ຄົນຈີນນາບຂູ່ ຫ້າມຂາຍເຄື່ອງໜ້າສວນກ້ວຍຈີນ
2021.11.04

ໃນວັນທີ 30 ຕຸລາ ທີ່ຜ່ານມາ, ຫົວໜ້າຄົນຈີນ ແລະ ຜູ້ຄຸມຄົນງານຈີນ ປະມານ 10 ຄົນ ຢູ່ສວນກ້ວຍ ຂອງຈີນ ເຂດບ້ານທ່າເຮືອ ແລະ ບ້ານຫາດຍືນ ເມືອງບໍຣິຄັນ ແຂວງບໍຣິຄຳໄຊ ພາກັນຖືໄມ້ຄ້ອນ ແລະ ມີດພ້າ ເຂົ້າມານາບຂູ່ ພໍ່ຄ້າ-ແມ່ຄ້າຄົນລາວ ທີ່ຕັ້ງຮ້ານຂາຍເຄື່ອງ ຢູ່ໜ້າສວນກ້ວຍດັ່ງກ່າວ ຈົນທັງ 2 ຝ່າຍ ມີການຜິດຖຽງກັນ.
ຄົນຈີນກຸ່ມດັ່ງກ່າວ ເຮັດວຽກຢູ່ໃນສວນກ້ວຍ ຂອງບໍຣິສັດ ວີເອສ ອຸດສາຫະກັມການຄ້າ ແລະ ກະສິກັມຄົບວົງຈອນ ຈຳກັດຜູ້ດຽວ, ເຊິ່ງພວກເຂົາເຈົ້າ ບໍ່ພໍໃຈ ທີ່ຄົນລາວ ມາຕັ້ງຮ້ານຄ້າ ຢູ່ໜ້າສວນກ້ວຍ ແລະ ບໍ່ຢາກໃຫ້ຄົນງານ ໃນສວນກ້ວຍ ອອກມາຊື້ເຄື່ອງ ນຳພໍ່ຄ້າ-ແມ່ຄ້າຄົນລາວ. ດັ່ງຊາວບ້ານ ຜູ້ທີ່ເຫັນເຫດການ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 2 ພຶສຈິກາ ນີ້ວ່າ:
“ພວກຄົນຈີນ ແລ້ວມັນເມົາເຫຼົ້າເນາະ ຄົນນຶ່ງຫັ້ນນ່າ ໂວຍວາຍຢູ່ຫັ້ນ, ຫັ້ນນ່າ. ແລ້ວບາດນີ້ ໄທຂ້ອຍກະຮ້າຍໜ້ອຍນຶ່ງ ນາຍໃຫຍ່ເຂົາບໍ່ພໍໃຈ ແລ້ວພາກັນຍົກມາໝົດພວກເລີຍ ມັນລະຕີເຮົາ ຈັບພ້າຈັບມີດ ເຮົາບໍ່ກ້າສູ້ມັນ ໄທເຮົາກະໜີ ປະທະກັນເລັກໜ້ອຍ.”
ທ່ານກ່າວຕື່ມວ່າ ຈາກການປະທະກັນ ໃນມື້ດັ່ງກ່າວ ເຮັດໃຫ້ພໍ່ຄ້າຊາວລາວ ຄົນນຶ່ງ ໄດ້ຮັບບາດເຈັບໜ້ອຍນຶ່ງ ຍ້ອນຖືກທຸບຕີ, ແຕ່ກໍບໍ່ໄດ້ເຖິງຂັ້ນ ເປັນບາດແຜ ແລະ ບໍ່ໄດ້ໄປແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕຳຣວດ ແຕ່ຢ່າງໃດ ແລະ ມາຮອດປັດຈຸບັນ ພວກພໍ່ຄ້າ-ແມ່ຄ້າ ກໍກັບມາຂາຍເຄື່ອງ ຢູ່ໜ້າສວນດັ່ງກ່າວ ຕາມປົກກະຕິ. ສ່ວນກຸ່ມຄົນຈີນດັ່ງກ່າວ ກໍບໍ່ໄດ້ອອກມາບຸກລຸກຮ້ານຄ້າ ຂອງຄົນລາວອີກເລີຍ.
ເຫດການດັ່ງກ່າວ ເກີດຂຶ້ນຍ້ອນຫົວໜ້າຄົນຈີນ ແລະ ຜູ້ຄຸມຄົນງານຊາວຈີນ ບໍ່ພໍໃຈ ທີ່ພໍ່ຄ້າ-ແມ່ຄ້າຄົນລາວ ມາຂາຍເຄື່ອງ ຢູ່ໜ້າສວນກ້ວຍ ຂອງຂະເຈົ້າ ທັງທີ່ຢູ່ໃນສວນກ້ວຍ ກໍມີຮ້ານຄ້າ ພາຍໃນຢູ່ແລ້ວ ຈຶ່ງຢ້ານວ່າ ຊາວຄ້າຂາຍຄົນລາວ ຈະມາຍາດລູກຄ້າໄປ. ຄົນງານລາວທ່ານນຶ່ງ ທີ່ເຫັນເຫດການດັ່ງກ່າວ ກ່າວວ່າ:
“ມັນເປັນເຣື່ອງຄວາມຂັດແຍ້ງ ຄືທາງຄົນລາວ ທາງນອກນີ້ ກະຂາຍເຄື່ອງເນາະ. ທາງຄົນຈີນທາງໃນນີ້ ກະຂາຍເຄື່ອງຄືກັນ, ແຕ່ວ່າໂອ ຄົນຍາດຄົນ ຄືເຮົາເວົ້າຫັ້ນແຫຼະ ມັນຜິດໃຈຄົນທາງນອກພີ້ໂອ.”
ຄົນງານທ່ານນີ້ ກ່າວອີກວ່າ ນັບຕັ້ງແຕ່ເກີດການແຜ່ຣະບາດ ຂອງໂຄວິດ-19 ຜູ້ຄຸມຄົນງານໃນສວນກ້ວຍ ກໍບໍ່ອະນຸຍາດ ໃຫ້ຄົນງານລາວ ອອກໄປຊື້ເຄື່ອງນຳຮ້ານຄ້າ ນອກສວນກ້ວຍອີກ ຍ້ອນຢ້ານຄົນງານ ຕິດໂຄວິດ-19 ຈາກພໍ່ຄ້າແມ່ຄ້າ ທີ່ຢູ່ຂ້າງນອກ. ຫາກຄົນງານຜູ້ໃດຝ່າຝືນ ຈະຖືກປັບໃໝ ຫຼືຖືກໄລ່ອອກຈາກວຽກ, ເຊິ່ງແຕ່ກ່ອນ ຄົນງານລາວ ມັນອອກໄປຊື້ເຄື່ອງ ນຳພໍ່ຄ້າ-ແມ່ຄ້າ ຂ້າງນອກ ຍ້ອນຂາຍເຄື່ອງ ໃນລາຄາປົກກະຕິ ແຕກຕ່າງຈາກຮ້ານຄ້າ ໃນສວນກ້ວຍ ທີ່ມັກຂາຍເຄື່ອງ ລາຄາແພງກວ່າຕລາດ.
ກ່ອນໜ້ານີ້, ຊາວບ້ານ ນາງນຶ່ງ ທີ່ເຄີຍຂາຍເຄື່ອງ ຢູ່ໜ້າສວນກ້ວຍຈີນ ແຫ່ງດັ່ງກ່າວ ກ່າວວ່າ ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ ທາງສວນກ້ວຍແຫ່ງນີ້ ໄດ້ຫ້າມ ພໍ່ຄ້າ-ແມ່ຄ້າຄົນລາວ ເຂົ້າໄປຂາຍເຄື່ອງ ແລະ ອາຫານ ໃຫ້ແກ່ຄົນງານລາວອີກ ຫາກໃຜເຂົ້າໄປ ກໍຈະຖືກເອົາເຣື່ອງ ຈຶ່ງເຮັດໃຫ້ຫຼາຍຄົນ ສາມາດຂາຍເຄື່ອງໄດ້ ແຕ່ຢູ່ໜ້າສວນກ້ວຍເທົ່ານັ້ນ.
“ເຂົາໂທໃຫ້ແມ່ຄ້າເຂົ້າໄປຂາຍ ແລະ ເຂົາກະບໍ່ໃຫ້ເຂົ້າໄປ ເຂົາກະເວົ້າໃຫ້ຈັ່ງຊັ້ນ ຈັ່ງຊີ້ແຫຼະ ແລ້ວກະມີທະຫານ ຍາມຢູ່ຫັ້ນອີກ. ທະຫານລັດໄວ້ ບໍ່ໃຫ້ເຂົ້າ ເອົາເປັດ ເອົາໄກ່ໄປຂາຍ ກະບໍ່ໃຫ້ເອົາເຂົ້າໄປຂາຍ. ປູກຜັກປູກຫຍ້າ ເອົາເຂົ້າໄປຂາຍ ກະບໍ່ໃຫ້ເຂົ້າໄປ ກັມມະກອນຢູ່ໃນແມ້ ອີ່ຕົນຂະເຈົ້າ ຖືກບີບບັງຄັບຫຼາຍໂພດ.”
ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາ ຄະນະຜູ້ອຳນວຍການ ຂອງບໍຣິສັດ ວີເອສ ອຸດສາຫະກັມການຄ້າ ແລະ ກະສິກັມຄົບວົງຈອນ ຈຳກັດຜູ້ດຽວ ການ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງບໍຣິສັດ ບໍ່ສະດວກໃຫ້ສັມພາດ.
ສ່ວນວ່າເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນຂັ້ນເມືອງ ກໍຍັງບໍ່ໄດ້ຮູ້ຂໍ້ມູນ ເຫດການດັ່ງກ່າວເທື່ອ ຍ້ອນບໍ່ທັນມີພາກສ່ວນໃດ ແຈ້ງຂ່າວມາໃຫ້, ແຕ່ກໍຈະມີການກວດສອບ ໃນພາຍຫຼັງ. ດັ່ງເຈົ້າໜ້າທີ່ ເມືອງບໍຣິຄັນ ທ່ານນຶ່ງ ກ່າວວ່າ:
“ໂອ ອັນນີ້ມັນກະ ໄທເຮົາກະບໍ່ທັນໄດ້ຮູ້ ໄທເຮົາກະບໍ່ຮູ້ສະພາບມັນເບື້ອງຕົ້ນ ມັນເກີດມາແນວໃດເນາະ. ເຫດຜົລແນວໃດ ເຫດຜົລຫຍັງກະບໍ່ຮູ້ ເປັນເຣື່ອງຂອງຂະເຈົ້າ ຢູ່ສວນເດີ້.”
ເຫດການຂັດແຍ້ງ ລະຫວ່າງຜູ້ຄຸມຄົນງານ ຂອງສວນກ້ວຍດັ່ງກ່າວ ກັບພໍ່ຄ້າ-ແມ່ຄ້າຊາວລາວ ເກີດຂຶ້ນນັບແຕ່ປີ 2020 ເປັນຕົ້ນມາ, ເຊິ່ງຄົນຈີນ ມັກຮ້າຍໃສ່ພໍ່ຄ້າ-ແມ່ຄ້າຊາວລາວ ຄັນເຫັນຄົນລາວ ພະຍາຍາມເຂົ້າໄປຂາຍເຄື່ອງ ແລະ ອາຫານ ໃຫ້ແກ່ຄົນງານລາວ ໃນສວນກ້ວຍ, ອີງຕາມຂໍ້ມູນ ຈາກແມ່ຄ້າ ຄົນນຶ່ງ ທີ່ຂາຍເຄື່ອງ ຢູ່ໜ້າສວນກ້ວຍຈີນດັ່ງກ່າວ ເມື່ອປີ 2020.
ບໍຣິສັດ ວີເອສ ອຸດສາຫະກັມການຄ້າ ແລະ ກະສິກັມຄົບວົງຈອນ ຈຳກັດຜູ້ດຽວ ຂອງນັກລົງທຶນຈີນ ໄດ້ເຊັນສັນຍາ ກັບທາງການແຂວງບໍຣິຄຳໄຊ ພ້ອມກັບເຣີ່ມລົງທຶນປູກກ້ວຍຫອມ ຢູ່ເຂດບ້ານທ່າເຮືອ-ບ້ານຫາດຍືນ ມາຕັ້ງແຕ່ປີ 2019 ເປັນຕົ້ນມາ ໃນເນື້ອທີ່ທັງໝົດ 500 ເຮັກຕ້າຣ, ໂດຍມີອາຍຸສັມປະທານ 15 ປີ, ແຕ່ປັດຈຸບັນ ຄົນງານລາວ ທີ່ເຮັດວຽກໃນສວນກ້ວຍແຫ່ງນີ້ ມີເຫຼືອບໍ່ຮອດ 100 ຄົນ.