ດິນ 299 ຕອນ ຖືກໂຄງການທາງຣົຖໄຟ ລາວ-ຈີນ ນະຄອນຫຼວງວຽງຈັນ ຍັງບໍ່ໄດ້ຄ່າຊົດເຊີຍ

ໄຊຍາ
2023.12.08
ດິນ 299 ຕອນ ຖືກໂຄງການທາງຣົຖໄຟ ລາວ-ຈີນ ນະຄອນຫຼວງວຽງຈັນ ຍັງບໍ່ໄດ້ຄ່າຊົດເຊີຍ ຜືນດິນທີ່ເຄີຍເປັນທົ່ງນາ ຂອງຊາວບ້ານ ໃນເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ທີ່ໄດ້ເສັຽໃຫ້ໂຄງການກໍ່ສ້າງ ທາງຣົດໄຟລາວ-ຈີນ (TS), ເດືອນມົກກະຣາ 2021.
RFA

ມາຮອດປັດຈຸບັນ ເຫຼືອດິນ 299 ຕອນ ໃນນະຄອນຫຼວງວຽງຈັນ ທີ່ຍັງບໍ່ໄດ້ຮັບການຊົດເຊີຍ ຈາກໂຄງການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ໄລຍະທີ 6 ຍ້ອນຫຼາຍສາເຫດ ເປັນຕົ້ນ ເຈົ້າຂອງດິນຈຳນວນນຶ່ງບໍ່ຍອມຮັບເອົາເງິນຄ່າຊົດເຊີຍ, ເຈົ້າຂອງດິນຈຳນວນນຶ່ງ ບໍ່ໄດ້ມາພົວພັນເພື່ອຂໍເງິນຄ່າຊົດເຊີຍ, ບາງຕອນດິນບໍ່ມີເຈົ້າຂອງ, ບາງຕອນດິນເປັນດິນຂອງຣັຖ ແລະ ອື່ນໆ ຈຶ່ງເຮັດໃຫ້ການຊົດເຊີຍ ຜົລກະທົບຈາກການກໍ່ສ້າງ ໂຄງການດັ່ງກ່າວບໍ່ທັນສຳເຣັດ ຕາມແຜນ ແລະຫຼ້າຊ້າ. ອີງຕາມການຣາຍງານ ຂອງ ທ່ານ ຄຳມອນ ບົວພັນ ປະທານ ອົງການກວດສອບ ປະຈຳພາກກາງ 1 ຕໍ່ກອງປະຊຸມ ໃນສໄມສາມັນ ເທື່ອທີ 6 ຂອງສະພາ ປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 2 ເມື່ອວັນທີ 05 ທັນວາ 2023.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ຢູ່ໃນຄະນະຮັບຜິດຊອບ ກ່ຽວກັບການຊົດເຊີຍ ຜົລກະທົບຈາກໂຄງການ ກໍ່ສ້າງທາງຣົຖໄຟ ລາວ-ຈີນ ໃນເຂດນະຄອນຫຼວງວຽງຈັນ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມ ແຕ່ເຈົ້າໜ້າທີ່ບໍ່ສະດວກ ໃຫ້ຣາຍລະອຽດໄປຫຼາຍກ່ວານີ້ ແລະມີແຕ່ພຽງຊີ້ແຈງວ່າ ທາງຄະນະເຈົ້າໜ້າທີ່ກຳລັງສືບຕໍ່ ຕິດຕາມແກ້ໄຂຢູ່ເລື້ອຍໆ.  

ສາເຫດທີ່ເຮັດໃຫ້ຊາວບ້ານ ຈໍານວນນຶ່ງ ບໍ່ຍອມຮັບເອົາເງິນຄ່າຊົດເຊີຍ ຈາກໂຄງການດັ່ງກ່າວນັ້ນ ຍ້ອນລາຄາຄ່າຊົດເຊີຍ ທີ່ພາກສ່ວນຂອງຣັຖໄດ້ສເນີໃຫ້ ມີລາຄາຕໍ່າກ່ວາທີ່ດິນໃນທ້ອງຕລາດ ແລະເຖິງແມ່ນວ່າ ຊາວບ້ານຈະພະຍາຍາມ ຮຽກຮ້ອງໃຫ້ມີການປັບຂຶ້ນ ຄ່າຊົດເຊີຍໃຫ້ສົມເຫດສົມຜົລ ກໍຕາມແຕ່ກໍບໍ່ທັນໄດ້ຮັບການຕອບສນອງ. ດັ່ງຊາວບ້ານທີ່ຍັງບໍ່ໄດ້ຮັບເອົາເງິນຄ່າຊົດເຊີຍ ຍານາງນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີວ່າ:

“ໃຫ້ແມັດກາເຣ່ 80,000 ຕໍ່ແມັດກາເຣກາຮັບເອົາບໍ່ໄດ້ໄປຊື້ດິນຊື້ດອນ ບໍ່ໄດ້ເພິ່ນເວົ້າກວມລວມ ເພິ່ນວ່າປະຊາຊົນບໍ່ຍອມຮັບຄ່າຊົດເຊີຍ ຫັ້ນນ່າ. ເພິ່ນຄົ້ນຄ້ວາໃຫ້ກາດີກາຊິໄດ້ມາ ໃຊ້ໜີ້ໃຊ້ສີນເນາະ.”

ຊາວບ້ານອີກຍານາງນຶ່ງ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ເພາະບໍ່ພໍໃຈເງິນຈະໄດ້ຮັບດັ່ງກ່າວວ່າ ໃນໄລຍະທີ່ຜ່ານມາຍານາງເອງ ກໍໄດ້ພະຍາຍາມຮຽກຮ້ອງຕໍ່ເຈົ້າໜ້າທີ່ ຫຼາຍພາກສ່ວນ ເພື່ອຂໍໃຫ້ມີການພິຈາຣະນາເພີ່ມເງິນຄ່າຊົດເຊີຍ ແຕ່ຍັງບໍ່ມີຄຳຕອບໃດໆ ຕາມຄຳຮຽກຮ້ອງທັງທີ່ຍາງນາງເອງ ກໍຍອມເສັຍສະລະທີ່ດິນໃຫ້ແກ່ໂຄງການນີ້ ໄປແລ້ວ.

ດັ່ງຍານາງກ່າວວ່າ:

“ກາຮຽກຮ້ອງຫຼາຍບ່ອນຢູ່ ເຄີຍໂທເຂົ້າໄປຕັ້ງຫຼາຍເທື່ອ ບໍ່ມີອີ່ຫຍັງເກີດຂຶ້ນເລີຍກ່ອນໜ້າ ທີ່ເຄີຍລົງມາວ່າຊິໃຫ້ປະຊາຊົນ ແມັດນຶ່ງ 210,000 ປະຊາຊົນກໍຍອມເຊັນເອກະສານ ໃຫ້. ບາດລົງມືເຮັດໄປແລ້ວ ພັດວ່າມາປີ້ນຄວາມຈ່າຍ ໃຫ້ຈາກ 150,000 ກັບ 80,000.

ຊາວບ້ານອີກທ່ານນຶ່ງ ທີ່ຮູ້ກ່ຽວກັບເຣື່ອງນີ້ກ່າວວ່າ ສ່ວນໃຫຍ່ແລ້ວຊາວບ້ານ ໃນນະຄອນຫຼວງວຽງຈັນ ທີ່ຖືກຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນແມ່ນຊາວບ້ານ ທີ່ມີໃບນໍາໃຊ້ທີ່ດິນເນື່ອງຈາກວ່າມູນຄ່າ ການຊົດເຊີຍໃນທີ່ດິນ ດັ່ງກ່າວຈະໜ້ອຍກ່ວາ ການຊົດເຊີຍ ທີ່ດິນທີ່ມີໃບຕາດິນ ຂອບທອງ ແລະກໍເຫັນວ່າ ການຊົດເຊີຍຍັງບໍ່ທັນໝົດທຸກຄອບຄົວ ເທື່ອແຕ່ພາກສ່ວນທີ່ກ່ຽວຂ້ອງ ກໍຄ່ອຍໆ ແກ້ໄຂເປັນເທື່ອລະໜ້ອຍ.

ດັ່ງທ່ານກ່າວວ່າ:

“ຄັນຢູ່ຟາກໂລຈິສຕິກຫັ້ນ ແມ່ນຖືກໂຄງການໂຕນັ້ນ ຈະເປັນໃບຕາດິນນໍາໃຊ້ ເຂົາກໍຄ່ອຍໆ ຊົດເຊີຍໄປໃຫ້ແຕ່ລະຄອບຄົວໆ ຫັ້ນແຫຼະເນາະຕາມອັນນັນນ່າ ຕ່າງແຕ່ວ່າບໍ່ໄດ້ຖືກດິນສງວນ ກາຖືວ່າຍັງຢູ່ປົກກະຕິ.

ສໍາລັບຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນກໍຖືວ່າ ໄດ້ຮັບເງິນຄ່າຊົດເຊີຍ ຢ່າງທົ່ວໜ້າໄປແລ້ວ ເປັນຕົ້ນຊາວບ້ານຢູ່ເຂດເມືອງ ນາຊາຍທອງກ່າວວ່າທ່ານເອງ ກໍຫາໄດ້ຮັບເງິນຄ່າຊົດເຊີຍ ເມື່ອບໍ່ດົນມານີ້ແລະກໍມີຄວາມພໍໃຈ ກັບມູນຄ່າການຊົດເຊີຍນັ້ນ. ສຳລັບຊາວ ທີ່ຍັງບໍ່ຮັບເອົາຄ່າຊົດເຊີຍ ນັ້ນທ່ານບໍ່ຮູ້ສາເຫດ ແລະບໍ່ສາມາດໃຫ້ຄວາມເຫັນ ຕໍ່ເຣື່ອງນີ້ໄດ້.

ດັ່ງທ່ານກ່າວວ່າ:

“ໄດ້ຮັບໝົດແລ້ວເດ້ ໄດ້ຮັບໝົດແລ້ວຢູ່່ຫ່າງຈາກ ທາງຣົຖໄຟນີ້ມັນຢູ່ໃກ້ໆ ເລີຍນ່າປະມານບໍ່ຮອດ 100 ແມັດນ່າ ເຈົ້າອັນນີ້ເຮົາກາບໍ່ຮູ້ຄືກັນ.

ໃນຣາຍງານຫຼ້າສຸດ ໃນກອງປະຊຸມສໄມສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນຊຸດທີ 2 ນີ້ໄດ້ລະບຸວ່າ ການຊົດເຊີຍໃຫ້ແກ່ຊາວບ້ານ ໃນນະຄອນຫຼວງວຽງຈັນ ທີ່ໄດ້ຮັບຜົລກະທົບຈາກໂຄງກໍ່ສ້າງທາງຣົຖໄຟ ລາວ-ຈີນ ໄດ້ສຳເຣັດແລ້ວຈຳນວນ 1,439 ຕອນ, ຄິດໄລ່ເປັນມູນຄ່າ ທີ່ຊົດເຊີຍໄປແລ້ວ ປະມານ 732 ຕື້ກີບ. ສ່ວນດິນ 299 ຕອນ ຍັງບໍ່ໄດ້ຮັບການຊົດເຊີຍນັ້ນ ຄິດເປັນມູນຄ່າ 215 ຕື້ກີບ.

ໃນເດືອນທັນວ່າ 2023 ນີ້ກໍເປັນເວລາຄົບຮອບ 2 ປີ ທີ່ເສັ້ນທາງຣົຖໄຟ ລາວ-ຈີນ ໄດ້ເປີດນຳໃຊ້ຢູ່ປະເທດລາວ ຢ່າງເປັນທາງການແຕ່ການຊົດເຊີຍ ຜົລກະທົບທາງດ້ານທີ່ດິນ ກໍຍັງຄ້າງຢູ່ ເຊິ່ງກ່ຽວກັບການຊົດເຊີຍ ທີ່ຫຼ້າຊ້ານີ້ ກໍເຮັດໃຫ້ຊາວບ້ານທີ່ສູນເສັຍ ທີ່ດິນໄປແລ້ວແຕ່ຍັງບໍ່ໄດ້ເງິນຄ່າຊົດເຊີຍ ກໍຈຳເປັນຕ້ອງໄປກູ້ຢືມເງິນນອກລະບົບ ເພື່ອນຳມາໃຊ້ຢູ່ຊື້ຢູ່ຊື້ກິນໃນຄອບຄົວ ເນື່ອງຈາກບໍ່ມີທີ່ດິນ ສຳລັບປູກຝັງອີກແລ້ວ ຈຶ່ງເຮັດໃຫ້ຫຼາຍຄອບຄົວ ພາກັນຕິດໜີ້ ເປັນຈຳນວນຫຼາຍກ່ວາ 10 ລ້ານກີບ ຂຶ້ນໄປແລະກໍມີບາງຄອບຄົວ ທີ່ມີສະມາຊິກເຈັບປ່ວຍ ແລະເສັຍຊີວິດ ຍ້ອນບໍ່ມີເງິນໄປປິ່ນປົວຢູ່ໂຮງໝໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.