ລາວ ຈຳກັດ, ຄຸ້ມ​ຄອງ ການອອກຫວຍ

ຈ​ເຣີນ​ສຸ​ຂ
2017.08.18
F-lottery2 ການອອກຫວຍ ຂອງ ຣັຖວິສາຫະກິດ ຫວຍພັທນາ ໃນ ນະຄອນຫຼວງວຽງຈັນ
Screen captured from TVLao3 video

ຫ້ອງ​ວ່າ​ການ ສຳ​ນັກ​ງານ ນ​າ​ຍົກຣັ​ຖ​ມົນ​ຕ​ຣີ ອອກ​ແຈ້ງ​ການ ເພື່ອກວດ​ກາ ແລະ ຄຸ້ມ​ຄອງ​ ການ​ອອກ​ຫວຍ ປະ​ເພດ​ຕ່າງໆ ຂອງ​ຣັ​ຖວິ​ສາ​ຫະ​ກິ​ດ ຫວຍ​ພັ​ທ​ນາ​ລາວ ພາຍ​ຫຼັງ ທີ່​ມີ​ສຽງ​ພິ​ພາກວິ​ຈານ ຈາກ​ສັງ​ຄົມ ກ່ຽວ​ກັບ ການ​ອອກ ແລະ ຂາຍ​ຫວຍ ໂດຍບໍ່​ມີ​ຄວາມ​ໂປ່ງ​ໃສ.

ໃບ​ແຈ້ງ​ການ, ທີ່ອອກ​ເມື່ອ​ວັນ​ທີ 17 ເດືອນ​ສິງ​ຫາ ປີ 2017 ນີ້, ຍັງ​ໄດ້ ສັ່ງ​ໃຫ້ຫຼຸດການ​ອອກ​ ເລກ​ຣາງວັນ​ຫວຍ ຂອງ​ ຣັ​ຖວິ​ສາ​ຫະ​ກິດ ພັ​ທ​ນາ​ລາວ ຈາກ 2 ເທື່ອ ມາ​ເປັນ 1 ເທື່ອ ຕໍ່ ສັ​ປ​ດາ, ພ້ອມ​ທັງ ຮັບ​ປະ​ກັນ​ ໃຫ້​ມີ​ຄວາມ​ໂປ່ງ​ໃສ ໃນ​ການ​ອອກ​ຣາງວັນ ໃນ​ແຕ່​ລະ​ເທື່ອ.

ສ່ວນ​ຫວຍ​ທວາຍ​ເຕະ​ບານ ແລະ ຫວຍສ່ຽງ​ໂຊກ SMS ທີ່​ຊື້​ຜ່ານ​ຂໍ້​ຄວາມ​ນັ້ນ ກໍ​ໃຫ້​ເຊົາ​ເຄື່ອນ​ໄຫວ, ໃນ​ຂະ​ນະ​ທີ່ ຫ​ວຍ ທີ່​ໄດ້​ຮັບ ​ອະ​ນຸ​ຍາດ​ແລ້ວ ແຕ່​ຍັງ​ບໍ່​ທັນ​ໄດ້ເຄື່ອນ​ໄຫວ ຄື: ຫວຍ​ປິ່ງ​ໂກ້ ແລະ ຫວຍ​ໂລ​ໂຕ ນັ້ນ ກໍ​ໃຫ້​ຍົກ​ເລີກ ໃບ​ອະ​ນຸ​ຍາດ.

ສຳ​ລັບ​ຫວຍ​ຂູດນັ້ນ, ຍັງ​ສາ​ມາດສືບ​ຕໍ່​ຈຳ​ໜ່າຍໄດ້ ສະ​ເພາະ ຈຳ​ນວນ ທີ່​ໄດ້​ພິ​ມ​ໂຕ​ຈິງ​ແລ້ວ, ແຕ່​ໃຫ້​ຈຳ​ກັດ ສະ​ຖານ​ທີ່ ແລະ ປະ​ລິ​ມານ ໃນ​ການ​ຈຳ​ໜ່າຍ​ນັ້ນລົງ ໃຫ້​ເໝາະ​ສົມ. ແລະ ຖ້າ​ຂາຍ​ຈຳ​ນວນ​ເກົ່າ​ໝົດ​ແລ້ວ ໃຫ້​ສ​ລຸບ​ຣາ​ຍ​ງາຍ ຕໍ່​ຣັ​ຖ​ບານ ເພື່ອ​ຂໍ​ຄຳ​ແນະ​ນຳ ໃນ​ຕໍ່​ໜ້າ.

ໃນ​ການ​ປະ​ຕິ​ບັດ​ງານ ດັ່ງ​ກ່າວ, ຣັ​ຖ​ບານ ໄດ້​ມອບໝາຍ​ໃຫ້ ກະ​ຊວ​ງ​ການ​ເງິນ ຮ່ວມ​ມື ກັບ ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ແລະ ພາກ​ສ່ວ​ນ​ກ່ຽວ​ຂ້ອງ ດຳ​ເນີນການກວດ​ກາ ແລະ ຄຸ້ມ​ຄ​ອງ, ພ້ອມ​ກັບ ສັ່ງ​ຫ້າມ ການ​ຈຳ​ໜ່າຍ ຫວຍ​ເຖື່ອນ ຈາກ​ຕ່າງ​ປະ​ເທດ ແລະ ຖ້າ​ຫາກວ່າ ມີ​ຜູ້​ລະ​ເມີດ ກໍ​ຈະ​ຖືກລົງ​ໂທດ ຕາມ​ກົດ​ໝາຍ ແລະ ຣະ​ບຽບ​ການ ຂອງ​ສ​ປ​ປ​ລາວ.

ໃບ​ແຈ້ງ​ການ ວ່າ​ດ້ວຍ ​ການກວດ​ກາ ແລະ ຄຸ້ມ​ຄອງ ຫວຍ​ປະ​ເພດ​ຕ່າ​ງໆ​ນີ້ ມີ​ຂຶ້ນ ພາຍ​ຫລັງ ທີ່​ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ໄດ້ຣາຍ​ງານ​ ກ່ຽວ​ກັບ ສຽງ​ວິ​ພາກວິ​ຈານ ຈາກ​ສັງ​ຄົມ ກ່ຽວ​ກັບ ການຂາຍ ແລະ ອອກ​ຫວຍ ໃນ​ປີຜ່ານ​ມາ.

ເມື່ອ​ເດືອນ​ພຶ​ສ​ຈິ​ກາ ປີ 2016, ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ໄດ້​ຣາຍ​ງານ ກ່ຽວ​ກັບ ປະ​ຊາ​ຊົນ ສ່ວນ​ຫຼາຍ ໝັ້ນ​ໃຈ​ວ່າ ການ​ອອກ​ຫວຍ ຂອງ​ບໍ​ຣິ​ສັດ ຫວຍ​ພັ​ທ​ນາ ບໍ່​ມີ​ຄວາມ​ໂປ່ງ​ໃສ, ຊຶ່ງ​ອາ​ດ​ມີ​ການ​ເລືອກ​ເລກ ໃຫ້​ອອກ​ຕາມ ທີ່​ຕ້ອງ​ການໄດ້, ແລະ ​ສົງ​ໃສ​ວ່າ ມີ​ການ​ລ໊ອກ​ເລກ ທີ່​ອອກ​ນັ້ນ ຢ່າງ​ຕໍ່​ເນື່ອງ ພາຍ​ຫລັງ ທີ່​ຜົລ​ການ​ອອກ​ຫວຍ ໄດ້ອອກ​ເລກ “ແມວ” ຫລາຍງວດ ຕິດ​ຕໍ່​ກັນ.

ແຕ່ເຖິງ​ຢ່າງ​ໃດ ກໍ​ດີ, ກ່ຽວ​ກັບ ບັນ​ຫາ​ດັ່ງ​ກ່າວ, ເຈົ້າ​ໜ້າ​ທີ່ ກ່ຽວ​ຂ້ອງ ກະ​ຊວງ​ການ​ເງິນ ກໍ​ໄດ້​ໃຫ້ອະ​ທິ​ບາຍ ວ່າ ມີ​ການ​ປັບ​ປຸງ ຫລັງ​ຈາກ ມີ​ສຽງ​ວິ​ພາກວິ​ຈນ ຈາກ​ສັງ​ຄົມ ເຣື່ອງ​ການ​ອອກ​ຫວຍ, ຊຶ່ງທ່ານ ວິ​ລະ​ສັກ ພົມ​ມະ​ລັກ, ເຈົ້າ​ໜ້າ​ທີ່ ກະ​ຊວງ​ການ​ເງິນ ແລະ ທັງ​ເປັນ​ນຶ່ງ ໃນ​ຄະ​ນະ​ຮັບ​ຜິດ​ຊອບ ຣັ​ຖ​ວິ​ສາ​ຫະ​ກິດ ຫວຍ​ພັ​ທ​ນາ​ລາວ ໄດ້​ກ່າວ​ຕໍ່​ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ເມື່ອ​ວັນ​ທີ 28 ເດືອນ​ພຶ​ສ​ຈິ​ກາ ປີ 2016 ວ່າ:

“ຫຼັງຈາກ ມີຫາງສຽງ ຂອງສັງຄົມ ພວກເຮົາ ກໍໄດ້ແຈ້ງຫາ ຫວຍ ງົດການ ອອກຫວຍລົງ ຈາກ 3 ຄັ້ງ ມາເປັນ 2 ຄັ້ງຕໍ່ ອາທິດ ນັບແຕ່ເດືອນ ພຶສຈິກາ ເປັນຕົ້ນມາ ແລະ ໄດ້ມີການ ຖ່າຍທອດສົດ ທາງ ໂທຣະພາບ (ໂທ​ຣະ​ທັດ) ທຸກຄັ້ງ ຕັ້ງແຕ່ ກາງເດືອນ ພຶສຈິກາ ເປັນຕົ້ນມາ ຫລັງຈາກທີ່ ກ່ອນໜ້ານີ້ ມີການ ຖ່າຍທອດສົດ ທາງ ໂທຣະພາບ (ໂທ​ຣະ​ທັດ) ເດືອນລະຄັ້ງ ເທົ່ານັ້ນ.”

ກ່ຽວກັບເຣື້ອງທີ່ ສັງຄົມ ສົງສັຍ ວ່າມີການຖ່ວງ ນ້ຳໜັກ ລູກບານ ນັ້ນ, ທ່ານ ວິລະສັກ ກ່າວວ່າ:

“ຄນະກັມມະການ ອອກຫວຍ ມີການສັ່ງ ນໍ້າໜັກທຸກຄັ້ງ ດ້ວຍຊິງຊັ່ງ ຣະບົບ ໂຕ​ເລກ (Digital) ກ່ອນທີ່ ຈະມີ ການອອກຫວຍ ເພື່ອ ຮັບປະກັນ ວ່າ ລູກບານ ແຕ່ລະໜ່ວຍ ມີນ້ຳໜັກ ເທົ່າກັນໝົດ ແລະ ຖ້າທ່ານໃດ ຍັງສົງສັຍ ກໍຂໍໃຫ້ມາເບິ່ງ ດ້ວຍຕົນເອງ ກໍໄດ້ ຢູ່ໃນ ສະຖານທີ່ ອອກຫວຍ ເພື່ອຄວາມໝັ້ນໃຈ ແລະ ບໍ່ມີຂໍ້ ຄະລຶຫາ.”

ທ່ານກ່າວອີກວ່າ: ເຣື້ອງການອັດເລກ ຫຼື ບໍ່ຂາຍເລກ ບາງໂຕນັ້ນ ແມ່ນ ເປັນໜ້າທີ່ ຮັບຜິດຊອບ ຂອງບໍຣິສັດ ແລະ ສາຂາ ຂອງ ຫວຍພັທນາ ເອງ ແລະ ນອກຈາກນີ້ ກະຊວງການເງິນ ກໍາລັງ ພິຈາຣະນາ ຫຼຸດຈຳນວນ ການອອກຫວຍ ລົງອີກ, ຊຶ່ງອາດຈະປັບ ການອອກຫວຍ ເປັນອາທິດ ລະເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.