ເຣື້ອງທີ່ເກັບບັນທຶກໄວ້
2023-12-14
ທາງການແຂວງໄຊຍະບູຣີ ຫ້າມທຸກພາກສ່ວນ ບໍ່ໃຫ້ນໍາສິນຄ້າຈາກຕ່າງປະເທດ 137 ຣາຍການ ທີ່ຜລິດໄດ້ ຢູ່ພາຍໃນເຂົ້າມາ ເພື່ອສົ່ງເສີມການຜລິດພາຍໃນ ຊຶ່ງສ່ວນໃຫຍ່ເປັນພືດພັກ, ໝາກໄມ້ ແລະ ສິນຄ້າປະເພດສັດ.
2023-12-13
ຄົນລາວ ຕ້ອງການໄປເຮັດວຽກ ຢູ່ເກົາຫລີໃຕ້ ຫລາຍຂຶ້ນ ຍ້ອນໄດ້ເງິນເດືອນຫລາຍກວ່າ ສ່ວນເງິນເດືອນ ຢູ່ລາວ ບໍ່ສາມາດກຸ້ມກິນ ແລະປະຊາຊົນຈຳເປັນ ຕ້ອງໄດ້ຫາຊ່ອງທ່າງ ເພື່ອໃຫ້ຕົນເອງ ແລະຄອບຄົວ ຢູ່ລອດ ຊຶ່ງນຶ່ງໃນຊ່ອງທາງນັນ ກໍຄືການໄປເຮັດວຽກ ຢູ່ຕ່າງປະເທດ.
2023-12-12
ການລົງທຶນ ດ້ານການທ່ອງທ່ຽວ ຂອງຈີນ ຕາມເສັ້ນທາງ ຣົຖໄຟລາວ-ຈີນ ເພີ່ມຂຶ້ນ, ແຕ່ໃນໄລຍະ 6 ເດືອນຕົ້ນປີນີ້ ຄົນຈີນເຂົ້າມາທ່ຽວໃນປະເທດລາວ ມີພຽງປະມານ 317,000 ຄົນ ຄືໜ້ອຍກວ່າໄທຍ ແລະວຽດນາມ ຂະນະທີ່ ການທ່ອງທ່ຽວ ເປັນທຸຣະກິຈ ທີ່ຕ້ອງສງວນໄວ້ໃຫ້ຄົນລາວ.
2023-12-11
ຄ່າເງິນກີບຂອງປະເທດລາວ ອ່ອນລົງເລື້ອຍໆ ເຮັດໃຫ້ອັດຕຣາຄ່າຈ້າງ ແຮງງານຂັ້ນຕໍ່າ ຂອງປະເທດລາວຄື 1.6 ລ້ານກີບ/ເດືອນ ເຊິ່ງຖືວ່າ ຕໍ່າທີ່ສຸດໃນພາກພື້ນ ເອເຊັຽຕາເວັນອອກ ສຽງໃຕ້ ເຊິ່ງໜ້ອຍກ່ວາປະເທດພະມ້າ, ວຽດນາມ, ກັມພູຊາ ແລະ ໄທຍ.
2023-12-08
ໃນນະຄອນຫຼວງວຽງຈັນ ມີຜູ້ຖືກຜົລກະທົບ ເສັຍດິນໃຫ້ກັບໂຄງການ ກໍ່ສ້າງທາງຣົຖໄຟ ລາວ-ຈີນ ຍັງບໍ່ໄດ້ຮັບການຊົດເຊີຍ ໄລຍະທີ 6 ເນື່ອງຈາກມີຫຼາຍສາເຫດ ເຊັ່ນເຈົ້າຂອງດິນ ຈຳນວນນຶ່ງ ບໍ່ຍອມຮັບຄ່າຊົດເຊີຍທີ່ໜ້ອຍກວ່າມູນຄ່າ ຂອງດິນ.
2023-12-08
ຣັຖບານລາວ ຍອມຮັບວ່າ ມີໜີ້ ທີ່ເປັນທັງໜີ້ຕ່າງປະເທດ ແລະໜີ້ພາຍໃນ ຢ່າງມະຫາສານ ແລະເປັນສິ່ງທ້າທາຍ ຕໍ່ການຈ່າຍຄືນໄດ້ ໂດຍໃນ ປີ 2022 ໜີ້ຕ່າງປະເທດ ຂອງລາວທັງໝົດ 14.2 ປາຍຕື້ໂດລ້າຣ໌ສະຫະຣັຖ.
2023-12-06
ຣັຖບານ ວາງມາຕການໃໝ່ ເພື່ອແກ້ໄຂບັນຫາ ເສຖກິຈ ແລະບັນຫາ ການເງິນ ແຕ່ປະຊາຊົນລາວ ເຫັນວ່າ ຈະເປັນໄດ້ຍາກ ເພາະເງິນກີບເຟີ້ ແລະ ອ່ອນຄ່າຫຼາຍ ຈົນເຮັດໃຫ້ລາຄາສິນຄ້າ ທຸກຢ່າງແພງຂຶ້ນ, ປະຊາຊົນ ດຳລົງຊີວິດ ຍາກລຳບາກເພີ່ມຂຶ້ນຫຼາຍ.
2023-12-05
ປະເທດລາວ-ຈີນ-ວຽດນາມ ເປີດຕລາດການຄ້າຊາຍແດນ 3 ແຈ ຢູ່ແຂວງຜົ້ງສາລີ ວັນທີ 22 ພຶສຈິກາ 2023 ທີ່ຜ່ານມາ ເຊິ່ງໄດ້ຈັດພິທີເປີດງານ ຕລາດນັດການຄ້າຊາຍແດນ ໂດຍມີທັງໝົດ 67 ຮ້ານເຂົ້າຮ່ວມງານໃນຄັ້ງນີ້.
2023-12-05
ທະນາຄານແຫ່ງ ສປປລາວ ແລະທະນາຄານແຫ່ງຣັຖ ປະເທດວຽດນາມ ໄດ້ມີພິທີ ລົງນາມ ເຮັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສົ່ງເສີມ ສະກຸນເງິນທ້ອງຖິ່ນ ເງິນກີບ ແລະເງິນດົ້ງ ເຂົ້າໃນການຊໍາລະການຄ້າ ແລະການລົງທຶນ ຂອງ 2 ຝ່າຍ ລາວ-ວຽດນາມ.
2023-12-05
ການຟື້ນໂຕດີຂຶ້ນຂອງເສຖກິຈລາວ ໂດຍຄາດຄະເນວ່າ ປີ 2023 ນີ້ ອັດຕຣາການເຕີບໂຕ ຈະຢູ່ໃນລະດັບ 3.7% ເຊິ່ງເພີ່ມຂຶ້ນຈາກ 2.7% ໃນປີ 2022 ແລະ ຄາດຄະເນວ່າ ເສຖກິຈລາວ ຈະຍັງເຕີບໂຕ ໃນລະດັບ 4.1% ໃນປີ 2024.
2023-12-04
ຄົບຮອບ 2 ປີ ການເປີດນຳໃຊ້ ເສັ້ນທາງຣົຖໄຟລາວ-ຈີນ, ແຕ່ຊາວລາວ ຈຳນວນນຶ່ງ ເຫັນວ່າ ຜົລປໂຍດທີ່ໄດ້ ແລະ ການສົ່ງອອກສິນຄ້າລາວ ຍັງບໍ່ຫຼາຍເທົ່າທີ່ຄວນ.
2023-11-30
ຄົບຮອບ 2 ປີ ພາຍຫຼັງທີ່ເປີດນຳໃຊ້ ເສັ້ນທາງຣົຖໄຟລາວ-ຈີນ ກໍມີທັງສິ່ງທີ່ກ້າວໜ້າຫຼາຍຢ່າງ ແບບຄ່ອຍເປັນຄ່ອຍໄປ ຄຽງຄູ່ກັບສິ່ງທ້າທາຍ ຫຼາຍປະການ ແລະ ບາງບັນຫາ ທີ່ຍັງຄ້າງຄາ.
2023-11-30
ຊາວກະສິກອນ ໃນແຂວງຊຽງຂວາງ ພົບບັນຫາພືດຜັກ ລົ້ນຕລາດ ຈຶ່ງຢາກໃຫ້ມີບ່ອນກະຈາຍສິນຄ້າ ໄປຕ່າງແຂວງສາເຫດນຶ່ງ ຍ້ອນວ່າສ່ວນຫຼາຍຊາວບ້ານ ປູກພືດຜັກ ຕາມຣະດູການ ໄວ້ກິນ ແລະໄວ້ຂາຍກັນເອງ, ຫຼາຍຄົນຈຶ່ງຢາກໃຫ້ ທາງການຊ່ອຍເຫຼືອຫາຕລາດ ແລະຊ່ອຍກະຈາຍສິນຄ້າ ໃຫ້ຫຼາຍຂຶ້ນ.
2023-11-29
ລາວຍັງບໍ່ສາມາດລ້ຽງງົວ ສົ່ງຂາຍໃຫ້ຈີນ ໄດ້ຕາມໂຄຕ້າ ທີ່ຈີນຕ້ອງການ 5 ແສນໂຕ ຍ້ອນງົວ ບໍ່ໄດ້ມາຕຖານ ຕາມເງື່ອນໄຂ ທີ່ຈີນກໍານົດ, ຂະນະທີ່ຍັງຈຳເປັນຕ້ອງນໍາແນວພັນງົວ ເຂົ້າມາຕື່ມອີກ 40,000 ປາຍໂຕ ຈິ່ງອາດສາມາດ ສນອງຄວາມຕ້ອງການໄດ້.