ນັກທ່ອງທ່ຽວ ຫລຸດລົງຫຼາຍ ທຽບໃສ່ ປີກາຍນີ້

ພອນ ພູມມີທອນ
2022.06.27
ນັກທ່ອງທ່ຽວ ຫລຸດລົງຫຼາຍ ທຽບໃສ່ ປີກາຍນີ້ ນັກທ່ອງທ່ຽວ ພາຍໃນປະເທດ ກຳລັງທ່ຽວຊົມ ບໍຣິເວນວັດພູ ຈຳປາສັກ.
RFA

ພາຍຫລັງທີ່ປະເທດລາວ ເປີດປະເທດແບບເຕັມຮູບແບບ ມາໄດ້ 1 ເດືອນປາຍແລ້ວ ຫລື ນັບຕັ້ງແຕ່ ວັນທີ 9 ພຶສພາ ຫາ ວັນທີ 6 ມິຖຸນາ 2022 ນັ້ນ ມີຜູ້ເດີນທາງເຂົ້າມາປະເທດລາວ ທັງໝົດ 55,753 ຄົນ ເຊິ່ງ ອີງຕາມການຣາຍງານ ຂອງກະຊວງຖະແຫລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ທີ່ຣາຍງານຕໍ່ສະພາແຫ່ງຊາຕ ຫວ່າງ ວັນທີ 17 ມິຖຸນາ 2022 ທີ່ຜ່ານມານີ້. ສ່ວນໃຫຍ່ແລ້ວ ນັກທ່ອງທ່ຽວ ທີ່ເດີນທາງເຂົ້າມາລາວ ຈະເປັນຄົນໄທຍຫລາຍກວ່າຊາຕອື່ນໆ. ເຖິງແມ່ນວ່າ ມາຮອດປັຈຸບັນ ຊາວຕ່າງປະເທດ ຈະຍັງບໍ່ຫລວງຫລາຍກໍຕາມ ແຕ່ກໍຖືວ່າ ເຣີ່ມເປັນສັນຍານທີ່ດີ ໃນຕໍ່ໜ້າ ທີ່ນັກທ່ອງທ່ຽວຈະເຂົ້າມາທ່ຽວລາວເພີ່ມຂຶ້ນ ແລະ ທາງການລາວ ກໍມີແຜນ ປັບປຸງການທ່ອງທ່ຽວ ໃຫ້ດີຂຶ້ນນຳດ້ວຍ ລວມເຖິງ ສິ່ງທີ່ອຳນວຍຄວາມສດວກຕ່າງໆ.

ດັ່ງເຈົ້າໜ້າທີ່ ທ່ອງທ່ຽວທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍ່າແໜ່ງ ກໍໄດ້ກ່າວ ໃນວັນທີ 22 ມິຖຸນາ ນີ້ວ່າ:  

“ຫລາຍຂຶ້ນ ຫລາຍຂຶ້ນ ສ່ວນໃຫຍ່ແມ່ນນັກທ່ອງທ່ຽວໄທຍ ກະມາຫລາຍລະເນາະ ລະກະ ນັກທ່ອງທ່ຽວລາວ. ຕ່າງຊາຕນີ້ ຍັງແຕ່ເຫັນຈຳນວນນຶ່ງ ເລັກໆນ້ອຍໆເນາະ ກະບໍ່ຫລາຍ. ນັກທ່ອງທ່ຽວໄທຍມາ ເຂົາເຈົ້າມາຂີ່ຣົຖໄຟຫັ້ນກ່ອນ. ຣັຖບານກໍມີແນວທາງປັບປຸງ ເຮັດແນວໃດ ໃຫ້ນັກທ່ອງທ່ຽວມາທ່ຽວດ້ວຍ ຄວາມສດວກສບາຍ ແຕ່ກໍປາສຈາກບໍ່ໄດ້ ກໍມີແຕ່ໄສ່ຜ້າປິດປາກ ອີ່ຫຍັງຕ່າງໆ.”

ທ່ານກ່າວຕື່ມວ່າ ຕາມທີ່ຍານາງ ສວນສວັນ ວິຍະເກດ ຣັຖມັນຕຣີ ກະຊວງ ຖແຫລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ໄດ້ຣາຍງານວ່າ ນັກທ່ອງທ່ຽວພາຍໃນ ແຕ່ເດືອນ ມົກກະຣາ ຫາ ເມສາ 2022 ມີທັງໝົດ 463,907 ຄົນ ນັ້ນ  ສ່ວນໃຫຍ່ເປັນຄົນລາວ ທຽບໃສ່ປີ 2021 ແມ່ນຫລຸດລົງ 18.9% ແລະ ສາມາດເກັບລາຍຮັບ ຈາກ ນັກທ່ອງທ່ຽວພາຍໃນ ໄດ້ພຽງແຕ່ 617 ປາຍ ຕື້ກີບເທົ່ານັ້ນ. ສາເຫດຫລັກ ທີ່ 4 ເດືອນຜ່ານມາ ມີນັກທ່ອງທ່ຽວຫລຸດລົງກວ່າປີກາຍ ຍ້ອນວ່າເກີດຈາກ ການຣະບາດຂອງເຊື້ອ ໂຄວິດ-19 ແລະ ທາງການກໍຍັງບໍ່ໄດ້ເປີດປະເທດ ຢ່າງເຕັມຮູບແບບນຳດ້ວຍ ເຊິ່ງກໍສົ່ງຜົລກະທົບ ຕໍ່ເສຖກິຈໃນລາວ ຈົນມາຮອດປັຈຸບັນນີ້ ທີ່ກຳລັງເກີດສະພາບ ເງິນກີບອ່ອນຄ່າ. ໃນທາງກົງກັນຂ້າມ ມັນພັດເປັນໂອກາດດີ ຂອງນັກທ່ອງທ່ຽວຕ່າງປະເທດ ທີ່ຈະນຳເອົາສະກຸລເງິນບາທ ຫລື ເງິນໂດລ້າຣ໌ ມາແລກເງິນກີບ ກໍຈະໄດ້ເງິນກີບຫລາຍເທົ່າຂຶ້ນ ແລະ ໄດ້ປຽບໃນການໃຊ້ຈ່າຍ ເພື່ອການທ່ອງທ່ຽວໃນລາວ.  

“ກະແມ່ນເຣຶ່ອງເສຖກິຈ ກະແມ່ນເຣຶ່ອງ ໂຄວິດ-19 ນີ້ແຫລະມາ ມັນບໍ່ມີການໄປໃສເດ້. ຕອນນີ້ຄ່າເງິນກີບແຮງອ່ອນຄ່າເນາະ ເງິນດ່ອນລ້າຣ໌, ເງິນບາທໄທຍ ມີ ມູນຄ່າສູງ ດຽວນີ້ ເງິນໄທຍ ໂຕຢ່າງວ່າ 1,000 ບາທ 4 ແສນ ເກືອບ 5 ແສນກີບ ໄດ້ປຽບໃຫ້ນັກທ່ອງທ່ຽວ ມາທ່ຽວລາວຫລາຍ.”

ກ່ຽວກັບເຣຶ່ອງດັ່ງກ່າວນີ້ ແລະ ຈາກຜົລພວງ ໃນການເປີດປະເທດ ຢ່າງເຕັມຮູບແບບນີ້ ຜູ້ປະກອບການຫລາຍຄົນ ກໍເຣີ່ມມີລາຍຮັບເພີ່ມຂຶ້ນ ຈາກແຕ່ກ່ອນ ທີ່ຍັງບໍ່ເປີດປະເທດຢ່າງເຕັມຮູບແບບ ເພາະວ່າ ປັຈຸບັນ ກໍເຣີ່ມມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວລາວຫລາຍຂຶ້ນ ໂດຍສະເພາະນັກທ່ອງທ່ຽວໄທຍ ກໍຈະຫລາຍກວ່າ ຄົນຊາຕອື່ນໆ ແລະ ສ່ວນນຶ່ງ ກໍເປັນຍ້ອນເງິນກີບອ່ອນຄ່າ ຫລື ເງິນບາທໄທຍ ແຂງຄ່າກວ່າແຕ່ກ່ອນຫລາຍ.

ດັ່ງຜູ້ປະກອບການ ດ້ານການທ່ອງທ່ຽວ ໃນແຂວງຫລວງພຣະບາງ ທ່ານນຶ່ງກ່າວວ່າ:    

“ກະຫລາຍຢູ່ໂຕນີ້ ຄົນໄທຍເຂົ້າມາຫລາຍໄລຍະນີ້ນ່າ ຢູ່ຫລວງພຣະບາງ. ກະຕ່າງຊາຕກໍມີ ແບບຫຍິບຍ່ອຍ ກະຄືປະມານ ສົມມຸດວ່າ 100% ຄົນໄທຍ ປະມານ 70% ເຫລືອນັ້ນ 30%-20% ຊິເປັນຕ່າງຊາຕ ເພາະວ່າ ດຽວນີ້ເງິນໄທຍ ລາຄາມັນສູງເນາະ ດຽວນີ້ບາທນຶ່ງກະແລກໄດ້ 400 ເກືອບ 500 ກີບ.

ຂະນະທີ່ ຜູ້ປະກອບການ ທ່ານນຶ່ງ ໃນນະຄອນຫລວງວຽງຈັນ ກໍໄດ້ກ່າວວ່າ ປັຈຸບັນກໍເຣີ່ມມີນັກທ່ອງທ່ຽວຕ່າງປະເທດ ທະຍອຍເຂົ້າມາທ່ຽວລາວຫລາຍຂຶ້ນ ເຮັດໃຫ້ການ ຄ້າຂາຍຕ່າງໆ ກໍເຣີ່ມຄຶກຄື້ນຂຶ້ນ ກວ່າໄລຍະທີ່ຜ່ານມາແດ່ແລ້ວ.     

“ໂຕນີ້ເຣີ່ມກັບມາຫລາຍແລ້ວເດ້ ຄ້າຂາຍນີ້ ເຣີ່ມມາຄືນຄືເກົ່າ ເຣີ່ມແບບຄຶກຄື້ນຂຶ້ນໄປອີກແຫລະ. ທ່ອງທ່ຽວແມ່ນຫຍັງ ກະໂອເຄແລ້ວ.

ພ້ອມດຽວກັນນີ້ ຜູ້ປະກອບການ ດ້ານການທ່ອງທ່ຽວ ໃນເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງ ກໍໄດ້ກ່າວວ່າ ນັກທ່ອງທ່ຽວຕ່າງປະເທດ ກໍໄດ້ເຣີ່ມເຂົ້າມາທ່ຽວໃນປະເທດລາວ ຫລາຍຂຶ້ນແດ່ແລ້ວ ແຕ່ສ່ວນໃຫຍ່ ກໍເປັນຄົນໄທຍຢູ່ ແຕ່ຄົນເກົາຫລີ, ຈີນ ແລະ ຊາຕອື່ນໆ ກໍຍັງບໍ່ຄ່ອຍເຫັນເຂົ້າມາ ຫລາຍປານໃດ ເຊິ່ງກໍຖືວ່າ ການທ່ອງທ່ຽວລາວ ເຣີ່ມມີທ່າທີທີ່ດີຂຶ້ນກວ່າແຕ່ກ່ອນຫລາຍ.     

“ແມ່ນ ເຣີ່ມຫລັ່ງໄຫລເຂົ້າມາຫລາຍລະ ກະຖືວ່າຄ່ອຍໆດີຂຶ້ນ. ມາຫລີ້ນ, ມາທ່ຽວ ແຫລ່ງທັມມະຊາດ ຝຣັ່ງກະຖືວ່າມີຢູ່. ເກົາຫລີ ຍັງບໍ່ເຫັນຫລາຍປານໃດ ບໍ່ທັນເຫັນ ຕາມທ້ອງຖນົນຫລາຍເທຶ່ອ.

ເຖິງຢ່າງໃດກໍຕາມ ເພື່ອກະຕຸ້ນການທ່ອງທ່ຽວ ແລະ ດຶງດູດນັກທ່ອງທ່ຽວ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວລາວ ຫລາຍຂຶ້ນນັ້ນ ທາງການລາວກໍມີແຜນຈະຟື້ນຟູ ການທ່ອງທ່ຽວ ໃນປະເທດລາວ ໂດຍອີງຕາມຄຳເວົ້າຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດລາວ ທີ່ໄດ້ກ່າວໃນວັນທີ 20 ມິຖຸນາ ທີ່ຜ່ານມາວ່າ ຈະມີການແກ້ໄຂ ພິຈາຣະນາ ການວາງແນວທາງ ເພຶ່ອຟື້ນຟູການທ່ອງທ່ຽວ ໃນໄລຍະ ປີ 2021 ຫາ 2025 ເພື່ອກະຕຸ່ນເສຖກິຈແຫ່ງຊາຕ ເພາະ ປັຈຸບັນນີ້ ເຫັນວ່າພາກການທ່ອງທ່ຽວ ໄດ້ຮັບຜົລກະທົບຈາກການຣະບາດ ຂອງໂຄວິດ-19 ແລະ ສະພາບການຫັນປ່ຽນ ຂອງເສຖກິຈຂອງໂລກ. ໂດຍພາກສ່ວນທີ່ກ່ຽວຂ້ອງ ໄດ້ກຳນົດໄວ້ 3 ທິດທາງ ຄື ການພັທນາພື້ນຖານໂຄງຮ່າງ ການທ່ອງທ່ຽວ ການໂຄສະນາການທ່ອງທ່ຽວ ແລະ ການຄຸ້ມຄອງ ການສ້າງຄວາມເຂັ້ມແຂງ ຂອງບຸກຄະລາກອນທ່ອງທ່ຽວ.

ຈາກບົດຮຽນ ໃນການທົດລອງ ເປີດເຂດທ່ອງທ່ຽວສີຂຽວ ເຫັນວ່າ ຍັງຕ້ອງປັບປຸງຫລາຍດ້ານ ກ່ຽວກັບການທ່ອງທ່ຽວໃນລາວ ເຊັ່ນ: ມາຕການຄວບຄຸມ ໂຄວິດ-19 ໄດ້ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ນັກທ່ອງທ່ຽວ ແລະ ມີຄ່າໃຊ້ຈ່າຍສູງ ເຮັດໃຫ້ນັກທ່ອງທ່ຽວ ບໍ່ຢາກເດີນທາງເຂົ້າມາທ່ຽວລາວ, ທັງແຫລ່ງທ່ອງທ່ຽວໃນລາວ ມີຫລາຍແຫ່ງ ແຕ່ການຂຶ້ນບັນຊີຄຸ້ມຄອງບໍ່ຄົບຖ້ວນ. ນອກຈາກນີ້ ການສັມປະທານແຫລ່ງທ່ອງທ່ຽວ ຍັງບໍ່ທັນມີບົດວິພາກ ເພຶ່ອເປັນຂໍ້ມູລ ໃນການພິຈາຣະນາ ບາງໂຄງການພັທນາ ໃນບໍຣິເວນແຫລ່ງທ່ອງທ່ຽວ ຍັງສົ່ງຜົລກະທົບທາງລົບ ຕໍ່ແຫລ່ງທ່ອງທ່ຽວ ທາງວັທນະທັມ ແລະ ຍັງບໍ່ມີການຊຸກຍູ້ ການສົ່ງເສີມການຜລິດ-ຈຳຫນ່າຍ ເຄື່ອງດື່ມ-ເຄື່ອງກິນ ທີ່ເປັນເອກກະລັກ ຂອງແຕ່ລະແຫລ່ງທ່ອງທ່ຽວ ເພື່ອສ້າງລາຍຮັບໃຫ້ປະຊາຊົນ.

ເຖິງຢ່າງໃດກໍຕາມ ຣັຖບານ ຍັງຈະຄົ້ນຄວ້າ ປັບປຸງການເຂົ້າເຖິງ ແຫລ່ງທຶນ ດອກເບັ້ຽຕໍ່າ ໃຫ້ແກ່ຜູ້ປະກອບການ ດ້ານການທ່ອງທ່ຽວ ໃຫ້ຫລາຍຂຶ້ນ ທັງປັບປຸງການບໍຣິຫານ ດ້ານການທ່ອງທ່ຽວ ດ້ານຄວາມປອດພັຍ ສິ່ງອຳນວຍຄວາມສະດວກ ການປະສານງານ ກັບພາກສ່ວນກ່ຽວຂ້ອງ ເວລານັກທ່ອງທ່ຽວ ເກີດບັນຫາ, ເສັ້ນທາງເຂົ້າເຖິງແຫລ່ງທ່ອງທ່ຽວ ຄ່າອາຫານ ແລະ ເຄຶ່ອງດື່ມ ຢູ່ສະຖານທີ່ທ່ອງທ່ຽວ ໃຫ້ມີລາຄາ ທີ່ສົມເຫດສົມຜົລ ແລະ ສະກັດບໍ່ໃຫ້ມີການສວຍໂອກາດ ເອົາປຽບນັກທ່ອງທ່ຽວ ຈົນເກີດພາບພົດທີ່ບໍ່ດີ ຕໍ່ການທ່ອງທ່ຽວ ໂດຍລວມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.