ແກ້ງສໍ້ໂກງ ທາງອອນລາຍ ອອກອາລະວາດ ຢູ່ຊຽງຂວາງ

ໄຊຍາ
2024.05.01
ແກ້ງສໍ້ໂກງ ທາງອອນລາຍ ອອກອາລະວາດ ຢູ່ຊຽງຂວາງ ຮູບປະກອບ ເຊິ່ງແມ່ນປະຊາຊົນຕິດຕໍ່ພົວພັນວຽກງານ ທີ່ຫ້ອງການຕຳຫຼວດແຫ່ງໜຶ່ງ. ເດືອນເມສາ ປີ 2024.
ນັກຂ່າວພົນລະເມືອງ

ການສໍ້ໂກງຊັບ ທາງສື່ສັງຄົມອອນລາຍ ລະບາດໜັກຢູ່ແຂວງຊຽງຂວາງ ຈົນເຮັດໃຫ້ມີຜູ້ເສຍຫາຍ ຈຳນວນໜຶ່ງ ຍ້ອນຫຼົງເຊື່ອຕໍ່ກົນອຸບາຍ ຂອງກຸ່ມຄົນບໍ່ຫວັງດີ ທີ່ຕົວະຍົວະຫຼອກລວງ. ຫຼ້າສຸດກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ອອກແຈ້ງເຕືອນປະຊາຊົນ, ອົງການ ແລະ ສຳນັກງານ ທຸກຫົວໜ່ວຍທັງພາຍໃນ ແລະຕ່າງປະເທດໃຫ້ມີສະຕິລະວັງຕົວ.

ດັ່ງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງຊຽງຂວາງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 01 ພຶດສະພານີວ່າ:

“ແມ່ນ ມີໆ ກາລະບາດຫັ້ນແຫຼະ ການສໍ້ໂກງແບບຕົວະຢືມເອົາກັນ ບໍ່ໄປທາງຂໍ້ຄວາມໂທລະສັບ ກາຫຼາຍແນວຫັ້ນແຫຼະ. ບາງເທື່ອກາຄົນຕ່າງປະເທດ ມາຕົວະກັນແດ່.

ທ່ານກ່າວຕື່ມວ່າ ສາເຫດທີ່ຕ້ອງອອກມາແຈ້ງເຕືອນ ປະຊາຊົນກາຍ້ອນວ່າມີປະຊາຊົນ ຈໍານວນໜຶ່ງຖືກຕົວະຍົວະ ໃຫ້ໂອນເງິນດ້ວຍຮູບແບບຕ່າງໆ ເຊິ່ງປະຈຸບັນກຳລັງເລັ່ງເກັບກຳຂໍ້ມູນວ່າ ດຽວນີ້ມີຜູ້ເສຍຫາຍຫຼາຍປານໃດ. ດັ່ງນັ້ນຈຶ່ງໄດ້ອອກແຈ້ງເຕືອນປະຊາຊົນກ່ອນເພື່ອບໍ່ໃຫ້ຫຼົງເຊື່ອໄປຫຼາຍກ່ວານີ້.

ສໍາລັບຮູບແບບໃນການສໍ້ໂກງຊັບ ທາງສື່ສັງຄົມອອນລາຍ ທີ່ພົບເຫັນໃນປະຈຸບັນ ກໍມີຢູ່ຫຼາຍຮູບແບບເຊັ່ນການໂຄສະນາຂາຍເລກ 6 ຕົວ ທັງເລກລາວ, ເລກຫວຽດນາມ ແລະ ເລກໄທ ໂດຍມີການສົ່ງຂໍ້ຄວາມຜ່ານວັອດແອັບ. ຖ້າຫາກຕ້ອງການຖືກເລກ 6 ຕົວຈະຕ້ອງໄດ້ໂອນເງິນໃຫ້ກຸ່ມຄອນເຊັນເຕີ້ເພືື່ອລົງທະບຽນ ແຕ່ສຸດທ້າຍບໍ່ຖືກເລກ ບໍ່ໄດ້ທັງເງິນ.

ການໂຄສະນາ ປ່ອຍເງິນກູ້ຢືມທາງອອນລາຍ ໂດຍກຸ່ມຄອນເຊັນເຕີ້ ໄດ້ມີການປອມເຟສບຸກ ຂອງບັນດາທະນາຄານໃນລາວ ເປັນຕົ້ນທະນາຄານ ຮ່ວມພັດທະນາ, ພັດທະນາລາວ ແລະ ສົ່ງເສີມກະສິກຳ ໂດຍການກູ້ຢືມ ບໍ່ມີຫຼັກຊັບຄໍ້າປະກັນ ພຽງແຕ່ໃສ່ບັດປະຈຳຕົວ ຫຼືສຳມະໂນຄົວ.

ຮູບການເປີດບໍລິສັດ ເປັນສາກບັງໜ້າເພື່ອແອບອ້າງ ກູ້ມຢືມເງິນຈາກຜູ້ຖືກເສຍຫາຍ ໂດຍຄິດໄລ່ອັດຕາດອກເບັ້ຍສູງ ກ່ວາທະນາຄານກຳນົດເມື່ອມີຜູ້ຫຼົງເຊື່ອ ແລະໃຫ້ກູ້ຢືມເງິນເປັນຈຳນວນຫຼາຍ ພວກເຂົາກໍ່ເອົາຕົວລົບໜີ ແລະ ບໍລິສັດ ດັ່ງກ່າວກາບໍ່ມີຕົວຕົນ.

ການແອບອ້າງ ເປັນພະນັກງານທະນາຄານໃດໜຶ່ງ ແລ້ວແຊັດມາຫາຜູ້ເສຍຫາຍ ແລ້ວແຈ້ງວ່າບັນຊີຂອງທ່ານບໍ່ສາມາດເຄື່ອນໄຫວ ໄດ້ຕ້ອງໄດ້ປະກອບຂໍ້ມູນນຳທະນາຄານຄືນໃໝ່ ເປັນຕົ້ນບັດປະຈຳຕົວ, ບັນຊີ, ລະຫັດບັນຊີ ຫຼື ອື່ນໆ ພາຍຫຼັງທີ່ກຸ່ມຄອນເຊັນເຕີ້ໄດ້ຂໍ້ມູນລະອຽດ ແລ້ວບັນຊີຂອງຜູ້ເສຍຫາຍ ຈະມີການໂອນເງິນອອກໂດຍບໍ່ຮູ້ສາເຫດ.

ປັດຈຸບັນການສໍ້ໂກງ ຂອງແກ້ງຄອນເຊັນເຕີ້ ແມ່ນມາທຸກຮູບແບບແທ້ ແລະ ມີການໂຄສະນາຢ່າງໜັກທາງສື່ສັງຄົມອອນລາຍ ເຊັ່ນເຟສບຸກ ແລະ ຂໍ້ຄວາມໂທລະສັບ ຖ້າມີຄົນຫຼົງເຊື່ອຕໍ່ການໂຄສະນາ ດັ່ງກ່າວກໍ່ອາດເສຍເງິນ ແລະຊັບສິນ ໃຫ້ກັບແກ້ງຄອນເຊັນເຕີ້ໄດ້.

ດັ່ງຊາວແຂວງຊຽງຂວາງ ນາງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເຫັນແຕ່ເຂົາໂຄສະນາຢູ່ໃນໂທລະສັບວ່າ ກູ້ຢືມເງິນແບບອອນລາຍ ປະມານໜຶ່ງຊົ່ວໂມງ ເງິນເຖິງມືທ່ານເຂົາວ່າຢ່າໄປຫຼົງເຊື່ອເດີ້ ແລ້ວແມ່ກາບໍ່ໄດ້ໃສ່ໃຈເຂົາເນາະ ແມ່ນບາງຄົນກາຫຼົງເຊື່ອໄປຫຼອກລວງແບບງ່າຍ ແລ້ວເຂົາກາຫຼົງເຊຶ່ອແບບຂະເຈົ້າງ່າຍເນາະ.”

ການໂຄສະນາຫຼອກລວງ ຢູ່ທາງເຟສບຸກແລະຂໍ້ຄວາມທາງໂທລະສັບ ຫຼືບາງຄັ້ງກໍ່ໂທລະສັບ ເຂົ້າມາເລີຍແຕ່ໂດຍສ່ວນຕົວທ່ານ ກໍ່ບໍ່ໄດ້ສົນໃຈ ເພາະຮູ້ຢູ່ແລ້ວວ່າເປັນແກ້ງຄອນເຊັນເຕີ້.

ດັ່ງຊາວຊຽງຂວາງທີ່ປະສົບກັບເຫດການນີ້ ທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

“ໂອ້ຍເຫັນລົງເຟສບຸກ ຢູ່ແຕ່ວ່າກາບໍ່ໄດ້ບໍ່ໄດ້ເບິ່ງຫັ້ນນ່າ ສົ່ງຂໍ້ຄວາມມາກາຕັດຖິ້ມ.”

ຖ້າເວົ້າເລື່ອງຄວາມປອດໄພ ຂອງໝາຍເລກໂທລະສັບ ແລະສື່ສັງຄົມອອນລາຍ ໃນປະຈຸບັນນີ້ ຂ້ອນຂ້າງທີ່ຈະບໍ່ມີຄວາມປອດໄພປານໃດ ເພາະທັງການໂຄສະນາຕົວະຍົວະ ຫຼອກລວງ, ການສົ່ງຂໍ້ຄວາມທາງໂທລະສັບ ເພື່ອໃຫ້ກົດລິ້ງຕ່າງໆ ເຊິ່ງໜ້າເປັນກົງວົນຫຼາຍ ຖ້າມີຄົນຫຼົງເຊື່ອໂດຍສະເພາະ ຄົນສູງອາຍຸແລະຄົນບໍ່ຮູ້ໜັງສື.

ດັ່ງຊາວຊຽງຂວາງ ອີກທ່ານໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເລື່ອງຄວາມປອດໄພ ນີ້ກາບໍ່ຢາກຄັກປານໃດ ເພາະວ່າມັນສົ່ງຂໍ້ຄວາມເຂົ້າມາຕະຫຼອດ ໂດຍສະເພາະສິນເຊື່ອບໍ່ແມ່ນຫຍັງຕ່າງໆ ແຫຼະມັນເປັນການໂຄສະນາ ແບບສົ່ງເປັນ 10-20 ເທື່ອ.”

ລັດຖະບານລາວ ຄວນປາບປາມຢ່າງຈິງຈັງ ແລະເດັດຂາດຕໍ່ກຸ່ມຄົນ ບໍ່ຫວັງດີທີ່ເຂົ້າມາເຄື່ອນໄຫວ ຢູ່ໃນປະເທດລາວ ເພາະບໍ່ພຽງແຕ່ປະຊາຊົນລາວ ໃນແຂວງຊຽງຂວາງ ເທົ່ານັ້ນ ທີ່ຕົກເປັນເຫຍື່ອ ແຕ່ປະຊາຊົນລາວໃນທົ່ວປະເທດ ມີຄວາມສ່ຽງສູງ ທີ່ຈະຖືກສໍ້ໂກງຊັບທາງສື່ສັງຄົມອອນລາຍ.

ດັ່ງຊາວນະຄອນຫຼວງວຽງຈັນ ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

“ເລື່ອງນີ້ກາໜ້າເປັນຫ່ວງຄືກັນແຫຼະ ເພາະວ່າຄົນລາວເອັງກາຍັງຖືກຫຼອກລວງ ຢູ່ຄືກັນເລື່ອງຄອນເຊັນເຕີ້ເລື່ອງແມ່ນຫຍັງນີ້. ຫຼາຍພາກສ່ວນຕ້ອງຮ່ວມມືກັນຢ່າງເອົາຈິງ ເອົາຈັງຫັ້ນແຫຼະຊ່ອຍກັນປາບເລື່ອງອາດຊະຍາກຳ.”

ສປປ ລາວ ຖືເປັນໜຶ່ງໃນປະເທດທີ່ມີການກໍ່ອາດຊະຍາກໍາ ໃນຫຼາຍຮູບແບບ ເຊິ່ງປັດຈຸບັນກາຍັງຕົກຢູ່ໃນບັນຊີ ຕິດຕາມແບບໃກ້ຊິດ ແລະເຂັ້ມງວດຂອງອົງການ ຕ້ານການຟ໋ອກເງິນສາກົນ ຂອງກຸ່ມປະເທດ ອາຊີ-ແປຊີຟິກ ເພາະບໍ່ສາມາດປະຕິບັດຕາມ ມາດຕະການການປະເມີນຄວາມສ່ຽງ ລະດັບຊາດ ດ້ານການຟອກເງິນຕິດພັນ ກັບໄພຂົ່ມຂູ່ຫຼືການກະທໍາຜິດ ທາງອາຍາ ທີ່ມີຄວາມຊ່ຽງຕໍ່ການຟອກເງິນ.

ນອກຈາກນີ້ ທາງການລາວກາຍັງມີການຈັບກຸມຕົວແກ້ງຄອນເຊັນເຕີ້ ທີ່ເຂົ້າມາເຄື່ອນໄຫວ ຢູ່ໃນປະເທດໃນຂໍ້ຫາສໍ້ໂກງໂທລະຄົມມະນາຄົມ ຂ້າມພົມແດນ ເປັນຕົ້ນໃນວັນທີ 23 ເມສາ 2024 ນີ້ຫ້ອງການຂໍ້ມູນຂ່າວສານ ສະພາແຫ່ງລັດຈີນ ກໍ່ໄດ້ລາຍງານວ່າ ສປປ ລາວ ສົ່ງຕົວຜູ້ຕ້ອງຫາຄົນຈຳນວນ 250 ຄົນພ້ອມກັບໄດ້ຍຶດຂອງກາງ ເປັນໂທລະສັບມືຖື ແລະຄອມພີວເຕີ້ ປະມານ 1,000 ເຄື່ອງ ທີ່ໃຊ້ໃນການກໍ່ເຫດອາດຊະຍາກຳ ດັ່ງກ່າວໃຫ້ກັບທາງການຈີນ.

ໃນເດືອນກຸມພາ ປິ 2024 ທີ່ຜ່ານມານີ້ທາງການລາວ ໄດ້ມອບຕົວຜູ້ຕ້ອງຫາຄົນຈີນຈໍານວນ 268 ຄົນໃນຂໍ້ຫາສໍ້ໂກງໂທລະຄົມມະນາຄົມ ຂ້າມພົມແດນເຊິ່ງຄົນຈີນທີ່ຖືກຈັບໄດ້ນັ້ນ ສ່ວນຫຼາຍຈະຢູ່ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ແລະ ໃນນະຄອນຫຼວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.