ທາງການລາວເລັ່ງແກ້ໄຂ ບັນຫາ ຫວຍເຖື່ອນ
2021.08.18
ທ່ານບຸນໂຈມ ອຸບົນປະເສີດ ຣັຖມົນຕຣີກະຊວງການເງິນ ປະກາດວ່າ ຈະເລັ່ງແກ້ໄຂບັນຫາຫວຍເຖື່ອນໃນທົ່ວປະເທດ ເນື່ອງຈາກ ຜູ້ທີ່ຂາຍຫວຍເຖື່ອນນັ້ນ ບໍ່ໄດ້ເສັຽພາສີອາກອນໃຫ້ແກ່ຣັຖບານ ແລະເປັນການເບື່ອເມົາປະຊາຊົນ ເຊິ່ງທີ່ຜ່ານມາ ໄດ້ກວດພົບບັນຫາ ຫວຍເຖື່ອນຣະບາດຮ້າຍແຮງ ໃນກຸ່ມພະນັກງານຣັຖ ແລະປະຊາຊົນທົ່ວໄປ ໂດຍສະເພາະການຊື້-ຂາຍ ຫວຍຕ່າງປະເທດ ແລະມີ ຫວຍບາງປະເພດ ອອກຫຼາຍຄັ້ງໃນແຕ່ລະມື້.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ສິງຫາ 2021 ນີ້ວ່າ ໃນໄລຍະທີ່ຜ່ານມາ ຣັຖບານລາວ ກໍາລັງຫາແຜນການ ໃນການອອກກົດໝາຍ ເພື່ອເກັບພາສີອາກອນ ຈາກຜູ້ຂາຍຫວຍ ທັງແບບຖືກກົດໝາຍ ແລະບໍ່ຖືກກົດໝາຍ ຍ້ອນທີ່ຜ່ານມາ ຣັຖບານລາວ ຍັງບໍ່ທັນໄດ້ອອກກົດໝາຍ ຄວບຄຸມການຂາຍຫວຍ ຢ່າງຈິງຈັງ:
“ກະແນ່ນອນວ່າ ດຽວນີ້ພວກເຮົາ ກົດໝາຍຂອງພວກເຮົາ ຍັງໄປບໍ່ເຖິງ ຕໍ່ກັບຜູ້ທີ່ມີຣາຍໄດ້ (ຈາກການຂາຍຫວຍ) ຫັ້ນນ່າ ວ່າ ຂະເຈົ້າໄດ້ເສັຽອາກອນບໍ່ ປະກອບພັນທະຕໍ່ຣັຖບໍ່ ອັນນີ້ ກະມີການຫຍຸ້ງຍາກຢູ່ ແມ້ແຕ່ຜູ້ຂາຍຫວຍ ໃຫ້ກັບຣັຖບານຫັ້ນ ທີ່ອອກ ອາທິດນຶ່ງ 2 ເທື່ອ ອັນນີ້ພວກເຮົາ ກໍຍັງຮັບປະກັນບໍ່ໄດ້ ວ່າເຂົາເຈົ້າໄດ້ປະຕິບັດພັນທະ ຕໍ່ຣັຖຢ່າງຄົບຖ້ວນບໍ່ ອັນນີ້ພວກເຮົາ ກໍເຮັດບໍ່ໄດ້ຄືກັນເນາະ.”
ທ່ານກ່າວຕື່ມວ່າ ໃນໄລຍະການແຜ່ຣະບາດ ຂອງໂຄວິດ-19 ປະຊາຊົນທີ່ຂາດຣາຍໄດ້ ຈໍານວນຫຼາຍຄົນ ພາກັນເຫັນວ່າ ການສ່ຽງ ໂຊກ ດ້ວຍການຊື້ຫວຍຣວຍເບີ ຖືເປັນທາງດຽວ ທີ່ຈະເຮັດໃຫ້ພວກເຂົາເຈົ້າ ຫຼຸດພົ້ນອອກຈາກຄວາມທຸກຍາກ ໄດ້ໃນຊົ່ວພິບຕາ ຈຶ່ງ ເຮັດໃຫ້ຫຼາຍຄົນ ພາກັນຫັນສ່ຽງໂຊກ ເປັນຈໍານວນຫຼາຍກວ່າເກົ່າ ແລະ ປະຊາຊົນທົ່ວໄປ ກໍໄດ້ຫັນມາ ເປັນຜູ້ຄ້າຂາຍຫວຍ ແລະ ຂາຍເລຂຣາຍຍ່ອຍ ຍ້ອນຕ້ອງການຫາຣາຍໄດ້ເສີມ ບໍ່ວ່າຈະເປັນນັກຮຽນ, ນັກສຶກສາ, ພໍ່ຄ້າ-ແມ່ຄ້າ ຮວມເຖິງພະນັກງານຣັຖ ນໍາດ້ວຍ.
ກ່ຽວກັບເຣື່ອງນີ້ ຊາວລາວຄົນນຶ່ງ ກໍກ່າວວ່າ ລາວເອງກໍຮູ້ສຶກເຫັນດີ ກັບແຜນການດັ່ງກ່າວ ຂອງກະຊວງການເງິນ ທີ່ພະຍາຍາມ ແກ້ໄຂບັນຫາການຊື້-ຂາຍຫວຍເຖື່ອນ ເຊິ່ງຈະຊ່ອຍໃຫ້ຜູ້ຂາຍຫວຍ ປະຕິບັດຕາມກົດໝາຍ ແລະ ເພື່ອແກ້ໄຂບັນຫາຜູ້ຂາຍຫວຍ ບໍ່ຈ່າຍເງິນໃຫ້ແກ້ຜູ້ຖືກຣາງວັນ, ດັ່ງທ່ານກ່າວໃນມື້ດຽວກັນນີ້ວ່າ:
“ລະກະທີ່ຣັຖບານເຮັດແນວນີ້ ກະຖືວ່າເໝາະສົມຫັ້ນແຫຼະ ເຮັດທຸກຢ່າງໃຫ້ມັນຖືກຕ້ອງ ຕາມຣະບຽບກົດໝາຍ ບໍ່ໃຫ້ຄົນອອກນອກລູ່ ນອກທາງ ອັນນັ້ນມັນກະເປັນການດີຫັ້ນແຫຼະ ທັງເປັນການຮັບປະກັນຜູ້ຊື້ ຜູ້ຂາຍຫັ້ນນ່າ ຜູ້ຂາຍກໍປະຕິບັດຕາມຣະບຽບກົດໝາຍ ຜູ້ຊື້ ກໍຮັບປະກັນໄດ້ວ່າ ຖ້າໂຕເອງຖືືກກໍຈະໄດ້ເງິນ ອັນນີ້ມັນດີຫັ້ນແຫຼະ.”
ໃນຂນະດຽວກັນ ຊາວລາວອີກທ່ານນຶ່ງ ກໍກ່າວວ່າ ຊາວລາວບາງຄົນ ມັກຊື້ຫວຍຫຼາຍ ແຕ່ພໍຖືຣາງວັນກໍບໍ່ໄດ້ເງິນ ຍ້ອນຖືກຜູ້ຂາຍ ຫວຍສໍ້ໂກງ ເຮັດໃຫ້ເກີດບັນຫາ ຄວາມວຸ້ນວາຍໃນສັງຄົມ, ດັ່ງທ່ານກ່າວວ່າ:
“ທີ່ມັນບໍ່ຖືກກົດໝາຍ ມັນບໍ່ດີເນາະ ບາງຄົນມັນບໍ່ມີເງິນແລ້ວ ມັນກະໄດ້ໝົດໂຕ ຕິດໜີ້ຕິດສິນຂະເຈົ້າ ເອີ່..ຄັນສິ່ງທີ່ມັນບໍ່ຖືກກົດໝາຍ ເຮັດຈັ່ງໃດມັນກໍມີຜົລກະທົບ ມັນມີການເສັຽຫາຍຫຼາຍຢ່າງ ມັນເສັຽ ມັນກໍສູນເສັຽໝົດທຸກສິ່ງທຸກຢ່າງ ບາງຄົນເຂົາກໍບໍ່ມີເງິນມີຄໍາເນາະ ເຂົາກໍກູ້ຢືມໜີ້ສິນແນ່ ເຫັນຫຼາຍຄົນ ທີ່ຂະເຈົ້າປະກາດລົງໃນເຟສບຸຄ ເອີ່..ຫວຍທີ່ບໍ່ຖືກກົດໝາຍ ມັນບໍ່ດີໂຕນີ້.”
ແລະຊາວລາວ ອີກທ່ານນຶ່ງ ກໍກ່າວວ່າ ບັນຫາດັ່ງກ່າວນີ້ ອາຈແກ້ໄຂໄດ້ ພາຍໃນໄລຍະເວລາ 1-2 ປີ ຫາກໜ່ວຍງານທີ່ກ່ຽວຂ້ອງ ສາມາດຊອກຫາຕົ້ນຕໍຂອງຜູ້ຂາຍຫວຍເຖື່ອນໄດ້ ແລະໃຊ້ກົດໝາຍແບບຈິງຈັງ, ດັ່ງຍານາງກ່າວວ່າ:
“ເຮົາກະຕ້ອງແກ້ແຕ່ຕົ້ນຕໍ ເຮົາກະເຣີ່ມແກ້ໄປເທື່ອລະໜ້ອຍແຫຼະ ເຮົາກະຕິອງຫາຈຸດກ່ອນວ່າ ແມ່ນໃຜເປັນຄົນປ່ອຍ ໃຜເປັນຄົນປ່ອຍ ຫົວເລຂ ລະເຮົາກະຕ້ອງນໍານໍາໄປ ເອົາເທື່ອລະໜ້ອຍ ເອົາຂະເຈົ້າມາສຶກສາອົບຮົມ ເອົາຂະເຈົ້າມາຟັງຂໍ້ຜົລກະທົບ ແລ້ວກໍຂໍ້ໃດຂໍ້ເສັຽ ອະທິບາຍໃຫ້ຂະເຈົ້າຟັງ ວ່າຫວຍເຖື່ອນ ມັນເປັນແບບໃດ ມັນມີຜົລກະທົບຫຍັງແນ່ ຕໍ່ລູກຫຼານເຮົາ ມັນມີຜົລກະທົບ ມີຜົລຫຍໍ້ທໍ້ ອິ ຫຍັງແນ່ຕໍ່ສັງຄົມຊີ້ ກະໜ້າຈະແກ້ໄຂໄດ້ ຖ້າແກ້ໄຂຖືກຈຸດ.”
ກ່ອນໜ້ານີ້ ທ່ານບຸນໂຈມ ອຸບົນປະເສີດ ຣັຖມົນຕຣີກະຊວງການເງິນ ກ່າວໃນກອງປະຊຸມ ສມັຍວິສາມັນ ເທື່ອທີ 1 ຂອງສະພາ ແຫ່ງຊາດ ຊຸດທີ 9 ວ່າ ຣັຖບານ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອແກ້ໄຂບັນຫາຫວຍເຖື່ອນ ແຕ່ບໍ່ທັນໄດ້ປະຕິບັດຢ່າງຈະແຈ້ງ ຍ້ອນການຊື້-ຂາຍຫວຍເຖື່ອນ ສ່ວນຫຼາຍເກີດຂຶ້ນຜ່ານຣະບົບອອນລາຍ ເຊິ່ງຊອກຫາຕົ້ນຕໍການຊື້-ຂາຍນັ້ນໄດ້ຍາກ, ດັ່ງທີ່ທ່ານກ່າວວ່າ:
“ພວກເຮົາຈະໄດ້ຄົ້ນຄວ້າ ກົນໄກແກ້ໄຂ ບັນດາຫວຍເຖື່ອນໂຕນີ້ ເພາະພວກນີ້ ບໍ່ໄດ້ມອບພັນທະອິຫຍັງໃຫ້ຣັຖ ມັນເປັນການຄ້າ ການເຮັດຫວຍເຖື່ອນໆຫັ້ນແຫຼະ ເຮົາເອີ້ນໃສ່ຫວຍເຖື່ອນ ຈະແກ້ຫຼາຍກົນໄກ ປັດຈຸບັນ ເຮົາກະມີຄະນະຮັບຜິດຊອບ ແກ້ໄຂຫວຍ ເຖື່ອນ ແຕ່ວ່າແກ້ບໍ່ຕົກ ມັນຫາຈຸດມັນບໍ່ໄດ້.”
ທີ່ຜ່ານມາ ຣັຖວິສາຫະກິຈຫວຍພັທນາລາວ ອອກເລຂສັປດາລະ 4 ຄັ້ງ ພ້ອມຫວຍຂູດອີກຈໍານວນນຶ່ງ ແຕ່ໄດ້ຮັບການ ພິຈາຣະນາ ວ່າ ເປັນການເບື່ອເມົາສັງຄົມ ຣັຖບານຈຶ່ງຫຼຸດຈໍານວນຄັ້ງ ໃນການອອກເລຂ ໃຫ້ເຫຼືອສັປດາລະ 2 ຄັ້ງ ແລະ ຍົກເລີກຫວຍ ຂູດລົງ, ແຕ່ເຖິງແມ່ນວ່າ ຈະມີການຫຼຸດຈໍານວນຄັ້ງ ຂອງການອອກເລຂກໍຕາມ ແຕ່ຣັຖວິສາຫະກິຈ ຫວຍພັທນາລາວ ກໍຍັງສາມາດສົ່ງມອບ ພາສີອາກອນ ໃຫ້ແກ່ຣັຖບານໄດ້ ປີລະ 60 ຕື້ກີບ.
ແຕ່ປັດຈຸບັນ ຣັຖວິສາຫະກິຈຫວຍພັທນາລາວ ສາມາດສົ່ງມອບພາສີອາກອນ ໃຫ້ແກ່ຣັຖບານໄດ້ພຽງປີລະ 20 ຕື້ກີບ ເທົ່ານັ້ນ ຍ້ອນ ຄົນລາວສ່ວນຫຼາຍ ນິຍົມຊື້-ຂາຍຫວຍຕ່າງປະເທດ ຈາກຊ່ອງທາງອອນລາຍ ເຖິງແມ່ນວ່າ ຫວຍດັ່ງກ່າວນີ້ ຈະອອກເລຂ ຈໍານວນ ຫຼາຍຄັ້ງຕໍ່ມື້ ແຕ່ທັງໝົດນີ້ ກໍບໍ່ທັນໄດ້ເສັຽພາສີອາກອນໃຫ້ຣັຖບານເລີຍ.