ຣັຖບານຍອມຮັບ ການຊຳລະໜີ້ສິນ ຈຳນວນມະຫາສານ ເປັນສິ່ງທ້າທາຍ
2023.12.08

ທະນາຄານໂລກ ຣາຍງານສະພາບເສຖກິຈ-ການເງິນ ຂອງລາວ ໃນເດືອນພຶສຈິກາ 2023 ໂດຍລະບຸວ່າ ສປປ ລາວ ມີໜີ້ສິນສາທາຣະນະ ແລະໜີ້ຄໍ້າປະກັນຢູ່ໃນລະດັບວິກິດ, ຄິດເປັນ 112% ຂອງ GDP ໃນທ້າຍປີ 2022. ຖ້າຣັຖບານລາວ ຄ້າງຊຳລະໜີ້ສິນຕ່າງປະເທດ ແລະບໍ່ສາມາດຄວບຄຸມ ອັດຕຣາແລກ ປ່ຽນໄດ້ ອາດເຮັດໃຫ້ໜີ້ສິນ ຂອງລາວ ເພີ່ມຂຶ້ນເປັນ 125% ແລະໜີ້ສິນເຄິ່ງນຶ່ງ ແມ່ນເປັນໜີ້ຈີນ.
ຣາຍງານ ຂອງກະຊວງການເງິນ ປີ 2022 ລະບຸວ່າ ໜີ້ສິນຂອງລາວ ຮວມທັງໝົດ 14 ຕື້ ກັບ 200 ປາຍລ້ານໂດລ້າຣ໌ສະຫະຣັຖ, ເປັນໜີ້ ທີ່ໄດ້ກູ້ຢືມຕ່າງ ປະເທດ ມາພັທນາປະເທດ ແລະເຣີ່ມມີຜົລກະທົບແຮງ ຕໍ່ການຊຳລະໜີ້ຕ່າງ ປະເທດ ນັບແຕ່ປີ 2019 ເປັນຕົ້ນມາ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ກະຊວງການເງິນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ທັນວານີ້.
“ປັດຈຸບັນນີ້ກະໄທເຮົາ ກະມີມາຕການແກ້ໄຂຈະແຈ້ງຢູ່ ກະມີໜີ້ຫລາຍຢ່າງຢູ່ ມັນເປັນໜີ້ ທີ່ເກີດຂຶ້ນມາດົນແລ້ວ ປັດຈຸບັນນີ້ກະ ມັນກະຍັງຊິສືບຕໍ່ຫລາຍຫັ້ນນ່າ.”
ອີງຕາມຣາຍງານ ຂອງກະຊວງການເງິນນັ້ນ, ຣັຖບານລາວ ມີແຜນການຊຳລະໜີ້ພາຍໃນ ແລະຕ່າງປະເທດ ຈໍານວນທັງໝົດ 7,157 ຕື້ກີບ ແລະ 1,598 ລ້ານໂດລ້າຣ໌ສະຫະຣັຖ. ສ່ວນປີ 2023 ນີ້ ຍັງບໍ່ທັນມີຣາຍງານເທື່ອ.
ນັບແຕ່ປີ 2019 ມາ ຣັຖບານລາວ ຕ້ອງຊຳລະໜີ້ຕ່າງປະເທດ ເພີ່ມຂຶ້ນຫລາຍກວ່າ 1 ຕື້ໂດລາຕໍ່ປີ ຈາກປົກຕິບໍ່ເກີນ 160 ລ້ານໂດລ້າຣ໌ສະຫະຣັຖຕໍ່ປີ ແລະໃນຈໍານວນນີ້ ຍັງບໍ່ຮວມການຊຳລະໜີ້ພາຍໃນ.
ເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ ຫລື ADB ປະຈໍາລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບັນຫາໜີ້ທີ່ເພີ່ມຂຶ້ນ ບວກກັບທີ່ວ່າ ຫາກຣັຖບານລາວ ຜິດນັດຊຳລະໜີ້ຕ່າງປະເທດ ຈະສົ່ງຜົລກະທົບ ຕໍ່ຄວາມເຊື່ອໝັ້ນ ຂອງນັກລົງທຶນຕ່າງປະເທດ ຊຶ່ງຈະເຮັດໃຫ້ສະພາບເສຖກິຈ ມະຫາພາກ ຂອງປະເທດ ບອບບາງລົງອີກ, ໂດຍລວມແລ້ວ ຖືວ່າໜ້າເປັນຫ່ວງຫລາຍ.
ທ່ານເວົ້າຕໍ່ໄປ ເຖິງເຣື່ອງການຊຳລະໜີ້ສິນ ຄືນໃຫ້ທະນາຄານຕ່າງປະເທດ, ສະຖາບັນການເງິນສາກົລ ເຊັ່ນ ທະນາຄານໂລກ, ທະນາຄານພັທນາເອເຊັຽ ແລະສະຖາບັນການເງິນ ຂອງໄທຍ ວ່າ ອາດເຈລະຈາຫລຸດຜ່ອນກັນໄດ້ ແລະຄິດວ່າ ຈະບໍ່ມີບັນຫາຫຍັງ ເພາະທະນາຄານເຫລົ່ານັ້ນ ມີເປົ້າໝາຍປ່ອຍເງິນກູ້ ເພື່ອການພັທນາປະເທດລາວ ຢູ່ແລ້ວ. ແຕ່ສໍາລັບໜີ້ທີ່ຕິດຈີນ ຊຶ່ງເປັນສັດ ສ່ວນມະຫາສານນັ້ນ ທ່ານກໍບໍ່ໝັ້ນໃຈວ່າ ຈີນຈະໃຫ້ໄລຍະເວລາຣັຖບານລາວ ຜ່ອນຊຳລະໄດ້ ຫລືເລື່ອນການຊຳລະໄດ້ໜ້ອຍຫລາຍແນວໃດ ຫລືອາຈມີເງື່ອນໄຂບາງຢ່າງ ກໍຂຶ້ນຢູ່ກັບການຫາຣື, ການເຈຣະຈາຂອງຣັຖບານລາວ, ແຕ່ສຸດທ້າຍແລ້ວ ເມື່ອກູ້ຢືມເງິນມາລົງທຶນ ແນວໃດກໍຕ້ອງໄດ້ຈ່າຍຄືນໃຫ້ຈີນ.
ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:
“ເຣື່ອງໜີ້ສາທາຣະນະ ກັບໜີ້ຂອງພາກເອກະຊົນ ຖືວ່າເປັນບັນຫາໜັກ ເພາະວ່າແລກປ່ຽນ ຄ່າເງິນກີບມັນອ່ອນ ກາຊຳລະສະສາງກັນສາກົລ ແລະຕລາດຫັ້ນ ກະຍັງຊຳລະປົກກະຕິຢູ່ ເຂົາກະຍັງມີການປຶກສາຫາຣື ກັບຈີນບໍ່.”
ຊາວລາວ ໃນນະຄອນຫລວງວຽງຈັນ ຜູ້ນຶ່ງ ເວົ້າວ່າ ບັນຫາໜີ້ສິນມະຫາສານ ໃນຕອນນີ້ ແມ່ນເກີດຈາກຣັຖບານລາວ ກູ້ຢືມມາແລ້ວ ນໍາໄປພັທນາໂຄງການຕ່າງໆ, ແຕ່ບໍ່ມີການຄຸ້ມຄອງດີ, ບໍ່ໄດ້ຕິດຕາມ-ກວດກາເຂັ້ມງວດ, ເຮັດໃຫ້ເງິນຮົ່ວໄຫລ, ພະນັກງານພັກ-ຣັຖ ສໍ້ຣາສບັງຫລວງ. ຖ້າຫາກຣັຖບານ ບໍ່ສາມາດປາບປາມ ການສໍ້ຣາສບັງຫລວງ ໃຫ້ຫລຸດໜ້ອຍລົງໄດ້ ບັນຫາໜີ້ສິນ ຂອງປະເທດ ກໍຈະເພີ່ມທະວີຂຶ້ນນໍາເລື້ອຍໆ ເປັນການຍາກທີ່ຈະແກ້ໄຂໄດ້.
“ກະຍາກຢູ່ເຣື່ອງການໃຊ້ໜີ້ ມາເບິ່ງແລ້ວນີ້ການຄຸ້ມຄອງ ແລະການປາບປາມ ການສໍ້ຣາສບັງຫລວງນີ້ນ່າ ຖອກມາເທົ່າໃດ ມັນກະດຶງໄປໝົດ ກະຢາກໃຫ້ເພີ່ມທະວີ ເຣື່ອງການຄຸ້ມຄອງນີ້ແຫລະ ໃຫ້ມັນເຂັ້ມງວດກວ່າເກົ່າອີກ.”
ຊາວນະຄອນຫລວງວຽງຈັນ ອີກຜູ້ນຶ່ງ ເວົ້າວ່າ ຫາກຣັຖບານ ຍັງບໍ່ສາມາດແກ້ໄຂບັນຫາໜີ້ສິນ ທີ່ນັບມື້ຈະເພີ່ມສູງຂຶ້ນນັ້ນໄດ້ ກໍຈະສົ່ງຜົລກະທົບ ຕໍ່ເສຖກິຈ ແລະການເງິນຂອງປະເທດ ຢ່າງໜັກໜ່ວງ ຊຶ່ງປັດຈຸບັນ ກໍບອບບາງຢູ່ແລ້ວ. ຄັນບໍ່ເປັນເຈົ້າການນໍາກັນແທ້ໆ ແມ່ນຈະໄປບໍ່ລອດ.
“ໂອ້... ຍາກໆແລ້ວ ຄັນບໍ່ເປັນເຈົ້າການນໍາກັນ ໄປບໍ່ລອດແລ້ວ ເພາະວ່າໄທເຮົາການຄວບຄຸມ ຖືວ່າຍັງບໍ່ທັນເຂັ້ມງວດ ມີແຕ່ເວົ້າຊື່ໆ ພື້ນຖານທາງດ້ານເສຖກິຈໄທເຮົານີ້ ມັນຖືວ່າຍັງດ້ອຍ ດ້ອຍຢູ່ບ່ອນໃດໄທເຮົາທຸກຢ່າງ ມີແຕ່ນໍາເຂົ້າເປັນສ່ວນຫລາຍ ການສົ່ງອອກນີ້ໜ້ອຍ.”
ກ່ຽວກັບບັນຫາໜີ້ສິນຂອງ ສປປ ລາວ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ໄດ້ກ່າວຕໍ່ກອງປະຊຸມສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 26 ມິຖຸນາທີ່ຜ່ານມານີ້ວ່າ ດ້ວຍຈໍານວນໜີ້ມະຫາສານນີ້ ໄດ້ກາຍມາເປັນບັນຫາຫຍຸ້ງຍາກ ໃຫ້ກັບຣັຖບານລາວ ເພາະບໍ່ສາມາດຫາເງິນມາຊຳລະຄືນໄດ້ຕາມກໍານົດ ຈົນເຣັດໃຫ້ຣັຖບານລາວ ຕ້ອງໄປເຈຣະຈາດັດແກ້ ໂຄງສ້າງໜີ້ສິນ ແລະເລື່ອນໄລຍະເວລາ ການຊຳລະໜີ້ອອກໄປຕື່ມ.
ດັ່ງທີ່ທ່ານກ່າວໃນຕອນນຶ່ງວ່າ:
“ຣັຖບານໄດ້ສືບຕໍ່ເອົາໃຈໃສ່ເປັນພິເສດ ຕໍ່ການຄຸ້ມຄອງແລະແກ້ໄຂໜີ້ສິນ ໄປຕາມຂອບແຜນທີ່ໄດ້ກໍານົດໄວ້ ແລະສາມາດປະຄັບປະຄອງ ໃນການຊຳລະໜີ້ໄດ້ ຮັບປະກັນບໍໃຫ້ຕົກເຂົ້າໃນປະເທດ ທີ່ບໍ່ສາມາດຊຳລະໜີສິນໄດ້ ໂດຍໄດ້ສຸມໃສ່ແກ້ໄຂໜີ້ສິນຕ່າງປະ ເທດ ດ້ວຍການເຈຣະຈາດັດ ແກ້ໂຄງສ້າງໜີ້ ແລະເລື່ອນໄລຍະເວລາ ຊຳລະໜີ້ອອກໄປຕື່ມ.”
ໃນການແກ້ໄຂບັນຫາ ອັນຫຍຸ້ງຍາກຄືດັ່ງກ່າວ ຣັຖບານລາວ ໄດ້ມີມາຕການຫລາຍຢ່າງ ເຊັ່ນ ເລັ່ງແກ້ໄຂບັນຫາເງິນເຟີ້, ຄົ້ນຄວ້ານະໂຍບາຍ ນໍາໃຊ້ປະລິມານເງິນ M2 ຫລື ເງິນ ທີ່ບໍ່ຢູ່ໃນລະບົບທະນາຄານເພີ່ມຂຶ້ນ ເພື່ອສົ່ງເສີມການຜລິດ ໃຫ້ຂຍາຍໂຕ, ຄຸ້ມຄອງອັດຕຣາ ແລກປ່ຽນ ເຮັດໃຫ້ເງິນກີບແຂງຄ່າ ດ້ວຍການປະຕິບັດກົດໝາຍ ວ່າດ້ວຍການຄຸ້ມຄອງ ເງິນຕຣາຕ່່າງປະເທດ ໃຫ້ເຂັ້ມງວດ ແລະເປັນຮູບປະທັມ.