ນາຍົກ ເຈຣະນາ ໃຫ້ຈີນຊ່ວຍຊຸກຍູ້ ສິນຄ້າກະເສດ ຈາກລາວ
2023.09.21
ເມື່ອວັນທີ 17 ກັນຍາທີ່ຜ່ານມາ ດຣ. ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີ ໄດ້ເດີນທາງໄປພົບປະກັບທ່ານ ຫຼານທ່ຽນລີ້ ປະທານເຂດປົກຄອງຕົນເອງ ຊົນເຜົ່າຈ້ວງ ກວາງຊີ ປະເທດຈີນ ເຊິ່ງທັງສອງຝ່າຍເຫັນດີຮ່ວມກັນວ່າ ທາງການລາວ ແລະ ແຂວງກວາງຊີ ຈະມີການຮ່ວມມື ໃນການຊຸກຍູ້ການລົງທຶນ ສ້າງນະໂຍບາຍການຄ້າລາວ-ກວາງຊີ ເພື່ອຂຍາຍຕລາດ ແລະ ສ້າງເງື່ອນໄຂ ຍົກລະດັບສິນຄ້າການກະເສດຂອງທັງສອງຝ່າຍ ໃຫ້ພັທນາໄປອີກກ້າວນຶ່ງໂດຍ ສະເພາະສເນີໃຫ້ມີນະໂຍບາຍພິເສດ ໃຫ້ສິນຄ້າດ້ານການກະເສດ ຂອງລາວສາມາດສົ່ງອອກໄປຈຳໜ່າຍ ຢູ່ປະເທດຈີນຫຼາຍຂຶ້ນ ແລະ ໃຫ້ທາງຈີນຊ່ອຍເຫຼືອລາວ ໃນການພັທນາສິນຄ້າ ການກະເສດ ຢູ່ແຂວງຕ່າງໆຂອງລາວ. ອີງຕາມການຣາຍງານຂອງສື່ມວນຊົນລາວ ເມື່ອວັນທີ 19 ກັນຍາ 2023.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງກະຊວງກະສິກັມ ແລະ ປ່າໄມ້, ກະຊວງອຸດສາຫະກັມ ແລະ ການຄ້າ ຂອງລາວເພື່ອສອບຖາມ ຣາຍລະອຽດເພີ່ມ ແຕ່ເຈົ້າໜ້າທີ່ທີ່ ກ່ຽວຂ້ອງທັງສອງ ກະຊວງຍັງບໍ່ສາມາດໃຫ້ຄຳເຫັນໄດ້ເທື່ອ ເພາະວ່າຍັງບໍ່ຮູ້ຣາຍລະອຽດໃນໂຕຈິງ.
ອະດີດເຈົ້າໜ້າທີ່ ລາວທ່ານນຶ່ງກ່າວວ່າ ປັດຈຸບັນຣັຖບານລາວ ກໍາລັງພະຍາຍາມຢ່່າງໜັກ ເພື່ອຜັກດັນໃຫ້ສິນຄ້າ ການກະເສດຂອງລາວ ສາມາດສົ່ງອອກໄປປະເທດຈີນໄດ້ ຫຼາຍຂຶ້ນກ່ວາເກົ່າ ແລະ ກໍ່ເຊື່ອວ່ານັກລົງທຶນຈີນ ຈະກ້າເຂົ້າມາລົງທຶນ ດ້ານພັທນາດ້ານການກະເສດໃນລາວ ເຖິງແມ່ນປະເທດລາວ ກຳລັງປະສົບບັນຫາ ທາງດ້ານເສຖກິຈ ແລະ ເງິນເຟີ້ຢູ່ກໍຕາມ.
ດ່ັງທ່ານໄດ້ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ໃນວັນທີ 21 ກັນຍາ ນີ້ວ່າ:
“ອັນນີ້ຕາມທັດສະນະ. ຄິດວ່າຈີນກໍກ້າກ້າຫຼຸບທຶນ ນ່າເຊັ່ນນຳເຂົ້າເຂົາການເຫັນແລ້ວເດເສຖກິຈ ເງິນເຟີ້ເຂົາກ້າລົງທຶນ ກາໄດ້ລົງຫັ້ນແຫຼະຄືຢູ່ໄຊຍະເນາະ ຈີນເຂົາມາເຮັດນີ້ນ່າເຣື່ອງເຂົ້ານີ້ນ່າ ເຮັກຕ້າຣ໌ນຶ່ງລະໄດ້ 6 ຕັນ ຊິເຮັດແນວໃດ ຊິໄດ້ນຳເຂົາດຽວນີ້.”
ຊາວກະສິກອນທ່ານນຶ່ງ ມີຄໍາເຫັນຕໍ່ເຣື່ອງນີ້ວ່າປັດຈຸບັນ ກາກນສົ່ງອອກສິນຄ້າ ດ້ານການກະເສດຈາກລາວ ໄປປະເທດຈີນ ຍັງມີຢູ່ຕາມປົກກະຕິ ແຕ່ຫາກບໍ່ຫຼາຍຄືແຕ່ກ່ອນເນື່ອງຈາກວ່າ ບັນຫາເງິນເຟີ້ໃນປັດຈຸບັນນີ້ ສົ່ງຜົລໃຫ້ຊາວກະສິກອນໃນຫຼາຍທ້ອງຖິ່ນ ປະສົບບັນຫາໃນການປູກພືດ ຫຼື ລ້ຽງສັດເພາະວ່າຕ້ອງໃຊ້ງົບປະມານຫຼາຍຂຶ້ນ ສຳລັບຊື້ແນວພັນ ຫຼືອື່ນໆຈາກຕ່າງປະເທດ ເພື່ອມາໃຊ້ໃນການລົງທຶນດ້ານການກະເສດ.
ດັ່ງທ່ານກ່າວວ່າ:
“ເຂົາກາຕ້ອງການເປັນພວກສິນຄ້າ ປະເພດພວກພືດພວກສັດຊາວກະສິກອນທົ່ວໄປ ມີຄວາມຮູ້ສຶກວ່າແນ່ນອນມັນມີຜົລກະທົບ ບໍ່ທາງດ້ານເງິນເຟີ້ເງິນຫຍັງ ມັນກໍກະທົບເພາະວ່າ ທີ່ພວກເຮົາໄດ້ຊື້ເຂົ້າມາກາຕ້ອງໄດ້ຊື້ເອົາມາເຊັ່ນວ່າ ແນວພັນ ຝຸ່ນ ປຸຍ ຢາປາບສັດຕຣູພືດ ຈາກຊື້ລາຄາຖືກກາຊື້ລາຄາແພງຂຶ້ນ.”
ນັກຄົ້ນຄ້ວາອິດສະຣະ ໃນຂແນງການສິກັມ ແລະ ປ່າໄມ້ ແລະ ການພັທນາຊົນນະບົດນາງນຶ່ງ ໄດ້ໃຫ້ສຳພາດຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 14 ກັນຍາທີ່ຜ່ານມາວ່າ ຊາວກະສິກອນທີ່ປູກມັນຕົ້ນ ເຊິ່ງເປັນນຶ່ງໃນສິນຄ້າ ການກະເສດທີ່ສົ່ງອອກໄປປະເທດຈີນ ນັ້ນປະສົບຄວາມຫຍຸ້ງຍາກ ໃນການປູກມັນຕົ້ນເນື່ອງຈາກວ່າ ການປ່ຽນແປງຂອງສະພາບອາກາດ ໃນປີນີ້ໄດ້ເຮັດໃຫ້ເຂົາເຈົ້າ ຕ້ອງໃຊ້ເງິນທຶນຫຼາຍຂຶ້ນ ໃນການປູກ ເຊິ່ງຕໍ່ໄປກໍ່ອາດສົ່ງຜົລໃຫ້ ການປູກມັນຕົ້ນໜ້ອຍລົງ.
ດັ່ງຍານາງກ່າວວ່າ:
“ກໍຣະນີນຶ່ງຄືໄປເມືອງແກ່ນທ້າວ ທາງພາກເໜືອຂອງລາວ ຫາກໍມາໃໝ່ໆ ນີ້ລະດູແລ້ງເດີ້ ຄືໂຕຜົລກະທົບຫຼັກໆ ຄືຊາວສວນເຂດນັ້ນປູກມັນຕົ້ນຫຼາຍ ໃນເດືອນທີ່ຝົນກຳລັງມາບາດນີ້ຝົນບໍ່ມາ ຕາມຣະດູການເຮັດໃຫ້ທ່ອນມັນ ຂອງເຂົາເຈົ້າຕາຍ ຕ້ອງໄດ້ຊື້ໃໝ່ ບາງຄົນກໍມີເງິນກາໄດ້ຊື້ໃໝ່ ເຮັດໃຫ້ຊາວສວນຕ້ອງໄດ້ໃຊ້ທຶນເພີ່ມຕື່ມ.”
ການຜລິດ ດ້ານການກະເສດອິນຊີ ຢູ່ບາງແຂວງໃນລາວ ກໍຍັງບໍ່ທັນໄດ້ສົ່ງອອກໄປປະເທດຈີນເທື່ອ ເພາະວ່ານັກລົງທຶນໃນລາວ ມີໜ້ອຍສຳລັບການຜລິດ ຈຶ່ງບໍ່ຕອບສນອງປະຣິມານຄວາມຕ້ອງການ ຂອງຕລາດ ຢູ່ຈີນໄດ້ ແຕ່ກໍກຳລັງມີແຜນທີ່ຈະຫາລື ກ່ຽວກັບເຣື່ອງນີ້ ເພື່ອຜັກດັນໃຫ້ສິນຄ້າ ດ້ານກະເສດອິນຊີສາມາດສົ່ງອອກ ໄປປະເທດຈີນໄດ້.
ດັ່ງຜູ້ຜລິດ ດ້ານກະເສດອິນຊີ ນາງນຶ່ງກ່າວວ່າ:
“ສ່ວນຫຼາຍກາຢູ່ນະຄອນຫຼວງວຽງຈັນ ກາເປັນປະເພດຜັກພື້ນບ້ານ ທາງຈີນເພິ່ນກາສົນໃຈແລ້ວເພິ່ນກາຕິດຕໍ່ມາ ທາງເຮົາ ແຕ່ວ່າເຮົາຫັ້ນຍັງບໍ່ທັນຮັບປາກ ເພິ່ນເພາະວ່າ ຜົລຜລິດຂອງເຮົາມັນຍັງບໍ່ພຽງພໍ ກັບຄວາມຕ້ອງການ ຂອງເພິ່ນແຕ່ວ່າເຮົາກໍຍັງມີແຜນທີ່ ຢາກສົ່ງອອກຢູ່.”
ນັກວິຊາການ ດ້ານການກະເສດທ່ານນຶ່ງກ່າວວ່າ ທ່ານເອັງກໍບໍ່ມີຂໍ້ມູນຄັກແນ່ວ່າ ໃນໄລຍະຜ່ານມານັ້ນສິນຄ້າ ດ້ານການກະເສດ ຂອງລາວເຄີຍຖືກສົ່ງອອກໄປແຂວງກວາງຊີ ແລ້ວ ຫຼືບໍ່ ແຕ່ຮູ້ພຽງແຕ່ວ່າປັດຈຸບັນນີ້ ຕລາດດ້ານການກະເສດ ຂອງຈີນມີຄວາມຕ້ອງການ ສິນຄ້າດ້ານການກະເສດຈາກລາວ ຈຳນວນຫຼາຍຣາຍການ ດັ່ງທ່ານກ່າວວ່າ:
“ກວາງຊີ ນີ້ ບໍ່ໂຕນີ້ເຮົາກໍບໍ່ມີຂໍ້ມູນລະອຽດເທື່ອ ແມ່ນທາງຈີນກໍເປີດຊື້ສິນຄ້າ ຂອງລາວເຮົານີ້ຫຼາຍ ຣາຍການເນາະ ນັບແຕ່ກ້ວຍນັບແຕ່ມັນຕົ້ນ ພວກໝາກຖົ່ວອິຫຍັງຕ່າງໆ ແລ້ວກາເປັນງົວ.”
ສໍາລັບການຜລິດ ທາງດ້ານການກະເສດ ຢູ່ໃນປະເທດລາວໃນຫຼາຍທ້ອງຖິ່ນກໍຍັງບໍ່ທັນກຸ້ມຕົນເອງເທື່ອ ແລະ ສຳລັບແຂວງທີ່ມີຊາຍແດນຕິດກັບປະເທດໄທຍ ເປັນຕົ້ນນະຄອນຫຼວງວຽງຈັນ, ໄຊຍະບູຣີ, ສວັນນະເຂດ ແລະ ອື່ນໆ ກໍຍັງອາສັຍການນຳເຂົ້າສິນຄ້າ ດ້ານການກະເສດຈາກປະເທດໄທຍ ເພື່ອນໍາມາບໍຣິໂພກຢູ່ປະເທດລາວ.
ດຣ. ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ເດີນທາງໄປຢ້ຽມຢາມ ແຂວງກວາງຊີ ແລ້ວກໍຍັງໄດ້ເດີນທາງ ໄປພົບປະເຈົ້າໜ້າທີ່ ລະດັບສູງຂອງແຂວງຢູນນານ ໃນວັນທີ 19 ກັນຍາ ທີ່ຜ່ານມາ. ໂດຍທັງສອງຝ່າຍ ໄດ້ສືບຕໍ່ຮ່ວມກັນເພື່ອເພີ່ມທະວີ ຮັດແໜ້ນການພົວພັນ ຮ່ວມມືດ້ານການຄ້າ, ການລົງທຶນ ແລະ ຖອດຖອນບົດຮຽນຕ່າງໆ ນຶ່ງໃນນັ້ນແມ່ນຮ່ວມກັນ ຊຸກຍູ້ດ້ານສ້າງລະບົບກວດກາ “ຈຸດດຽວ-ປ່ອງດຽວ” ເພື່ອຫຼຸດເວລາ ແລະ ອໍານວຍຄວາມສະດວກ ໃຫ້ແກ່ຜູ້ໂດຍສານທີ່ໃຊ້ບໍຣິການຣົຖໄຟ ລາວ-ຈີນ ແລະ ຄົ້ນຄ້ວາຍົກລະດັບ ດ້ານສາກົລບໍ່ເຕັນ-ບໍ່ຫານ, ດ່ານສາກົລ ລານຕຸຍ-ເມີງຄັງໃຫ້ທັນສໄມຂຶ້ນ ອີງຕາມການຣາຍງານຂອງສື່ມວນຊົນລາວ ເມື່ອວັນທີ 20 ກັນຍາ 2023.