ວັນທີ 09 ສິງຫາ 2024 ເຈົ້າແຂວງ ແຂວງບໍ່ແກ້ວ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງເທັກໂນໂລຢີ ແລະ ການສື່ສານ, ກະຊວງແຜນການ ແລະ ການລົງທືນ ແລະ ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ເຂົ້າຮ່ວມກອງປະຊຸມດຳເນີນການລົບລ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມ ຫຼື Call Center ຂ້າມຊາດຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ເພື່ອລົບລ້າງບັນດາຫົວໜ່ວຍທີ່ຍັງສືບຕໍ່ເຄື່ອນໄຫວສໍ້ໂກງທາງໂທລະຄົມພາຍໃນເຂດນັ້ນ.
ໃນກອງປະຊຸມ ເນື້ອໃນບາງຕອນສໍາຄັນລະບຸວ່າ ນັບແຕ່ວັນທີ 9 ເຖີງ 25 ສິງຫາ 2024 ໃຫ້ບັນດາຫວົໜ່ວຍທີ່ຍັງສືບຕໍ່ເຄື່ອນໄຫວສໍ້ໂກງທາງໂທລະຄົມ ຫຼື Call Center ຢຸດເຊົາການເຄືອ່ນໄຫວດັ່ງກ່າວຢ່າງເດັດຂາດພ້ອມທັງຮື້ຖອນອຸປະກອນເທັກນິກຮັບໃຊ້ໃຫ້ແກ່ການເຄື່ອນໄຫວສໍ້ໂກງທາງໂທລະຄົມອອກຈາກອາຄານທັງໝົດ.
ຫຼັງຈາກວັນທີ 25 ສິງຫາ 2024 ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບຈະຈັດຕັ້ງຄະນະສະເພາະກິດດຳເນີນການກວດກາຈັບກຸມບັນດາຫົວໜ່ວຍທີ່ຝ່າຝືນ ສືບຕໍ່ເຄື່ອນໄຫວສໍ້ໂກງທາງໂທລະຄົມດຳເນີນຄະດີຕາມກົດໝາຍ. ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະຫງົບ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 12 ສິງຫາ ນີ້ວ່າ.
“ ໃຫ້ເວລາເນາະວັນທີ 9 ຫາ ວັນທີ 25 ກຸ່ມນີ້ແມ່ນໃຫ້ລົບລ້າງໝົດເນາະໃຫ້ຂົນເຄື່ອງຍົກຍ້າຍອອກຫັ້ນແຫຼະແລ້ວສ່ວນຫຼາຍນີ້ມັນຈະເປັນຄົນຈີນກໍ່ມີແລ້ວກໍ່ຫວຽດນາມຄົນສັນຊາດໄທ ຄົນສັນຊາດມາເລ ອິນໂດ ຫຼັງຈາກນັ້ນເຂົາຈະແຕ່ງຕັ້ງຄະນະສະເພາະກິດແລ້ວກວດກາຕົວຈິງ”
ຕົກມາຮອດປີ 2024 ພົບວ່າຍັງມີບັນດາຫົວໜ່ວຍສືບຕໍ່ເຄື່ອນໄຫວສໍ້ໂກງທາງໂທລະຄົມເພີ່ມຂື້ນຈາກ 305 ຫົວໜ່ວຍໃນທ້າຍປີ 2022 ມາເປັນ 400 ຫົວໜ່ວຍໃນປີ 2024. ດັ່ງນັ້ນຈຶ່ງສົມທົບກັບທາງການຈີນ ແລະ ຫວຽດນາມຮື້ຖອນ 9 ຄັ້ງ ແລ້ວມ້າງໄດ້ 240 ຫົວໜ່ວຍ. ໃນນັ້ນຫັນປ່ຽນມາເປັນຄາສິໂນອ໋ອນລາຍ 37 ຫົວໜ່ວຍຄາດການວ່າຍັງເຄື່ອນໄຫວສໍ້ໂກງທາງໂລະຄົມປະມານ 100 ປາຍຫົວໜ່ວຍທີ່ຕ້ອງໄດ້ຢຸດເຊົາການເຄື່ອນໄຫວສໍ້ໂກງທາງໂທລະຄົມ. ດັ່ງເຈົ້າໜ້າທີ່ກະຊວງປ້ອງກັນຄວາມສະຫງົບກ່າວຕື່ມວ່າ.
“ ຄອລເຊັນເຕີ້ໝາຍເຖີງໄປຕົວະເຂົາໂດຍກົງເນາະຕົວະເອົາເງິນໂດຍກົງຫັ້ນນ່າສ່ວນຫຼາຍເຂົາໄປຕົວະຄົນຈີນນີ້ຕີ້ລັດຖະບານຈີນຈຶ່ງຮູ້ຈຶ່ງມາຫັນປ່ຽນທຸລະກິດກ່ຽວກັບທີ່ຈະຫັນມາເປັນທຸລະກິດອ໋ອນລາຍຫຼືການພະນັນອ໋ອນລາຍຈະບໍ່ເປັນຄອລເຊັນເຕີ້ກໍ່ຄືກັບຢູ່ເຟສບຸກເຮົາຫັ້ນແຫຼະຈະໂຄສະນາກ່ຽວກັບຊວນມາຫຼີ້ນເກມຫວຍສະລ໋ອດຫຼີ້ນໄພ້ຫຼີ້ນຫຍັງ”
ໃນກອງປະຊຸມຍັງມີເນື້ອໃນລະບຸຕື່ມວ່າທີ່ຜ່ານມາພາກສ່ວນທີ່ກ່ຽວຂ້ອງກັກຕົວຜູ້ຖືກຫາໄດ້ທັງໝົດ 1,389 ຄົນ ຍິງ 83 ຄົນໃນນັ້ນສັນຊາດຈີນ 1,211 ຄົນ ຍີງ 53 ຄົນ. ສັນຊາດຫວຽດນາມ 145 ຄົນ ຍີງ 25 ຄົນ, ສັນຊາດມາເລເຊັຍ 16 ຄົນ ຍີງ 2 ຄົນ, ສັນຊາດ ເອທິໂອເປັຍ 13 ຄົນ, ສັນຊາດພະມ້າ 4 ຄົນ ຍີງ 3 ຄົນ.
ຕໍ່ກັບເປົ້າໝາຍຜູ້ຖືກຫາຈໍານວນທັງໝົດພ້ອມທັງຂອງກາງໄດ້ດໍາເນີນການສ້າງບົດບັນທຶກສົ່ງມອບໃຫ້ເຈົ້າໜ້າທີ່ແຕ່ລະປະເທດທີ່ກ່ຽວຂ້ອງໄປດຳເນີນຄະດີຕາມລະບຽບກົດໝາຍໂດຍຜູ້ຖືກຫາທັງໝົດສ່ວນໃຫຍ່ບໍ່ແມ່ນໂຕການແຕ່ເປັນບຸກຄົນທີ່ຖືກຈ້າງມາເຮັດວຽກສໍ້ໂກງທາງໂທລະຄົມ. ດັ່ງເຈົ້າໜ້າທີ່ກະຊວງປ້ອງກັນຄວາມສະຫງົບກ່າວຕື່ມວ່າ.
“ ບໍ່ແມ່ນໂຕການໝາຍເຖີງຈະເປັນບຸກຄົນຄືຖືກຈ້າງສ່ວນຫຼາຍເຮົານໍາສົ່ງໄປມັນນໍາເຂົາບໍ່ຖືກບໍ່ມີເອກະສານຫຍັງເລີຍເຂົ້າມາລ້າ ໆ ລັກລອບເຂົ້າມາ, ບັນຫາທີ່ວ່າແຈ້ງຈັບຈາກຈີນຍ້ອນວ່າພະນັກງານຄົນຈີນທີ່ມາຕອບແຊັດຫັ້ນນ່າໄປຕົວະໄປຊັກຊວນເຂົາເນາະເຂົາເສັຍຫາຍແລ້ວເຂົາແຈ້ງຕໍ່ເຈົ້າໜ້າທີ່ຂອງເຂົາຫັ້ນແລ້ວຈຶ່ງສືບມາຈຶ່ງມາເຈິຢູ່ລາວຮ່ວມມືກັບລັດຖະບານລາວດຳເນີນການຕິດຕາມຈັບກຸມ”
ປະຊາຊົນຜູ້ຕິດຕາມຂ່າວໄດ້ໃຫ້ຄໍາເຫັນວ່າຊົມເຊີຍທີ່ເຈົ້າໜ້າທີ່ປາບປາມກຸ່ມຄົນສໍ້ໂກງເພື່ອບໍ່ໃຫ້ມີແກ້ຄອລເຊັນເຕີ້ມາຕົວະຍົວະຫຼອກລວງເອົາເງິນຜູ້ອື່ນອີກ.
“ ບໍ່ມີຄົນໂກງຄົນນີ້ກໍ່ດີຫັ້ນແຫຼະຊົມເຊີຍເຈົ້າໜ້າທີ່ເພິ່ນເຮັດຕາມແຜນທິດທາງແຜນການຂອງຂັ້ນເທີງພັກລັດມອບໝາຍໃຫ້ເຂົາເຈົ້າຫັ້ນລະຜ່ານມາກໍ່ມີຢູ່ການໂອນເງິນໃນໂທລະສັບອັນນັ້ນອັນນີ້ເນາະຕົວະເຂົາແບບວ່າໂອນເງິນໃຫ້ສຸດທ້າຍກໍ່ຖືກເຈົ້າໜ້າທີ່ເຮົາຈັບໄດ້ໄລ່ທັນກໍ່ມີ.”
ຜູ້ປະກອບການເຮືອນພັກທີ່ຢູ່ໄກ້ເຂດເສດຖະກິດພິເສດສາມຫຼ່ຽມຄໍາກ່າວວ່າການລົບລ້າງບັນດາຫົວໜ່ວຍທີ່ຍັງສືບຕໍ່ເຄື່ອນໄຫວສໍ້ໂກງທາງໂທລະຄົມພາຍໃນເຂດເທື່ອນີ້ບໍ່ມີຄົນກ້າເຂົ້າໄປເຮັດວຽກໃນເຂດແລ້ວເຮັດໃຫ້ຜູ້ປະກອບການບ້ານພັກ ໂຮງແຮມ ຮ້ານອາຫານ ຂາດລາຍໄດ້ຍ້ອນລູກຄ້າສ່ວນໃຫຍ່ມາຈາກເຂດເສດຖະກິດພິເສດສາມຫຼ່ຽມຄຳ. ດັ່ງທ່ານກ່າວວ່າ.
“ ມີ 2 ດ້ານສະເໝີແຫຼະໜຶ່ງເພາະວ່າບາງເທື່ອມັນກໍ່ມີຜົນກະທົບຫຼາຍຢ່າງຜູ້ທີ່ເຮັດທຸລະກິດບ້ານພັກ ໂຮງແຮມ ຮ້ານອາຫານ ມັນບໍ່ມີຄົນເດ້ບ້ານພັກເຮົາສ່ວນຫຼາຍຄົນໃນເຂດອອກມາພັກດ້ານດີກໍ່ຄືວ່າຫັ້ນແຫຼະບໍ່ໄດ້ຕົວະບໍ່ໄດ້ໄປຫຼອກໄປຕົ້ມຄົນອື່ນ”
ພະນັກງານຕອບຕອບແຊັດຂອງບໍລິສັດຈີນໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາກ່າວວ່າ ຫົວໜ້າຈີນປະກາດຕໍ່ພະນັກງານວ່າບໍ່ໃຫ້ຢ້ານນທີ່ຕົກວຽກ ແລະ ບໍ່ໃຫ້ຢ້ານທີ່ຈະເຮັດວຽກຕອບແຊັດນໍາບໍລິສັດນີ້ຍ້ອນເປັນບໍລິສັດໃຫຍ່ ແລະ ຖືກກົດໝາຍ. ດັ່ງນາງກ່າວວ່າ.
“ ເມື່ອວານນີ້ເຂົາເຈົ້າກໍ່ປະກາດເດ້ເພາະວ່າຂອງເຮົາເປັນບໍລິສັດໃຫຍ່ຢູ່ໃນເຂດສາມຫຼ່ຽມຄຳຖືກຕາມກົດໝາຍບໍ່ຫໃຫ້ແບບຢ້ານວ່າເອີບໍ່ມີວຽກເຮັດງານທຳແລ້ວສິເປັນແບບຄືຈັ່ງບໍລິສັດອື່ນເພາະວ່າບໍລິສັດອື່ນທີ່ເຂົາເຈົ້າມາຈັບຫັ້ນມັນເປັນບໍລິສັດນ້ອຍອີກຢ່າງບໍ່ຖືກກົດໝາຍແດ່”.
ສໍາລັບຮູບແບບການສໍ້ໂກງຊັບທາງໂທລະຄົມທີ່ພົບເຫັນໃນລາວແລະປະເທດອ້ອມຂ້າງກໍ່ຈະມີຢູ່ຫຼາຍຮູບແບບເຊັ່ນການໂຄສະນາຂາຍເລກ 6 ຕົວທັງເລກລາວ, ເລກຫວຽດກນາມ ແລະ ເລກໄທ ໂດຍມີການສົ່ງຂໍ້ຄວາມຜ່ານວ໋ອດແອບ. ຖ້າຫາກຕ້ອງການຖືກເລກ 6 ຕົວຈະຕ້ອງໄດ້ໂອນໃຫ້ກຸ່ມຄອລເຊັນເຕີິ້ເພື່ອລົງທະບຽນແຕ່ສຸດທ້າຍບໍ່ຖືກທັງເລກ ບໍ່ໄດ້ທັງເງິນ.
ການໂຄສະນາປ່ອຍເງິນກູ້ຢືມອ໋ອນລາຍໂດຍກຸ່ມສໍ້ໂກງທາງໂທລະຄົມໄດ້ມີການປອມເຟສບຸກຂອງບັນດາທະນາຄານໃນລາວເປັນຕົ້ນທະນາຄານ ຮ່ວມພັດທະນາ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ. ການກູ້ຢືມບໍ່ມີຫຼັກຊັບຄໍ້າປະກັນພຽງແຕ່ໃສ່ບັດປະຈຳຕົວ ຫຼື ສຳມະໂນຄົວ.
ຮູບການເປີດບໍລິສັດເປັນສາກບັງໜ້າເພື່ອແອບອ້າງກູ້ຢືມເງິນຈາກຜູ້ຖືກເສັຍຫາຍໂດຍຄິດໄລ່ເປັນອັດຕາດອກເບັ້ຍສູງກ່ວາທະນາຄານກຳນົດເມື່ອມີຜູ້ຫຼົງເຊື່ອ ແລະ ໃຫ້ເງິນກູ້ຢືມເປັນຈຳນວນຫຼາຍພວກເຂົາກາເອົາຕົວລົບໜີ ແລະ ບໍລິສັດດັ່ງກ່າວກາບໍ່ມີຕົວຕົນຢູ່ຈິງ.
ການແອບອ້າງເປັນພະນັກງານຂອງທະນາຄານໃດໜຶ່ງແລ້ວແຊັດມາຫາຜູ້ເສັຍຫາຍແລ້ວແຈ້ງວ່າບັນຊີຂອງທ່ານບໍ່ສາ ມາດເຄື່ອນໄຫວໄດ້ຕ້ອງໄດ້ປະກອບຂໍ້ມູນນໍາທະນາຄານຄືນ
ໃໝ່ເປັນຕົ້ນບັດປະຈຳຕົວ, ລະຫັດບັນຊີ ຫຼື ອື່ນ ໆ ພາຍຫຼັງທີ່ກຸ່ມສໍ້ໂກງຊັບທາງໂທລະຄົມໄດ້ຂໍ້ມູນລະອຽດແລ້ວບັນຊີຂອງຜູ້ເສັຍຫາຍຈະມີການໂອນເງິນອອກໂດຍບໍ່ຮູ້ສາເຫດ.