ການລົງທຶນຂອງຈີນ ຕາມເສັ້ນທາງຣົຖໄຟ ລາວ-ຈີນ ເພີ່ມຂຶ້ນ
2023.12.12
ປັດຈຸບັນ ການລົງທຶນດ້ານການທ່ອງທ່ຽວ ຢູ່ລາວ ຂອງນັກທຸຣະກິດຈີນ ເພີ່ມຂຶ້ນຢ່າງໄວວາ ຢູ່ແຂວງຕ່າງໆ ຕາມເສັ້ນທາງ ທີ່ຣົຖໄຟ ລາວ-ຈີນ ຜ່ານ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ການທ່ອງທ່ຽວ, ອີງຕາມຄໍາເວົ້າ ຂອງ ຍານາງ ສວນສະຫວັນ ວິຍະເກດ, ຣັຖມົນຕຣີ ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ຢູ່ໃນກອງປະຊຸມ ເວທີສົນທະນາ ກ່ຽວກັບການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ນຶ່ງແລວ ນຶ່ງເສັ້ນທາງ” ຢູ່ນະຄອນຫລວງວຽງຈັນ ໃນມື້ວັນທີ 7 ທັນວານີ້. ການລົງທຶນສ້າງແຫລ່ງທ່ອງທ່ຽວ ຂອງຈີນ ມີຫລາຍໂຄງການ ທັງຢູ່ໃນແຜນ ແລະກໍາລັງຕຣຽມລົງມືກໍ່ສ້າງ ເປັນຕົ້ນ ຢູ່ເມືອງວັງວຽງ ແຂວງວຽງຈັນ ຄືໂຄງ ການພັທນາແຫລ່ງທ່ອງທ່ຽວ ຢູ່ເຂດໂຮງງານຊີມັງວັງວຽງ ຫລັງ 2 ແລະຢູ່ເຂດສນາມບິນເກົ່າ ຊຶ່ງຂະນະນີ້ໄດ້ເຣີ່ມເຮັດກໍາແພງອ້ອມແລ້ວ ອີງຕາມຄໍາເວົ້າ ຂອງຜູ້ປະກອບການນໍາທ່ຽວ ຢູ່ເມືອງວັງວຽງ ຕໍ່ວິທຍຸເຊັຍຽສຣີ ໃນມື້ວັນທີ 12 ທັນວານີ້.
“ໂຄງການທີ່ເຂົ້າມາພັທນາ ຢູ່ໂຮງງານຊີເມັນຫັ້ນ ບໍ່ໄດ້ຄືບໜ້າ ກະເຣີ່ມໆ ເຂົາມາຫລາຍ ຢູ່ເດີ່ນບິນເກົ່າເຂົາກະເຣີ່ມວ່າຊິມີການສ້າງ ເປັນພວກສູນການຄ້າ ສູນຫຍັງ ປະມານນີ້ແຫລະ ແຕ່ວ່າເຂົາກະຍັງບໍ່ທັນໄດ້ສ້າງເທື່ອ. ເຂົາເຣີ່ມມີແຕ່ເຮັດກໍາແພງອ້ອມ.”
ໂຄງການແຫລ່ງທ່ອງທ່ຽວ ຢູ່ເຂດໂຮງງານຊີມັງວັງວຽງ ທີ່ວ່ານີ້ ເປັນຂອງບໍຣິສັດ ຊີມັງລາວ ມະຫາຊົນ ທີ່ມີບໍຣິສັດ ເຄືອຂ່າຍເຕັກໂນໂລຈີ ຢຸນນານ ຊຽນຫານ ຈໍາກັດ ຂອງຈີນ ຮຸ້ນສ່ວນ ແລະເປັນຜູ້ຄວບຄຸມກິຈການ. ໂຄງການນີ້ ໄລຍະທີ 1 ຈະສ້າງໃນເນື້ອທີ່ 58 ເຮັກຕ້າຣ໌ ໃນຈໍານວນທັງໝົດ 160 ເຮັກຕ້າຣ໌ ໃນທ້າຍປີ 2023 ນີ້ ແລະໃນອະນາຄົດ ມີແຜນສເນີຂໍຂຍາຍພື້ນທີ່ຕື່ມອີກ 500 ເຮັກຕ້າຣ໌.
ແລະໂຄງການແຫລ່ງທ່ອງທ່ຽວ ຢູ່ເຂດສນາມບິນເກົ່າ ກໍຈະສ້າງໃນເນື້ອທີ່ 15 ເຮັກຕ້າຣ໌ ໂດຍບໍຣິສັດ ອິຈິນ ວິສະວະກຳກໍ່ສ້າງລາວ ຈໍາກັດ ຊຶ່ງຄາດວ່າຈະໃຊ້ງົບປະມານ ທັງໝົດ 200 ລ້ານໂດລ້າຣ໌ສະຫະຣັຖ.
ນອກຈາກໂຄງການທີ່ວ່ານີ້ແລ້ວ ຊາວບ້ານທີ່ຢູ່ໃກ້ຄຽງກັບເຂດນັ້ນ ກໍເວົ້າວ່າ ເມື່ອກ່ອນໜ້ານີ້ ນັກລົງທຶນຈີນຈໍານວນນຶ່ງ ກໍໄດ້ເຂົ້າມາລົງທຶນສ້າງໂຮງກາສິໂນ ຢູ່ໃນເຂດເສຖກິຈພິເສດ ບໍ່ເຕັນແດນງາມ ແຂວງຫລວງນໍ້າທາ ທີ່ຢູ່ໃກ້ກັບສະຖານີ ຣົຖໄຟ ບໍ່ເຕັນ ເພື່ອດຶງດູດນັກທ່ອງທ່ຽວຈີນ ໂດຍສະເພາະ.
“ບໍ່ເຕັນກະມີຢູ່ແຕ່ກາຊີໂນຫັ້ນແຫລະ ລຸນາເຕີຍເມືອ ກະປະມານ 18-19 ຫລັກ ເຂົາກໍ່ຫາກໍ່ສ້າງ ສືບຕໍ່ໂຄງການກາສິໂນອັນເກົ່າ ເຂົາແທ້. ໂອ໋ ເຂົາກະຫາພັທນາທຸກມື້ຫັ້ນແຫລະ. ກະເຮັດເລັກໆນ້ອຍໆໄປ. ເຂົາກະກໍ່ສະຖານີຣົຖໄຟກະມີ ບໍ່ເຕັນກະມີ.”
ປັດຈຸບັນ ນັກລົງທຶນຈີນ ຈໍານວນບໍ່ໜ້ອຍ ເຣີ່ມເຂົ້າມາເຮັດທຸຣະກິຈ ປະເພດໂຮງແຮມ ຢູ່ແຂວງຕ່າງໆ ທີ່ທາງຣົຖໄຟ ລາວ-ຈີນ ຜ່ານ ຫລາຍຂຶ້ນ ໂດຍສະເພາະຢູ່ນະຄອນຫລວງພຣະບາງ ເພື່ອດຶງດູດນັກທ່ອງທ່ຽວຈີນ ແຕ່ກໍຍັງບໍ່ທັນມີຜົລກະທົບ ຕໍ່ຜູ້ປະກອບການໂຮງແຮມລາວເທື່ອ ເພາະຍັງມີລູກຄ້າຕ່າງປະເທດຢູ່.
ດັ່ງຜູ້ປະກອບການໂຮງແຮມ ຢູ່ນະຄອນຫລວງພຣະບາງ ທ່ານນຶ່ງເວົ້າວ່າ:
“ໂອ! ມີຫລາຍ ຈີນເຂົາກະມາເປີດຫລາຍຢູ່. ບາງເທຶ້ອເຂົາກໍມາເຊົ່າ ເປີດຢູ່ຕາມແຄມຂອງ ກໍມີ, ຢູ່ໂຕໃຈກາງເມືອງ ກໍມີ. ສ່ວນຫລາຍຈີນເຂົາມາ ກໍພັກບ່ອນພັກຈີນ ກໍບໍ່ມີຜົລກະທົບຫຍັງດອກ. ສ່ວນຫລາຍເຮົາກະມີລູກຄ້າຈາກຢູໂຣບ ພຸ້ນກະມີ ກະມີຫລາຍຢູ່. ແຂກລູກຄ້າຄົນໄທຍ ກໍມາພັກ, ຄົນຫລາຍກໍມາຫລາຍ ບໍ່ເປັນຫຍັງ.”
ຣົຖໄຟລາວ-ຈີນ ກຳລັງຈອດຮັບຜູ້ໂດຍສານ ທັງທີ່ເປັນນັກທ່ອງທ່ຽວ ແລະ ນັກທຸຣະກິຈ. ນະຄອນຫຼວງພຣະບາງ ເດືອນສິງຫາ 2022.
ຜູ້ປະກອບການບໍຣິສັດນໍາທ່ຽວ ຢູ່ເມືອງວັງວຽງ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ທັນວານີ້ວ່າ ຍັງມີນັກລົງທຶນຈີນ ອີກຈໍານວນນຶ່ງ ເຂົ້າມາເປີດບໍຣິສັດ ນໍາທ່ຽວ ຢູ່ຕາມເມືອງຕ່າງໆ ນັບມື້ມີຫລາຍຂຶ້ນ ເປັນຕົ້ນ ຢູ່ເມືອງວັງວຽງ ແຂວງ ວຽງຈັນ ແລະ ນະຄອນຫລວງພຣະບາງ ເພື່ອຕ້ອນຮັບນັກທ່ອງທ່ຽວຊາວຈີນ ໂດຍສະເພາະ.
“ເປັນຄົນຈີນເບາະ ກະຫລາຍຢູ່ ສ່ວນຫລາຍຄົນຈີນ ຂະເຈົ້າຈະມາແບບວ່າ ມາຂາຍທົວຣ໌ ເປັນຮ້ານເລັກໆ ຮ້ານນ້ອຍໆເນາະ. ຮ້ານນ້ອຍໆແລ້ວເຂົາເຈົ້າ ຈະສົ່ງໃຫ້ທົວຣ໌ລາວ ກະມີກຣຸບຢູ່. ຄົນຈີນ ຄົນຫຍັງມັນກະຫລາຍຢູ່.”
ເວົ້າເຖິງນັກທຸຣະກິຈຈີນ ເຂົ້າມາລົງທຶນ ດ້ານການທ່ອງທ່ຽວ ໃນລາວ ອະດີດເຈົ້າໜ້າທີ່ ຂແນງການທ່ອງທ່ຽວ ຜູ້ນຶ່ງ ເວົ້າວ່າ ກໍເປັນຜົລດີ ຕໍ່ການສ້າງລາຍຮັບເຂົ້າປະເທດລາວ, ແຕ່ສໍາລັບນັກລົງທຶນຈີນ ທີ່ເຂົ້າມາລົງທຶນ ໃນດ້ານນີ້ນັ້ນ ແມ່ນທັງບໍຣິການນໍາທ່ຽວ ຊຶ່ງທ່ານບໍ່ຢາກເຫັນດີ ນໍາປານໃດ ຍ້ອນເຫັນວ່າ ຄວນສງວນ ໃຫ້ເປັນອາຊີບ ຂອງຄົນລາວ.
“ເຮັດການບໍຣິການນໍາທ່ຽວ ມັນກະຄືວ່າຫັ້ນແຫລະ ມັນກະເປັນການລົງທຶນ ພາຍໃນຫັ້ນນ່າ. ມາເຮັດການນໍາທ່ຽວ ການນໍາທ່ຽວມັນກະມີຢູ່ແລ້ວ. ຄົນລາວຊິເຮັດແນວໃດ ຈະສົ່ງເສີມອາຊີບຂອງຄົນລາວ ກະເບິ່ງຫັ້ນແຫລະ ວ່າເພິ່ນຊິເຮັດແງ່ໂຕໃດ.”
ປັດຈຸບັນ ຈີນ ຍັງເປັນປະເທດ ທີ່ລົງທຶນຫລາຍອັນດັບ 1 ໃນລາວ ຄືມີບໍ່ຕໍ່າກວ່າ 933 ໂຄງການ, ແຕ່ຍັງບໍ່ຮູ້ຄັກແນ່ວ່າ ມີການລົງທຶນດ້ານການທ່ອງທ່ຽວ ຈໍານວນຈັກໂຄງການແທ້. ສໍາລັບນັກທ່ອງທ່ຽວຈີນ ທີ່ເດີນທາງເຂົ້າມາ ລາວນັ້ນ ຍັງມີໜ້ອຍ ກວ່ານັກທ່ອງທ່ຽວ ຈາກຫລາຍປະເທດຢູ່. ໃນໄລຍະ 6 ເດືອນຕົ້ນປີ 2023 ນີ້, ມີນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ພຽງປະມານ 317,000 ຄົນ ຄືໜ້ອຍກວ່າຈໍານວນນັກທ່ອງທ່ຽວໄທຍ ທີ່ເຂົ້າມາທ່ຽວລາວຫລາຍ ຄືມີເຖິງປະມານ 668,000 ຄົນ ຊຶ່ງເປັນອັນດັບ 1 ແລະອັນດັບ 2 ກໍແມ່ນນັກທ່ອງທ່ຽວວຽດນາມ ທີ່ມີປະມານ 398,000 ຄົນ.