ໄຊຍະບູຣີ ຫ້າມນໍາເຂົ້າສິນຄ້າ ຈາກຕ່າງປະເທດ ທີ່ຜລິດໄດ້ ຢູ່ພາຍໃນ

ຈຳປາທອງ
2023.12.14
ໄຊຍະບູຣີ ຫ້າມນໍາເຂົ້າສິນຄ້າ ຈາກຕ່າງປະເທດ ທີ່ຜລິດໄດ້ ຢູ່ພາຍໃນ ຮູບປະກອບ: ການຊື້-ຂາຍ ທີ່ຕລາດສົດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ສິນຄ້າຫຼາຍຢ່າງ ຂຶ້ນລາຄາຢ່າງເນື່ອງນິດ (TS), ວັນທີ 18 ເດືອນສິງຫາ ປີ 2023.
RFA

ທາງການແຂວງໄຊຍະບູຣີ ໄດ້ອອກແຈ້ງການ ໃນມື້ວັນທີ 5 ທັນວາ 2023 ນີ້ ເຖິງແຜນກການອ້ອມຂ້າງແຂວງ, 11 ເມືອງ, ດ່ານສາກົລ, ດ່ານທ້ອງຖິ່ນ, ດ່ານປະເພນີ ແລະທຸກພາກສ່ວນໃນສັງຄົມ ທົ່ວແຂວງ ບໍ່ໃຫ້ນໍາສິນຄ້າ ທີ່ບໍ່ຈໍາເປັນຈາກຕ່າງປະເທດເຂົ້າມາ ທັງໝົດຈໍານວນ 137 ຣາຍການ ເພື່ອສົ່ງເສີມການຜລິດພາຍໃນ, ຫລຸດຜ່ອນການນໍາເຂົ້າ, ບໍ່ໃຫ້ມີການແຍ້ງຕລາດ, ບໍ່ໃຫ້ເງິນຕຣາໄຫລອອກໄປນອກປະເທດ. ໃນຈໍານວນສິນຄ້າທີ່ຫ້າມນໍາເຂົ້າມານັ້ນ ສ່ວນໃຫຍ່ເປັນພືດພັກ, ໝາກໄມ້ ແລະສັດ ທີ່ຄົນລາວສາມາດປູກ ແລະລ້ຽງໄດ້ ຊຶ່ງບໍ່ຈໍາເປັນທີ່ຈະນໍາເຂົ້າ.

ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ທັນວານີ້ວ່າ:

ສິນຄ້າທີ່ມັນບໍ່ຈໍາເປັນເນາະ ພືດຜັກອີ່ຫຍັງຕ່າງໆ ສິ່ງທີ່ເຮົັາມີ ເພິ່ນບໍ່ຢາກໃຫ້ນໍາເຂົ້າ ເພື່ອໂຊມໃຊ້ຜລິຕພັນພາຍໃນນີ້ ກະຫລຸດຜ່ອນຄ່າໃຊ້ຈ່າຍການນໍາເຂົ້າ ມັນຕົ້ນທຶນສູງເດ້ເນາະ. ໄລຍະຜ່ານມາຜູ້ຜລິດເຮົາກໍມີຢູ່ ໄວ້ຈໍາໜ່າຍ ແຕ່ວ່າມັນຫາກມີຈໍານວນນຶ່ງ ທີ່ນໍາເຂົ້າ ເຮັດໃຫ້ບັນຫາຜູ້ຜລິດນີ້ມັນແກ້ງແຍ້ງກັນ.

ແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງອີກທ່ານນຶ່ງ ຢູ່ແຂວງໄຊຍະບູຣີ ກໍເວົ້າວ່າ ປັດຈຸບັນ ປະຊາຊົນລາວ ສາມາດຜລິດສິນຄ້າກະສິກັມ ໄດ້ຫລາຍຢ່າງ ດັ່ງນັ້ນ ທາງການເພີ່ນຈຶ່ງຫ້າມບໍ່ໃຫ້ນໍາສິນຄ້າ ທີ່ລາວຜລິດໄດ້ນັ້ນເຂົ້າມາ. ຖ້າສິນຄ້າໃດ ບໍ່ພຽງພໍ ຂາດຕລາດ ທາງການເພີ່ນກໍຈະອະນຸຍາດ ໃຫ້ນໍາເຂົ້າມາໄດ້ ແຕ່ຕ້ອງໄດ້ຮັບອະນຸຍາດຄັກແນ່.

ຕາມແຈ້ງການຂອງທ່ານເຈົ້າແຂວງ ແຈ້ງອອກມາຫັ້ນແຫລະ ສິ່ງໃດທີ່ຜລິດໄຫດ້ຢູ່ພາຍໃນກໍຫ້າມນໍາເຂົ້າ ກະຜລິດຢູ່ພາຍໃນເຮົາສ່ວນຫລາຍ ເປັນປະເພດກະສິກັມ ມັນກໍມີຫລາຍແລ້ວເດ້ ເຂົາເຂົ້າມາກໍຍຶດປັບເທົ່ານັ້ນແຫລະ ແຕ່ສິ່ງໃດມັນບໍ່ມີມັນບໍ່ສົມດູນ ມັນຂາດ ເຮົາກໍຕ້ອງໄດ້ດັດແກ້. ທ້ອງຖິ່ນນີ້ຫາກມີຄວາມຈໍາເປັນ ໃຫ້ເຂົາເຈົ້າ ເຮັດໜັງສືສເນີມາ ບາງຢ່າງມັນກໍອະນຸຍາດໄປໄດ້.

ກ່ຽວກັບເຣື່ອງທີ່ວ່ານີ້ ຊາວຄ້າຂາຍຢູ່ແຂວງໄຊຍະບູຣີ ຜູ້ນຶ່ງເວົ້າວ່າ ຖ້າວ່າທາງການເພີ່ນ ຫ້າມບໍ່ໃຫ້ນໍາສິນຄ້າເຂົ້າມາ ຕາມການແຈ້ງການນັ້ນ ໃນຕໍ່ໜ້າຈະມີຜົລກະທົບແນ່ນອນ ຍ້ອນມັນຈະເຮັດໃຫ້ສິນຄ້າບາງຊນິດຂາດແຄນ ເພາະວ່າຄົນລາວ ຍັງບໍ່ທັນສາມາດຜລິດສິນຄ້າ ໄດ້ຫລາກຫລາຍ ເຊັ່ນໜາກໄມ້ ຍັງ ຜລິດໄດ້ໜ້ອຍ ຍ້ອນບໍ່ມີທຶນຮອນ.

ກໍກະທົບແຫລະເນາະ ກະບໍ່ພຽງພໍແຫລະເນາະ ບໍ່ຄ່ອຍມີແຫລະໝາກໄມ້ ເພາະວ່າສ່ວນໃຫຍ່ເຂົາກໍເອົາມາຈາກໄທຍ ໂດຍກົງມັນປູກມັນບໍ່ໄດ້ຜົລຜລິດ ໄດ້ຜົລໜ້ອຍຂາຍມັນບໍ່ໄດ້ຫລາຍ ປູກມັນກໍຕ້ອງໄດ້ໃຊ້ທຶນແຫລະ ເນາະສ່ວນຫລາຍເຂົາບໍ່ມີທຶນແຫລະ ຫາຄວາມຮູ້ເອງຫຍັງນີ້ແຫລະ.

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ຍັງບໍ່ເຄີຍເຫັນເຈົ້າໜ້າທີ່ວິຊາການ ທີ່ກ່ຽວຂ້ອງ ລົງມາສົ່ງເສີມດ້ານການກະເສດ ໃຫ້ຊາວບ້ານຜລິດສິນຄ້າໄດ້ດີຂື້ນ ຫລາຍຄົນ ທີ່ຕ້ອງການຜລິດ ຍັງຈໍາເປັນຕ້ອງໄດ້ຊອກຮຽນຮູ້ ແລະຫາທືນເອົາເອງ.

ໃນຂະນະດຽວກັນ ຊາວລາວຢູ່ແຂວງໄຊຍະບູຣີ ຜູ້ນຶ່ງກໍເວົ້າວ່າ ແຂວງນີ້ ຢູ່ຕິດກັບຊາຍແດນໄທຍ ຈະຍັງຕ້ອງອາໄສສິນຄ້າໄທຍຢູ່ຄືເກົ່າ, ເປັນເຣື່ອງຍາກ ທີ່ທາງການຈະຫ້າມໄດ້ ເພາະວ່າ ຄົນລາວຍັງຜລິດໄດ້ໜ້ອຍ ເຊັ່ນໝາກໄມ້ ແລະຍັງມັກຜລິດສິນຄ້າຊນິດດຽວ ໃນລະດູດຽວກັນ ເຊັ່ນລະດູແລ້ງ ມັກປູກຜັກກັນຫລາຍ, ເຮັດໃຫ້ຜັກລົ້ນຕລາດ ແຕ່ໃນລະດູຝົນ ທີ່ປູກຜັກຍາກ ກໍບໍ່ມີໃຜຢາກປູກ, ຈະມີການລັກນໍາສິນຄ້າເຂົ້າມາຢູ່.

ທາງເຮົາມັນມໍ່ຊາຍແດນ ມັນກໍອາໄສໄທຍຫັ້ນແຫລະ ຂອງໃຊ້ທຸກຢ່າງ ພໍ່ຄ້າເຂົາກໍລັກເອົາເຂົ້າມາຢູ່ ມັນກໍກະທົບແດ່ຈໍານວນນຶ່ງເນາະ ທີ່ເຮົາເຮັດບໍ່ໄດ້ຫັ້ນແຫລະ ທີ່ໝາກໄມ້ລາວບໍ່ມີດອກ ອາໄສມາແຕ່ໄທຍໝົດແຫລະ ຜັກນ່າຍາມມັນມີກະມີຄືກັນໝົດ. ໂອ໋ຍ ຍາມນີ້ບໍ່ອຶດດອກ ພຸ້ນເດ້ ຍາມທີ່ວ່າຣະດູຝົນພຸ້ຮ ທີ່ວ່າເຮັດຜັກຍາກກໍບໍ່ຢາກມີແຫລະ.

ແລະຊາວລາວຢູ່ແຂວງນີ້ອີກຜູ້ນຶ່ງ ກໍເວົ້າວ່າ ເຖິງແມ່ນຈະມີຜູ້ເຫັນຜົລກະທົບໃນຕໍ່ໜ້າ ວ່າສິນຄ້າບາງຊນິດຈະຂາດຕລາດກໍຕາມ ແຕ່ທ່ານກໍເຫັນວ່າ ເປັນເຣື່ອງ ດີ ທີ່ຈະສົ່ງເສີມການຜລິດສິນຄ້າຢູ່ລາວ ໃຫ້ຫລາຍຂຶ້ນ ແລະຊື້ສິນຄ້າລາວເອງ.

ຜູ້ໃດທີ່ວ່າໄດ້ປູກໄດ້ຝັງ ເປັນຜັກເປັນມີ່ ພວກເຮົາກໍໄດ້ຊື້ນໍາກັນພາຍໃນປະເທດລາວ ເຮົາເນາະ ແບບວ່າສົ່ງເສີມຄົນລາວເຮົາເຮັດ ໄດ້ເນາະ. ພາຍໃນປະເທດລາວເຮົານີ້ແຫລະ ກະມີລາຍໄດ້ແດ່ ມີການແລກປ່ຽນຊື້ຂາຍນໍາກັນຫັ້ນແຫລະ.

ໃນຈໍານວນສິນຄ້າ ທີ່ທາງການແຂວງໄຊຍະບູຣີ ຫ້າມບໍ່ໃຫ້ນໍາເຂົ້າມາຈາກຕ່າງປະເທດ 137 ຊນິດນັ້ນ ກໍມີສິນຄ້າປະເພດຜັກ 59 ຣາຍການ ເປັນຕົ້ນຜັກກາດຫໍ່, ຜັກກະຫລໍ່າປີ, ຜັກກະຫລໍ່າດອກຂາວ, ໝາກແຕງທຸກຊນິດ, ໝາກເລັ່ນ, ໝາກຖົ່ວຝັກຍາວ, ເຮັດເຟືອງ,  ໝາກນາວ ແລະອື່ນໆ.

ໝາກໄມ້ ຫ້າມນໍາເຂົ້າມີ 23 ຣາຍການ ເປັນຕົ້ນ ໝາກມ່ວງທຸກຊນິດ, ໝາກມີ້, ໝາກຂາມ, ໝາກຂຽບ, ໝາກລໍາໄຍ, ໝາກໄຟ ແລະອື່ນໆ.

ສໍາລັບສິນຄ້າປະເພດປາສົດ ປາແຫ້ງ ມີ 10 ຣາຍການ ເຊັ່ນ ປານິນ, ປາໄນ, ປາປາກ, ປາສວາຍ, ປາບຶກ, ປາຄໍ່ ແລະປາອື່ນໆ.

ສິນຄ້າປະເພດສັດປີກ 4 ຣາຍການ ຄື ເປັດ, ໄກ່, ຫ່ານ ແລະນົກກະທາ.

ປະເພດສັດໃຫຍ່ ມີ 5 ຣາຍການ ຄື ໝູ, ງົວ, ຄວາຍ, ເເກະ ແລະແບ້.

ສິນຄ້າປະເພດຜລິຕພັນສັດ 20 ຣາຍການ ເປັນຕົ້ນ ໄຂ່ເປັດ, ໄຂ່ໄກ່, ຊີ້ນງົວ, ຊີ້ນຄວາຍ, ຊີ້ນປາ, ເຄື່ອງໃນສັດ, ປາແດກ, ສົ້ມໝູ, ສົ້ມປາ, ໄສ້ກອກ, ລູກຊີ້ນ ແລະອື່ນໆ.

ແລະສິນຄ້າອຸດສາຫະກັມ ແລະຫັດຖະກັມ ທີ່ຖຶກຫ້າມນໍາເຂົ້າມາ ມີ 16 ຣາຍການ ເປັນຕົ້ນ ເສັ້ນໝີ່, ເສັ້ນເຝີ, ເສັ້ນເຂົ້າປຸ້ນ, ນໍ້າດື່ມ, ນໍ້າກ້ອນອະນາໄມ, ຖ່ານຫີນດັງໄຟ, ດິນຈີ່ ແລະອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.