ຄົບຮອບ 2 ປີ, ທາງຣົຖໄຟ ລາວ-ຈີນ ເປີດໃຊ້ ມີທັງອັນກ້າວໜ້າ, ຂໍ້ຄ້າງຄາ
2023.11.30
ເປັນເວລາ 2 ປີເຕັມ, ພາຍຫຼັງທີ່ໄດ້ມີການເປີດນຳໃຊ້ ເສັ້ນທາງຣົຖໄຟລາວ-ຈີນ, ອັນເປັນສ່ວນນຶ່ງ ຂອງ “ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ” ຫຼື BRI ຈາກປະທານປະເທດຈີນ, ທ່ານ ສີ ຈິ້ນຜິງ, ເຊິ່ງຂໍ້ຣິເຣີ່ມດັ່ງກ່າວ ຖືກແປຜັນ ເປັນນະໂຍບາຍຫຼັກ ຂອງຣັຖບານຈີນ.
ເມື່ອເວົ້າສະເພາະປະເທດລາວ ທີ່ໄດ້ເປີດນຳໃຊ້ ເສັ້ນທາງຣົຖໄຟລາວ-ຈີນ, ກໍມີທ່າທີ ທີ່ກ້າວໜ້າຫຼາຍຢ່າງ ແລະ ມີເຫດການສຳຄັນເກີດຂຶ້ນ ຕລອດໄລຍະ 2 ປີທີ່ຜ່ານມາ.
ອີງຕາມຂໍ້ມູນ ຈາກສື່ທາງການລາວ ແລະ ທາງການຈີນ ຕລອດປີ 2023 ນີ້, ສິ່ງທີ່ເກີດຂຶ້ນຫຼັກໆ ກໍແມ່ນວ່າ ເສັ້ນທາງຣົຖໄຟດັ່ງກ່າວ ສືບຕໍ່ໃຫ້ການບໍຣິການ ຂົນສົ່ງສິນຄ້າ ແລະ ຜູ້ຄົນ ເປັນຈຳນວນຫຼາຍ. ມີການເປີດຂະບວນຣົຖໄຟໂດຍສານ ລະວ່າງປະເທດ ຮອບປະຖົມມະລືກ ໃນວັນທີ 13 ເມສາ ດ້ວຍຖ້ຽວຣົຖໄຟ D888 ແຕ່ສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ໄປຍັງສະຖານີຣົຖໄຟ ນະຄອນຄຸນໝິງ ປະເທດຈີນ ທີ່ແລ່ນອອກຈາກ ສະຖານີນະຄອນຫຼວງວຽງຈັນ. ມີທັງການເປີດຂະບວນຣົຖໄຟ ຂົນສົ່ງສິນຄ້າ ຈາກນະຄອນຊຽງໄຮ້ ມາຍັງນະຄອນຫຼວງວຽງຈັນ ເມື່ອວັນທີ 8 ຕຸລາ ແລະ ຫຼ້າສຸດ ກໍມີການເປີດຂະບວນຣົຖໄຟໂດຍສານ ເພື່ອການທ່ອງທ່ຽວ ຈາກນະຄອນຫຼວງປັກກິ່ງ ມາຍັງນະຄອນຫຼວງວຽງຈັນ ໃນວັນທີ 13 ພຶສຈິກາ ທີ່ຜ່ານມານີ້.
ໃນໂອກາດຄົບຮອບ 2 ປີ ການເປີດນຳໃຊ້ ເສັ້ນທາງຣົຖໄຟລາວ-ຈີນ ນີ້, ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ກໍໄດ້ສອບຖາມ ໄປຍັງນັກວິຊາການ ທີ່ຕິດຕາມການພັທນາ ຕາມເສັ້ນທາງຣົຖໄຟລາວ-ຈີນ ໂດຍສະເພາະ, ເຊິ່ງນັກວິຊາການ ຜູ້ຂໍສງວນຊື່ ແລະ ສຽງທ່ານນີ້ ໄດ້ໃຫ້ຄວາມເຫັນ ໃນວັນທີ 30 ພຶສຈິກາ 2023 ນີ້ວ່າ ເທົ່າທີ່ທ່ານສັງເກດ ກໍເຫັນວ່າ ມີຄວາມຄືບໜ້າຫຼາຍດ້ານ ແບບຄ່ອຍເປັນຄ່ອຍໄປ ພ້ອມທັງມີບາງຈຸດ ທີ່ຍັງຕ້ອງແກ້ໄຂ.
ທ່ານວ່າ:
“ສິ່ງທີ່ເຫັນໄດ້ ຢ່າງຈະແຈ້ງທີ່ສຸດ ນອກເໜືອຈາກການໂດຍສານ ທີ່ຫຼາຍຂຶ້ນ ຈົນເກີນຄວາມຄາດໝາຍ, ສດວກສບາຍ, ໄວຂຶ້ນ ແລະ ປອດພັຍນັ້ນ, ເສັ້ນທາງຣົຖໄຟລາວ-ຈີນ ໄດ້ມີບົດບາດສຳຄັນທີ່ສຸດ ໃນການຂົນສົ່ງສິນຄ້າ ໃນພາກພື້ນນີ້ ໂດຍສະເພາະແມ່ນການຂົນສົ່ງສິນຄ້າ ຈາກຈີນໄປໄທຍ ແລະ ຈາກໄທຍໄປຈີນ ແລ້ວອອກໄປສູ່ປະເທດອື່ນໆ ແລະ ມັນໄດ້ເຮັດໃຫ້ປະເທດລາວ ກາຍເປັນປະເທດເຊື່ອມຈອດ ຫຼື Land Link ຢ່າງເປັນຮູບປະທັມ.”
ທ່ານກ່າວເພີ່ມວ່າ:
“ສ່ວນການພັທນາ ດ້ານອະສັງຫາລິມະຊັບ ຫຼືການພັທນາໂຕເມືອງ ໄປຕາມແລວທາງຣົຖໄຟ ແລະ ຕາມສະຖານີຣົຖໄຟ ໃນຫົວເມືອງໃຫຍ່ ດັ່ງທີ່ມີຫຼາຍຄົນ ຄາດຫວັງເອົາໄວ້ນັ້ນ, ແມ່ນຍັງມີໜ້ອຍ ແລະ ຍັງຕ້ອງໃຊ້ເວລາຕື່ມ ຍ້ອນຍັງມີຫຼາຍປັດໃຈ ທີ່ບໍ່ເອື້ອອຳນວຍ ຕໍ່ການພັທນາ ໃນຂແນງການດັ່ງກ່າວ ເປັນຕົ້ນວ່າ ພົລເມືອງລາວ ຍັງມີຈຳນວນໜ້ອຍ ແລະ ອາສັຍທັມມະຊາດ ແລະ ການເຮັດການກະເສຕ ໃນການດຳຣົງຊີວິຕ. ຄົນລາວສ່ວນໃຫຍ່ ບໍ່ໄດ້ຢູ່ແບບເປັນໂຕເມືອງໜາແໜ້ນ ທີ່ຕ້ອງມີການພັທນາ ເຮືອນຈັດສັນ ໃກ້ສະຖານີຣົຖໄຟ ຄືກັບປະເທດຈີນ, ໄທຍ ແລະ ວຽດນາມ ທີ່ມັກຕັ້ງບ້ານເຮືອນ, ຊຸມຊົນ ແລະ ໂຕເມືອງ ໃກ້ກັບພື້ນຖານໂຄງສ້າງ ທີ່ເອື້ອອຳນວຍ ຕໍ່ການເດີນທາງ ແລະ ການຂົນສົ່ງ.”
ເຖິງຢ່າງໃດກໍຕາມ, ນັກວິຊາການທ່ານນີ້ ກ່າວມ້ວນທ້າຍວ່າ:
“ສິ່ງທ້າທາຍ ທີ່ຄຽງຄູ່ ກັບບົດບາດທີ່ພົ້ນເດັ່ນ ຂອງເສັ້ນທາງຣົຖໄຟລາວ-ຈີນ ນີ້, ຣັຖບານລາວ ຄວນເລັ່ງຫາວິທີ ໃຫ້ການຂົນສົ່ງ ດ້ວຍທາງຣົຖໄຟລາວ-ຈີນ ຜ່ານດ່ານທ່າບົກ ທ່ານາແລ້ງ ທັງຂາເຂົ້າ ແລະ ຂາອອກ ໃຫ້ມີຄວາມວ່ອງໄວ, ຫຼຸດຂັ້ນຕອນທີ່ບໍ່ຈຳເປັນ ແລະ ປັບລາຄາການຂົນສົ່ງ ໃຫ້ຖືກກວ່ານີ້ ເພື່ອກ້າວໄປສູ່ການໝູນໃຊ້ ເສັ້ນທາງຣົຖໄຟລາວ-ຈີນ ໃຫ້ເກີດປໂຍດສູງສຸດ ແລະ ເຮັດໃຫ້ການຂົນສົ່ງ ຜ່ານປະເທດລາວ ເປັນການຂົນສົ່ງ ທີ່ແຂ່ງຂັນໄດ້.”
ຂະນະດຽວກັນ, ທ່ານ ດຣ. ເຈ່ອັ້ນ ມີນ່ອນ, ນັກເສຖສາຕອາວຸໂສ ທີ່ຮັບຜິດຊອບໂຄງການ ເສຖກິຈໃນພາກພື້ນ ເອເຊັຽຕາເວັນອອກສຽງໃຕ້ ປະຈຳສະຖາບັນ ຢູຊອຟ ໄອຊັກ (Yusof Ishak Institute) ທີ່ປະເທດສິງກະໂປ ເຄີຍໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນເດືອນກັນຍາ ທີ່ຜ່ານມາວ່າ ສຳລັບປະເທດລາວແລ້ວ ໂຄງການທາງຣົຖໄຟລາວ-ຈີນ ໃນປະເທດລາວ ເປັນໂຄງການທີ່ດີຢູ່, ແຕ່ຍັງຖືວ່າ ບໍ່ຈຳເປັນເທື່ອ, ແຕ່ມັນມີຄວມຈຳເປັນກວ່າ ທີ່ຄວນເອົາເມັດເງິນມະຫາສານນີ້ ໄປພັທນາ ໂຄງສ້າງພື້ນຖານ ດ້ານອື່ນໆ.
ທ່ານວ່າ:
ປະເທດລາວ ມີຄວາມຈຳເປັນຫຼາຍຢ່າງ ໃນການພັທນາ ໂຄງສ້າງພື້ນຖານ. ແຕ່ມັນກໍຍັງບໍ່ທັນເປັນສິ່ງທີ່ຈຳເປັນ ແບບເລັ່ງດ່ວນ ທີ່ຈະຕ້ອງສ້າງທາງຣົຖໄຟເຊື່ອມຕໍ່ ລະວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນຄຸນໝິງ. ມັນມີຄວາມຈຳເປັນ ທີ່ຕ້ອງສ້າງ ໂຄງສ້າງພື້ນຖານ ແບບດັ້ງເດີມ (ເປັນຕົ້ນ ເສັ້ນທາງ ແລະ ຂົວ) ແລະ ມັນມີຄວາມຈຳເປັນ ທີ່ຕ້ອງປັບປຸງ ຕົ້ນທຶນການຂົນສົ່ງ ເພື່ອເພີ່ມສັກກະຍະພາບ ການແຂ່ງຂັນ ຂອງປະເທດ ເພື່ອດຶງດູດ ການລົງທຶນໂດຍຕຣົງ ຈາກຕ່າງປະເທດ ຫຼື FDI. ສິ່ງນີ້ ແມ່ນປະເພດການລົງທຶນ ທີ່ປະເທດລາວ ຄວນຄົ້ນຄວ້າຊອກຫາ.”

ໂອກາດຄອບຮອບ 2 ປີ ການເປີດນຳໃຊ້ ເສັ້ນທາງຣົຖໄຟລາວ-ຈີນ ນີ້, ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ກໍໄດ້ສັມພາດ ຜູ້ປະກອບການ ຣົຖຕູ້ໂດຍສານ ທ່ານນຶ່ງ ໃນແຂວງຫຼວງນ້ຳທາ ໃນມິຕິ ຂອງການໂດຍສານ ໃນວັນທີ 29 ພຶສຈິກາ ນີ້ວ່າ ທ່ານກໍສັງເກດເຫັນວ່າ ສະຖານີຣົຖໄຟ ທີ່ພົລເມືອງລາວ ໃຊ້ບໍຣິການ ໜາແໜ້ນທີ່ສຸດ ເກືອບທຸກມື້ ແມ່ນສະຖານີນາເຕີຍ ໃນແຂວງຫຼວງນ້ຳທາ ເພາະເປັນສະຖານີ ທີ່ໃກ້ ແລະ ສະດວກທີ່ສຸດ ທີ່ຈະເຊື່ອມຕໍ່ ກັບເສັ້ນທາງເລຂທີ 3 ທີ່ຊາວລາວ ສາມາດເດີນທາງ ໄປເມືອງຫ້ວຍຊາຍ ແລະ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອໄປເຮັດວຽກ ໃນເຂດເສຖກິຈພິເສດ 3 ຫຼ່ຽມຄຳ.
ດັ່ງທ່ານກ່າວວ່າ:
“ລົງນາເຕີຍ ລະກໍຕໍ່ຣົຖອອກໄປ ຫ້ວຍຊາຍ, ຕົ້ນເຜິ້ງ. ແຕ່ລະມື້ກໍຫຼາຍຢູ່ ໄລຍະນີ້, ມັນເປັນຈຸດສູນກາງ, ຫັ້ນນ່າ. ສ່ວນຫຼາຍ ກະມີແຕ່ຄົນລາວນີ້ແຫຼະ ສ່ວນຫຼາຍ, ຄົນຕ່າງປະເທດ ກໍສ່ວນໜ້ອຍ. ຄົນຈີນ ສ່ວນຫຼາຍ ເຂົາກະເດີນທາງດ້ວຍຣົຖໄຟ, ແຕ່ວ່າ ເຂົາເດີນທາງມາຈາກຈີນເນາະ ມາອອກຢູ່ບໍ່ເຕັນ, ຄົນຈີນຊິໄປຢູ່ 3 ຫຼ່ຽມ, ສ່ວນຫຼາຍແມ່ນ ເຂົາເຈົ້າອອກຈາກດ່ານບໍ່ເຕັນນ່າ ອອກຈາກດ່ານບໍ່ເຕັນ ອອກມາຕໍ່ຣົຖຕູ້ນີ້ແຫຼະ ໄປຮອດຕົ້ນເຜິ້ງເລີຍ, ຮອດ 3 ຫຼ່ຽມ.”
ໃນເຣື່ອງການຂົນສົ່ງສິນຄ້ານັ້ນ, ຜູ້ທີ່ຮູ້ ກ່ຽວກັບການຂົນສົ່ງສິນຄ້າ ຜ່ານທາງຣົຖໄຟລາວ-ຈີນ ໃນແຂວງອຸດົມໄຊ ທ່ານນຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 26 ພຶສຈິກາ ທີ່ຜ່ານມາວ່າ ການຂົນສົ່ງສິນຄ້າ ຜ່ານເສັ້ນທາງຣົຖໄຟລາວ-ຈີນ ສ່ວນໃຫຍ່ ຍັງເປັນການຂົນສົ່ງສິນຄ້າ ຈາກຈີນໄປໄທຍ ແລະ ຈາກໄທຍໄປຈີນ ສ່ວນສິນຄ້າຈາກລາວເອງ ແມ່ນຍັງມີໜ້ອຍຢູ່.
“ຂອງລາວເຮົານີ້ ບໍ່ຄ່ອຍມີເດີ້ ມີແຕ່ເຂົາເຈົ້າເອົາສິນຄ້າ ມາຜ່ານປະເທດຊື່ໆເນາະ. ແຕ່ວ່າເຣື່ອງສິນຄ້າລາວ ຊິອອກໄປຕ່າງປະເທດນີ້ ບໍ່ຄ່ອຍມີ ເພາະວ່າ ລາວເຮົາປູກ ບໍ່ມີຜູ້ມາເກັບຊື້ເນາະ. ຜູ້ສື່ຂ່າວຖາມ: ລະບາດນີ້, ເຫັນສັງເກດວ່າ ສິນຄ້າໄທຍ ຫຼືວ່າສິນຄ້າຈີນ ໄປ-ມາ ແຕ່ລະມື້ນີ້ ຫຼາຍບໍ່ໂຕນີ້? ຜູ້ຮູ້ກ່ຽວກັບການຂົນສົ່ງຕອບ: ຫຼາຍໆ, ຈາກຈີນ ຈະເປັນໝາກແອັປເປີ້ນ ເປັນໝາກເຊີຣີ້ ບໍ, ເປັນກະຫຼ່ຳ, ຫອມປ້ອມ, ຜັກບົ່ວ ນີ້ກະສ່ວນຫຼາຍ ຈະເອົາມາແຕ່ຈີນເນາະ, ຜັກສະນາຣີ້ ບໍ, ຜັກບົ່ວຫົວແດງ ແບບນີ້ແຫຼະ ເອົາມາແຕ່ຈີນ. ໄທຍ ກໍຈະເປັນຖົ່ວລຽນ, ເປັນພວກໝາກໄມ້ ຂອງໄທຍ ໝາກຂາມຫວານ, ໝາກເງາະ-ໝາກເງະ, ໝາກລະມຸດ, ລຳໄຍ ໝູ່ນີ້ແຫຼະ ເລືອກປ່ຽນກັບຈີນ.”
ທ່ານກ່າວຕື່ມວ່າ ສິນຄ້າຈາກລາວ ທີ່ຂົນສົ່ງຜ່ານທາງຣົຖໄຟລາວ-ຈີນ ໄປຍັງປະເທດຈີນນັ້ນ, ສ່ວນໃຫຍ່ເປັນຢາງພາຣາ, ມັນຕົ້ນແຫ້ງ, ແຮ່ທາດ, ໂດຍສະເພາະແມ່ນແຮ່ເຫຼັກ ແລະ ຖ່ານຫິນ.
ທາງດ້ານເຈົ້າໜ້າທີ່ ທ່ານນຶ່ງ ຜູ້ທີ່ຮູ້ຈັກ ການຂົນສົ່ງຜ່ານດ່ານທ່າບົກ ດ້ວຍເສັ້ນທາງຣົຖໄຟລາວ-ຈີນ ກໍໄດ້ໃຫ້ຂໍ້ມູນ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ໃນຮອບ 2 ປີ ກໍມີການໝູນໃຊ້ທາງຣົຖໄຟລາວ-ຈີນ ໃນການຂົນສົ່ງສິນຄ້າ ຫຼາຍຢ່າງ ໂດຍສະເພາະການຂົນສົ່ງສິນຄ້າ ດ້ານການກະເສຕ, ແຕ່ສ່ວນໃຫຍ່ ກໍຍັງເປັນການຂົນສົ່ງສິນຄ້າ ຈາກຈີນມາໄທຍ ແລະ ຈາກໄທຍໄປຈີນ ຜ່ານດ່ານທ່າບົກ ທ່ານາແລ້ງ.
“ການສົ່ງອອກເນາະ ຂຶ້ນຣົຖໄຟເນາະ ປັດຈຸບັນເນາະ ຕ້ອງມີຕູ້ຄອນເທັນເນີ້ຣ໌ ທີ່ເປັນຕູ້ເຢັນ ໂດຍບໍ່ຕ້ອງສຽບປລັກເນາະ, ຈະເປັນໃນລັກສະນະປັ່ນໄຟເອງເລີຍ ຈຶ່ງຈະຂຶ້ນທາງຣົຖໄຟໄດ້. ກະມາແຕ່ຈີນເນາະ ເຂົ້າມາແຕ່ບໍ່ເຕັນ ລະກະລົງສະຖານີວຽງຈັນໃຕ້, ຜູ້ປະກອບການ ກະຈະມີການຈອງຣົຖໄປຮັບ ແລ້ວມາເຄລັຽພາສີ ຢູ່ດ່ານ ຜ່ານທ່າບົກ.”
ສ່ວນບາງບັນຫາ ທີ່ຍັງເປັນຂໍ້ຄົງຄ້າງນັ້ນ, ອັນເຈາະຈົງ ກໍແມ່ນການຊົດເຊີຍ ໃຫ້ແກ່ຜູ້ທີ່ໄດ້ຮັບຜົລກະທົບ ກໍມີຄວາມຄືບໜ້າເຊັ່ນກັນ. ເມື່ອປີກາຍນີ້, ມີປະມານ 1 ພັນປາຍຄອບຄົວ ທີ່ຍັງລໍຖ້າການຊົດເຊີຍ, ແຕ່ຕົກມາປີນີ້ ທາງຣັຖບານ ກໍມີການຊົດເຊີຍໄປແດ່ແລ້ວ, ແຕ່ຍັງເຫຼືອ 695 ຄອບຄົວ ທີ່ຍັງລໍຖ້າການຊົດເຊີຍຢູ່, ອີງຕາມການຣາຍງານ ຂອງທ່ານ ດຣ. ຄຳພັນ ພົມມະທັດ, ປະທານອົງການກວດກາແຫ່ງຣັຖ ທີ່ໄດ້ຣາຍງານ ໃນກອງປະຊຸມສະພາແຫ່ງຊາຕລາວ ສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ທີ່ໄດ້ປິດລົງໄປ ເມື່ອວັນທີ 21 ພຶສຈິກາ ທີ່ຜ່ານມາ.
ທັງໝົດນັ້ນ, ກໍແມ່ນບາງຂໍ້ມູນໃໝ່ ທີ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໄດ້ຮິບໂຮມນຳມາສເນີ ໃນໂອກາດຄົບຮອບ 2 ປີ ການເປີດນຳໃຊ້ ເສັ້ນທາງຣົຖໄຟລາວ-ຈີນ ທີ່ມີທັງຄວມກ້າວໜ້າ ໃນຫຼາຍດ້ານ, ແຕ່ກໍຍັງມີບາງຂໍ້ຄົງຄ້າງ ທີ່ຣັຖບານລາວ ຍັງຕ້ອງສືບຕໍ່ແກ້ໄຂ. ສບາຍດີ.