ເສັງຄັດເລືອກ ຄຣູອາສາ ເຂົ້າຣັຖກອນ ແຕ່ຫຼາຍຄົນ ໝົດຫວັງ
2022.06.28
ມາຮອດປັດຈຸບັນຜແນກ ສຶກສາທິການ ແລະກິລາໃນຫຼາຍແຂວງ ໄດ້ສຳເຣັດການສອບເສັງ ຄັດເລືອກຄຣູອາສາສມັກ ເປັນຣັຖກອນຄຣູປະຈຳປີ 2022 ໂດຍອີງຕາມຈຳນວນໂຄຕ້າ ທີ່ແຕ່ລະແຂວງໄດ້ຮັບການຈັດສັນ ຈາກກະຊວງສຶກສາທິການ ແລະກິລາໃນກ່ອນໜ້ານີ້ ເປັນຕົ້ນຢູ່ແຂວງຫຼວງພຣະບາງ ຫາກໍຈັດການສອບເສັງ ຄັດເລືອກຣັຖກອນຄຣູໃນວັນທີ 21 ມິຖຸນາ ທີ່ຜ່ານມາໂດຍມີໂຄຕ້າເປັນຣັຖກອນຄຣູ ທັງໝົດ 19 ຄົນ ແຕ່ຍັງບໍ່ທັນປະກາດຜົລສອບເສັງເທື່ອ.
ດັ່ງເຈົ້າໜ້າທີ່ຜແນກ ສຶກສາທິການ ແລະກິລາ ແຂວງຫຼວງພຣະບາງ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 28 ມິຖຸນາ ນີ້ວ່າ:
“ເສັງແລ້ວໆ ເພິ່ນສົ່ງໂຄຕ້າ ມາກະຊວງສຶກສາ ທາງຣັຖບານ ເພິ່ນໃຫ້ກະມີແຕ່ 10 ປາຍຄົນ ທົ່ວແຂວງນີ້ແຫຼະ.”
ໃນຂະນະທີ່ ຢູ່ແຂວງສວັນນະເຂດຫາກໍໄດ້ສຳເຣັດ ການສອບເສັງຄັດເລືອກ ຣັຖກອນຄຣູໄປ ເມື່ອວັນທີ 21 ມິຖຸນາປີ 2022 ເຊັ່ນດຽວກັນ ໂດຍມີຄຣູອາສາສມັກ ທີ່ເຂົ້າສອບເສັງໃນເທື່ອນີ້ ທັງໝົດ 1,145 ຄົນ ແລະ ຈະຄັດເລືອກເອົາ ເປັນຣັຖກອນຄຣູພຽງແຕ່ 60 ຄົນແຕ່ກໍຍັງບໍ່ທັນປະກາດຜົລ ການຄັດເລືອກເທື່ອ. ອີງຕາມການຣາຍງານ ຂອງຜແນກສຶກສາທິການ ແລະກິລາ ແຂວງສວັນນະເຂດ ແຕ່ຄຣູອາສາສມັກຫຼາຍຄົນ ທີ່ເຂົ້າຮ່ວມການສອບເສັງ ເປັນຣັຖກອນຄຣູໃນປີນີ້ ກໍບໍ່ໝັ້ນໃຈວ່າ ໂຕເອງຈະຜ່ານການຄັດເລືອກ ເຂົ້າເປັນຣັຖກອນຄຣູ ຍ້ອນລະບົບການໃຊ້ເສັ້ນສາຍ ຍັງມີແຜ່ຫຼາຍຊຶ່ງຜູ້ທີ່ຮູ້ຈັກໜ້າທີ່ ຊັ້ນຜູ້ໃຫຍ່ ຫຼືຜູ້ທີ່ເສັຽເງິນຊື້ຈ້າງ ຈະໄດ້ໂອກາດເຂົ້າເປັນຣັຖກອນຄຣູກ່ອນ ຜູ້ທີ່ມີຜົລງານດີ.
ດັ່ງຄຣູອາສາສມັກ ຢູ່ແຂວງສວັນນະເຂດ ນາງງນຶ່ງກ່າວວ່າ:
“ເສັງແລ້ວເຈົ້າ ສອງທິດແລ້ວບໍ່ ກາຍັງບໍ່ຮູ້ ບໍ່ໄດ້ມີຄວາມໝັ້ນໃຈແລ້ວ ຄືວ່າແຫຼະເນາະ ບໍ່ມີເສັ້ນບໍ່ມີຫຍັງຄືໝູ່.”
ສ່ວນຄຣູອາສາສມັກອີກຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ທີ່ໄດ້ເຂົ້າການສອບເສັງ ຄືກັນນັ້ນກ່າວວ່າ ສຳລັບປີນີ້ ລາວເອງກໍບໍ່ມີຄວາມໝັ້ນໃຈວ່າ ຈະໄດ້ຜ່ານການຄັດເລືອກ ເຂົ້າເປັນຣັຖກອນຄຣູ ເນື່ອງຈາກປີນີ້ຈຳນວນໂຄຕ້າ ຣັຖກອນຄຣູມີໜ້ອຍ ແລະກໍຄິດວ່າຜູ້ທີ່ຜ່ານການສອບເສັງ ໜ້າຈະແມ່ນຜູ້ທີ່ມີເສັ້ນສາຍຢູ່ຄືເກົ່າ.
ດ່ັງຍານາງກ່າວວ່າ:
“ຫາກໍເສັງແລ້ວ ວ່າງອາທິດກ່ອນຫັ້ນ ຍັງບໍ່ຮູ້ວ່າຜົລອອກມາມື້ໃດ ແຕ່ວ່າຢູ່ໃນຫັ້ນໄດ້ໜ້ອຍ ຈຳນວນໄປເສັງຫັ້ນ 700 ປາຍ ເອົາແຕ່ 16 ເປັນໄດ້ 8-9 ປີສິມານີ້.”
ໃນຂະນະດຽວກັນ ກໍມີຄຣູອາສາສມັກອີກຈຳນວນຫຼາຍຄົນ ທີ່ບໍ່ໄດ້ຮັບໂອກາດໃຫ້ໄປເຂົ້າສອບເສັງຄັດເລືອກ ເປັນຣັຖກອນຄຣູປະຈຳປີນີ້ ເຖິງແມ່ນວ່າໄດ້ລໍຖ້າມາ ເປັນເວລາຫຼາຍປີແລ້ວກໍຕາມ ຈຶ່ງເຮັດໃຫ້ພວກເຂົາເຈົ້າໝົດກຳລັງໃຈ ທີ່ວ່າຈະເປັນຄຣູອາສາສມັກ ແລະກໍຕຣຽມລາອອກ ຈາກວຽກຄຣູອາສາສມັກ ໃນໝໍ່ໆນີ້ ຍ້ອນບໍ່ສາມາດຕໍ່ສູ້ ກັບການໃຊ້ເສັ້ນສາຍໄດ້.
ດັ່ງຄຣູອາສາສມັກ ຍານາງນຶ່ງກ່າວວ່າ:
“ບໍ່ໄຫວແລ້ວ ປີໃດກາບໍ່ໄດ້ເສັງວ່າສິອອກແລ້ວ ໂອຜູ້ໃຫຍ່ບາງຄົນ ເພິ່ນກາວ່າ ເພິ່ນກາບອກແຕ່ປີກາຍແລ້ວ ຍ້ອນບໍ່ມີຄົນມາປະມູນລາຄານຳ ເພິ່ນຈຶ່ງບໍ່ເອົາອອກທຶນນັ້ນ.”
ເຖີງຢ່າງໃດກໍຕາມ ປັດຈຸບັນກໍມີໂຮງຮຽນເອກຊົນ ຫຼາຍແຫ່ງທີ່ເປີດໂອກາດໃຫ້ ຄຣູອາສາສມັກ ຫຼືອະດີດຄຣູອາສາສມັກ ສອບເສັງເປັນພນັກງານຄຣູ ປະຈຳໂຮງຮຽນ ພ້ອມທັງມີເງິນເດືອນໃຫ້ ໂດຍຕ້ອງຜ່ານການຄັດເລືອກ ຂັ້ນຕອນຕ່າງໆ ຕາມລະບຽບການ ຂອງແຕ່ລະໂຮງຮຽນ.
ດັ່ງຜູ້ອຳນວຍການໂຮງຮຽນ ເອກຊົນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນກ່າວວ່າ:
“ກາຮັບຫຼາຍ ກາມີມາຫຼາຍຢູ່ ແຕ່ວ່າເຮົາກາຕ້ອງໄດ້ທົດສອບ ຄວາມຮູ້ຄວາມສາມາດ ເຂົາເຈົ້າກ່ອນ ຖ້າວ່າເອີຄວາມຮູ້ ຄວາມສາມາດ ເຂົາເຈົ້າສາມາດສອນໄດ້ ຢູ່ໃນລະດັບໂຮງຮຽນເຮົາ ແລ້ວເຮົາກາຮັບເອົາເນາະ.”
ໃນກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸຕທີ 9 ໃນວັນທີ 16 ມິຖຸນາ ທີ່ຜ່ານມາ ທ່ານ ທອງຈັນ ມະນີໄຊ ຣັຖມົນຕຣີ ກະຊວງພາຍ ໃນກໍໄດ້ຍອມຮັບວ່າ ການໃຊ້ເສັ້ນສາຍ ໃນການຮັບຄຣູອາສາສມັກ ເຂົ້າເປັນຣັຖກອນຄຣູ ແມ່ນມີຄວາມຈິງແທ້ ແລະກໍໄດ້ສເນີໃຫ້ຣັຖບານ ແກ້ໄຂບັນຫານີ້ແບບຈິິງຈັງ.
ດັ່ງທ່ານໄດ້ກ່າວວ່າ:
“ເວົ້າຄວາມເປັນຈິງ ກໍຍັງມີກໍຣະນີມີຄົນເຈົ້າ ຄົນຂ້ອຍ ລະບົບອຸປຖັມ ເຈັຽນ້ອຍ ເຈັ້ຽໃຫຍ່ ອັນນີ້ປະຕິເສດບໍ່ໄດ້ ໂຕນີ້ພວກເຮົາ ຕ້ອງບຸກທະລຸ ຄັນບໍ່ຊັ້ນພວກເຮົາ ຈະບໍ່ໄດ້ບຸກຄະລາກອນ ທີ່ເປັນມືອາຊີພແທ້ ແລະຜູ້ທີ່ມີຄວາມຮູ້ຈິງ ເຮັດວຽກຊ່ອຍເປັນຄຣູສອນ ມາມີຜົລງານຫຼາຍປີ ພັດບໍ່ໄດ້ເຂົ້າ ອັນນີ້ມີຄວາມຈິງໃດ໋.”
ສຳລັບຈຳນວນໂຄຕ້າ ຣັຖກອນຄຣູໃນທົ່ວປະເທດ ໃນປີນີ້ມີຈຳນວນພຽງແຕ່ 318 ຄົນ ຫລຸດລົງຈາກໂຄຕ້າ ຣັຖກອນຄຣູປະຈຳປີ 2021 ທີ່ມີຈຳນວນທັງໝົດ 530 ຄົນ. ໃນຂະນະທີ່ປັດຈຸບັນ ມີຄຣູອາສາສມັກທົ່ວປະເທດ ຢູ່ປະມານ 7,900 ຄົນ.