ຣັຖບານ ວາງມາຕການໃໝ່ ເພື່ອແກ້ໄຂບັນຫາ ເສຖກິຈ-ການເງິນ

ຈຳປາທອງ
2023.12.06
ຣັຖບານ ວາງມາຕການໃໝ່ ເພື່ອແກ້ໄຂບັນຫາ ເສຖກິຈ-ການເງິນ ກຸ່ມຄົນງານລາວ ທີ່ຢູ່ໃນໄລຍະລໍຖ້າ ການຂຶ້ນທະບຽນແຮງງານ, ຕ້ອງອອກໄປປະທັບຕຣາເຂົ້າ-ອອກເມືອງ ທຸກໆເດືອນ ທີ່ດ່ານສາກົລ ໄທຍ-ພະມ້າ ເພື່ອຮັກສາສິດ ຢູ່ປະເທດໄທຍ ຢ່າງຖືກຕ້ອງ (TS). ເດືອນຕຸລາ ປີ 2023.
RFA

ເມື່ອບໍ່ດົນມານີ້ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ໄດ້ກ່າວເຖິງການແກ້ໄຂບັນຫາເສຖກິຈ ແລະການເງິນ ຂອງລາວ ທີ່ກໍາລັງປະເຊີນກັບໄພເງິນເຟີ້, ເງິນກີບອ່ອນຄ່າ ແລະຄ່າຄອງຊີພຖີບໂຕສູງຂຶ້ນວ່າ ມີມາຕການທີ່ຈະແກ້ໄຂຕື່ມ ເປັນຕົ້ນການຫາແຫລ່ງທຶນ ເພື່ອໃຫ້ສາມາດຊໍາລະໜີ້ສິນຕ່າງປະເທດ ໄດ້ຕາມກໍານົດເວລາ ເພື່ອບໍ່ໃຫ້ຜິດນັດ, ພະຍາຍາມຄວບຄຸມອັດຕຣາແລກປ່ຽນ ເງິນ ຕຣາຕ່າງປະເທດຢ່າງໃກ້ຊິດ, ໃຫ້ສະກຸນເງິນຕຣາຕ່າງປະເທດ ທີ່ໄດ້ມາຈາກການເຮັດທຸຣະກິຈໃນລາວ ເຂົ້າສູ່ຣະບົບທະນາຄານຫລາຍຂຶ້ນ, ຄວບຄຸມລາ ຄາສິນຄ້າຕ່າງໆ ທີ່ຈໍາເປັນໃນຊີວິດປະຈໍາວັນໃຫ້ຕໍ່າລົງ, ຈໍາກັດການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ ເພື່ອບໍ່ໃຫ້ເງິນຕຣາຕ່າງປະເທດ ໄຫລອອກນອກຫລາຍ, ຄວບຄຸມສິນຄ້າ ທີ່ລັກນໍາເຂົ້າມາ, ໃຫ້ຄົນລາວ ເພີ່ມການຜລິດເພື່ອສົ່ງອອກໃຫ້ຫລາຍຂຶ້ນ ແລະໃຫ້ປະຊາຊົນສນັບສນູນສິນຄ້າລາວຫລາຍຂຶ້ນ.

ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນລາວຫລາຍຄົນເວົ້າວ່າ ຍັງເປັນເຣື່ອງຍາກຫລາຍ ທີ່ຣັຖບານຈະແກ້ໄຂໄດ້, ເພີ່ນເວົ້າໄປຊື່ໆ ຍ້ອນທີ່ຜ່ານມາ ກໍວ່າຈະແກ້ບັນຫານັ້ນ ໃນທໍານອງທີ່ວ່ານີ້ ແຕ່ກໍບໍ່ສາມາດແກ້ໄດ້, ເງິນກີບອ່ອນຄ່າລົງ, ລາຄາສິນຄ້າແພງຂຶ້ນນໍາເລື້ອຍໆ.

ດັ່ງຊາວລາວຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ທັນວານີ້ວ່າ:

ໂອ໋ ຝືດຄືເກົ່າຫັ້ນແຫລະ ເງິນກີບເຮົານີ້ຶມັນຂຶ້ນ ມັນເປັນນໍາເງິນຂຶ້ນນີ້ ດຽວນີ້ມັນ 650 ພຸ້ນ ຍາກຫລາຍແຫລະ ຫຍຸ້ງຍາກຫລາຍ ເປັນແປ້ງນົວນີ້ ເຮົາຊື້ 5-6 ພັນແຕ່ກ່ອນ ດຽວນີ້ 2-3 ເທົ່າພຸ້ນນ່າ ຣັຖບານກໍເວົ້າແຫລະ ເວົ້າໄປຊື່ໆ ແກ້ບໍ່ໄດ້ດອກ.

ໃນຂະນະດຽວກັນ ປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າວ່າ ທຸກມື້ນີ້ ສະພາບເສຖກິຈ ຍັງຫຍຸ້ງຍາກຄືເກົ່າ, ບໍ່ຮູ້ວ່າມັນຈະດີຂຶ້ນໄດ້ແນວໃດ ເງິນເຟີ້, ສິນຄ້າ ຢູ່ຕາມທ້ອງຕລາດ ແມ່ນຫຍັງກໍແພງ.

ເບິ່ງເສຖກິຈທຸກມື້ນີ້ ກະຄືເກົ່າຫັ້ນແຫລະ ເງິນເຟີ້ ຄ່າຄອງຊີບ ບໍ່ຮູ້ວ່າມັນຈະດີຂຶ້ນແນວໃດ ແຕ່ກີ້ໄປຕລາດແສນນຶ່ງ ກໍພໍກິນໝົດມື້ແລ້ວ. ດຽວນີ້ມັນບໍ່ໄດ້ແລ້ວ ຊີ້ນກໍລາຄາແສນປາຍແລ້ວ ແຮງງານຜ່ານມາເຮົາເຄີຍຈ້າງ ດຽວນີ້ເຮົາກໍເຮັດເອົາ ເພາະວ່າຄ່າຈ້າງກໍແພງ ມື້ລະແສນ.

ແລະຊາວລາວອີກຜູ້ນຶ່ງ ກໍເວົ້າໄປໃນທໍານອງດຽວກັນນັ້ນວ່າ ປັດຈຸບັນເງິນກີບ ຍັງອ່ອນຄ່າຢູ່ ແຕ່ກໍເຮັດຫຍັງບໍ່ໄດ້, ຄົນລາວສ່ວນຫລາຍລໍາບາກ, ລູກໆ ພາກັນໄປເຮັດວຽກຫາເງິນ ຢູ່ປະເທດໄທຍ.

ປັດຈຸບັນເງິນກໍຍັງອ່ອນຄ່າຢູ່ ມັນຈະບໍ່ຄົງທີ່ ສ່ວນຫລາຍກໍລໍາບາກຄົນລາວເຮົາເນາະກໍປະຢັດ ສ່ວນຫລາຍກໍລ້ຽງເປັດ ລ້ຽງໄກ່ ກິນເອງໝົດ. ມີນາເຮັດ ລູກກະໄປໄທຍ ໄປທໍາງານຢູ່ໄທຍ. ແຮງງານລາວໄປເຮັດວຽກຢູ່ໄທຍ ກໍຫລາຍ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງທ່ານນຶ່ງ ເວົ້າວ່າ ມາເຖິງປັດຈຸບັນ ເງິນກີບກໍຍັງອ່ອນຄ່າຢູ່ ຣັຖບານພະຍາຍາມແກ້ໄຂ ແຕ່ຍັງບໍ່ສາມາດແກ້ໄຂໄດ້ ຕ້ອງຄ່ອຍແກ້ໄຂໄປ, ມີການນໍາສິນຄ້າຈາກຕ່າງປະເທດ ເຂົ້າມາຫລາຍຢູ່ ເຖິງມີການຊຸກຍູ້ ໃຫ້ມີການຜລິດພາຍໃນຫລາຍກໍຕາມ ແລະທັງມີການແລກປ່ຽນເງິນຕຣາຊະຊາຍ.

ກະຍັງອ່ອນຄ່າ ກະໂຕນີ້ເວົ້າເຣື່ອງປັດຈັຍພາຍນອກ ການນໍາເຂົ້າຫັ້ນນ່າ ກະຍັງແກ້ໄຂຢູ່ປັດຈຸບັນນີ້ເນາະ ອັນນີ້ມັນກໍບໍ່ສາມາດແກ້ບາດນຶ່ງ ບາດດຽວ ໄດ້. ເພິ່ນກະຊຸກຢູ້ໃນການຜລິດສິນຄ້າ ຊົມໃຊ້ພາຍໃນ ຫລຸດຜ່ອນການນໍາເຂົ້າເດ້. ກະບໍ່ໃຫ້ແລກປ່ຽນ ຊະຊາຍຫັ້ນແຫລະ.

IMG_6892.JPG
ຜລິດພັນສິນຄ້າລາວ ທີ່ວາງຂາຍ ໃນງານບຸນນະມັສການ ພຣະທາດຫຼວງວຽງຈັນ. ວັນທີ 23 ພຶສຈິກາ 2023. ຮູບພາບໂດຍ: ນັກຂ່າວ ພົລເມືອງ.

ແລະເຈົ້າໜ້າທີ່ ທີ່ກ່ຽວຂ້ອງອີກທ່ານນຶ່ງ ກໍເວົ້າວ່າ ສິນຄ້າທີ່ຈໍາເປັນສໍາລັບຊີວິດ ປະຈໍາວັນ ມີລາຄາແພງຂຶ້ນຫລາຍເທົ່າໂຕ ເພາະສິນຄ້າສ່ວນໃຫຍ່ ນໍາເຂົ້າມາຈາກຕ່າງປະເທດ, ຄວບຄຸມບໍ່ໄດ້ ປ່ອຍໃຫ້ເປັນໄປຕາມເສຖກິຈຕລາດ, ທາງພາກຣັຖມີແຕ່ລະດົມ ໃຫ້ປະຊາຊົນສ້າງເສຖກິຈ ຄອບຄົວ ປູກຝັງ, ລ້ຽງສັດ.

ກະຝືດເຄືອງຢູ່ ຄືຖາມຊາວຄ້າຂາຍ ກໍຈົ່ມຢູ່ວ່າ ເງິນນີ້ຫາຍາກ ຄືວ່າແຫລະ ຈ່າຍກະຕ້ອງໄດ້ຈ່າຍຫລາຍ ຊົ່ວຈະໄດ້ ຊໍ່າຄູນ 2 ພຸ້ນນ່າ ອັນທຸກຢ່າງເນາະ. ສິນຄ້າເຮົາກະຄຸມ ກໍຄຸມບໍ່ໄດ້ປ່ອຍໄປຕາມເສຖກິຈຕລາດ ແຫລະເນາະ. ເອີ ພາກຣັຖກໍມີແຕ່ລະດົມແລະ ໃຫ້ສ້າງເສຖກິຈຄອບຄົວ ປູກຝັງ, ລ້ຽງສັດຫັ້ນແຫລະ.    

ບັນຫາທີ່ວ່ານີ້ ປະຊາຊົນລາວຫລາຍຄົນ ບໍ່ເຊື່ອໝັ້ນນໍາຣັຖບານລາວ ທີ່ວ່າຈະແກ້ໄຂໄດ້ ເພາະທີ່ຜ່ານມາ ມາຕການແກ້ໄຂ ຂອງຣັຖບານບໍ່ດີຂຶ້ນ, ເງິນກີບຍັງເຟີ້ຫລາຍ ແລະອ່ອນຄ່າລົງ, ລາຄາສິນຄ້າຕ່າງໆກໍແພງຂຶ້ນ, ຄົນທຸກຍາກ ກໍທຸກຕໍ່ໄປ, ໄດ້ແຕ່ດີ້ນຮົນຫາເງິນລ້ຽງຊີບ ຫາລ້ຽງຄອບຄົວ, ຄົນລາວຈໍານວນບໍ່ໜ້ອຍ ໂດຍສະເພາະ ຊາຍໜຸ່ມ, ຍິງສາວ ພາກັນຫລັ່ງໄຫລ ໄປຊອກຫາວຽກເຮັດ ຢູ່ປະເທດໄທຍ ຢ່າງຕໍ່ເນື່ອງ ຍ້ອນໄດ້ເງິນດີ, ເຮັດວຽກຢູ່ລາວ ໄດ້ເງິນຄ່າແຮງງານໜ້ອຍ ບໍ່ກຸ້ມຢູ່, ບໍ່ກຸ້ມກິນ. 

ເວົ້າເຖິງອັດຕຣາແລກປ່ຽນ ເງິນຕຣາຕ່າງປະເທດ ໃນມື້ວັນທີ 6 ທັນວາ 2023 ນີ້ ຄື 657 ກີບຕໍ່ 1 ບາທ ແລະ 20,792 ກີບຕໍ່ 1 ໂດລ້າຣ໌ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.