ຄັ້ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.