ທະນາຄານໂລກ ຄາດຄະເນ ເສຖກິຈລາວ ຟື້ນໂຕດີຂຶ້ນ
2023.12.05
ທະນາຄານໂລກ ເຫັນວ່າເສຖກິຈລາວ ມີການຟື້ນໂຕດີຂຶ້ນ ໂດຍຄາດຄະເນວ່າ ໝົດປີ 2023 ນີ້ ອັດຕຣາການເຕີບໂຕ ຈະຢູ່ໃນລະດັບ 3.7%, ເພີ່ມຂຶ້ນຈາກ 2.7% ໃນປີ 2022 ທີ່ຜ່ານມາ ແລະຄາດຄະເນ ເສຖກິຈລາວຈະເຕີບໂຕ ໃນລະດັບ 4.1% ໃນປີ 2024, ແຕ່ສິ່ງທ້າທາຍ ຍັງຄົງຢູ່ຮອບດ້ານ ຍ້ອນອັດຕຣາເງິນເຟີ້ ຍັງສູງ, ໜີ້ສິນຕ່າງປະເທດ ແລະ ການຂາດເຂີນແຮງງານ. ອີງຕາມບົດຣາຍງານ ດ້ານເສຖກິຈລາວ ຂອງທະນາຄານໂລກ ປະຈຳເດືອນພຶສຈິກາ 2023.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກ ແຜນການ ແລະການລົງທຶນ ກ່າວວ່າເປັນໄປຕາມຄາດຄະເນຂອງທະນາຄານໂລກ ທີ່ໄດ້ຣາຍງານໄປນັ້ນສຳລັບ ຂແນງການທີ່ີການຟື້ນໂຕ ໄດ້ດີຄື ຂແນງການສົ່ງອອກສິນຄ້າ ແລະຂແນງການທ່ອງທ່ຽວ, ການບໍຣິການ, ສ່ວນຂແນງອື່ນໆ ຍັງບໍ່ທັນຟື້ນໂຕ ໄດ້ດີເທົ່າທີ່ຄວນ ຍ້ອນຍັງປະເຊີນກັບອັດຕຣາເງິນເຟີ້ ໃນລະດັບສູງ, ເງິນກີບອ່ອນຄ່າ, ບັນຫາໜີ້ສິນ ທັງຈາກພາຍໃນ ແລະຕ່າງປະເທດ ຍັງສູງ, ການລົງທຶນໃນໂຄງການຂນາດໃຫຍ່ ຍັງສະລໍໂຕ.
ດັ່ງເຈົ້າໜ້າທີ່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 05 ທັນວາ ນີ້ວ່າ:
“ເບິ່ງໃນແງ່ການສົ່ງອອກເຣື່ອງການທ່ອງທ່ຽວ ກາກໍາລັງຢູ່ໃນຊ່ວງຟື້ນໂຕເນາະ ແຕ່ວ່າສິ່ງທ້າທາຍ ມັນກາຄືເຣື່ອງຄ່າເງິນ ກັບເຣື່ອງເງິນເຟີ້ເນາະ Inflation ຫັ້ນ. ລາວຍັງຢູ່ສູງຢູ່ຫັ້ນນ່າ ບວກກັບບັນຫາເຣື່ອງໜີ້ສິນ ເບື້ອງຣັຖບານຕ້ອງໄດ້ແກ້ຖ້າມີໂຄງການໃຫຍ່ໆມາ 2-3 ໂຄງການມັນກາສາມາດກະຕຸ້ນ ເຣືອງໂຕເລກ ເຣື່ອງເສຖກິຈໃຫ້ມັນຂຍາຍໂຕໄດ້.”

ທ່ານ ຄໍາເຈນ ວົງໂພສີ ຣັຖມົນຕຣີ ກະຊວງແຜນການ ແລະການລົງທຶນ ໄດ້ກ່າວໃນກອງປະຊຸມສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ເມື່ອທ້າຍເດືອນຕຸລາ 2023 ຜ່ານມາສຳລັບໂຕເລກການເຕີບໂຕ ດ້ານເສຖກິຈລາວໃນປີ 2023 ຄາດການໄວ້ຈະຢູ່ໃນລະດັບ 4.2% ແຕ່ສະພາແຫ່ງຊາຕຮັບຮອງໄວ້ 4.5% ຈະບໍ່ບັນລຸຕາມຄາດໝາຍ ຍ້ອນມີ ຫຼາຍຂແນງການ ໃນດ້ານການຜລິດ ປະເຊີນກັບຄວາມຫຍຸ້ງ ຍາກທາງການເງິນ ແລະຜະເຊີນ ກັບໄພທັມມະຊາຕຈຶ່ງເຮັດໃຫ້ສະລໍໂຕ ແລະຍັງບໍ່ທັນຟື້ນໂຕໄດ້ດີເທົ່າທີ່ຄວນ.
ດັ່ງທ່ານ ຄຳເຈັນ ວົງໂພສີ ຣັຖມົນຕຣີ ກະຊວງແຜນການ ແລະການລົງທຶນ ກ່າວໃນຕອນນຶ່ງວ່າ:
“ປັດໃຈທີ່ເຮັດໃຫ້ການຂຍາຍໂຕ ເສຖກິຈບໍ່ບັນລຸຕາມຄາດໝາຍນັ້ນ ຕົ້ນຕໍກໍແມ່ນຍ້ອນຕົ້ນທຶນການຜລິດນີ້ ເພີ່ມຂຶ້ນການຜລິດໃນຂແນງພະລັງງານ ກໍມີທ່າອ່ຽງຫຼຸດລົງ ເນື່ອງຈາກ ວ່າໄດ້ຮັບຜົລກະທົບ ຈາກໄພທັມມະຊາຕແຫ້ງແລ້ງ ເຮັດໃຫ້ເຂື່ອນຈຳນວນນຶ່ງ ບໍ່ສາມາດຜລິດໄດ້ຄາດໝາຍ ທີ່ໄດ້ກຳນົດໄວ້. ປີ 2024 ຄາດໝາຍ ທາງດ້ານເສຖກິຈ ຂຍາຍໂຕ 4.5%.”
ເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ກ່າວວ່າ ສະພາບເສຖກິຈລາວ ໂດຍລວມຖືວ່າຍັງບໍ່ທັນຟື້ນໂຕໄດ້ດີປານໃດ ການຈັບຈ່າຍຊື້-ການ ຂາຍສິນຄ້າຍັງບໍ່ທັນຄຶກຄັກ ຍ້ອນປະຊາຊົນຂາດສະພາບຄ່ອງ. ຫຼາຍຄອບຄົວຕ້ອງປະຢັດເງິນ ເພື່ອຊື້ສິນຄ້າສະເພາະ ສິ່ງທີ່ຈຳເປັນ.
ສ່ວນທຸຣະກິຈຂນາດນ້ອຍ ຫາກບໍ່ມີເງິນທຶນສໍາຮອງ ຫຼືຂາດສະພາບຄ່ອງ ມາແຕ່ໄລຍະໂຄວິດ-19 ຍັງບໍ່ສາມາດຟື້ນໂຕໄດ້ ດີ່ເທົ່າທີ່ຄວນ ເຊັ່ນບໍຣິສັດ ກໍ່ສ້າງຊົນລະປະທານ, ກໍ່ສ້າງເສັ້ນທາງ ໃນໂຄງການຂອງຣັຖບານ ກໍບໍ່ມີການເຄື່ອນໄຫວໄດ້ຕາມປົກກະຕິ ເພາະທາງການລາວກໍບໍ່ມີເງິນພຽງພໍໍ ທີ່ຈະໄປຈ້າງບໍຣິສັດເລົ່ານັ້ນແລ້ວ.
ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ທົ່ວໄປກາເຫັນເສຖກິຈໄທເຮົາ ກາຍັງຢາກຝືດໆແດ່ ຫົວໜ່ວຍທຸຣະກິຈ ໂດຍສະເພາະລະແມ່ນບໍຣິສັດກໍ່ສ້າງຂົວທາງນີ້ ເຂົາກາຢາກຍອມຄືກັນລັກສະນະວ່າ ໃຫ້ເຂົາລົງທຶນກ່ອນຫັ້ນນ່າ ບາດນີ້ການສຳລະກາຄ່ອຍຜ່ອນໄປ ຕາມການອະນຸມັດ ຂອງສະພາ. ມັນກາຫຼາຍໆບໍຣິສັດ ນ້ອຍກາຢາກຍົກທຸງຂາວ ຄັນທຶນບໍ່ຫຼາຍ ມັນໄປບໍ່ລອດ.”
ຊາວລາວ ໃນແຂວງຈໍາປາສັກກ່າວ່າ ຫາກຄອບຄົວໃດທີ່ມີອາຊີບ ແລະຣາຍໄດ້ ຢ່າງໝັ້ນຄົງ ແລ້ວກໍຄົງໄດ້ຮັບຜົລກະທົບໜ້ອຍ ແຕ່ສຳລັບປະຊາຊົນທົ່ວໄປ ຜູ້ຫາເຊົ້າກິນຄໍ່າ ບໍ່ມີອາຊີບໝັ້ນຄົງ ຮັບຈ້າງທົ່ວໄປພໍກຸ້ມຢູ່ ກຸ້ມກິນໄປແຕ່ລະມື້ ແມ່ນໄດ້ຮັບຜົລກະທົບ ຢ່າງໜັກ ແລະເປັນເຣື່ອງຍາກຫຼາຍ ທີ່ຈະຫຼຸດພົ້ນຈາກຄວາມທຸກຍາກນີ້ໄດ້ ຫາກຣັຖບານລາວບໍ່ຊຸກຍູ້ ສົ່ງເສີມໃຫ້ປະຊາຊົນລາວ ມີອາຊີບໝັ້ນຄົງ.
ດັ່ງຊາວແຂວງຈຳປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່່າ:
“ວິກິດໂພດອິຫຼີ່ຫັ້ນແລ້ວ ຈັກຊິທຳມາຫາກິນຫຍັງປະເທດລາວ ແຮງໃຊ້ແຕ່ຂອງໄທຍ ແມ່ນຫຍັງການຳເຂົ້າແຕ່ໄທຍຈັ່ງໄດ້ໃຊ້. ການທຳມາຫາກິນ ມັນກາລຳບາກຄືເກົ່າ ເຮັດຫຍັງກາໃຊ້ແຕ່ເງິນ ຢູ່ຍາກກາຕ້ອງໄດ້ຢູ່ ຄືເຂົາວ່າ ອິຫຍັງກາແພງໆ.”

ເຈົ້າຂອງຮ້ານຂາຍເຄື່ອງໃຊ້ ຢູ່ພາຍໃນສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ກ່າວວ່າ ມີແຕ່ຄົນອອກມາຍ່າງທ່ຽວຫຼິ້ນ ແຕ່ການຈັບຈ່າຍຊື້-ຂາຍສິນຄ້າ ຖືວ່າຍັງບໍ່ຟື້ນໄດ້ດີປານໃດ ແຕ່ກາເຂົ້າໃຈປະຊາຊົນລາວ ສ່ວນໃຫຍ່ທີ່ຕ້ອງການຈະປະຢັດເງິນ ແລະຊື້ສະເພາະສິນຄ້າ ທີ່ຈຳເປັນ ຫາກຕໍ່ໜ້າສະພາບເສຖກິຈລາວ ບໍ່ສາມາດຟື້ນໂຕໄດ້ ຫຼື ຟື້ນໂຕຊັກຊ້າ ຫຼາຍປີກໍຈະໄດ້ມີເງິນໃຊ້ ຢ່າງພຽງພໍ.
ດັ່ງເຈົ້າຂອງຮ້ານຂາຍເຄື່ອງ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຍັງບໍ່ຟື້ນປານໃດ ເຂົ້າຫ້າງໄອເຕັກແທ້ກາບໍ່ປານໃດ ຄົນບໍ່ຫຼາຍການ ຊື້-ຂາຍ ກາຍັງຕໍ່າຢູ່ກາຍາກໃນຈຸດນີ້ແຫຼະ ໂຄວິດແລ້ວມາບວກໃສ່ ເສຖກິຈແດ່ ມັນກາຍາກໄປແນວນຶ່ງ.”
ທະນາຄານໂລກ ຍັງຣາຍງານຕື່ມວ່າເຖິງແມ່ນວ່າ ລາຄາສິນຄ້ານໍາເຂົ້າ ທົ່ວໂລກຈະຫຼຸດລົງ ແຕ່ອັດຕຣາເງິນເຟີ້ ໃນລາວຍັງຢູ່ໃນລະດັບສູງ ເພີ່ມຂຶ້ນເຖິງ 26% ໃນເດືອນຕຸລາປິ 2023 ອັດຕຣາເງິນເຟີ້ ຂອງລາຄາອາຫານຢູ່ທີ່ 29% ສົ່ງຜົລກະທົບ ຕໍ່ຄອບຄົວໃນໂຕເມືອງທຸກຍາກ.
ຜົລກະທົບສ່ວນໃຫຍ່ ແມ່ນມາຈາກການທີ່ເງິນຕຣາ ຂອງປະເທດອ່ອນຄ່າລົງ ໂດຍສະເລັ່ຍທຸກໆ ການອ່ອນຄ່າລົງ ຂອງເງິນຕຣາ 1%, ລາຄາສິນຄ້າ ຂອງຜູ້ບໍຣິໂພກ ຈະເພີ່ມຂຶ້ນ 0.5% ດັ່ງນັ້ນ ອັດຕຣາເງິນເຟີ້ ຈະຢູ່ໃນລະດັບສູງ ຈົນກ່ວາອັດຕຣາແລກປ່ຽນ ຈະມີສະຖຽນລະພາບ.
ເງິນກີບໄດ້ສືບຕໍ່ຕົກຕໍ່າລົງ ໃນໄລຍະປີ 2023 ຫຼຸດລົງ 29% ທຽບໃສ່ເງິນບາທ ແລະ 21% ທຽບໃສ່ເງິນໂດລ້າຣ໌ ສະຫະຣັຖ ຈົນເຖິງເດືອນຕຸລາ ສາເຫດແມ່ນມາຈາກຄວາມບໍ່ສອດຄ່ອງກັນ ລະຫວ່າງຄວາມຕ້ອງການເງິນຕຣາ ຕ່າງປະເທດ ແລະຄວາມສາມາດໃນການສນອງ ເຊິ່ງໄດ້ສົ່ງຜົລກະທົບ ຕໍ່ເສຖກິຈຂອງລາວໂດຍກົງ.
ເພື່ອເຮັດໃຫ້ສະພາບເສຖກິຈລາວ ມີການເຕີບໂຕຂຶ້ນໃນປີ 2024 ນີ້ຣັຖບານລາວ ຈະສືບຕໍ່ເພີ່ມທະວີຈັດຕັ້ງປະຕິບັດ ໃນຫຼາຍວຽກງານຢ່າງເຄັ່ງຮ້ອນ ເພື່ອໃຫ້ຄຸນນະພາບການເປັນຢູ່ ຂອງປະຊາຊົນລາວດີຂຶ້ນ, ສົ່ງເສີມການສ້າງວຽກເຮັດງານທຳ, ພັທນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ດ້ວຍການພັທນາໂຄງຮ່າງພື້ນຖານ ຈຳເປັນເພື່ອເປັນການສົ່ງເສີມ ການຜລິດ ແລະສ້າງລາຍຮັບ ໃຫ້ກັບປະຊາຊົນ ເຊິ່ງໄດ້ເຮັດໃຫ້ຄອບຄົວ ແລະເມືອງທຸກຍາກ ຫຼຸດຜ່ອນລົງເທື່ອລະກ້າວ.