ເຣື້ອງທີ່ເກັບບັນທຶກໄວ້
2022-06-30
ກະຊວງແຜນການ ແລະ ການລົງທຶນ ໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈ ຫຼື MOU ອະນຸຍາດໃຫ້ ບໍຣິສັດ ປິໂຕລ້ຽມ ເທຣດດິ້ງລາວ ມະຫາຊົນ ສຶກສາ, ສຳຣວດ ແລະ ອອກແບບ ຄວາມເປັນໄປໄດ້ ຂອງໂຄງການກໍ່ສ້າງ ເສັ້ນທາງຣົຖໄຟ ຈາກນະຄອນຫລວງວຽງຈັນ ຫາເມືອງທ່າແຂກ ແຂວງຄຳມ່ວນ ຄວາມຍາວ 312 ກິໂລແມັດ.
2022-06-30
ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຮ່ວມກັບອົງການ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເປີດຂໍ້ລິເຣີ່ມ ສຶກສາຄົ້ນຄວ້າ ກ່ຽວກັບ ການປ່ຽນແປງ ໃນແມ່ນ້ຳຂອງ ຊຶ່ງຈະສົ່ງຜົລກະທົບຕໍ່ ຊຸມຊົນ ລຸ່ມແມ່ນ້ຳຂອງ ແລະລະບົບ ນິເວດໃນແມ່ນ້ຳຂອງ.
2022-06-30
ຊາວນະຄອນຫຼວງວຽງຈັນ 3 ຄົນຖືກຈັບ ເນື່ອງຈາກຜູ້ກ່ຽວທັງ 3 ໄດ້ໂພສຕ໌ ຮັບສມັກເອົາຄົນ ໄປເຮັດວຽກ ຜ່ານສື່ສັງຄົມອອນລາຍນ໌ ໂດຍອ້າງວ່າ ຈະໃຫ້ເງິນເດືອນ ຄ່າຕອບແທນສູງ ເຮັດໃຫ້ມີຜູ້ເສັຍຫາຍຫຼົງເຊື່ອ ຈຳນວນນຶ່ງ ຈຶ່ງນຳໄປສູ່ການ ຈັບໃນຄັ້ງນີ້.
2022-06-30
ຣັຖວິສາຫະກິຈ ນ້ຳປະປາລາວ ເປັນອີກນຶ່ງໂຕຢ່າງ ທີ່ມີການການທຸຈະຣິຈ ເຮັດໃຫ້ເງີນ ຈຳນວນນຶ່ງຮົ່ວໄຫລ ບໍ່ເຂົ້າໃນລະບົບ, ໃນນີ້ບາງແຂວງ ມີການໄລ່ພະນັກງານອອກ ແຕ່ເປັນພຽງ ພະນັກງານລະດັບ ເກັບເງີນ ທີ່ຖືກລົງໂທດ ດ້ວຍການໃຫ້ອອກຈາກວຽກ.
2022-06-29
ຂຶ້ນຄ່າທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ໂດຍອີງໃສ່ອັດຕຣາ ແລກປ່ຽນ ເງິນໂດລ້າຣ໌ສະຫະຣັຖ ຊຶ່ງການປັບຂຶ້ນ ໃນຄັ້ງນີ້ ກໍເຮັດໃຫ້ ປະຊາຊົນສ່ວນນຶ່ງ ທີ່ເປັນຜູ້ໃຊ້ ເສັ້ນທາງດັ່ງກ່າວ ໃນການປະກອບ ທຸຣະກິຈ ບໍ່ພໍໃຈປານໃດ.
2022-06-29
ໃນໄລຍະບໍ່ດົນມານີ້ ປໍ້ານໍ້າມັນ ຣາຍຍ່ອຍຫຼາຍປໍ້າ ຢູ່ລາວ ຖືກທາງການລາວ ສັ່ງໂຈະກິຈການຊົ່ວຄາວ ເນື່ອງຈາກ ຂາຍນ້ໍາມັນເຊື້ອເພີງ ເກີນລາຄາ ຈາກທີ່ກະຊວງ ອຸດສາຫະກັມ ແລະການຄ້າ ກໍານົດ ປະມານ 2,000-3,000 ກີບຕໍ່ລິດ.
2022-06-29
ນັກລົງທຶນຈີນ ຈະສືບຕໍ່ໂຄງການ ພັທນາ ເມືອງໃໝ່ ວັງວຽງເນື້ອທີ່ 7,000 ເຮັກຕ້າຣ໌ ມູນຄ່າ 5.3 ຕື້ໂດລ້າຣ໌ສະຫະຣັຖ ຂະນະທີ່ ປະຊາຊົນ ຜູ້ທີ່ອາດ ຖືກຜົລກະທົບ ສົ່ງໜັງສື ຮ້ອງຮຽນ ເຖິງຣັຖບານ ຂໍໃຫ້ຍົກເລີກ ໂຄງການດັ່ງກ່າວນີ້.
2022-06-29
ຊາວບ້ານ ບ້ານແປະເກົ່າ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ທີ່ເສັຍດິນໃຫ້ໂຄງການ ພັທນາ ສວນວັທນະທັມແຂວງ ທັງໝົດ 156 ຄອບຄົວ, ໃນນີ້ 19 ຄອບຄົວ ບໍ່ຍອມຮັບເອົາ ຄ່າຊົດເຊີຽ ທີ່ທາງການຈ່າຍໃຫ້ ພຽງແຕ່ 15 ລ້ານກີບ ຕໍ່ເຮັກຕ້າຣ໌ ເຊິ່ງຊາວບ້ານ ຢາກໄດ້ 30 ລ້ານກີບຕໍ່ເຮັກຕ້າຣ໌ ຈຶ່ງຈະເໝາະສົມ.
2022-06-28
ເມືອງໂຂງ ມີການປາບປາມ ຜູ້ເສບຢາເສບຕິດ ແລະ ຈັບຜູ້ຕ້ອງສົງສັຍ ຄ້າຢາບ້າ ພ້ອມຍຶດ ຢາເສບຕິດໄດ້ຈຳນວນນຶ່ງ, ອີງຕາມຂໍ້ມູນ ຈາກທາງການເມືອງໂຂງ ແຂວງຈຳປາສັກ, ສ່ວນປະຊາຊົນ ເຫັນວ່າ ການປາບປາມ ຍັງບໍ່ທັນເຂັ້ມງວດ ເທົ່າທີ່ຄວນ.
2022-06-28
ມາຮອດປັດຈຸບັນຜແນກ ສຶກສາທິການ ແລະກິລາໃນຫຼາຍແຂວງ ໄດ້ສຳເຣັດການສອບເສັງ ຄັດເລືອກ ຄຣູອາສາສມັກ ເປັນຣັຖກອນປະຈຳປີ 2022 ແຕ່ຄຣູອາສາສມັກ ຫລາຍຄົນ ໝົດຫວັງ ເພາະລະບົບເສັ້ນສາຍ ຍັງມີແຜ່ຫຼາຍ.
2022-06-28
ປີນີ້ ທາງການ ແຂວງບໍຣິຄໍາໄຊ ສັ່ງໂຈະ 7 ໂຄງການກໍ່ສ້າງຂອງຣັຖ ມູນຄ່າ 700 ຕື້ປາຍກີບ ຍ້ອນຂາດເຂີນງົບປະມານ ສ່ວນຫລາຍເປັນການ ກໍ່ສ້າງທາງ ຢູ່ເຂດຫ່າງໄກ ບ້ານທຸກຍາກ ຊຶ່ງປະຊາຊົນເວົ້າວ່າ ມັນຈະເຮັດໃຫ້ການພັທນາ ໃນເຂດນັ້ນຫຼ້າຊ້າ ອອກໄປຕື່ມອີກ.
2022-06-28
ມີຄົນງານລາວ ຢ່າງໜ້ອຍ 2,000 ຄົນ ໄປເຮັດວຽກ ໃນຂແນງການປະມົງ ແລະອຸດສາຫະກັມ ປຸງແຕ່ງອາຫານທະເລ ຢູ່ປະເທດມາເລເຊັຽ ແບບບໍ່ຖືກກົດໝາຍ ສ່ຽງທີ່ຈະຖືກ ຂູດຮີດແຮງງານ ແລະ ຕົກເປັນເຫຍື່ອການຄ້າມະນຸສ, ອີງຕາມຂໍ້ມູນຈາກ ກະຊວງແຮງງານ ແລະສວັດດີການສັງຄົມ.
2022-06-28
ອົງການ ຢູເນສໂກ ກັງວົນເຂື່ອນ ຫຼວງພຣະບາງ ອາດຈະກະທົບ ຕໍ່ເມືອງມໍຣະດົກໂລກ ແລະວິຖີຊີວິດ ຄວາມເປັນຢູ່ ຂອງປະຊາຊົນ ທີ່ຢູ່ພາຍໃນພື້ນທີ່ ຈຶ່ງຕ້ອງການໃຫ້ທາງການລາວ ທົບທວນໂຄງການ ແລະດຳເນີນການແກ້ໄຂ ຫຼືອາດຈະຖືກ ຖອດຖອນ ອອກຈາກ ເມືອງມໍຣະດົກໂລກໄດ້.
2022-06-27
ໃນໄລຍະ 4 ເດືອນຜ່ານມາ ຂອງປີນີ້ ມີນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາ ສປປ ລາວ ຫລຸດລົງຫຼາຍ ເຖິງ 18.9% ເມື່ອທຽບໃສ່ປີກາຍ, ໃນນັ້ນ ສ່ວນໃຫຍ່ ແມ່ນ ຊາວໄທຍ ຂະນະທີ່ ນັກທ່ອງທ່ຽວຊາຕອື່ນໆ ຍັງໜ້ອຍຢູ່.
2022-06-27
ໃນ 1 ປີຜ່ານມາ ເຈົ້າໜ້າທີ່ ແຂວງວຽງຈັນ ໄດ້ຈັບແມ່ຍິງລາວຄົນນຶ່ງ ໃນຂໍ້ຫາ ຄ້າມະນຸສ, ຕົວະເດັກນ້ອຍແມ່ຍິງ ເຜົ່າມົ້ງ ທີ່ທຸກຍາກ 3 ຄົນ ໄປເສີບອາຫານ ທີ່ໂຮງກາສິໂນ ຄິງສ໌ໂຣມັນສ໌ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ແລ້ວຖືກບັງຄັບ ໃຫ້ຂາຍບໍຣິການທາງເພດ.