ບໍຣິສັດ ຍອດງື່ມ ເຣີ່ມນຳນໍ້າມັນ ອອກຈຳໜ່າຍ ໃນລາຄາຖືກ ຢູ່ຊຽງຂວາງ
2023.09.15
ໃນວັນທີ 12 ກັນຍາ ທີ່ຜ່ານມາ ບໍຣິສັດ ຍອດງື່ມ ພາວເວີ້ ມະຫາຊົນ ໄດ້ເຣີ່ມຈໍາໜ່າຍ ນໍ້າມັນແອັດຊັງທັມມະດາ ພາຍໃນແຂວງຊຽງຂວາງ ແລະ ແຂວງໃກ້ຄຽງ ຜ່ານປໍ້ານໍາມັນຕົວແບບ ແລະ ນໍ້າມັນຕົວແທນ ຂອງບໍຣິສັດ ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ເຊິ່ງລາຄາຕໍ່າກວ່າ ນໍ້າມັນແອັດຊັງ ສໍາເລັດຮູບ ທີ່ນໍາເຂົ້າຈາກຕ່າງປະເທດ ປະມານ 930–1,500 ກີບຕໍ່ລິດ.
ເຈົ້າໜ້າທີ່ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຂາຍທົ່ວໄປເລີຍເນາະ ຂາຍໃຫ້ບໍຣິສັດ ຈໍາໜ່າຍພາຍໃນຫັ້ນແຫຼະ ແຂວງອື່ນກໍຂາຍ. ເຮົາຂຍາຍໄປຢູ່ໄຊສົມບູນ ກັບ ປາກຊັນ. ແມ່ນແຫຼະ ຖືກ່ອນ ອາ ຢູ່ປະມານ 1,500 ກີບ ຕໍ່ລິດ. ແມ່ນແຫຼະ ຄຸນະພາບຄືກັນ ກວດສອບ ໄດ້ເນາະ ເພາະວ່າ ຕົ້ນທຶນເຮົາຕໍ່າເດ້. ຕົ້ນທຶນເຮົາ ເຮົາຊື້ມາເປັນລອດໃຫຍ່ເດ້. ເອົາໃສ່ເຮືອມາເປັນລອດໃຫຍ່ເດ້ ເຮົາມີຄູ່ສັນຍາ ສົ່ງວັດຖຸດິບໃຫ້ເຮົາ ຊື້ມາເທື່ອນຶ່ງຫຼາຍລ້ານ. ເຮົາໄດ້ຕົ້ນທຶນຕໍ່າ.”
ທ່ານ ກ່າວຕື່ມວ່າ ປັດຈຸບັນ ທາງບໍຣິສັດ ໄດ້ນໍາເຂົ້າວັດຖຸດິບ ຈາກປະເທດໄທຍ ແລະ ນໍາໄປເກັບຮັກສາໄວ້ ຢູ່ສາງທີ່ເຊົ່າໄວ້ ທີ່ປະເທດວຽດນາມ ໃນແຕ່ລະເດືອນ ສາມາດຜລິດນໍ້າແອັດຊັງທັມມະດາ ໄດ້ປະມານ 10 ລ້ານ ລິດຕໍ່ເດືອນ ແລະ ຄາດວ່າ ຈະເພີ່ມກໍາລັງການລຜິດ ໃຫ້ໄດ້ເປັນ 30 ລ້ານ ລິດຕໍ່ເດືອນ.
ໄລຍະທໍາອິດ ທາງບໍຣິສັດ ໄດ້ສົ່ງນໍ້າມັນໃຫ້ປໍ້ານໍ້າມັນ ຢ່າງໜ້ອຍ 3 ແຫ່ງ ໃນເຂດເທສບານເມືອງແປກ ແຂວງຊຽງຂວາງ ເປັນຕົ້ນ ນໍ້າມັນເຊືອໄຟລາວ.
ເຈົ້າໜ້າທີ່ກ່ຽວຂ້ອງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ໄດ້ກ່າວວ່າວ່າ:
“ແມ່ນແຫຼະ ເພີ່ນຈັດໂປໂມຊັ້ນ ສະເພາະອາທິດນີ້ ບໍ່ ເປັນນໍ້າມັນທີ່ຂະເຈົ້າປຸງແຕ່ງ ຢູ່ຊຽງຂວາງນີ້ໄດ້ນ່າ. ຢູ່ໃກ້ໆ ນີ້ແຫຼະ ປະມານ 800-900 ນີ້ແຫຼະ ອື້ ແມ່ນແຫຼະ ຊ້ວງນີ້ໂປໂມຊັ້ນ ຊື່ໆເດ້. ບໍ່ແມ່ນຖາວອນເດີ ໂຕນີ້ນ່າ. ໃນເຄືອຂ່າຍຂອງນໍ້າມັນ ເຊື້ອໄຟລາວ ບໍ່ແມ່ນທຸກປໍ້າເດີ. ຍັງບໍ່ມີເດີ້ ຍັງທົດລອງຢູ່ປໍ້າດຽວ ປໍ້າໃຫຍ່ ຢູ່ນີ້ ແລ້ວໂຕແທນອີກ 2-3 ປໍ້າ. ໂດຍລວມ ກໍປະມານ 5-6 ປໍ້ານີ້ແຫຼະ ໂຕເມືອງ.”
ອີງຕາມການຣາຍງານ ຂອງຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ສາຂາແຂວງຊຽງຂວາງ ໃນວັນທີ 13 ກັນຍາ ທີ່ຜ່ານມາ, ນໍ້າມັນຕົວແບບ ແລະ ນໍ້າຕົວແທນ ຂອງຣັຖວິສາຫະກິຈ ເຊື້ອໄຟລາວ ໄດ້ເປີດຈໍາໜ່າຍນ້ຳມັນແອັດຊັງ ໃນລາຄາຖືກລົງ ຈາກ 23,400 ກີບຕໍ່ລິດ ເປັນ 22,470 ກີບ ຕໍ່ລິດ ເຊິ່ງທີ່ຜ່ານມາ ລາຄານໍ້າມັນແອັດຊັງ ຢູ່ຕາມທ້ອງຕລາດ ທີ່ 23,210 ກີບຕໍ່ລິດ.
ປະຊາຊົນ ພໍໃຈໃນຄຸນນະພາບນໍ້າມັນ ໃນເບື້ອງຕົ້ນ. ຊາວບ້ານ ຢູ່ບ້ານໂພນງາມໃຕ້ ເມືອງແປກກ່າວວ່າ:
“ຫຼຸດລົງປະທານຢູ່ 900 ກວ່າ ກີບ ຄົນພື້ນທີ່ໄດ້ໃຊ້ຢູ່. ເພິ່ນກໍາລັງສໍາຮອງຢູ່ດຽວນີ້ ມີ 2-3 ປໍ້າ. ພາຍໃນໂຕເມືອງ ເມືອງແປກນີ້ເນາະ ແຂວງຊຽງຂວາງ ພຽງພໍຢູ່ຫັ້ນນ່າ. ກໍກໍາລັງເຣີ່ມເອົາມາຢູ່ເທື່ອລະໜ້ອຍ ເທື່ອລະໜ້ອຍມາ. ອາ ເຂົາເຣີ່ມເປີດໂຮງງານມາ 1-2 ປີນີ້ແຫຼະມັ້ງ. ເປີດຂາຍນໍ້າທັນແທ້ ກໍຫາເດືອນນີ້ເນາະ. ເຂົາວ່າ ໂອເຄຢູ່ ກໍບໍ່ມີໃຜຕໍານິຫຍັງຫັ້ນນ່າເນາະ. ກໍຖືວ່າ ໃຊ້ປົກກະຕິ ກໍຍັງບໍ່ມີບັນຫາຫຍັງກ່ຽວກັບຣັຖຫັ້ນນ່າ.”
ການຂາຍນໍ້າມັນ ລາຄາຕໍ່າກວ່າທ້ອງຕລາດ ຢູ່ໃນໄລຍະທໍາອິດ ແລະ ຍັງບໍ່ທັນທົ່ວເຖິງເທົ່າທີ່ຄວນ, ສະນັ້ນ ປະຊາຊົນຢູ່ໃນເຂດເທສບານ ຍັງຈໍາເປັນຕ້ອງໃຊ້ນໍ້າມັນເຊື້ອໄຟ ນໍາເຂົ້າ ຕາມຂໍ້ກໍານົດຂອງຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ.
ຊາວບ້ານໂພນງາມ ເມືອງແປກ ແຂວງຊຽງຂວາງ ກ່າວວ່າ:
“ເຂົາກໍສົ່ງມາຈາກໄທຍ. ຈາກວຽງຈັນນີ້ແຫຼະ ແມ່ນຄາລານີ້ 24 ພັນປາຍ ຄື ກັນ. ລາຄາເທົ່າດຽວໝົດນ່າ ແມ່ນໄປຕລາດນີ້ເຫັນ ແຕ່ຮ້ານເຂົາຂາຍນໍ້າມັນນີ້ນ່າ. ເຂົາຕິດລາຄານີ້ເທົ່າດຽວໝົດນີ້ນ່າ ຖ້າວ່າ ຫຼຸດກໍຫຼຸດ 100-200 ນ່າ ບໍ່ຫຼຸດຫຼາຍ. ຣັຖວິສາຫະກິຈນີ້ກໍ ຖ້າຫຼຸດກໍຫຼຸດ 50 ກີບ 20 ກີບ ນີ້ແຫຼະ. ອື້ ຫຼຸດໜ້ອຍນຶ່ງນ່າ ບໍ່ຫຼຸດຫຼາຍ.”
ປັດຈຸບັນ ນໍ້າມັນເຊື້ອໄຟ ທີ່ຂາຍຕາມທ້ອງຕລາດ ຢູ່ແຂວງທາງພາກເໜືອຂອງປະເທດລາວ ມີລາຄາສູງກວ່າ ນໍ້າມັນເຊື້ອໄຟ ຂາຍຢູ່ນະຄອນຫລວງວຽງຈັນ ແລະ ແຂວງພາກໃຕ້ ເນື່ອງຈາກພື້ນທີ່ທາງພາກເໜືອ ການຂົນສົ່ງລໍາບາກ ແລະ ຂ້ອນຂ້າງໄກ ເຮັດໃຫ້ຕົ້ນທຶນ ສູງຂຶ້ນຢ່າງຕໍ່ເນື່ອງ.
ຄົນຂັບຣົຖບັນທຸກສິນຄ້າ ລະຫວ່າງ ນະຄອນຫລວງວຽງຈັນ ແລະ ແຂວງຊຽງຂວາງ ກ່າວວ່າ:
“ເຫັນຂະເຈົ້າແຈ້ງວ່າ ມັນຊິຂຶ້ນເນາະ ແຕ່ເອື້ອຍບໍ່ຮູ້ແລ້ວວ່າ ມັນຂຶ້ນເທົ່າໃດແລ້ວ. ເຫັນຂະເຈົ້າແຈ້ງວ່າ ມັນຊິຂຶ້ນ ແຕ່ເອື້ອຍບໍ່ຮູ້ວ່າ ມື້ນີ້ຂະເຈົ້າຂຶ້ນແລ້ວຫຼືບໍ່. ກໍບໍ່ ນໍ້າມັນສ່ວນຫຼາຍໂຕທີ່ວ່າ ເຂົາໃຊ້ຂາຍຢູ່ນີ້ທົ່ວໄປ ກໍຍັງແມ່ນໂຕນໍາເຂົ້າຢູ່ເດ້. ເອີ ຍັງມີພວກ ປຕທ ແມ່ນບໍ່ມີພວກເຊື້ອໄຟລາວຈັ່ງຊີ້ນ່າ ແຕ່ບໍ່ຮູ້ວ່າ ແມ່ນ 28 ປາຍ ຊີ້ນ່າ. ມັນມີແອັດຊັງພິເສດ ກັບແອັດຊັງທັມມະດາເນາະ.”
ກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ອອກປະກາດ ວັນທີ 14 ກັນຍາ 2023 ວ່າ ຈະມີການປັບປຸງຂຶ້ນລາຄານໍ້າມັນ ແອັດຊັງພິເສດ 610 ຕໍ່ລິດ, ແອັດຊັງທັມມະດາ 470 ກີບຕໍ່ລິດ ແລະ ກາຊ້ວນ 580 ກີບ.
ບໍຣິສັດ ຍອດງື່ມ ພາວເວີ້ ມະຫານຊົນ ສ້າງຕັ້ງຂຶ້ນໃນເດືອນພຶສຈິກາ 2021, ມີທຶນຈົດທະບຽນ 150 ຕື້ກີບ ຢູ່ບ້ານຍອດງື່ມ ເມືອງແປກ ແຂວງຊຽງຂວາງ ເຊິ່ງບໍຣິສັດດັ່ງກ່າວ ໄດ້ດໍາເນີນກິຈການ ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ປະເພດນໍ້າມັນກະຊ້ວນ ແລະ ນໍ້າມັນແອັດຊັງ.
ນອກຈາກນີ້ ບໍຣິສັດດັ່ງກ່າວ ຍັງໄດ້ເຊັນສັນຍາ ຊື້ວັດຖຸດິບຫຼັກ ຈາກໂຮງງານກັ່ນນໍ້າມັນ iRPC ປະເທດໄທຍ ແລະ ໄດ້ເຊັນສັນຍາ ຮ່ວມມືກັບກຸ່ບໍຣິສັດ DKC Petroleum ປະເທດວຽດນາມ ເພື່ອນໍາໃຊ້ສາງເກັບນໍ້າມັນ ຢູ່ທ່າເຮືອ DKC Petroleum ເມືອງວິ້ງ ແຂວງເງ່ອານ ປະເທດວຽດນາມ.