ຜົນຜະລິດກະສິກຳສ່ວນຫຼາຍ ເປັນຂອງນັກລົງທຶນຈີນ

ອາວະຣີ
2024.06.27
ຜົນຜະລິດກະສິກຳສ່ວນຫຼາຍ ເປັນຂອງນັກລົງທຶນຈີນ ແມ່ຄ້າຂາຍສິນຄ້າ ທາງການກະເສດ ທີ່ຕະຫຼາດສົດແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ (TS). ເດືອນພຶສຈິກາ ປີ 2023.
RFA

ເພື່ອແກ້ໄຂບັນຫາເສດຖະກິດ-ການເງິນປັດຈຸບັນ ລັດຖະບານລາວ ມີນະໂຍບາຍສົ່ງເສີມການຜະລິດພາຍໃນ ໂດຍສະເພາະການຜະລິດກະສິກຳ; ແຕ່ເທົ່າທີ່ເປັນຢູ່ໃນປັດຈຸບັນ ການຜະລິດກະສິກຳຢູ່ລາວ ຍັງໜ້ອຍ ຍັງບໍ່ພໍກັບຄວາມຕ້ອງການ. ເຖິງວ່າມີການຜະລິດສິນຄ້າ ກະສິກຳທີ່ສຳຄັນຫຼາຍຢ່າງ ເຊັ່ນກ້ວຍ ຖົ່ວເຫຼືອງ ໝາກໂມແລະອ້ອຍ ແຕ່ການຜະລິດເຫຼົ່ານີ້ ເປັນການຜະລິດຂອງນັກລົງທຶນຈີນ ທີ່ມາປູກຢູ່ລາວ ແລ້ວສົ່ງໄປຈີນ, ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ລາວ ແລະຊາວກະສິກອນລາວ.

ເຈົ້າໜ້າທີ່ຜະແນກກະສິກຳ ແລະປ່າໄມ້ແຂວງບໍ່ແກ້ວທ່ານນຶ່ງ ທີ່ບໍ່ປະສົງບອກຊື່ແລະຕຳແໜ່ງ ໄດ້ອະທິບາຍ ໃຫ້ວິທະຍຸເອເຊັຽເສຣີ ຟັງໃນວັນທີ່ 17 ເດືອນພຶດສະພາ ປີ 2024 ນີ້ວ່າ ຊາວກະສິກອນລາວຫຼາຍຄົນ ບໍ່ເຮັດໄຮ່ບໍ່ເຮັດນາແລ້ວ ພວກເຂົາພຽງແຕ່ເອົາທີ່ດິນໃຫ້ນັກລົງທຶນຈີນເຊົ່າ ເພື່ອປູກພືດກະສິກຳຫຼາຍໆຢ່າງ ເປັນຕົ້ນຖົ່ວເຫຼືອງ ໝາກໂມ ແລະກ້ວຍ ແລ້ວນັກລົງທຶນຈີນ ກໍສົ່ງຜົນຜະລິດເຫຼົານັ້ນໄປຈີນທັງໝົດ ດັ່ງເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວຕອນນຶ່ງວ່າ:

ເອ່! ບໍ່ໄດ້ເຮັດແລ້ວ ເນື້ອທີ່ດັ່ງກ່າວນີ້ ກໍແມ່ນ ຊາວບ້ານເອົາໃຫ້ຈີນປູກກ້ວຍ ປູກຫຍັງເບິດແລ້ວ ສ່ວນຫຼາຍກໍແມ່ນອ່າບ່ອນສົ່ງອອກນີ້ແຫຼະ ບ່ອນສົ່ງອອກມັນລາຄາຕ່ຳ ເຮົາກໍຕ້ອງໄດ້ສົ່ງອອກໃນລາຄາຕ່ຳໄປຕ່າງໆກັນຫັ້ນໜ່າ ໂອ້ເຊົາໄດ້ກໍຮອດສິບປີແລ້ວກໍເນາະ ກົງການຜະລິດນີ້ແຫຼະເນາະ ເນື້ອທີ່ດັ່ງກ່າວນີ້ ຂະເຈົ້ານຳມາປູກຖົ່ວເຫຼືອງ ແລ້ວກໍປູກກ້ວຍຫຼາຍຢ່າງນ່າ ໝາກ ໝາກໂມແມ່ນຫຍັງໄປຫັ້ນນ່າ ໄດ້ແຕ່ຄ່າເຊົ່າຫັ້ນແຫຼະ ເຮັກຕາລະແມ່ນ ສອງໝື່ນປາຍເນາະ. ເລື່ອງການຄ້ານີ້ ລະແມ່ນຂາດດຸນແນ່ນອນ ຂະເຈົ້າມາເຮັດເອງ ຂາຍເອງຫັ້ນໜາ.”

ເຈົ້າໜ້າທີ່ທ່ານນີ້ ກ່າວີອີກວ່າ ການທີ່ນັກລົງທຶນຈີນ ມາຜະລິດສິນຄ້າຢູ່ລາວ ແລ້ວສົ່ງໄປຈີນນັ້ນ ບໍ່ໄດ້ຊ່ວຍເຮັດໃຫ້ເສດຖະກິດຂອງລາວດີຂຶ້ນພໍເທົ່າໃດ ແລະບໍ່ໄດ້ເຮັດໃຫ້ການຂາດດູນການຄ້າຂອງລາວຫຼຸດໜ້ອຍຖອຍລົງຫຼາຍປານໃດ.

ຊາວກະສິກອນລາວຄົນນຶ່ງ ທີ່ປູກສາລີເປັນສິນຄ້າຢູ່ແຂວງພາກເໜືອຂອງລາວ ກໍໃຫ້ຂໍ້ມູນກັບວິທະຍຸເອເຊັຽເສຣີວ່າ ເຂົາເອງປູກສາລີ ແລ້ວກໍສົ່ງຜົນຜະລິດທັງໝົດໄປຂາຍຢູ່ນະຄອນຫຼວງວຽງຈັນ ບໍ່ໄດ້ສົ່ງອອກໄປຈີນຫຼືປະເທດອື່ນໆ; ສຳຫຼັບການສົ່ງສິນຄ້າໄປຈີນນັ້ນ ແມ່ນນັກລົງທຶນຈີນ ລົງມາປູກຫຼືຜະລິດຢູ່ລາວເອງ ແລ້ວກໍສົ່ງໄປຈີນເອງ.

ຂາຍພາຍໃນສົ່ງຢູ່ຕະຫຼາດລາວ... ຂາຍຢູ່ນະຄອນຫຼວງແມ່ນສົ່ງໄປໄທຫັ້ນໜ່າ ສົ່ງໝາກກ້ວຍໝາກຍາວ ໝາກກ້ວຍອັນນັ້ນ ຄົນຈີນສົ່ງເອງ. ເພິ່ນມາປູກເອງ ເພິ່ນສົ່ງເອງ ມາຈ້າງຄົນລາວເຮັດ ແຕ່ເຮົານີ້ມັນເປັນສວນບ້ານໆເຮົານີ້ມັນຢູ່ຕ່າງແຂວງ ເຮົາໄປສົ່ງຢູ່ນະຄອນຫຼວງ ໄປສົ່ງຈີນ ປະເທດເຂົາຜະລິດເອງ.”

ຊາວກະສິກອນລາວຜູ້ນີ້ ອະທິບາຍວ່າ ໃນໄລຍະຫຼາຍທີ່ຜ່ານມາ ນັກລົງທຶນຈີນ ໄດ້ມາເຊົ່າທີ່ດິນກັບລັດຖະບານລາວແລະປະຊາຊົນລາວ ເພື່ອປູກພືດສິນຄ້າກະສິກຳຫຼາຍຢ່າງ ແລ້ວກໍສົ່ງສິນຄ້າເຫຼົ່ານັ້ນໄປຂາຍຢູ່ປະເທດຈີນ.

ສຳຫຼັບການຜະລິດສິນຄ້າ ດ້ວຍຊາວກະສິກອນລາວນັ້ນ ນອກຈາກຈະຍັງມີໜ້ອຍແລ້ວ, ສິນຄ້າກະສິກຳຂອງລາວ ຍັງມີມູນຄ່າຕ່ຳລົງ ຍ້ອນເງິນເຟີ້ແລະເງິນກີບອ່ອນຄ່າ; ບໍ່ເທົ່ານັ້ນ ລາຄາຍັງຖືກກົດໃຫ້ຕ່ຳດ້ວຍສັນຍາຊື້ຂາຍຕ່າງໆ. ສິນຄ້າກະສິກຳສົ່ງອອກຫຼາຍຢ່າງ ຖືກຄວບຄຸມດ້ວຍສັນຍາລະຫວ່າງຊາວກະສິກອນລາວ ແລະພວກພໍ່ຄ້າແມ່ຄ້າຈີນ; ຕົວຢ່າງ ຊາວສວນປູກອ້ອຍຜູ້ໜຶ່ງ ຢູ່ແຂວງພາກເໜືອຂອງລາວ ກ່າວວ່າ ລາວເອງມີສັນຍາ ຂາຍອ້ອຍໃຫ້ແກ່ບໍລິສັດຈີນເປັນເວລາສອງປີ ດ້ວຍລາຄາໃດໜຶ່ງ ແຕ່ຍ້ອນເງິນເຟີ້ ແລະຄ່າຂອງເງິນກີບຕົກຕ່ຳລົງ ລາຄາສິນຄ້າຂອງເຂົາທີ່ເປັນເງິນກີບ ກໍທໍ່ເກົ່າ ແຕ່ມູນຄ່າໂຕຈິງເມື່ອຄິດໄລ່ເປັນເງິນຕາຕ່າງປະເທດແລ້ວ ສິນຄ້າຂອງເຂົາມີລາຄາຕ່ຳລົງ ຕໍ່າລົງເລື້ອຍໆ.

ຊາວກະສິກອນທ່ານນີ້ ອະທິບາຍຕື່ມວ່າ:

ເອີ ອັນນ່າບໍລິສັດຈີນ. ເອີ. ອັນພາກເໜືອກໍມີແຕ່ຈີນນີ້ແຫຼະ ກ່ຽວກັບການສົ່ງອອກສິນຄ້າ ເຮົາກໍຕ້ອງເບິ່ນຕາມຂໍ້ຕົກລົງ ຕາມບໍລິສັດຜູ້ທີ່ຈະມາລົງທຶນ ແລະຊາວສວນຫຼືວ່າຄະນະຮັບຜິດຊອບ ໄດ້ຕົກລົງກັນເປັນການຕົກລົງກັນລາຄາແລ້ວ ກໍບໍ່ມີການປ່ຽນແປງ ມັນກໍຕ້ອງໄດ້ໃຊ້ຕາມກຳນົດເວລາໃນເວລາທີ່ເຮົາຕົກລົງກັນ ປູກອ້ອຍ ເຮົາເຮັດສັນຍາກັນສອງປີ ອ່າລາຄາຕະຫຼາດມັນຈະຫຼຸດ ຈະຂຶ້ນປີຕໍ່ໄປເຮົາຈຶ່ງໄດ້ຕົກລົງກັນ ແລ້ວຄ່ອຍເຮັດສັນຍາໃໝ່.”

ຊາວກະສິກອນລາວຜູ້ນີ້ ຈຶ່ງຂໍສະເໜີໃຫ້ບໍລິສັດຈີນຮັບຊື້ສິນຄ້າ ຈາກຊາວກະສິກອນລາວສູງຂຶ້ນ ຕາມອັດຕາເງິນເຟີ້ ແລະອັດຕາແລກປ່ຽນ; ຖ້າບໍ່ດັ່ງນັ້ນ ຊາວກະສິກອນລາວ ກໍຈະຫຼຸບທຶນ.

ຕາມສະພາບໂຕຈິງ ຊ່ວງນີ້ທີ່ວ່າເງິນກີບທີ່ວ່າ ຕົກຢູ່ໃນທີ່ວ່າເງິນກີບຄ່າອ່ອນ ເຮົາກໍຕ້ອງວ່າ ຂໍໃຫ້ອັນນ່າພາກບໍລິສັດໃຫ້ເບິ່ງແຍງ ຕ້ອງມີການມາຊ່ວຍເຫຼືອ ແລ້ວກໍຊິມີນະໂຍບາຍ ແລະລາຄາກໍຕ້ອງໄດ້ອັນນ່າ ທີ່ບໍລິສັດຕ້ອງໄດ້ເປັນຜູ້ພິຈາລະນາ ແລ້ວກໍໃຫ້ເພີ່ມໃນລະດັບສ່ຳນີ້ໆ.”

ອີກບັນຫາໜຶ່ງ ທີ່ເຮັດໃຫ້ການສົ່ງອອກຂອງສິນຄ້າ ກະສິກຳຂອງລາວ ມີມູນຄ່າຕ່ຳ ກໍແມ່ນ ສິນຄ້າຂອງລາວທີ່ສ່ົງອອກນັ້ນ ລ້ວນແລ້ວແຕ່ແມ່ນສິນຄ້າດິບ ຫຼືທີ່ຍັງບໍ່ທັນແປຮູບ ຕົວຢ່າງແມ່ຄ້າຮັບຊື້ມັນຕົ້ນນາງໜຶ່ງຢູ່ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ ຖ້າຢາກໃຫ້ສິນຄ້າໂດຍສະເພາະສິນຄ້າກະສິກຳ ຂອງລາວ ມີມູນຄ່າສູງຂຶ້ນ ຜູ້ຜະລິດສິນຄ້າລາວ ຕ້ອງມີໂຮງຈັກໂຮງງານແປຮູບສິນຄ້າ ຂອງຕົນ ແລ້ວຈຶ່ງສົ່ງອອກ ດັ່ງແມ່ຄ້າຄົນນີ້ ໄດ້ກ່າວວ່າ:

ມັນກໍມີຢູ່ ແຕ່ວ່າມັນມີໜ້ອຍ ອັນນ່າມັນມີໜ້ອຍໂຮງງານ ທີ່ວ່າສ່ວນຫຼາຍມັນກໍເປັນຂອງຈີນ ຂອງວຽດແຫຼະທີ່ວ່າ ມາເຮັດໂຮງງານຢູ່ພີ້ ເປັນໂຮງງານແປ້ງບໍ່ ມັນມີສາລີພ້ອມເດ່ເນາະ. ຂອງເຮົາຫັ້ນນ່າ ຂ້າວໂພດດ້ວຍ ແລ້ວກໍມີໝາກ...ແດ່ ແບບນີ້ນ່າ ພວກນີ້ເຂົາກໍສົ່ງອອກໄປເປັນເມັດເລີຍ ເປັນໄປໄດ້ຖ້າວ່າມີຕະຫຼາຍຮອງຮັບ ຫຼືວ່າມີບໍລິສັດເພິ່ນມາລົງທຶນ ເຮັດແນວນີ້ ເປັນໂຮງງານເປັນແມ່ນຫຍັງ ເປັນແຫຼ່ງຜະລິດເລີນຫັ້ນນ່າ ມັນກໍຈະດີ.”

ອີງຕາມຂໍ້ມູນຈາກເວັບໄຊການຄ້າ ຂອງລາວ, ການນໍາເຂົ້າແລະສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ ມີນາ ປີ 2024 ມີມູນຄ່າປະມານ 1,268 ລ້ານໂດລ້າສະຫະລັດ ໃນນັ້ນ ເປັນມູນຄ່າ ການສົ່ງອອກ 594 ລ້ານໂດລ້າ ເພີ່ມຂຶ້ນ 12%  ທຽບໃສ່ ເດືອນກຸມພາຂອງປີ. ແຕ່ໃນຂະນະດຽວກັນ ມູນຄ່າການນຳເຂົ້າສິນຄ້າ ທັງໝົດ ໄດ້ເພິ້ມຂຶ້ນເປັນ 675 ລ້ານໂດລ້າສະຫະລັດ, ເພີ່ມຂຶ້ນ 18% ທຽບໃສ່ ເດືອນ ກຸມພາ ເຊັ່ນດຽວກັນ, ສິນຄ້ານໍາເຂົ້າຫຼັກໆ ກໍແມ່ນ ນ້ຳມັນມີມູນຄ່າກວ່າ 100 ລ້ານໂດລ້າສະຫະລັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.