ຄົນງານລາວ ຕ້ອງການໄປເຮັດວຽກ ຢູ່ເກົາຫລີໃຕ້ ເພີ່ມຂຶ້ນ
2023.12.13
ກະຊວງແຮງງານ ແລະສວັດດິການສັງຄົມ ໄດ້ຮັບຄົນງານລາວ ທີ່ສມັກ ໄປເຮັດວຽກ ພາຍໃຕ້ລະບົບອະນຸຍາດການຈ້າງງານ ຢູ່ປະເທດເກົາຫລີໃຕ້ທຸກປີ ແຕ່ປີ 2020 ຫາ 2023 ແລະມີຈໍານວນເພີ່ມຂຶ້ນ. ໃນຈໍານວນຄົນທີ່ສມັກນັ້ນ ມີຜູ້ໄດ້ຜ່ານການຄັດເລືອກ ປີ 2020 ຈຳນວນ 157 ຄົນ, 2021 ຈຳນວນ 56 ຄົນ, 2022 ຈຳນວນ 837 ຄົນ ແລະປີ 2023 ນີ້ ຈຳນວນ 2,477 ຄົນ.
ແຕ່ໃນຈໍານວນຜູ້ທີ່ ໄດ້ຖືກທາງການລາວ ຮັບຜ່ານການຄັດເລືອກ ໃນ 4 ປີ 3,500 ປາຍຄົນທີ່ວ່ານັ້ນ ໄດ້ຖືກສົ່ງໄປເຮັດວຽກຢູ່ເກົາຫລີໃຕ້ ຕາມຈໍານວນທີ່ເກົາຫລີໃຕ້ຕ້ອງການ ພຽງ 1,437 ຄົນ. ໃນຈໍານວນທີ່ວ່ານີ້ ປີ 2020 ໄດ້ຖືກສົ່ງໄປຈຳນວນ 17 ຄົນ, ປີ 2021 ຈຳນວນ 96 ຄົນ, ປີ 2022 ຈຳນວນ 611 ຄົນ ແລະໃນ 11 ເດືອນ ປີ 2023 ນີ້ ຈຳນວນ 713 ຄົນ.
ຄົນງານລາວ ຕ້ອງການໄປເຮັດວຽກຢູ່ເກົາຫລີໃຕ້ຫລາຍ ກໍຍ້ອນວ່າ ໄດ້ເງິນ ເດືອນຫລາຍກວ່າເຮັດວຽກຢູ່ລາວ ຫລາຍເທົ່າ, ຢູ່ລາວເງິນເດືອນຕໍ່າ, ບໍ່ພຽງພໍກັບຄ່າໃຊ້ຈ່າຍ ທີ່ຄ່າຄອງຊີພຖີບໂຕສູງຂຶ້ນນໍາເລື້ອຍໆ ຍ້ອນເງິນກີບເຟີ້ ແລະອ່ອນຄ່າລົງ.
ໃນຈໍານວນຜູ້ທີ່ສມັກໄປເຮັດວຽກ ຢູ່ເກົາຫລີໃຕ້ນັ້ນ ກໍມີທັງຣັຖກອນຂແນງຕ່າງໆ ຫລາຍຄົນ ທີ່ລາອອກຈາກການ ຍ້ອນເງິນເດືອນບໍ່ກຸ້ມຢູ່ບໍ່ກຸ້ມກິນ.
ດັ່ງເຈົ້າໜ້າທີ່ ແຮງງານທີ່ກ່ຽວຂ້ອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ທັນວານີ້ວ່າ:
“ມາເບິ່ງໂຕເລກມາສມັກນີ້ຫລາຍໄດ໋ ຫລາຍຂຶ້ນ ເພິ່ນກະຈໍາກັດໂຄຕ້າຢູ່ ຍ້ອນເສຖກິຈເຮົານີ້ແຫລະ. ເງິນເຟີ້ເງິນອ່ອນຄ່ານີ້ແຫລະ ພະນັກງານສັງກັດຣັຖນ່າ ອອກຫລາຍຄົນກໍຢາກໄປ ເງິນເດືອນຕໍ່າເຂົາເຈົ້າໄປບໍ່ລອດ ເຂົາເຈົ້າຈຶ່ງອອກຫັ້ນ.”
ທ່ານກ່າວຕື່ມວ່າ ກ່ອນຈະໄດ້ໄປເຮັດວຽກຢູ່ເກົາຫລີໃຕ້ນີ້ ກໍຕ້ອງໄດ້ໃຊ້ເງິນຈໍານວນນຶ່ງ ເປັນຄ່າໃຊ້ຈ່າຍຕ່າງໆ ຊຶ່ງບາງຄົນຜູ້ບໍ່ມີ ກໍຕ້ອງໄດ້ຫາກູ້ຢືມ ຍອມເປັນໜີ້ໄປກ່ອນ ຍ້ອນເຫັນວ່າ ຈະໄດ້ຮັບຄ່າແຮງງານສູງ ແລະບາງຄົນກໍຢືມນໍາບໍຣິສັດໄປກ່ອນ.
“ຄົນນີ້ໄປເກົາຫລີນີ້ ເຂົາເຈົ້າເຫັນວ່າ ຄ່າແຮງງານນີ້ສູງ ບາງຄົນກໍບໍ່ມີເງິນເນາະ ໄດ້ຢືມບ້ານຢືມຫຍັງໄປ ບາງຄົນກໍຢືມເງິນພວກບໍຣິສັດນີ້ໄປ ມັນມີແນວນີ້ໄດ໋.”
ຄ່າໃຊ້ຈ່າຍຕ່າງໆທີ່ວ່ານັ້ນ ລວມທັງໝົດປະມານ 1,780 ໂດລ້າຣ໌ສະຫະຣັຖ ທັງຄ່າທໍານຽມ ການສອບເສັງ, ຄ່າກວດສຸຂພາບ, ວີຊາ, ປີ້ຍົນ, ປະກັນໄພເດີນ ທາງ ແລະອື່ນໆ.
ຄົນງານລາວຜູ້ນຶ່ງ ຢູ່ແຂວງວຽງຈັນ ເວົ້າໃນຕົ້ນເດືອນພຶສຈິກາຜ່ານມາວ່າ ສຳລັບຜູ້ທີ່ຢາກໄປເຮັດວຽກ ຢູ່ເກົາຫລີໃຕ້ ກໍຕ້ອງໄດ້ກູ້ຍືມເງິນ ຫລາຍ ໂດຍໃຊ້ຫລັກຊັພ ເປັນທີ່ດິນ ຫລື ຄຳ ເປັນຫລັກຄ້ຳປະກັນ, ແຕ່ເມື່ອໄດ້ໄປແລ້ວ ໄດ້ເຮັດວຽກ ໄດ້ເງິນເດືອນຫລາຍ ກໍຖືວ່າຄຸ້ມຄ່າ ແລະ ອາດໄດ້ຕໍ່ສັນຍາ ຖ້ານາຍຈ້າງພໍໃຈ.
ດັ່ງທີ່ລາວເວົ້າວ່າ:
“ເຮົາກໍຢາກໄປ ແຕ່່ວ່າມັນຕ້ອງໃຊ້ເງິນຫຼາຍຢູ່ 2,000 ໂດລ້າຣ໌ ນີ້ ກະຕ້ອງເອົາດິນເອົາຫຍັງ ໄປຈຳຫັ້ນແຫຼະ ເຖິງຈະໄດ້ເງິນມາ. ແຕ່ວ່າຖ້າເກີດໄປແລ້ວ ເຂົາເຈົ້າມັກ ກໍອາດຈະໄດ້ຢູ່ຕໍ່ອີກເນາະ, ກໍຫວັງວ່າ ເຂົາເຈົ້າຈະໃຫ້ເຮົາຢູ່ຕໍ່ຫັ້ນນ່າ.”
ເຈົ້າໜ້າທີ່ແຮງງານທີ່ກ່ຽວຂ້ອງ ທ່ານນຶ່ງກໍເວົ້າວ່າ ຄົນງານ ທີ່ສມັກໄປເຮັດວຽກຢູ່ເກົາຫລີໃຕ້ ສ່ວນໃຫຍ່ນິຍົມໄປເຮັດວຽກຕາມລະດູການ ເພາະບໍ່ຕ້ອງໄດ້ເສັຍເງິນຄ່າຮຽນພາສາຫລາຍ ແລະໄປພຽງປະມານ 6-7 ເດືອນ ກໍໄດ້ເງິນກັບມາບ້ານແລ້ວ. ສໍາລັບຜູ້ທີ່ມີຄວາມຮູ້ ກໍໄປຕາມສັນຍາ ໄລຍະຍາວ. ເຣື່ອງຄ່າໃຊ້ຈ່າຍ ທາງຣັຖບານເພິ່ນກໍຈ່າຍ ລ່ວງໜ້າໃຫ້ກ່ອນ.
“ເກົາຫລີເພິ່ນຕ້ອງການຫລາຍ ວຽກຕາມຣະດູການເດ້. ຜູ້ທີ່ມີຄວາມຮູ້ແທ້ ເຂົາກໍໄປຕາມໃນນາມສັນຍາໄລຍະຍາວ ແຕ່ພວກນີ້ກະເຊັນສັນຍາໄລຍະສັ້ນຫັ້ນນ່າ. ເຂົາກໍໃຫ້ໄປ 6 ເດືອນ 7 ເດືອນ ຂຶ້ນກັບເງື່ອນໄຂ ເສັຽຄ່າໃຊ້ຈ່າຍກໍຕາມລະບຽບການຫັ້ນລະ ທາງຣັຖບານເພິ່ນກໍຈ່າຍລ່ວງໜ້າໃຫ້ກ່ອນ.”
ກ່ຽວກັບເຣື່ອງທີ່ວ່ານີ້ ຄົນງານຢູ່ລາວຜູ້ນຶ່ງກໍເວົ້າວ່າ ການທີ່ຢາກໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ນັ້ນ ກໍຍ້ອນວ່າມັນໄດ້ເງິນຫລາຍ ກວ່າເຮັດວຽກຢູ່ລາວຫລາຍເທົ່າ, ຢູ່ລາວເງິນເດືອນຕໍ່າ ແຕ່ລາຄາສິນຄ້າແພງ ບໍ່ພໍກຸ້ມກິນ.
“ເງິນເດືອນມັນສູງຕົ໊ວ ຈັ່ງໄປ ຢູ່ພຸ້ນມັນຫລາຍຢູ່ລາວນີ້ ຄ່າຄອງຊີບມັນສູງ ໄລ່ເດືອນຶ່ງຢູ່ກິນ. ລາຍຈ່າຍມັນສູງຂຶ້ນ. ໂອ້ຍ ຄັກຫລາຍ ຂຶ້ນຫລາຍສິນຄ້ານັ້ນ. ເອີ ຄັນເຂົາຄວບຄຸມບໍ່ໄດ້ກໍສູງຂຶ້ນຫັ້ນແຫລະ.”
ຄົນງານລາວອີກຜູ້ນຶ່ງກໍເວົ້າໃນທໍານອງດຽວກັນນັ້ນວ່າ ເຫດຜົລສ່ວນນຶ່ງ ທີ່ເຮັດໃຫ້ຢາກໄປເຮັດວຽກຢູ່ປະເທດທີ່ວ່ານັ້ນ ແມ່ນຍ້ອນໄດ້ເງິນເດືອນຫລາຍກວ່າ ຢູ່ລາວຫລາຍ. ຜູ້ທຸກຍາກ ບໍ່ມີກິນ ກໍຕ້ອງໄດ້ດີ້ນຮົນ ຫາຊ່ອງທາງໄປ.
“ຍິນເຂົາມັນແພງເນາະ ປ່ຽນເປັນເງິນກີບລາວເຮົານີ້ ມັນໄດ້ຫລາຍເດ້ ເພາະຖ້າບໍ່ດີ້ນຮົນ ມັນກໍບໍ່ມີກິນເດ້ ຢູ່ລາວຫັ້ນນ່າເງິນເດືອນນີ້ຕໍ່າແຮງ ກໍໄປຕາມຂຶ້ນໆ ຕາມຕໍາແໜ່ງ ຜູ້ທຸກ ຄົນຈົນນ່າມັນບໍ່ມີເດ້.”
ຄົນງານລາວ ທີ່ໄປເຮັດວຽກຢູ່ເກົາຫລີໃຕ້ ສ່ວນໃຫຍ່ ໄປຜ່ານຣະບົບອະນຸຍາດ ການຈ້າງງານ ຫລື ຣະບົບ EPS ທີ່ມີຈຸດປະສົງສົ່ງແຮງງານຈາກຕ່າງປະເທດ ທີ່ບໍ່ແມ່ນມືອາຊີບ ໄປເຮັດວຽກຢູ່ປະເທດເກົາຫລີໃຕ້ ຢ່າງຖືກຕ້ອງຕາມກົດໝາຍ ໃນຂແນງອຸດສາຫະກັມ ເປັນເວລາ 3 ປີຂຶ້ນໄປ ຫລືໄປເຮັດວຽກຕາມລະດູການ 5 ເດືອນຂຶ້ນໄປ.
ທີ່ຜ່ານມາ ທາງການລາວ ແລະເກົາຫລີໃຕ້ ກໍໄດ້ລົງນາມໃນຂໍ້ຕົກລົງ ກ່ຽວກັບການຮ່ວມມື ເຣື່ອງການສົ່ງຄົນງານລາວ ໄປເຮັດວຽກຕາມຣະດູການ ຢູ່ເກົາຫລີໃຕ້ ແລະຫລ້າສຸດ ໃນມື້ວັນທີ 7 ທັນວານີ້ ກະຊວງແຮງງານ ແລະສວັດດິການສົງຄົມລາວ ແລະແຂວງ ຊຸງຊອງນໍາໂດ ປະເທດເກົາຫລີໃຕ້ ກໍໄດ້ລົງນາມໃນບົດບັນທຶກການຮ່ວມມື ໃນຂົງເຂດກະສິກໍາ ເປັນຕົ້ນກ່ຽວກັບການຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ເກົາຫລີໃຕ້ຕື່ມອີກ.
ຜູ້ທີ່ຈະໄດ້ໄປເຮັດວຽກຢູ່ເກົາຫລີໃຕ້ນັ້ນ ຕ້ອງໄດ້ຜ່ານການຄັດເລືອກ ຄືຕ້ອງໄດ້ຜ່ານການສອບເສັງ 2 ຄັ້ງ ຄືຄັ້ງທີ 1 ຕ້ອງໄດ້ສອບເສັງ ວັດລະດັບພາສາເກົາຫລີ ແລະຄັ້ງທີ 2 ສອບເສັງທັກສະ ຮວມທັງຕ້ອງໄດ້ກວດກາສຸຂພາບ ແລະອື່ນໆ.
ເງື່ອນໄຂຂອງຜູ້ທີ່ຈະໄດ້ສອບເສັງ ຄືຜູ້ມີອາຍຸລະຫວ່າງ 18 ປີ ຫາ 39 ປີ, ບໍ່ເປັນຕາບອດສີ, ບໍ່ມີປະຫວັດຄະດີອາຍາ ຖືກຈຳຄຸກ ຫລືສູງກວ່າ, ບໍ່ມີຄວາມຜິດ ຫລື ຄະດີໃດນຶ່ງ ຊຶ່ງເຮັດໃຫ້ຖືກໄລ່ອອກ ຈາກປະເທດເກົາຫລີໃຕ້, ບໍ່ມີຂໍ້ຈຳກັດໃນການເດີນທາງ ອອກນອກປະເທດ, ເຄີຍເຮັດວຽກຢູ່ເກົາຫລີໃຕ້ ໂດຍໃຊ້ວີຊ້າ E-9, E-10 ບໍ່ເກີນ 5 ປີ.
ສໍາລັບເງິນຄ່າແຮງງານ ທີ່ຈະໄດ້ຮັບ ແມ່ນຄ່າແຮງຂັ້ນຕໍ່າ: ເຮັດວຽກ 8 ຊົ່ວ ໂມງຕໍ່ມື້, 5 ມື້ຕໍ່ອາທິດ; 209 ຊົ່ວໂມງຕໍ່ເດືອນ; ຄ່າຈ້າງຕໍ່ຊົ່ວໂມງ: 9,620 ວອນ (ໄລຍະການ: 01/01/2023-31/12/2023), ເງິນເດືອນເດືອນນຶ່ງ 2,010,580 ວອນ ຫລືເທົ່າກັບ 29,977,747 ກີບ ຫລື 1,452.90 ໂດລ້າຣ໌ສະຫະຣັຖ ຕາມອັດຕຣາແລກປ່ຽນວັນທີ 1 ທັນວາ 2023.
ຄົນງານລາວ ນອກຈາກຈະມີໂອກາດໄປເຮັດວຽກຕາມຣະດູການ ຢູ່ເມືອງຕ່າງໆຂອງແຂວງ ຊຸງຊອງນຳໂດ ຕາມຂໍ້ຕົກລົງ ທີ່ວ່ານັ້ນແລ້ວ ໄລຍະຜ່ານມາ ກົມການຈັດຫາງານ ກະຊວງແຮງງານ ແລະສະຫວັດດິການສັງຄົມ ກໍໄດ້ຮ່ວມລົງນາມ ໃນບົດບັນທຶກຄວາມເຂົ້າໃຈກັນ ວ່າດ້ວຍການຮ່ວມມື ດ້ານການຈ້າງແຮງງານຣະດູການ ຮ່ວມກັບ 15 ເມືອງ ພາຍໃນແຂວງຊຸງຊອງນໍາໂດ, ມາຮອດປັດຈຸບັນ ສາມາດຈັດສົ່ງຄົນງານລາວ ໄປເຮັດວຽກຕາມຣະດູການຢູ່ 8 ເມືອງ ມີແຮງງານ 109 ຄົນແລ້ວ ຕາມຣາຍງານຂອງວຽງຈັນໃໝ່.
ເມື່ອວັນທີ 15 ພຶສຈິກາທີ່ຜ່ານມານີ້ ກໍມີຂ່າວວ່າ ເກົາຫລີໃຕ້ ໄດ້ຮັບເອົາຄົນງານລາວ ໄປເຮັດວຽກຕາມຣະດູການ ຢູ່ເມືອງ ເມັ໋ຍຢ໋າງ ແລະເມືອງ ຊັງຈອງຕື່ມອີກ 80 ຄົນ. ຄົນງານ ຈາກແຂວງວຽງຈັນ ທີ່ຜ່ານການສັມພາດ ໃນທ້າຍປີນີ້ ຈະຖືກສົ່ງໄປເຮັດວຽກ ຕາມຣະດູການ ຢູ່ເມືອງເມັຍຢາງ, ເມືອງຊັງຢອງ ແລະເມືອງເຢວຈູ ໃນຣະຫວ່າງເດືອນທັນວາ 2023 ຫາເດືອນ ມົກກະຣາ 2024 ຈຳນວນ 419 ຄົນ ຊຶ່ງໃນນັ້ນມີແມ່ຍິງ 355 ຄົນ.
ອີງຕາມຄຳເວົ້າຂອງ ຍານາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ, ນັບແຕ່ປີ 2022 ມາຮອດປັດຈຸບັນ, ທາງກະຊວງໄດ້ລົງນາມ ໃນສັນຍາ ຮ່ວມມື ດ້ານການຈັດສົ່ງຄົນງານ ໄປເຮັດວຽກຕາມຣະດູການ ກັບ 47 ເມືອງ ຂອງເກົາຫລີໃຕ້ ແລະສາມາດຈັດສົ່ງຄົນງານລາວ ໄປເຮັດວຽກ ໄດ້ທັງໝົດ 2,131 ຄົນ, ໃນນັ້ນມີແມ່ຍິງ 989 ຄົນ.