ລາວ-ວຽດນາມ ລົງນາມ ວ່າດ້ວຍການສົ່ງເສີມ ສະກຸນເງິນ 2 ປະເທດ

ສຸພັດຕາ
2023.12.05
ລາວ-ວຽດນາມ ລົງນາມ ວ່າດ້ວຍການສົ່ງເສີມ ສະກຸນເງິນ 2 ປະເທດ ເງິນກີບ ແລະ ເງິນດົ້ງ ວຽດນາມ (ຮູບຂວາມື). ເດືອນສິງຫາ 2023.
ນັກຂ່າວ ພົລເມືອງ

ທະນາຄານແຫ່ງ ສປປ ລາວ ແລະທະນາຄານແຫ່ງຣັຖ ປະເທດວຽດນາມ ໄດ້ມີພິທີ ລົງນາມ ເຮັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສົ່ງເສີມ ສະກຸນເງິນທ້ອງຖິ່ນ ເງິນກີບ ແລະເງິນດົ້ງ ເພື່ອເປັນການຈັດຕັ້ງ ຜັນຂຍາຍທິດຊີ້ນໍາຂອງຣັຖບານ ຂອງ 2 ປະເທດໃຫ້ນໍາໃຊ້ ສະກຸນເງິນທ້ອງຖິ່ນ ເຂົ້າໃນການຊໍາລະການຄ້າ ແລະການລົງທຶນ ຂອງ 2 ຝ່າຍ ລາວ-ວຽດນາມ ໃນວັນທີ 1 ທັນວາ 2023 ທີ່ຜ່ານມານີ້ ຢູ່ນະຄອນຫຼວງພຣະບາງ ທີ່ທາງການລາວ ໄດ້ຈັດກອງປະຊຸມທະວີພາຄື ລະຫວ່າງ ທະນາຄານແຫ່ງ ສປປ ລາວ (ທຫລ) ແລະທະນາຄານແຫ່ງຣັຖ ວຽດນາມ (ທຫວ) ປະຈໍາປີ 2023.

ໂດຍຜູ້ຮ່ວມລົງນາມ ແມ່ນທ່ານ ຜູ້ວ່າການຂອງທະນາຄານແຫ່ງ ສປປ ລາວ ແລະທະນາຄານແຫ່ງຣັຖ ວຽດນາມ ແລະທ່ານຮອງ ຜູ້ວ່າການ ຮອງເຈົ້າແຂວງ ແຂວງຫຼວງພຣະບາງ ຫົວໜ້າກົງສຸນໃຫຍ່ ຂອງປະເທດວຽດນາມ ປະຈໍາແຂວງຫຼວງພຣະບາງ ແລະຕາງໜ້າທີ່ກ່ຽວຂ້ອງພາຍໃນ ຂອງສອງທະນາຄານ ແລະທະນາຄານທຸຣະກິຈ ຈໍານວນນຶ່ງຂອງລາວ ແລະວຽດນາມ ເຂົ້າຮ່ວມ.

ສໍາລັບເຣື່ອງ ການສົ່ງເສີມສະກຸນເງິນກີບ ແລະເງິນດົ້ງ ເພື່ອເຂົ້າໃນການຊໍາລະການຄ້າ ທາງການລາວ ຍັງບໍ່ທັນມີແຈ້ງການອອກມາເທື່ອ ກໍລະນີນີ້ ທາງການທັງສອງຝ່າຍ ລົງນາມກັນນີ້ ກໍຈະເປັນການສົ່ງເສີມ ໃຫ້ບັນດາບໍຣິສັດ, ນັກລົງທຶນຂອງສອງປະເທດ ຊໍາລະເປັນເງິນດົ້ງໃນລາວໄດ້ ແລະ ລາວ ສາມາດຊໍາລະເງິນກີບ ໃນວຽດນາມໄດ້ ເຊິ່ງເຣື່ອງນີ້ ຍັງຕ້ອງລໍຖ້າ ແຈ້ງການອີກເທື່ອນຶ່ງ.

ດັ່ງເຈົ້າໜ້າທີ່ທະນາຄານ ແຫ່ງນຶ່ງ ໃນລາວ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ທັນວາ ນີ້ວ່າ:

ເພິ່ນຍັງບໍ່ທັນ ໄດ້ແຈ້ງການອອກມາເທື່ອນ່າ ແຕ່ວ່າ ກໍຣະນີ ຊໍາລະ ອາຈແມ່ນ ເພິ່ນຊໍາລະ ເປັນການໂອນ ອາຈມີ ໜ້າຈະເປັນ ແບບປະມານວ່າ ຄື ບໍຣິສັດຊໍາລະຄ່່າເຄື່ອງ ອີ່ຫຍັງປະມານນີ້.

ນອກຈາກນີ້ ທາງການລາວ ແລະທາງການວຽດນາມ ກໍຍັງມີທີລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງບໍຣິສັດ LAPNET ແລະ NAPAS ເພື່ອຄົ້ນຄວ້າ ການເຊື່ອມລະບົບ ການຊໍາລະຂ້າມແດນ ລະຫວ່າງປະເທດລາວ ແລະປະເທດວຽດນາມ ຜ່ານ QR Code ອີກນໍາດ້ວຍ.

ກ່ຽວກັບເຣື່ອງດັ່ງກ່າວນີ້ ແມ່ຄ້າໃນລາວ ທ່່ານນຶ່ງ ກໍກ່າວວ່າ ຖ້າຫາກທາງການລາວ ຈະສົ່ງເສີມໃຫ້ຄົນລາວ ໃຊ້ເງິນດົ້ງຂອງວຽດນາມ ໃຫ້ສາມາດຊື້-ຂາຍສິນຄ້າ ແລະຊໍາລະສິນຄ້າ ໃນລາວໄດ້ນັ້ນ ກໍຈະເຮັດໃຫ້ເງິນກີບລາວ ອ່ອນຄ່າລົງໄປອີກ ເພາະທຸກມື້ນີ້ ຢູ່ລາວໃຊ້ເງິນໄດ້ທຸກສະກຸນ ໂດຍສະເພາະ ບາທ, ຢວນ, ໂດລ້າຣ໌ ເງິນກີບລາວ ຈຶ່ງຕົກຕໍ່າ ສໍາລັບແມ່ຄ້າໃນລາວ ກໍຮັບທຸກສະກຸນເງິນຢູ່ແລ້ວ ເປັນເຣື່ອງປົກກະຕິໃນລາວ.

ມັນກະຕໍ່າ ແຮງຕໍ່າ ຄືເກົ່າຫັ້ນແຫຼະ ເງິນດົ້ງວຽດ ກໍຍັງຕີຕື້ນຂຶ້ນມາ ກະຊໍ່າເງິນລາວເຮົາແຫຼະ ແລ້ວບາດນີ້ ເງິນລາວແຮງຕົກແຮງໂຫດ ແລ້ວບັດນີ້ ທຸກເທື່ອກໍ ໃຊ້ໝົດທຸກສະກຸນຢູ່ແລ້ວເດ້ ເງິນດົ້ງມາກໍແຮ່ງເອົາ ເພາະເຂົາຊື້ໃບຫຍັງ ເຮົາກໍໄດ້ເອົາວ່າຊັ້ນສາ.

ຂະນະທີ່ ຊາວລາວທ່ານນຶ່ງ ກໍໃຫ້ຄວາມເຫັນ ກ່ຽວກັບເຣື່ອງນີ້ ວ່າ ຖ້າຫາກຈະມີເງິນດົ້ງ ເຂົ້າມາມີບົດບາດໃນລາວ ເປັນເຣື່ອງທີ່ຄົນລາວ ເວົ້າຫຍັງບໍ່ໄດ້ຢູ່ແລ້ວ ແຕ່ກໍຈະມີຜົລກະທົບ ຕໍ່ເສຖກິຈໃນລາວຢູ່ທຸກຢ່າງ ເພາະປັດຈຸບັນນີ້ ເງິນດົ້ງ ຂອງວຽດນາມ ມີລາຄາເທົ່າເງິນກີບລາວແລ້ວ ແລະໃນອະນາຄົດ ກໍອາດສູງກວ່າລາວ ແນ່ນອນ ຖ້າຄົນລາວ ຫັນໄປໃຊ້ເງິນດົ້ງໃນລາວຫຼາຍຂຶ້ນ ຄິດວ່າເງິນກີບ ກໍຈະອ່ອນຄ່າລົງໄປອີກ ເພາະລາວ ຍັງຕ້ອງອາໄສນໍາເຂົ້າສິນຄ້າຈາກວຽດນາມ ຈາກໄທຍ

ມັນກະຊິກະທົບຢູ່ຫັັ້ນແຫຼະ ກະທົບໝົດທຸກແນວແຫຼະ ເສຖກິຈ ຄົບໝົດທຸກແນວຫັ້ນແຫຼະ ນໍາຫຼັງເຂົາຫັ້ນແຫຼະ ແຕ່ກີ້ ເງິນລາວສູງກວ່າເງິນວຽດ ດຽວນີ້ເງິນວຽດ ກັບເງິນລາວຊໍ່າກັນ ແຕ່ກີ້ເງິນລາວລື່ນ ເງິນລາວ ອ່ອນຄ່່າແຮງເດ້ ສ່ວນຫຼາຍສິນຄ້າ ມາຈາກວຽດນາມ ມາຈາກໄທຍ.

ຂະນະດຽວກັນ ຊາວລາວທ່່ານນຶ່ງ ກໍກ່າວເຊັ່ນດຽວກັນວ່າ ຖ້າທາງການລາວ ສົ່ງເສີມໃຫ້ຊາວລາວ ສາມາດໃຊ້ເງິນດົ້ງ ຂອງວຽດນາມໄດ້ ກໍຢ້ານເງິນກີບລາວ ອ່ອນຄ່າລົງໄປອີກ ກໍຈະເປັນ ຄືລັກສະນະ ເງິນບາທ ເຂົ້າມາມີບົດບາດໃນລາວ ພໍຄົນລາວສ່ວນໃຫຍ່ ຫັນໄປໃຊ້ແຕ່ເງິນບາທ ແລ້ວພໍເງິນບາທຂຶ້ນ ກໍເຮັດໃຫ້ເງິນລາວ ອ່ອນຄ່າລົງ ແລະຖ້າມີການໃຊ້ເງິນດົ້ງໃນລາວ ເງິນກີບລາວ ກໍຈະອ່ອນຄ່າລົງໄປອີກ ບໍ່ແຕກຕ່າງກັນ

ເງິນດົ້ງ ຢ້ານຢູ່ໃດ໋ ຢ້ານເປັນເງິນບາທ ເຂົ້າລາວແທ້ ເຫັນເບາະ ແຕ່ຄົນລາວໃຊ້ເງິນບາທຫຼາຍ ກະເງິນກີບຍັງອ່ອນຄ່າ ເງິນບາທຍັງຂຶ້ນ ລາຄາແພງຫັ້ນເບາະ ຖ້າເຮົາໃຊ້ເງິນບາທຫຼາຍ ເງິນບາທຍັງແຂ່ງຄ່າ ເງິນກີບອ່ອນຄ່າແຮງ.

ກ່ອນໜ້ານີ້ ໃນເດືອນກັນຍາ 2023 ທາງການລາວ ແລະທາງການຈີນ ກໍໄດ້ຕົກລົງຈະຮ່ວມມືກັນ ສົ່ງເສີມການຊໍາລະສິນຄ້າ ເປັນເງິນສະກຸນທ້ອງຖິ່ນ ເງິນກີບ ແລະເງິນຢວນ ເພື່ອຍົກລະດັບການຄ້າ ແລະການລົງທຶນ ຂອງທັງສອງຝ່າຍໃຫ້ເພີ່ມພູນຂຶ້ນ ໂດຍທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທະນາຄານ ແຫ່ງ ສປປລາວ ແລະຫົົວໜ້າທະນາຄານ ກະສິກັມແຫ່ງຊາຕຈີນ ສາຂາ ຢູນນານ ປະເທດຈີນ ໄດ້ປຶກສາຫາລືກັນ ກ່ຽວກັບການຮ່ວມມື ລະຫວ່າງສອງປະເທດ ໂດຍສະເພາະ ໃນຂົງເຂດການຄ້າ, ການລົງທຶນ, ການເງິນ ແລະ ການທະນາຄານ.

ໂດຍສະເພາະ ການຄ້າ ລະຫວ່າງຊາຍແດນ ທີ່ລາວ ແລະຈີນ ຕິດຈອດກັນ ເພື່ອໃຫ້ສະດວກ ແລະງ່າຍ ຕໍ່ການຊໍາລະສະສາງສິນຄ້າ ເປັນຕົ້ນ ເມື່ອຄົນລາວ ໄປຊື້ສິນຄ້າຢູ່ຈີນ ກໍສາມາດ ນໍາເງິນກີບຂອງລາວ ໄປຊືື້ໄດ້ ສ່ວນເງິນຢວນ ຂອງຈີນ ກໍເຊັ່ນກັນ ຄົນຈີນໄປຊື້ສິນຄ້າດ້ວຍເງິນຢວນ ຢູ່ລາວໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.