ປະຊາຊົນຫວັງໃຫ້ສະພາ ແກ້ໄຂບັນຫາບໍ່ເປັນທັມ

ສຸພັດຕາ
2021.10.28
ປະຊາຊົນຫວັງໃຫ້ສະພາ ແກ້ໄຂບັນຫາບໍ່ເປັນທັມ ຫໍສະພາແຫ່ງຊາຕລາວຫຼັງໃໝ່ ທີ່ຣັຖບານຫວຽດນາມ ສ້າງໃຫ້ຣັຖບານລາວ ດ້ວຍການຊ່ອຍເຫຼືອລ້າ ຢູ່ເດີ່ນທາດຫຼວງ ໃນນະຄອນຫຼວງວຽງຈັນ ເດືອນ ສິງຫາ 2021. TS
RFA

ຊາວບ້ານທີ່ຍັງບໍ່ໄດ້ຮັບຄວາມເປັນທັມ ຈາກຜົລກະທົບດ້ານທີ່ດິນ ໃນໂຄງການຕ່າງໆ ຢາກໃຫ້ກອງປະຊຸມສມັຍສາມັນ ເທື່ອທີ່ 2 ຂອງສະພາແຫ່ງຊາດ ຊຸດທີ່ 9 ທີ່ຈະຈັດຂຶ້ນໃນເດືອນ ພຶສຈິກາ ນີ້ ມີການຫາລື ແລະແກ້ໄຂບັນຫາດັ່ງກ່າວ ທີ່ຍັງຄ້າງຄາໃຫ້ສໍາເຣັດ ເພື່ອໃຫ້ຄວາມເປັນທັມແກ່ພວກເຂົາເຈົ້າ ໂດຍສະເພາະໃຫ້ແຕ່ລະໂຄງການ ເລັ່ງຈ່າຍຄ່າຊົດເຊີຽແບບໄວທີ່ສຸດ.

ເປັນຕົ້ນ ຊາວຢູ່ນະຄອນຫຼວງວຽງຈັນ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຽຈາກໂຄງການກໍ່ສ້າງທາງຣົດໄຟລາວ-ຈີນ ກໍຢາກໂທຣະສັບຜ່ານເບີສາຍດ່ວນຂອງສະພາແຫ່ງຊາດ ເພື່ອສເນີໃຫ້ມີການແກ້ໄຂເຣື່ອງຄ່າຊົດເຊີຽ ທີ່ຍັງຄ້າງຄາໃຫ້ສໍາເຣັດແບບໄວທີ່ສຸດ, ດັ່ງຊາວບ້ານ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຽ ຈາກໂຄງການກໍ່ສ້າງທາງຣົດໄຟລາວ-ຈີນ ນາງນຶ່ງ ກ່າວຕໍ່ວິເອເຊັຽເສຣີ ໃນວັນທີ 26 ຕຸລາ ນີ້ວ່າ:

“ຄັນແມ່ນເພິ່ນເປີດ ກະຊິໂທໄປຫາເພິ່ນ ຢາກໃຫ້ຄົ້ນຄວ້າເບິ່ງຫັ້ນແຫຼະ ປະຊາຊົນບໍ່ໄດ້ມີເງິນມີຄໍາເດ້ ກໍເອົາໄປຕັ້ງ 2 ປີແລ້ວເດ້ ຄົ້ນຄວ້າຄືນໃຫ້ປະຊາຊົນຫັ້ນແຫຼະ ກໍແກ່ຍາວມາດົນແລ້ວ.”

ໃນຂະນະດຽວກັນ ຊາວບ້ານຢູ່ນະຄອນຫຼວງວຽງຈັນ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຽ ຈາກໂຄງການກໍ່ສ້າງທາງຣົດໄຟລາວ-ຈີນ ອີກທ່ານນຶ່ງ ກໍຢາກໃຫ້ກອງປະຊຸມສະພາແຫ່ງຊາດ ທີ່ກໍາລັງຈະເກີດຂຶ້ນນີ້ ມີການຄົ້ນຄວ້າແລະແກ້ໄຂ ໃຫ້ຈ່າຍຄ່າຊົດເຊີຽ ທີ່ຍັງຄ້າງຄາໃຫ້ຈົບງາມ ເພື່ອທີ່ຊາວບ້ານຈະໄດ້ມີເງິນ ໄປຊອກຫາຊື້ດິນບ່ອນໃໝ່, ດັ່ງທ່ານກ່າວວ່າ:

“ຄົ້ນຄວ້າເຣື່ອງບັນຫາເງິນນີ້ແຫຼະ ເງິນລາງຣົດໄຟນ່າ ແກ້ໄຂແຫຼະ ຢາກໄດ້ເງິນ ແຕ່ເຮົາກໍບໍ່ຮູ້ນໍາເພິ່ນ ເຮົາຟັງເພິ່ນເວົ້າຄືກັນ ເດືອນໜ້າໄດ້ວ່າຊັ້ນ ແມັດນຶ່ງ 2 ແສນ 10 ພັນກີບ ເພິ່ນໃຫ້.”

ທ່ານກ່າວຕື່ມວ່າ ເປັນເວລາເກືອບ 2 ປີ ແລ້ວ ທີ່ຄອບຄົວຂອງທ່ານ ເສັຽດິນໃຫ້ແກ່ໂຄງການນີ້ ເຮັດໃຫ້ສູນເສັຽບ່ອນປູກເຂົ້າໄປສ່ວນນຶ່ງ ຊຶ່ງໄລຍະທີ່ຜ່ານມາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍວ່າຈະໃຫ້ຄ່າຊົດເຊີຽຕັ້ງແຕ່ປີ 2020 ແຕ່ກໍເລື່ອນເວລາມາເລື້ອຍໆ ຈົນມາຮອດປັດຈຸບັນກໍຍັງບໍ່ຮູ້ວ່າ ຈະໄດ້ໃນເດືອນໜ້ານີ້ແທ້ຫຼືບໍ່ ຈຶ່ງຢາກໃຫ້ສະພາແຫ່ງຊາດຄົ້ນຄວ້າ ແລະແກ້ໄຂບັນຫານີ້ນໍາດ້ວຍ.

ນອກຈາກນັ້ນແລ້ວ ຍັງມີຊາວບ້ານ 34 ຄອບຄົວ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ທີ່ໄດ້ຮັບຜົລກະທົບດ້ານທີ່ດິນ ຈາກໂຄງການກໍ່ສ້າງສາຍສົ່ງໄຟຟ້າ ຈາກເຂື່ອນນໍ້າເທີນ 1 ຂນາດ 500 ກິໂລໂວ້ນ, ໂຄງການກໍ່ສ້າງສາຍສົ່ງໄຟຟ້າ ຈາກເຂື່ອນນໍ້າງຽບ 2 ຂນາດ 230 ກິໂລໂວ້ນ ແລະໂຄງການລວງຫ້ວຍຍາງ ແຕ່ຍັງບໍ່ໄດ້ຮັບຄ່າຊົດເຊີຽ ແບບເປັນທັມ ຈາກບັນດາເຈົ້າຂອງໂຄງການ ດັ່ງກ່າວເທື່ອນັ້ນ ກ່າວວ່າ ຄັນເປັນໄປໄດ້ ກໍຢາກໃຫ້ກອງປະຊຸມ ສມັຍສາມັນເທື່ອທີ່ 2 ຂອງສະພາແຫ່ງຊາດຊຸດທີ່ 9 ມີການຄົ້ນຄວ້າ ແລະແກ້ໄຂບັນຫານີ້ນໍາ, ດັ່ງຊາວບ້ານ ຜູ້ໄດ້ຮັບຜົລກະທົບ ທ່ານນຶ່ງກ່າວວ່າ:

“ຍັງບໍ່ທັນເຫັນເພິ່ນລົງມາຫັ້ນນ່າ ຍັງບໍ່ທັນໄດ້ເທື່ອ ບໍ່ທັນໄດ້ຄ່າຊົດເຊີຽ ກໍຂ້ອງໃຈນ່າ ວ່າມັນເປັນຈັ່ງໃດ ຄືບໍ່ໄດ້ຮັບຄ່າຊົດເຊີຽ ເລີຍຢາກສອບຖາມຄືນຫັ້ນແຫຼະ.”

ຊາວບ້ານ ຢູ່ບ້ານອາສິງສະລີ ເມືອງນອງ ແຂວງສວັນນະເຂດ ທີ່ໄດ້ຮັບຜົລກະທົບດ້ານທີ່ດິນ ຈາກໂຄງການລົງທຶນດ້ານການກະເສດ ຂອງບໍຣິສັດ ສຸກຮຸ່ງເຮືອງ ຈໍາກັດຜູ້ດຽວ ແຕ່ບໍ່ທັນໄດ້ຮັບການຊົດເຊີຽ ແບບສົມເຫດສົມຜົນເທື່ອນັ້ນ ກໍຢາກໃຫ້ກອງປະຊຸມສະພາແຫ່ງຊາດ ນໍາບັນຫານີ້ໄປຄົ້ນຄວ້າ ແລະຫາແນວທາງແກ້ໄຂ ຍ້ອນຊາວບ້ານຫຼາຍຄອບຄົວ ບໍ່ຮູ້ວ່າຈະໄປຮ້ອງຮຽນ ພາກສ່ວນໃດແລ້ວ, ດັ່ງໂຕແທນຊາວບ້ານ ທີ່ໄດ້ຮັບຜົລກະທົບ ກ່າວວ່າ:

“ເອີ່ກໍຢາກໃຫ້ ນຶ່ງມາ ໃຫ້ໄປພົບຊຸມເຮົາ ຜູ້ເສັຽຫາຍນີ້ ກໍຍ້ອນບໍຣິສັດນີ້ເຮັດຫັ້ນນ່າ ກໍຢາກໃຫ້ເຂົາຊ່ວຍເຫຼືອຫັ້ນແຫຼະ ບໍ່ມີເຂົ້າກິນເດ້ ເມື່ອຍລໍຖ້າແຫຼະ ຈັກຊິເຮັດແນວໃດ.”

ທາງດ້ານເຈົ້າໜ້າທີ່ ສະພາແຫ່ງຊາດທ່ານນຶ່ງ ກ່າວວ່າ ສໍາລັບໃນລະຫວ່າງ ການດໍາເນີນກອງປະຊຸມ ສມັຍສາມັນ ເທື່ອທີ່ 2 ຂອງສະພາແຫ່ງຊາດ ຊຸດທີ່ 9 ກໍຈະເປີດໂອກາດໃຫ້ປະຊາຊົນ ສາມາດໂທຣະສັບເຂົ້າມາ ຮ້ອງຮຽນບັນຫາຕ່າງໆ ຫຼືປະກອບຄວາມເຫັນ ເຂົ້າກອງປະຊຸມສະພາແຫ່ງຊາດ ຕາມປົກກະຕິ ຄືດັ່ງກອງປະຊຸມເທື່ອທີ່ຜ່ານມາ ສ່ວນສໍາລັບຣາຍລະອຽດ ຂອງເບີໂທຣະສັບສາຍດ່ວນນັ້ນ ຈະມີແຈ້ງການອີກເທື່ອນຶ່ງ:

“ສາຍດ່ວນມີ ກໍາລັງກຽມເຮັດແຈ້ງການຢູ່ ກໍຕາມເບີໂທຣະສັບນີ້ແຫຼະ ເຂົາຊິແຈ້ງນໍາຫຼັງ.”

ກອງປະຊຸມສມັຍສາມັນ ເທື່ອທີ່ 2 ຂອງສະພາແຫ່ງຊາດ ຊຸດທີ່ 9 ຈະມີຂຶ້ນ ໃນລະຫວ່າງ ວັນທີ່ 1 ຫາວັນທີ່ 26 ພຶສຈິກາ ປີ 2021 ນີ້ ສ່ວນສໍາລັບຣາຍລະອຽດເນື້ອໃນ ຂອງກອງປະຊຸມດັ່ງກ່າວ ວ່າຈະມີການຄົ້ນຄວ້າ ຫາລືບັນຫາໃດແດ່ນັ້ນ ທາງຄນະເລຂາທິການ ສະພາແຫ່ງຊາດ ຈະມີແຈ້ງການແບບເປັນທາງການອີກເທື່ອນຶ່ງ.

ຢ່າງໃດກໍຕາມ ໃນກອງປະຊຸມ ສມັຍວິສາມັນເທື່ອທີ່ 1 ຂອງສະພາແຫ່ງຊາດຊຸດທີ່ 9 ໃນລະຫວ່າງວັນທີ່ 5 ຫາວັນທີ 10 ສິງຫາ ທີ່ຜ່ານມານີ້ ກໍໄດ້ຫາລືແກ້ໄຂຫຼາຍບັນຫາ ເປັນຕົ້ນ ຄວາມຫຍຸ້ງຍາກທາງດ້ານເສຖກິຈ-ການເງິນ, ຢາເສບຕິດ ແລະປັບປຸງກົດໝາຍຕ່າງໆຫຼາຍສບັບ ໂດຍໄດ້ເປີດໂອກາດໃຫ້ປະຊາຊົນ ໂທຣະສັບຜ່ານສາຍດ່ວນ ແລະອີເມລ ເພື່ອສເນີບັນຫາຕ່າງໆ ໄປຍັງກອງປະຊຸມດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.