ຊາວກະສິກອນ ແຂວງຊຽງຂວາງ ຢາກໃຫ້ທາງການ ຊ່ອຍກະຈາຍຕລາດສິນຄ້າ

ໄຊຍາ
2023.11.30
ຊາວກະສິກອນ ແຂວງຊຽງຂວາງ ຢາກໃຫ້ທາງການ ຊ່ອຍກະຈາຍຕລາດສິນຄ້າ ຮູບໂຕຢ່າງ ສິນຄ້າພືດຜັກ ຂາຍທີ່ຕລາດສົດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. (TS) ວັນທີ 18 ເດືອນສິງຫາ ປີ 2023.
RFA

ໃນຣະດູແລ້ງ ຊາວກະສິກອນ ໃນແຂວງຊຽງຂວາງ ພົບບັນຫາພືດຜັກ ລົ້ນຕລາດ ຢູ່ພາຍໃນ ຂາຍບໍ່ໄດ້ ຈຶ່ງຢາກໃຫ້ມີບ່ອນກະຈາຍສິນຄ້າ ໄປຕ່າງແຂວງສາເຫດນຶ່ງ ກໍຍ້ອນວ່າສ່ວນຫຼາຍຊາວ ບ້ານໃນແຂວງຊຽງຂວາງຈະປູກພືດຜັກ ຕາມຣະດູການ ໄວ້ກິນ ແລະໄວ້ຂາຍກັນເອງ ເພື່ອຫາເງິນລ້ຽງຄອບຄົວ ເຊັ່ນຜັກກາດ, ຜັກຫອມບົ່ວ, ຜັກຫອມປ້ອມ ຖ້າຂາຍບໍ່ໄດ້ຜັກກໍເໜົ່າເສັຍບາງເທື່ອກໍຕ້ອງຖີ້ມ ບາງເທື່ອກໍເອົາໄປເກືອໄກ່ ເກືອໝູ ບັນຫານີ້ຊາວກະສິກອນ ຫຼາຍຄົນກໍຢາກໃຫ້ທາງການຊ່ອຍເຫຼືອ ຫາຕລາດ ແລະຊ່ອຍກະຈາຍສິນຄ້າ ອອກຕ່າງແຂວງ ໃຫ້ຫຼາຍຂຶ້ນ.

“ຊາວກະສິກອນຂອງຊຽງຂວາງ ເຂົາປູກຜັກຫຼາຍບາງເທື່ອ ມັນລົ້ນຜັກມັນໝົດອາຍຸ ການມັນກໍບໍ່ງາມກໍລົ້ນຕລາດຫັ້ນນ່າ ມັນເປັນຜັກກາດຫັ້ນແຫຼະຜັກຫໍ່ຜັກ ກາດຂາວບໍ່ຫັ້ນນ່າ ໂຕທີ່ຂາຍບໍ່ໄດ້ມີແຕ່ຕັດຖີ້ມ ເພິ່ນມີແຕ່ຕັດຖີ້ມ ແລ້ວກໍໃຫ້ໂຕໄກ່ບໍ່ໂຕບໍ່ຫັ້ນແຫຼະ ເອີ ຄັນວ່າມີຊ່ອງທາງກໍຢາກອັນນັ້ນຢູ່ເດ້.”

ຊາວກະສິກອນທ່ານນີ້ ກ່າວຕື່ມວ່າ ສໍາລັບຜູ້ປູກພືດຜັກລາຍໃຫຍ່ ທີ່ເຂົາເຈົ້າມີຊ່ອງທາງສົ່ງອອກໄປຕ່າງແຂວງ ໄດ້ບໍ່ໄດ້ເດືອດຮ້ອນ ແຕ່ຜູ່ທີ່ເດືອດຮ້ອນ ຈະເປັນຊາວກະສິກອນລາຍຍ່ອຍ ຈະບໍ່ມີຕລາດຮອງຮັບກໍຕ້ອງດີ້ນຮົນກັນເອງ.

ເມື່ອບໍ່ດົນມານີ້ ຍານາງ ສີພັນ ພັນທະວົງ ໜຶ່ ງໃນຊາວກະສິກອນ ໃນສະມາຄົມພັທນາກະສິກັມ ແລະ ສິ່ງແວດລ້ອມແບບຍືນຍົງ ໄດ້ກ່າວໃນງານ CSO Fair 2023 ທີ່ໄດ້ຈັດຂຶ້ນ ຢູ່ຫໍວັທນະທັມແຫ່ງຊາຕ ນະຄອນຫຼວງວຽງຈັນ ວ່າໃນຖານະທີ່ອາໄສໃນແຂວງຊຽງຂວາງ ກໍພົບບັນຫາພືດຜັກລົ້ນຕລາດ ໃນຍາມຣະດູແລ້ງ ບໍ່ມີຕລາດກະຈາຍອອກ ຍ້ອນໃນແຂວງຊຽງຂວາງ ເປັນຕລາດຂນາດນ້ອຍ ແລະຊາວກະສິກອນ ສ່ວນໃຫຍ່ກໍນິຍົມປູກພືດຜັກຂາຍ ແລະເອົາໄວ້ກິນເອງ ເຮັດໃຫ້ພືດຜັກຕາມຣະດູການ ຈຶ່ງມີແຕ່ຄົນຂາຍແຕ່ບໍ່ມີຄົນຊື້ ເຮັດໃຫ້ລາຄາສິນຄ້າ ພືດຜັກ ຕົກຕໍ່າລົງໄປອີກ ໂດຍສະເພາະຍາມແລ້ງ ເປັນຣະດູການທີ່ປະຊາຊົນ ຈະປູກພືດຜັກໄດ້ຜົນຜລິດດີທີ່ສຸດ ເມື່ອຂາຍບໍ່ອອກພືດຜັກ ກໍລົ້ນຕລາດເໜົ່າເສັຍ.

ນອກຈາກນີ້ ຊາວກະສິກອນຍັງພົບບັນຫາ ຫຼາຍດ້ານເປັນຕົ້ນເຣື່ອງຄວາມຮູ້ ເຕັກນິກວິຊາການ ງົບປະມານ ການກະຈາຍສິນຄ້າ ອອກໄປພາຍນອກໃນຍາມແລ້ງ ກໍບໍ່ໄດ້ມີຄວາມຮູ້ຍານາງເອງ ກໍຢາກໃຫ້ທາງການຊ່ອຍເຫຼືອ.

ຊາວກະສິກອນ ໃນແຂວງຊຽງຂວາງ ອີກທ່ານນຶ່ງກ່າວວ່າທ່ານເອງ ກໍປູກພືດຜັກຂາຍຢູ່ຕລາດ ເປັນຕົ້ນຜັກກາດ ຜັກຫອມປ້ອມ ຜັກຫອມບົ່ວ ເຊີ່ງກໍປູກຫຼາຍຢູ່ບາງມື້ກໍພໍຂາຍໄດ້ ແຕ່ສ່ວນໃຫຍ່ບໍ່ຄ່ອຍມີຄົນຊື້ເພາະພືດຜັກ ລົ້ນຕລາດ ຄົນປູກຫຼາຍແລະກໍບໍ່ໄດ້ມີຊ່ອງທາງ ຈະສົ່ງອອກໄປຕ່າງແຂວງ.

“ປູກຫຼາຍຜັກກາດຜັກຫອມປ້ອມ ຜັກຫອມບົ່ວໄດ້ຂາຍ ຢູ່ແຕ່ວ່າບໍ່ປານໃດ ເຂົາບໍ່ຊື້ລາຄາກໍຕົກຕໍ່າ ແລະບໍ່ໄດ້ສົ່ງອອກໄປຕ່າງແຂວງ ເນາະ.”

ຊາວກະສິກອນ ແຂວງຊຽງຂວາງ ອີກທ່່ານນຶ່ງກ່າວວ່າກາບໍ່ໄດ້ເຫັນ ມີທາງການເຂົ້າມາຊ່ອຍເຫຼືອ ສົ່ງເສີມຊາວກະສິກອນ ໃຫ້ສາມາດສົ່ງສິນຄ້າອອກໄປຕ່າງແຂວງໄດ້ ຫຼາຍຄົນພາຍໃນ ກໍເຮັດກັນເອງຂາຍບໍ່ໄດ້ກໍຂາດທຶນ ແລະໄລຍະນີ້ເງິນເຟີ້ເສຖກິຈລາວ ກໍບໍ່ດີກໍອາດຈະກ່ຽວພັນ ກັນເຮັດໃຫ້ຂາຍສິນຄ້າຍາກ.

“ຜັກກາດນີ້ອີງຕາມແຕ່ລະຊ່ວງເດີ້ ແຕ່ລະຊ່ວງກໍຖືກແຕ່ລະຊ່ວງກໍແພງ ດຽວນີ້ບໍ່ມີຜູ້ໃດຊ່ອຍເຮົານ່າ ໂຕນີ້ມີແຕ່ເຮົາປູກເອງ ເຮົາສົ່ງເອົາເອງສື່ໆ ນ່າມັນຂຶ້ນກັບເງິນເຟີ້ ກໍພໍໄດ້ຂາຍຂາຍບໍ່ໄດ້ ກໍຂາດທຶນໄປ.”

ຊາວລາວທ່ານນຶ່ງ ໄດ້ໃຫ້ຄວາມເຫັນວ່າສິນຄ້າ ໃນລາວສ່ວນໃຫຍ່ພົບບັນຫາ ບໍ່ມີຕລາດຮອງຮັບບໍ່ມີການກະຈາຍ ໄປຕ່າງແຂວງທີ່ຫຼາກຫຼາຍ ສ່ວນນຶ່ງກໍເປັນຍ້ອນວ່າ ພາກຣັຖບໍ່ໄດ້ເຂົ້າມາສົ່ງເສີມ ຊ່ອຍເຫຼືອໃຫ້ຊາວກະສິກອນ ມີຕລາດຂາຍສິນຄ້າ ທີ່ກ້ວາງຂຶ້ນເມື່ອເຖີງຣະດູການ ຈຶ່ງເຮັດໃຫ້ສິນຄ້າພືດຜັກລາວຂາຍຍາກ.

“ຣັຖບານເພິ່ນກໍບໍ່ໄດ້ມີເຣື່ອງວິຊາການ ບໍ່ເຄີຍເຮັດບໍ່ເຄີຍວ່າວ່າຊັ້ນສະເນາະ ຕລາດນີ້ແຫຼະມັນຖືວ່າບໍ່ມີຄັນຫາກວ່າມັນມີຕລາດ ຈຳໜ່າຍຫັ້ນນ່າລົງທຶນຫຍັງຕ່າງໆ ເຮົາສາມາດຜລິດໃຫ້ໄດ້.

ເຈົ້າໜ້າທີ່ ຜແນການຄ້າໃນແຂວງຊຽງຂວາງ ກ່າວວ່າປັດຈຸບັນນີ້ ພືດຜັກໃນຊຽງຂວາງ ກໍຍັງບໍ່ພົບບັນຫາຫຍັງສະພາບ ຍັງປົກກະຕິ ແຕ່ຖ້າຫາກວ່າສິນຄ້າ ພືດຜັກລົ້ນຕລາດແທ້ ທາງການກໍມີການຊ່ອຍເຫຼືອ ຫາຕລາດຮອງຮັບໃຫ້ຢູ່ ໂດຍສົ່ງອອກໄປແຂວງໃກ້ຄຽງ.

“ຍັງບໍ່ໄດ້ຍີນຂ່າວຄາວແນວໃດ ຍັງປົກກະຕິຢູ່ຖ້າວ່າ ມັນລົ້ນຕລາດພາຍໃນເພິ່ນຍັງມີຕລາດ ແຂວງໃກ້ຄຽງກໍຍັງມີຄວາມຮອງຮັບ ສາມາດຮອງຮັບໄດ້ຢູ່.

ໃນໄລຍະທີ່ຜ່ານມາ ຣັຖບານກໍໄດ້ມີຄວາມພະຍາຍາມ ໃນການຈໍາກັດການນໍາເຂົ້າພືດຜັກ ບາງຊະນິດເຊັ່ນ ຜັກກະລໍ່າປີດອກຂຽວ, ຜັກກະລໍ່າປີດອກຂາວ, ຜັກກະລໍ່າປີ, ຫົວຜັກທຽມ, ຫົວຜັກບົ່ວ, ໝາກເພັດ ແລະ ຜັກກາດຂາວ ທີ່ຊາວກະສິກອນສາມາດຜລິດເອງໄດ້ ແລະໄດ້ຫຼາຍເພື່ອເປັນການສົ່ງເສີມພາຍໃນໃຫ້ມີຄວາມເຂັ້ມແຂງ ແລະຫຼາຍຂຶ້ນສາມາດໃຫ້ຄົນລາວ ທຳມາຫາກິນກຸ້ມຕົນເອງໄດ້ ແລະຍັງສາມາດຜລິດເປັນສິນຄ້າ ຢູ່ພາຍໃນໄດ້ໂດຍບໍ່ຈຳເປັນ ຕ້ອງນຳສິນຄ້າຈາກຕ່າງປະເທດເຂົ້າມາ.

ນອກນີ້ພາກຣັຖ ກັບບໍ່ໄດ້ສົ່ງເສີມສິນຄ້າ ພາຍໃນໃຫ້ກະຈາຍສິນຄ້າ ໄດ້ຕາມຕລາດໃຫ້ກ້ວາງຫຼາຍຂຶ້ນ ຈຶ່ງເຮັດໃຫ້ຊາວກະສິກອນ ຍັງຕ້ອງການຄວາມຊ່ອຍເຫຼືອ ຈາກຣັຖບານບໍ່ວ່າ ຈະເປັນເຣື່ອງສະຖານທີ່ ຈຳໜ່າຍສິນຄ້າ, ການຝຶກອົບຮົມກ່ຽວກັບການໃຊ້ເຕັກນິກ ໃນການຜລິດ ແລະຂາຍສິນຄ້າ, ການໂຄສະນາ ແລະສົ່ງເສີມການຊື້-ຂາຍ ສິນຄ້າໃຫ້ເປັນທີ່ຮູ້ຈັກ ຂອງປະຊາຊົນ ພາຍໃນປະເທດ ລວມເຖິງການໃຫ້ເງິນສນັບສນູນ ເພື່ອຍົກລະດັບການຜລິດສິນຄ້າ ໃຫ້ໄດ້ຄຸນນະພາບ ມາຕຖານສາກົລ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.