ເປີດຕລາດ ການຄ້າຊາຍແດນ 3 ປະເທດ ຢູ່ແຂວງຜົ້ງສາລີ

ສຸພັດຕາ
2023.12.05
ເປີດຕລາດ ການຄ້າຊາຍແດນ 3 ປະເທດ ຢູ່ແຂວງຜົ້ງສາລີ ຮູບປະກອບຂ່າວ: ຮ້ານຄ້າຈາກ ປະເທດວຽດນາມ ໃນງານບຸນນະມັສການພຣະທາດຫຼວງ, ນະຄອນຫຼວງວຽງຈັນ ວັນທີ 23 ພຶສຈິກາ 2023.
ນັກຂ່າວ ພົລເມືອງ

ວັນທີ 22 ພຶສຈິກາ 2023 ທີ່ຜ່ານມາ ຢູ່ເດີ່ນສວນສາທາຣະນະ ຂອງແຂວງຜົ້ງສາລີ ໄດ້ຈັດພິທີເປີດງານຕລາດນັດການຄ້າ ຊາຍແດນ 3 ແຈ ປະເທດລາວ-ຈີນ-ວຽດນາມ ຕິດພັນກັບເທສການ ດື່ມນໍ້າຊາ ຄັ້ງທີ 3 ໂດຍມີທັງໝົດ  67 ຮ້ານເຂົ້າຮ່ວມງານຕລາດນັດໃນຄັ້ງນີ້ ຮ້ານບໍຣິການນໍ້າຊາ 10 ຮ້ານ, ສິນຄ້າໂອດ໋ອບ (ODOP) ແລະສິນຄ້າທ່າແຮງ 7 ຮ້ານ, ຮ້ານຂາຍສິນຄ້າທົ່ວໄປ 15 ຮ້ານ ແລະຮ້ານຕລາດນັດເຄື່ອນທີ່ 35 ຮ້ານ.

ກ່ຽວກັບເຣື່ອງນີ້ ເຈົ້າຂອງຮ້ານສິນຄ້າໂອດ໋ອບ ປະເພດຊາ ກ່າວວ່າ ຮ້ານໂຕເອງ ນໍາຊາມາຂາຍ ພຽງ 2 ມື້ ຄືວັນທີ 22 ແລະຕອນເຊົ້າ ຂອງວັນທີ 23 ພຶສຈິກາ ແຕ່ບໍ່ມີແຂກມາຊົມ ກໍໄດ້ປິດຮ້ານ ບໍ່ໄດ້ຢູ່ຂາຍຊາເຖິງວັນທີ 24 ພຶສຈິກາ ຕາມກໍານົດຈັດງານ ຂອງທາງການລາວ ຍ້ອນພາຍໃນຕລາດບໍ່ຄຶກຄື້ນ, ດັ່ງຍານາງ ຂຍາຍຄວາມຕໍ່ເຣື່ອງນີ້ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ທັນວາ ນີ້ວ່າ

ວຽດນາມ ຈີນ ເຂົາເຈົ້າກໍມາໜ້ອຍດຽວ ໂຕແທນເຂົາເຈົ້າມາຂາຍ ຜລິຕພັນເຮົານີ້ ຖືກວ່າເຂົາເດ້ ເຂົາມາຂາຍນໍາ ເຮົາແຮງບໍ່ໄດ້ຂາຍລະ, ແຂກຕ່າງແດນມາກໍບໍ່ຫຼາຍ ມີແຕ່ຄົນພາຍໃນຫັ້ນນ່າ, ແລ້ວບາດນີ້ ສິນຄ້າຜລິຕພັນ ອັນນີ້ແບບເຮົາຂາຍ ພາຍໃນເນາະ ມັນກໍບໍ່ປານໃດ ເພາະວ່າ ເມືອງເຮົາເປັນເມືອງຊາຢູ່ແລ້ວ ຫຼາຍຄົນ ເຂົາເຈົ້າກໍມີສວນຊາ ຫັ້ນນ່າ ບາດນີ້ ເຮົາອາສັຍຂາຍໃຫ້ຕ່າງດ້າວ ຕ່າງແດນເນາະ ຄື ຈີນນີ້ ເຂົາເຈົ້າກໍຊື້ໄປຫຼາຍກໍ ສາມາດເອົາຖືໄປໄດ້ຫັ້ນນ່າ ເຂົາເຈົ້າມີແຕ່ຊິມຊາເຮົາ ແລ້ວກໍເອົາເບີໂທອີຫຍັງໄປ ຫຼັກໆແລ້ວ ພວກເອື້ອຍກໍເນັ້ນໃສ່ ການອັນນ່າ ການຕລາດຫັ້ນນ່າ ເຜີຍແຜ່ ໃຫ້ທາງຄົນອື່ນ ຮູ້ນໍາຫັ້ນນ່່າ.

ຂະນະທີ່ ເຈົ້າຂອງຮ້ານສິນຄ້າໂອດ໋ອບ ປະເພດເຄື່ອງຊົນເຜົ່າ ກ່າວຄືກັບເຈົ້າຂອງຮ້ານສິນຄ້າໂອດ໋ອບ ປະເພດຊາ ວ່າ ໂຕເອງ ກໍມາຂາຍເຄື່ອງຊົນເຜົ່າ ໄດ້ພຽງ 2 ມື້ຄືກັນ ຍ້ອນບໍ່ຄ່ອຍມີຄົນ ເຂົ້າມາຊົມສິນຄ້າໂອດ໋ອບ ແຕ່ທາງການ ກໍມີການໂຄສະນາງານນີ້ ກໍເຮັດໃຫ້ສິນຄ້າໂອດ໋ອບ ເປັນທີ່ຮູ້ຈັກຫຼາຍຂຶ້ນ, ດັ່ງຍານາງ ຂຍາຍຄວາມຕໍ່ເຣື່ອງນີ້ ໃນມື້ດຽວກັນນີ້ວ່າ:

“ໄດ້ 2 ມື້ ມື້ເປີດ ກັບມື້ກ່ອນມື້ເປີດ ຖ້າວ່າ ທຽບໃສ່ປີກາຍເນາະ ກະບໍ່ຄຶກຄື້ນ ແລ້ວກໍຄົນທີ່ມາຈາກອັນນ່າແຕ່ລະເມືອງ ເຂົາເຈົ້າກໍບໍ່ໄດ້ຂາຍເຄື່ອງຄືກັນ ບໍ່ໄດ້ຂາຍຫຼາຍ ບໍ່ວ່າຄົນຕ່າງປະເທດບໍ ຄົນລາວບໍ ກໍບໍ່ຄ່ອຍມີຄົນມາຊົມ ບໍ່ຊື້ກໍຢ່າ ແຕ່ວ່າເຂົາເຈົ້າ ກໍບໍ່ໄດ້ມາແນວນັັ້ນ ແຕ່ເຖິງ່າ ເຮົາບໍ່ໄດ້ຂາຍຢູ່ໃນງານນັ້ນ ແຕ່ວ່າ ເຮົາຍັງມີທີ່ຮູ້ຈັກ ວ່າເຮົາເປັນແນວນີ້ຫັ້ນນ່າ ຄື ຕ່າງປະເທດ ມີ 2 ຄົນ ເຂົາເຈົ້າ ກໍຕິດຕໍ່ມາວ່າ ເອີ່ ຢາກໄດ້ເຄື່ອງ ຖືວ່າເຂົາບໍ່ໄດ້ຊື້ຢູ່ຫັ້ນ ກະເຂົາເຈົ້າກໍໂຄສະນາແດ່ ເວລາມື້ເປີດງານເນາະ ເຂົາເຈົ້າມີການຖ່າຍທໍາບໍ ຖືວ່າເປັນການສົ່ງເສີມ.

IMG_6863.JPG
ຮ້ານຄ້າລາວ ໃນງານບຸນນະມັສການພຣະທາດຫຼວງ, ນະຄອນຫຼວງວຽງຈັນ ວັນທີ 23 ພຶສຈິກາ 2023. ຮູບພາບໂດຍ RFA

ສ່ວນເຈົ້າຂ້ອງຮ້ານສິນຄ້າໂອດ໋ອບ ປະເພດເຫຼົ້າ ກໍກ່າວຄືເຈົ້າຂອງຮ້ານສິນຄ້າໂອດ໋ອບ 2 ຄົນ ຂ້າງເທິງ ວ່າ ສະພາບໂຕຈິງ ງານຕລາດນັດການຄ້າຊາຍແດນ 3 ແຈ ມີແຕ່ວັນທີ 15 ເຖິງ 24 ພຶສຈິກາ 2023 ແຕ່ວ່າ ໂຕເອງໄດ້ຂາຍເຄື່ອງແຕ່ 2 ມື້ ຄືກ່ອນມື້ເປີດງານ ແລະມື້ເປີດງານ ເນື່ອງຈາກພາຍໃນງານບໍ່ຄຶກຄື້ນ ແລະເຖິງແມ່ນວ່າ ມີແມ່ພໍ່ຄ້າຈາກປະເທດວຽດນາມ ແລະຈີນ ເຂົ້າຮ່ວມງານ ແຕ່ກໍບໍ່ມີຫຼາຍ ມີພຽງ 1 ຮ້ານ 2 ຮ້ານເທົ່ານັ້ນ, ດັ່ງຍານາງ ກ່າວໃນມື້ດຽວກັນນີ້ວ່າ:

“ໄດ້ໄປຂາຍ ແຕ່ 2 ມື້ຊື່ໆ ບໍ່ໄດ້ຫຼາຍປານນັ້ນ ມັນໄດ້ແຕ່ໜ້ອຍດຽວ ແຕ່ກໍຂອງວຽດນາມ ກັບຂອງຈີນ ຄືວ່າ ບໍ່ເຫັນຫຼາຍໃດ໋ ສ່ວນຫຼາຍມີແຕ່ຂອງລາວ ເຂົານີ້ ມີແຕ່ມາເຂົ້າຮ່ວມຕິເບາະ ຄືວ່າແຫຼະ ເພິ່ນບອກໃຫ້ໄປ ຄື ແບບໄປເປີດຕລາດຈັ່ງຊີ້ເນາະ ການຕລາດ ແບບນີ້ເນາະ ບໍ່ໄປ ເພິ່ນບໍ່ຮູ້ຈັກຫັ້ນນ່າ.

ຕລອດໄລຍະທີ່ຜ່ານມາ ພາກສ່ວນທີ່ກ່ຽວຂ້ອງ ແຂວງຜົ້ງສາລີ ໄດ້ຖືສໍາຄັນຕໍ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍສຸມໃສ່ການຈັນສັນອາຊີບຄົງທີ່ ຕິດກັບການສົ່ງເສີມຜລິດເປັນສິນຄ້າສົ່ງອອກ ແລະສົ່ງການປຸງແຕ່ງ 1 ເມືອງ 1  ຜລິຕພັນ (ODOP) ມາຮອດປີ 2023 ໄດ້ສົ່ງເສີມການຜລິດສິນຄ້າສົ່ງອອກ ບັນລຸ 8 ປະເພດ ແລະຜລິຕພັນໂອດ໋ອບ ບັນລຸໄດ້ 27 ກາໝາຍ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນນີ້ວ່າ

ເພາະວ່າ ໂຕນີ້ເຮົາໄປວາງ ເຮົາຈະວາງອັນ ສະແດງ ສິນຄ້າ ທ່າແຮງ ກັບສິນຄ້າໂອດ໋ອບ ຂອງຜແນກຂອງເຮົາ ສິນຄ້າທ່າແຮງ ກໍເປັນສິນຄ້າ ອຸດສາຫະກັມ ຫັ້ນແຫຼະ ຈັກສານບໍ, ເປັນຕໍ່າຫູກ, ທໍໄໝບໍ ເປັນທ່າແຮງ ຂອງບັນດາບ້ານ ຂອງແຂວງຫັ້ນນ່າ ຄືການປູກບໍ, ການລ້ຽງບໍ ຊັ້ນນ່າເນາະ.

ສໍາລັບງານຕລາດນັດການຄ້າຊາຍແດນ 3 ແຈ ນີ້ ມີບັນດາການນໍາ ຈາກເມືອງຈຽງເຊິນ, ເມືອງຫຼ້າ ປະເທດຈີນ, ໂຕແທນສະມາຄົມທຸຣະກິຈ ຊາວວຽດນາມ ປະຈໍາແຂວງຜົ້ງສາລີ ແລະບັນດາການນໍາ 7 ເມືອງ ທົ່ວແຂວງຜົ້ງສາລີ ເຂົ້າຮ່ວມຢ່າງຫຼວງຫຼາຍ ໂດຍກ່ອນພິທີເປີດຕລາດນັດນີ້ ມີການສະແດງເຖິງມູນເຊື້ອຄວາມສາມັກຄີພິເສດ ແລະການຄ້າ ຂອງ ແຈ ປະເທດລາວ-ຈີນ-ວຽດນາມ ທີ່ມີມາແຕ່ເດິກດໍາບັນຈົນເຖິງປັດຈຸບັນນໍາດ້ວຍ, ອີງຕາມຂໍ້ມູນ ຈາກເວັບໄຊ໋ ເສຖກິຈການຄ້າ ເມື່ອວັນທີ 23 ພຶສຈິກາ 2023 ທີ່ຜ່ານມາ.

ນອກນັ້ນ ມາຮອດປັດຈຸບັນສິນຄ້າໂອດ໋ອບ (ODOP) ຫຼື ສິນຄ້າ ນຶ່ງເມືອງ ນຶ່ງຜລິຕພັນ ແຫ່ງຊາຕ (One District One Product) ຍັງບໍ່ທັນເປັນທີ່ນິຍົມ ຫຼືເປັນສິນຄ້າທາງເລືອກຂອງຄົນລາວ ພໍປານໃດ ຍ້ອນບໍ່ທັນໄດ້ຮັບການສນັບສນູນ ຈາກພາກສ່ວນກ່ຽວຂ້ອງ ອີກທັງ ຍັງມີລາຄາຂ້ອນຂ້າງແພງ ເມື່ອທຽບໃສ່ສິນຄ້າຈາກປະເທດເພື່ອນບ້ານ, ອີງຕາມການຣາຍງານຂ່າວ ຂອງວິທຍຸເອເຊັຽເສຣີ ເມື່ອວັນທີ 26 ເດືອນສິງຫາ 2022 ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.