ຫວຍພັທນາໜີ້ສິນຣັຖບານ ລາວ
2015.09.29
ອະບາຍມຸກ ເປັນ ອັນຕະລາຍ ທີ່ ຮ້າຍແຮງ ຢ່າງນຶ່ງ ຊຶ່ງ ເບື່ອເມົາ ປະຊາຊົນ ລາວ ເວົ້າ ສະເພາະ ໃນ 10 - 20 ປີ ມານີ້ ຄື ການ ພະນັນ. ການ ພະນັນ ຢູ່ ສ.ປ. ປ.ລາວ ນອກຈາກ ການຫລິ້ນ ໄພ້ ຫລິ້ນໂບກ ຢູ່ຕາມ ໂຮງ ຄາຊີໂນ ຫລື ບ່ອນ ຫລິ້ນ ການພະນັນ ທັງຢູ່ ພາກເໜືອ ພາກກາງ ແລະ ພາກໃຕ້ ຂອງ ປະເທສ ແລ້ວ ກໍຍັງມີ ຮວມທັງ ຫວຍ ພັທນາ ແລະ ຫວຍທວາຍ ຜົລບານ ທີ່ ຫຼາຍຄົນ ເວົ້າວ່າ ຣັຖບາລ ລາວ ເອົາໃຈໃສ່ ຂຍາຍ ວົງກວ້າງ ແລະ ຖືວ່າ ການພະນັນ ເປັນການ ພັທນາ ອັນນຶ່ງ ທີ່ ຊ່ວຍ ຍົກສູງ ລະດັບ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ແລະ ເພື່ອໃຫ້ ປະຊາຊົນ ລ້ຳລວຍ ໃນ ທາງລັດ ຄືກັນກັບ ທີ່ ເຄີຍໄດ້ ເວົ້າວ່າ ສ້າງ ສັງຄົມ ນິຍົມ ໂດຍບໍ່ຜ່ານ ການຂຍາຍ ຕົວ ຂອງ ທຶນ ນິຍົມ ເຖິງແມ່ນວ່າ ໄດ້ ປະສົບ ກັບ ຄວາມ ຫລົ້ມແຫລວ ມາແລ້ວ ກໍຕາມ.
ການພະນັນ ບໍ່ພຽງແຕ່ ເປັນ ຢາເສບຕິດ ສຳລັບ ຊາວລາວ ຊຶ່ງ ມີ ຈຳນວນ ບໍ່ໜ້ອຍ ມົວເມົານຳ ຊຶ່ງ ຜົລໄດ້ຮັບ ຄືການ ປະວຽກ ປະງານ, ທຸກຍາກ ຂາດເຂີນ, ເປັນໜີ້ ເປັນສິນ, ຜິດຂ້ອງ ຕ້ອງຖຽງ ແລະ ຢ່າຮ້າງ ແລ້ວ ບໍ່ ແລ້ວ ຍັງເປັນ ບໍ່ເກີດ ຂອງ ການກໍ່ ອາຊຍາກັມ ຕ່າງໆ ຮວມທັງ ຂີ້ລັກ ມັກສົກ, ປຸ້ນຈີ້, ຂ້າເຈົ້າ ເອົາຂອງ, ເຮັດໃຫ້ ສັງຄົມ ບໍ່ມີ ຄວາມສງົບ. ເຖິງ ປານນັ້ນ ຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ ກໍຍັງ ຂຸ້ນຂ້ຽວ ຊອກຫາ ນັກ ທຸຣະກິດ ຕ່າງ ປະເທສ ເຂົ້າ ມາລົງທຶນ ສ້າງເຂດ ເສຖກິດ ພິເສດ, ເຂດ ເສຖກິດ ສະເພາະ ຊຶ່ງ ບໍ່ພຽງແຕ່ ເປັນການ ຂຍາຍ ບ່ອນຫລິ້ນ ການພະນັນ ເທົ່ານັ້ນ ແຕ່ຫາກ ຍັງ ເປັນພັຍ ສັງຄົມ ຮ່ວມທັງ ເປັນບ່ອນ ມົ້ວສຸມ ຢາເສບຕິດ ທີ່ສົ່ງ ຜົລ ເຮັດໃຫ້ ເກີດ ອາຊຍາກັມ ຕ່າງໆ ຊຶ່ງ ຕາມຂ່າວ ວ່າ ເກີດຮອດ ການ ຄາຕກັມ ຢູ່ເຂດ ເສຖກິດ ພິເສດ ທີ່ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ.
ແຕ່ ເຖິງຢ່າງໃດ ກໍຕາມ ຣັຖບາລ ສ.ປ.ປ.ລາວ ກໍບໍ່ລົດລະ ໃນການ ທີ່ ຈະຂຍາຍ ສະຖານທີ່ ຫລິ້ນ ການພະນັ້ນ ນີ້ຢູ່ ຕໍ່ໄປ. ທາງການ ລາວ ຖືການ ພະນັນ ເປັນແຫລ່ງ ຣາຍຮັບ ງົບປະມານ ຂອງລັດ, ຖືເປັນການ ສ່ຽງໂຊກ ເປັນການ ຜ່ອນຄາຍ ອາລົມ, ເພື່ອ ຄວາມ ມ່ວນຊື່ນ ໂດຍ ຈຳກັດ ຈໍານວນ ເງິນ ຊື້ ບໍ່ໃຫ້ເກີນ 1 ລ້ານ ກີບ ຕໍ່ຄົນ ຕໍ່ວັນ ແລະ ຜູ້ຊື້ ຕ້ອງມີ ອາຍຸ 18 ປີ ຂຶ້ນໄປ.
ເວົ້າສະເພາະ ຫວຍ ພັທນາ ທີ່ ຣັຖບາລ ລາວ ໄດ້ ຈັດຕັ້ງ ບໍລິສັດ ຣັດ ວິສາຫະກິດ ຫວຍ ພັທນາ ແລະ ໃຫ້ຂຶ້ນ ກັບ ກະຊວງ ການເງິນ ໃນການ ດຳເນີນ ທຸຣະກິດ ໂດຍຫຍັງ ຈະໄດ້ເງິນ ຈາກ ປະຊາຊົນ ທີ່ຫລົງໄຫລ ຫຼິ້ນ ການພະນັນ ນັ້ນ. ທາງການ ລາວ ປະກາດ ເມື່ອ ວັນທີ 24 ກັນຍາ 2015 ນີ້ວ່າ ບໍຣິສັດ ນີ້ ມອບ ພັນທະ ງົບປະມານ ໃຫ້ ຣັຖ ແຕ່ລະປີ ຫຼາຍ ສິບ ຕື້ ກີບ ແລະ ເພີ່ມຂຶ້ນ ທຸກໆປີ. ໃນປີ 2015 ນີ້ ໄດ້ມອບໃຫ້ ເຖິງ 43,2 ຕື້ ກີບ. ຫລາຍຄົນ ເວົ້າວ່າ ເງິນ ຈຳນວນ 43,2 ຕື້ ກີບ ທີ່ວ່ານີ້ ເປັນເງິນ ຂອງ ປະຊາຊົນ ລາວ ຊຶ່ງ ສ່ວນໃຫ່ຍ ຍັງ ທຸກຍາກ, ທຳມາ ຫາກິນ ດ້ວຍຄວາມ ລຳບາກ ແລະ ມີຊີວິດ ການເປັນຢູ່ ຝືດເຄືອງ ແຕ່ ກໍຕ້ອງ ຈຳໃຈ ຊື້ຫວຍ ເພື່ອ ສ່ຽງໂຊກ ຫາເງິນ ທາງລັດ ຕາມທີ່ ທາງການ ລາວ ຄາດຫວັງ ເອົາໄວ້ ເຖິງມີ ຫາງສຽງ ວ່າ ການອອກ ຫວຍ ພັທນາ ຂອງລາວ ບໍ່ໂປ່ງໄສ, ລ໊ອກຫວຍ ໃນ ເວລາ ອອກ, ບໍ່ມີການ ຖ່າຍທອດ ສົດ ກໍຕາມ.
ເວົ້າເຖິງການ ລ໊ອກ ຫວຍ ປະຊາຊົນ ລາວ ທ່ານນຶ່ງ ທີ່ ຕິດຕາມ ເຣຶ່ອງ ນີ້ມາ ໂດຍຕລອດ ເວົ້າວ່າ:
"ມັນ ສອງສາມ ເດືອນ ຫລັງ ອັນ ເລກ ວ່າ ເດັດດັດ ຈັບເຂົາ ລ໊ອກ ໄວ້ ບໍ່ຂາຍ ເລກ ໂຕນີ້ ນະ ຊິໄປຈັບ ໄປຕີ ໄປຂ້າເຂົາ ພຸ້ນ ເອີ ມື້ວານ ມື້ກ່ອນ ກະອອກ ເລກ ເກົ່າເດ້ ແມ່ເອົາ ກໍາໄລ ຄືນ".
ພ້ອມກັນ ນັ້ນ ປະຊາຊົນ ລາວ ທ່ານ ດຽວກັນ ນີ້ ກໍເວົ້າ ຕື່ມອີກວ່າ ທຸຣະກິດ ຫວຍ ພັທນາ ແຕ່ກີ້ ມອບໃຫ້ ວຽດນາມ ເປັນຜູ້ເຮັດ, ຕໍ່ມາ ກໍມອບ ໃຫ້ ໄທ ເຮັດ:
"ແຕ່ກີ້ ແມ່ນ ວຽດນາມ ມາເຮັດ ບັກວຽດ ມາເຮັດ ກິນ ເງິນ ລາວ ມາຕົ້ມລາວ ລະກະໜີ ໜີຕີ້ ໃຫ້ ໄທ ບາດນີ້ ໃຫ້ຕ່າງ ຊາດ ມາຄຸມ ກະຊວງ ການເງິນ ບໍ່ມີ ບັນຍາ ເຂົາວ່າ ຜູ້ໃຫຍ່ ໄດ້ ເປີເຊັນ ເດ".
ແລະ ຊາວລາວ ອີກທ່ານນຶ່ງ ກໍເວົ້າວ່າ:
"ເວົ້າເຣຶ່ອງ ຊ່ຽງໂຊກ ຊ່ຽງດວງ ນີ້ ໃຜໆ ກະຍັງຢາກ ຊ່ຽງ ຢູ່ຄືເກົ່າ ແຕ່ວ່າ ເຣຶ່ອງເງິນ ກ້ອນນີ້ ຢາກໃຫ້ ຣັຖບາລ ເຮັດ ເອງສາ ຄັນເຮັດ ບໍ່ໄດ້ນີ້ ກະຂໍຮ້ອງໃຫ້ ທາງພັກ ແລະ ຣັຖບາລ ເບິດ ທຸກເຈົ້າ ທຸກນາຍ ຫັ້ນແຫລະ ພິຈາຣະນາ ໂຕເອງ ສະ ໃຫ້ ພິຈາຣະນາ ຕົນເອງ".
ກ່ຽວກັບ ເຣຶ່ອງ ທີ່ວ່ານີ້ ຫລາຍຄົນ ຕັ້ງຂໍ້ ສົງສັຍວ່າ ການທີ່ ຜູ້ນໍາ ສ.ປ.ປ.ລາວ ໃຫ້ ກະຊວງ ການເງິນ ມອບ ທຸຣະກິດ ຫວຍ ພັທນາ ໃຫ້ຕ່າງ ປະເທສ ເຂົ້າມາ ດໍາເນີນ ນັ້ນ ຍ້ອນ ຜູ້ໃຫຍ່ ໄດ້ ເປີເຊັນ ນໍາ. ເຖິງຈະມີ ການ ລ໊ອກ ເລກ ຫລືບໍ່ ກໍບໍ່ສົນ ທະແນມແຕ່ ໄດ້ ສ່ວນແບ່ງ. ດັ່ງ ຊາວລາວ ທ່ານນຶ່ງ ເວົ້າວ່າ:
"ຜ່ານມາ ໄປຖາມໂລດ ປະຊາຊົນ ລາວ ທີ່ ເຂົາເຈົ້າ ວ່າ ໂອ ງວດນີ້ ບໍ່ຂາຍເດີ ເລກ ໝາ ປິດເບິດ ສຸດທ້າຍ ອອກເລກ ໝາ ແທ້ໆ ແລ້ວໃຜ ຈະຖືກ ແຫລະ".
ກ່ຽວກັບ ເລື້ອງການ ລ໊ອກ ຫວຍ ນີ້ ໜັງສືພິມ ລາວ ພັທນາ ໄດ້ ລາຍງານ ວ່າ ມີຜູ້ສເນີ ຜ່ານ ສາຍດ່ວນ ຂອງ ສະພາ ແຫ່ງຊາດ ເພື່ອໃຫ້ ພາກສ່ວນ ທີ່ ກ່ຽວຂ້ອງ ກວດກາ ຄັກແນ່ ເພື່ອ ຄວາມໂປ່ງໄສ ໃນການ ອອກຫວຍ ແຕ່ລະຄັ້ງ ແລະ ການຫຼີ້ນ ຫວຍ ທວາຍຜົລ ບານ ຊຶ່ງ ສິ່ງ ດັ່ງກ່າວ ມັນເປັນ ການເບື່ອເມົາ ສັງຄົມ ໂດຍສະເພາະ ແມ່ນ ນັກຮຽນ, ນັກສຶກສາ ຈໍານວນນຶ່ງ ສູນເສັຽ ເງິນ ຈາກ ການຫລິ້ນ ການພະນັນ ປະເພດ ນີ້ ແລະ ປະເພດ ອື່ນໆ ຊຶ່ງ ມີການ ວິພາກ ວິຈານ ກັນວ່າ ເປັນສິ່ງ ເຮັດໃຫ້ ເກີດ ຜົນກະທົບ ອັນບໍ່ດີ ຕ່າງໆ ຕາມມາ ຮວມທັງ ປະລະ ການຮຽນ, ພົວພັນ ກັບ ຢາເສບຕິດ ແລະ ຂາຍ ບໍຣິການ ທາງເພດ.
ກ່ຽວກັບ ເຣຶ່ອງ ທີ່ວ່ານັ້ນ ຮອງ ຣັຖມົນຕຣີ ກະຊວງ ການເງິນ ເວົ້າວ່າ ຣັຖ ວິສາຫະກິດ ຫວຍ ພັທນາ ຖື ວຽກງານ ນີ້ເປັນ ວຽກງານ ສຳຄັນ ໃນການ ເຄື່ອນໄຫວ ທຸລະກິດ ຂອງຕົນ ແລະ ໄດ້ ເອົາໃຈໃສ່ ຕິດຕາມ ກວດກາ ການອອກ ເລກ ລາງວັນ ນັ້ນ ຢ່າງ ເຂັ້ມງວດ ແລະ ໃນ ຂນະດຽວກັນ ທ່ານ ກໍ ປະຕິເສດ ວ່່າ ຫາງສຽງ ຈາກ ສັງຄົມ ທີ່ກ່າວຫາ ວ່າ ການ ອອກຫວຍ ສາມາດ ເຮັດໃຫ້ ເລກ ອອກມາ ໄດ້ຕາມ ທີ່ ຕ້ອງການ ຫລືວ່າ ລ໊ອກ ຫວຍ ນັ້ນ ບໍ່ເປັນ ຄວາມ ຈິງ.
ກະຊວງ ການເງິນ ໄດ້ຈັດຕັ້ງ ຄນະ ກັມມະການ ຄຸ້ມຄອງ ການ ອອກເລກ ລາງວັນ ຫວຍ ພັທນາ ທີ່ ປະກອບ ດ້ວຍ ຜູ້ຕາງໜ້າ ຈາກ 7 ພາກສ່ວນ ຄື: ສະພາ ແຫ່ງຊາດ, ຫ້ອງວ່າການ ຣັຖບານ, ກະຊວງ ການເງິນ, ກະຊວງ ຍຸຕິທັມ, ກະຊວງ ປ້ອງກັນ ຄວາມສງົບ, ກະຊວງ ຖະແຫລງ ຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ແລະ ສູນກາງ ແນວລາວ ສ້າງຊາດ.
ທາງການ ລາວ ຢືນຢັນ ວ່າ ບໍ່ມີການ ລ໊ອກ ເລກຫວຍ ແຕ່ຢ່າງໃດ. ສ່ວນ ກໍຣະນີ ທີ່ ມີເລກ ໂຕເກົ່າ ອອກມາ ຊ້ຳກັນ ຄືສອງ ງວດ ອອກເລກ ດຽວກັນ ນັ້ນ ທາງການ ລາວ ກໍວ່າ ເປັນເຫດ ບັງເອີນ, ເປັນເຫດ ສຸດວິໄສ.ແຕ່ ເຖິງຢ່າງໃດ ກໍມີການ ລືກັນ ວ່າ ມີການ ລ໊ອກ ເລກ ຫວຍ ແທ້. ດັ່ງ ຊາວລາວ ທ່ານນຶ່ງ ເວົ້າເຖິງ ເຣຶ່ອງ ການລ໊ອກ ຫວຍ ນັ້ນ ຕອນນຶ່ງວ່າ:
"ເລກ ຊິອອກ ມັນກວດ ກ່ອນ, ເຊັກ ເບິ່ງກ່ອນ ໂຕໃດມັນ ຄົນຊື້ ຫຼາຍ ມັນ ກະບໍ່ອອກ ເຂົາຊ່າກັນ ແນວນັ້ນ".
ແລະ ຊາວລາວ ອີກ ທ່ານນຶ່ງ ກໍເວົ້າວ່າ ຫວຍ ພັທນາ ມັກອອກ ເລກທີ່ ຄົນລາວ ບໍ່ ນິຍົມຊື້ ແລະ ອອກເລກ ຊໍ້າເກົ່າ ຢູ່ເລື້ອຍ:
"ທ່ານກໍ ສັງເກດ ເບິ່ງແມ ເລກ ເຕົ່ານີ້ ຄົນລາວ ເຮົາ ບໍ່ຊື້ແລ້ວ ເລກເຕົ່າ ນໍ ຫລື ບໍ່ຊັ້ນ ກະອອກຊໍ້າ ແຕ່ ເລກເກົ່າ ຈັ່ງຊີ້ ສົມມຸດ ວ່າ 37 ຈັ່ງ ຊີ້ ສົມມຸດ ວ່າອອກ ມື້ນີ້ວັນ ອັງຄານ ນີ້ 37 ວັນ ອັງຄານ ໜ້າ ອອກ ອີກ ແຫລະ 37 ແລ້ວແມ່ນ ໃຜຊິໄປ ຊື້ເລກ ໂຕ ເກົ່າ ຫັ້ນ".
ສໍາລັບ ການຫລິ້ນ ຫວຍ ທວາຍຜົນ ເຕະບານ ທີ່ ມີແຜ່ຫຼາຍ ໃນ ຕົວເມືອງ ໃຫຍ່ ຂອງລາວ ນັ້ນ ຣັດ ວິສາຫະກິດ ຫວຍ ພັທນາ ໄດ້ຮັບ ອະນຸຍາດ ຈາກ ກະຊວງ ການເງິນ ໃຫ້ ຈຳໜ່າຍ ຫວຍ ທວາຍຜົນ ເຕະບານ ທີ່ວ່າໃຊ້ ຣະບົບ ທັນສະໄໝ, ປອດໄພ, ໝັ້ນຄົງ ແລະໂປ່ງໄສ ເພື່ອ ເພີ່ມ ທາງເລືອກ ໃຫ້ຜູ້ ມັກສ່ຽງໂຊກ ອອກຈາກ ຫວຍ ເຖື່ອນ ເຖິງແມ່ນ ວ່າ ການ ພະນັນ ນັ້ນ ຈະເປັນ ພັຍ ຕໍ່ສັງຄົມ, ເຮັດໃຫ້ ປະຊາຊົນ ລາວ ຈໍານວນ ບໍ່ໜ້ອຍ ທີ່ຍັງ ທຸກຍາກ ນັ້ນ ລໍາບາກ ຕື່ມອີກ. ດັ່ງ ຊາວລາວ ທ່ານ ດຽວກັນນີ້ ເວົ້າຕື່ມ ອີກວ່າ:
"ຂ້າພະເຈົ້າ ຢາກວ່າ ຣັຖບາລ ອອກຫວຍ ຫລາຍ ເອີ້ນວ່າ ບໍຣິສັດ ຫວຍ ອອກດຸ ເທົ່າໃດ ປະຊາຊົນ ແຫ່ງທຸກ ໄປໜ້າ ແຫລະເລີຍ ໂຕນີ້ນະ ເທົ່າທີ່ ຄອບຄົວ ເຂົາຊື້ນີ້ ຄອບຄົວ ຂ້າພະເຈົ້າ ກໍຊື້ຢູ່ ນີ້ ຊື້ 10 ເທື່ອ ຄືບໍ່ເຫັນ ຖືກພໍເທື່ອ ນີ້ ນະ".
ຫລາຍຄົນ ເວົ້າວ່າ ການທີ່ ຜູ້ນໍາ ສ.ປ.ປ.ລາວ ຈັດຕັ້ງ ໃຫ້ມີການ ຫລິ້ນ ການພະນັນ ນີ້ ມີຜົລຮ້າຍ ຫລາຍກວ່າ ຜົລດີ, ຍິ່ງ ບືນເລິກ ເຂົ້າໄປ ເທົ່າໃດ ກໍຍິ່ງ ສ້າງ ຄວາມອັປໂຍດ ໃຫ້ແກ່ ປະທສຊາດ ແລະ ປະຊາຊົນ ລາວ ເທົ່ານັ້ນ.