ລາວ ຍັງບໍ່ສາມາດລ້ຽງງົວ ສົ່ງຂາຍໃຫ້ຈີນ ໄດ້ຕາມໂຄຕ້າ
2023.11.29
ມາເຖິງປັດຈຸບັນ ລາວຍັງບໍ່ສາມາດລ້ຽງງົວ ສົ່ງໄປຂາຍໃຫ້ຈີນ ໄດ້ຕາມຈໍານວນໂຄຕ້າ ທີ່ຈີນຕ້ອງການ ຄື ຈຳນວນ 5 ແສນໂຕ ໃນປີ 2023 ນີ້ ຍ້ອນວ່າ ງົວທີ່ມີນັ້ນ ບໍ່ໄດ້ມາຕຖານ ຕາມເງື່ອນໄຂ ທີ່ທາງການຈີນກໍານົດ. ດັ່ງນັ້ນ ຈຶ່ງມີຄວາມຈໍາເປັນ ຕ້ອງໄດ້ນໍາງົວພັນຈາກຕ່າງປະເທດເຂົ້າມາ. ທ່ານ ທອງພັດ ວົງມະນີ ຮອງຣັຖມົນຕຣີກະຊວງກະສິກັມ ແລະປ່າໄມ້ ໃຫ້ສັມພາດສື່ມວນຊົນ ໃນໂອກາດກອງປະຊຸມ ສະພາແຫ່ງຊາຕ ທີ່ຫາກໍຜ່ານມານີ້ ກ່ຽວກັບການບໍ່ສາມາດ ສນອງງົວໃຫ້ຈີນ ໄດ້ຕາມໂຄຕ້າ ທີ່ວ່ານັ້ນ ຍ້ອນບໍ່ມີແນວພັນງົວໃໝ່ ຊຶ່ງເປັນງົວປະສົມ ທີ່ມີນໍ້າໜັກ ໄດ້ຕາມກໍານົດ, ຕ້ອງໄດ້ນໍາແນວພັນງົວ ເຂົ້າມາຕື່ມ ຊຶ່ງຂະນະນີ້ ລາວຕ້ອງການໃຫ້ມີທັງໝົດ 62,000 ແມ່. ປັດຈຸບັນ ລາວມີງົວພັນ ລູກປະສົມ 20,000 ແມ່, ແຕ່ຕ້ອງການຕື່ມອີກ 40,000 ປາຍແມ່ ຈຶ່ງຈະສາມາດສົ່ງອອກໄປຈີນໄດ້ ໃກ້ຄຽງກັບຈໍານວນໂຄຕ້າ ທີ່ໄດ້ຮັບ.
“ໝາຍວ່າຖ້າເປັນໂຄຕ້າສົ່ງອອກ ພວກເຮົາໄດ້ຮັບໂຄຕ້າສົ່ງອອກ ຈາກ ສປ ຈີນ 5 ແສນໂຕ ພວກເຮົາຕ້ອງມີເນື້ອພັນໃໝ່ ເອີ້ນວ່າງົວພັນ ເນື້ອພັນ ງົວປະສົມ ຊຶ່ງມີນໍ້າໜັກຢ່າງຕໍ່າແມ່ນ 350 ກິໂລຂຶ້ນໄປ. ສ່ວນງົວນ້ອຍ ງົວລາດພວກເຮົານີ້ ໄປເຮັດຂາຍນີ້ນໍ້າໜັກບໍ່ຮອດ 200 ກິໂລ ອັນນີ້ຂະເຈົ້າບໍ່ໄດ້ເອົາ ນອກນີ້ຍັງມີເງື່ອນໄຂ ດ້ານສຸຂອະນາໄມອື່ນໆ 30 ກວ່າເງື່ອນໄຂ ໝາຍວ່າຖ້າເຮົາເອົາງົວລາດ ເຮົານີ້ໄປຂາຍ ບໍ່ໄດ້ ຈຸດເລີ່ມກໍຄືວ່າ ເນື້ອພັນ.”
ທີ່ຜ່ານມາ ກະຊວງກະສິກັມ ແລະປ່າໄມ້ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນໄດ້ໂຄສະນາ-ປະຊາສໍາພັນ ໃຫ້ປະຊາຊົນຮູ້ພໍເທົ່າໃດ ກ່ຽວກັບວິທີການລ້ຽງງົວ ແລະມາຕຖານງົວ ຕາມທີ່ທາງການຈີນກໍານົດ 30 ປາຍເງື່ອນໄຂ, ຍັງຈໍາເປັນຕ້ອງໄດ້ນໍາງົວມາຈາກປະເທດເພື່ອນບ້ານ ໂດຍສະເພາະໄທຍ ດັ່ງພໍ່ຄ້າມືກາງຮັບຊື້ງົວ ຢູ່ແຂວງວຽງຈັນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ພຶສຈິການີ້ວ່າ:
“ບໍ່ພໍ ໄທຍ ໄທຍຂະເຈົ້າກໍມັນລັກຂ້າມຢູ່ ແຕ່ວ່າມັນລັກຂ້າມຢູ່ເມືອງ ຢູ່ໄຊຍະຫັ້ນນ່າ ນໍ້າໜັກເຂົາຈະເອົາ 300 ປາຍຂຶ້ນເມືອ ນ່າ ລະຫວ່າງ 320-350 ກິໂລກຣາມ/ໂຕ) ພໍ່ຄ້າຜູ້ເອົາໄປຈີນຫັ້ນແຫລະ ຖ້າຮັບເຂົາມາຕໍ່ແລ້ວເຮົາກໍສົ່ງໃຫ້ເຂົາເອົາຕໍ່ໄປຈີນຫັ້ນນ່າ ແມ່ນໆ ຊື້ແລວເຂົາກໍມາຊື້ນໍາເຮົາຕໍ່ໄປເລີຍ 20,000 ປາຍບາດ (3 ຕົວຕົວລະ 6 ພັນບາທ) 15,000 16,000 18,000 ແມ່ນແຫລະ 20,000 ປາຍ ເໝົາເປັນໂຕ ແມ່ນແຫລະ ເຮົາໄປຮັບຊື້ເປັນໂຕ.”
ທ່ານກ່າວຕື່ມວ່າ ປະຊາຊົນ ທີ່ຕ້ອງການຂາຍງົວລາດ ຕ້ອງຂາຍຜ່ານພໍ່ຄ້າມືກາງ ທີ່ໄປຊື້ຢູ່ຕາມເມືອງ ແລະແຂວງຕ່າງໆ ໂດຍທີ່ບໍ່ໄດ້ສັ່ງນໍ້າໜັກງົວ ມີແຕ່ຄາດຄະເນເອົາວ່າ ໜັກກວ່າ 350 ກິໂລຂຶ້ນໄປ, ມີອາຍຸບໍ່ເກີນ 4 ປີ, ປອດພະຍາດສັດ, ແລະສຸຂອະນາໄມໄດ້ມາຕຖານ ທີ່ພໍຈະສົ່ງໄປຂາຍຈີນໄດ້ ແລະວ່າ ຖ້າຫາກງົວສີຂາວ ມີນໍ້າໜັກປະມານ 280 ກິໂລຂຶ້ນໄປ ຈະສົ່ງໄປຂາຍໃຫ້ວຽດນາມ.
ທີ່ຜ່ານມາ ປະຊາຊົນໃນເຂດນອກ ຢູ່ຫລາຍເມືອງ ຫລາຍແຂວງ ທີ່ເຮັດໄຮ່ ເຮັດນາ ລ້ຽງງົວ ລ້ຽງຄວາຍ ຖ້າຕ້ອງການເງິນໃຊ້ຈ່າຍ ກໍຈະຂາຍງົວ ຂາຍຄວາຍ ໃຫ້ພໍ່ຄ້າມືກາງໃນລາຄາຖືກ ຍ້ອນບໍ່ສາມາດເຂົ້າເຖິງຕລາດໃນເມືອງໄດ້ດ້ວຍຕົນເອງ.
ດັ່ງຄົນລ້ຽງງົວຢູ່ແຂວງບໍຣິຄໍາໄຊຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເພາະວ່າເຮົາກະບໍ່ແນ່ໃຈໂຕນີ້ ບໍ່ໆ ເຮົາຂາຍຢູ່ຕາມຍ້ານຕາມເມືອງ ແມ່ນແຫລະ ຍັງບໍ່ທັນໄດ້ສົ່ງ ປະມານ 300 ປາຍຂຶ້ນ ເຂົາຈຶ່ງເອົາ ວຽດນີ້ເຂົາຈໍາກັດຕີ້ເຮົາຂາຍຢູ່ຕາມຍ້ານຕາມເມືອງ ວຽດນີ້ແມ່ນວຽດເຂົາເອົາເບິດເລີຍ ໄດ້ລາຄາຢູ່ຫັ້ນແຫລະ ມັນມີງົວ ຄັນມີງົວ ຄັນເຮົາລ້ຽງຫລາຍ ມັນກໍໄດ້ລາຄາຢູ່ ກໍຂາຍເປັນໂຕເລີຍ ຖ້າທຽບເປັນໄທຍກໍໄລ່ເປັນ 3 ໂຕຫັ້ນ ມັນກໍຈະຕົກຢູ່ປະມານ 20 ພັນປາຍບາທ ປະມານ 3 ປີຫັ້ນແຫລະ 3 ປີ ຫາ 4 ປີຫັ້ນແຫລະ.”

ທ່ານເວົ້າຕື່ມວ່າ ປະຊາຊົນຫລາຍຄົນ ໄດ້ຮັບຮູ້ແລ້ວວ່າ ລາວໄດ້ຮັບໂຄຕ້າສົ່ງງົວໄປຂາຍໃຫ້ຈີນ ແຕ່ງົວລາດຂອງຊາວບ້ານ ບໍ່ໄດ້ມາຕຖານ ຕາມທີ່ທາງການຈີນກໍານົດ ດັ່ງນັ້ນ ໂຄຕ້ານີ້ ຈຶ່ງຂ້ອນຂ້າງເອື້ອປໂຍດ ໃຫ້ນັກທຸຣະກິຈ ຕ່າງປະເທດ ທີ່ເຂົ້າມາລົງທຶນເຮັດຟາມລ້ຽງງົວ ຢູ່ລາວຫລາຍກວ່າ.
ເຖິງແມ່ນວ່າ ປະຊາຊົນລາວຫລາຍຄົນ ຕ້ອງການເຮັດກິຈການລ້ຽງງົວຂາຍ ໃຫ້ໄດ້ມາຕຖານ ຕາມທີ່ທາງການຈີນກໍານົດ ແຕ່ກໍບໍ່ສາມາດເຮັດໄດ້ ເນື່ອງຈາກບໍ່ມີເງິນທຶນພຽງພໍ ແລະບໍ່ສາມາດເຂົ້າເຖິງແຫລ່ງທຶນ ໃນອັດຕຣາ ດອກເບັ້ຍຕໍ່າໄດ້.
ດັ່ງຜູ້ລ້ຽງງົວລາດ ຢູ່ເມືອງວັງວຽງ ແຂວງວຽງຈັນ ຄົນນຶ່ງເວົ້າວ່າ:
“ເອີ ມັນກໍແລ້ວແຕ່ທຸຣະກິຈ ຂອງໃຜລາວຫັ້ນນ່າ ແລ້ວແຕ່ໃຜຢາກເຮັດຫຍັງຫັ້ນນ່າ ເພິ່ນກໍສົ່ງເສີມຫັ້ນນ່າ ແຕ່ວ່າມັນກໍບໍ່ໄດ້ ມັນກໍບໍ່ໄດ້ຕາຍໂຕກໍມີແຕ່ວ່າຜູ້ມີທຶນເຮັດຫັ້ນ ເຂົາກໍເຮັດຫັ້ນນ່າ. ເອີ ມີທີ່ດິນ ບໍ່ມີເງິນກໍລ້ຽງບໍ່ໄດ້ຄືເກົ່າ ເພາະມັນຕ້ອງໃຊ້ຕົ້ນທຶນເດ້ ເຮົາຊິໄປຢືມເງິນມາແລ້ວເສັຽດອກເບັ້ຽໃຫ້ເຂົາ ມັນກໍບໍ່ໄຫວ.”
ເຖິງແມ່ນຜູ້ລ້ຽງງົວຫລາຍຄົນ ຈະບໍ່ສາມາດເຂົ້າເຖິງຕລາດ ສົ່ງອອກໄປຕ່າງປະເທດໄດ້ ໃນຂະນະທີ່ຈີນຕ້ອງການງົວຂ້ອນຂ້າງຫລາຍຢູ່ນີ້ ແຕ່ຊາວນາ ທີ່ປູກເຂົ້າບໍ່ໄດ້ຜົລດີ ຢູ່ບາງແຫ່ງ ກໍປ່ຽນອາຊີບມາລ້ຽງງົວແທນ.
ດັ່ງນາຍໜ້າຂາຍທີ່ດິນ ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນຜູ້ນຶ່ງເວົ້າວ່າ:
“ເອີ! ກໍເປັນບາງບ່ອນໆ ບາງສະຖານທີ່ກໍເປັນທົ່ງຫຍ້າເນາະ ບາງບ່ອນກໍຍັງເປັນນາຢູ່ ບ່ອນທີ່ວ່າປູກເຂົ້າບໍ່ໄດ້ຜົລດີດິນບໍ່ງາມ ກໍຫັນມາປູກຫຍ້າລ້ຽງງົວ ຂຶ້ນກັບບາງສະຖານທີ່ບໍ່ໄດ້ນໍ້າ ນາທີ່ວ່າບໍ່ຄ່ອຍມີນໍ້າ ເຂົ້າບໍ່ງາມຂະເຈົ້າກໍມາປູກຫຍ້າ ກໍລ້ຽງເປັນຄອດຈັ່ງຊີ້ນ່າ ສວນໃຜສວນມັນ ເປັນແບບເດີ່ນທີ່ວ່າຂອງໃຜຂອງມັນ.”
ອີງຕາມຄໍາສັ່ງຂອງ ກະຊວງກະສິກັມ ແລະປ່າໄມ້ ສບັບລົງວັນທີ 23 ພຶສພາ 2021, ຣັຖບານລາວ ໄດ້ຮັບໂຄຕ້າ ຈາກຣັຖບານຈີນ ທີ່ຮັບຊື້ງົວຈໍານວນ 5 ແສນໂຕຕໍ່ປີ ເພື່ອຊ່ອຍສ້າງວຽກເຮັດງານທໍາ ໃຫ້ປະຊາຊົນລາວ ແຕ່ລາວຍັງມີຂໍ້ຈໍາກັດຫລາຍດ້ານ ໃນການລ້ຽງງົວ ທັງທາງດ້ານຈໍານວນ ແລະຄຸນນະພາບ ທີ່ຈະລ້ຽງໃຫ້ໄດ້ຕາມມາຕຖານ ທີ່ທາງການຈີນກໍານົດ.
ໃນການສົ່ງເສີມ ການລ້ຽງສັດ ເປັນຕົ້ນງົວ ເພື່ອສົ່ງອອກ ກະຊວງກະສິກັມ ແລະປ່າໄມ້ ໄດ້ມອບໝາຍໃຫ້ກົມລ້ຽງສັດ ແລະການປະມົງ ແລະພາກສ່ວນທີ່ກ່ຽວຂ້ອງ ສົ່ງເສີມການປູກຫຍ້າ ຊະນິດຕ່າງໆ ເປັນຕົ້ນ ຫຍ້າຣູຊີ ກີນີ ມູລາໂຕ ເນເປັຍ ຈູນຊາວ ຖົ່ວສະຕາຍໂລ ຮວມທັງມັນຕົ້ນ ສາລີ ຖົ່ວເຫລືອງ ແລະພືດອາຫານຫລັກ ເປັນອາຫານສັດທີ່ມີຄຸນນະພາບ ເພື່ອບໍ່ໃຫ້ສັດກິນຫຍ້າ ພຽງຢ່າງດຽວ.