ຕຣຽມສຳຣວດ ໂຄງການທາງຣົຖໄຟ ນະຄອນຫຼວງ-ທ່າແຂກ
2022.06.30
ກະຊວງແຜນການ ແລະ ການລົງທຶນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຫຼື MOU ອະນຸຍາດໃຫ້ ບໍຣິສັດ ປິໂຕລ້ຽມ ເທຣດດິ້ງລາວ ມະຫາຊົນ ໃນວັນທີ 29 ມິຖຸນາ 2022 ເພື່ອ ສຶກສາ, ສຳຣວດ ແລະ ອອກແບບ ຄວາມເປັນໄປໄດ້ ຂອງໂຄງການກໍ່ສ້າງ ເສັ້ນທາງຣົຖໄຟ ຈາກນະຄອນຫລວງວຽງຈັນ ລົງໄປຫາ ເມືອງທ່າແຂກ ແຂວງຄຳມ່ວນ ຄວາມຍາວ 312 ກິໂລແມັດ.
ເຈົ້າໜ້າທີ່ ກະຊວງແຜນການ ແລະ ການລົງທຶນ ທ່ານນຶ່ງ ຕໍ່ເອເຊັຽເສຣີ ໃນວັນທີ 30 ມິຖຸນາ ວ່າ:
“ເຈົ້າເພິ່ນກະເອົາບໍຣິສັດ ປິໂຕລ້ຽມ ເທຣດດິ້ງ ເຂົ້າມາສຳຣວດ ເຂົ້າມາເຮັດບົດໃຫ້ໂຕໂຄງການນີ້ ບໍຣິສັດ ຂອງຢູ່ໃນເຄືອຂ່າຍຂອງ ພົງສະຫວັນ ກຣຸບ ນ່າ ທະນາຄານພົງສະຫວັນ ນະເຈົ້າ, [ໄລຍະເວລາການສຳຣວດ] ເຈຣະຈາ ແມ່ນ 18 [ເດືອນ] ແຕ່ວ່າ ທາງບໍຣິສັດ ຫັ້ນ ໄປເຈຣະຈາກັບ ກະຊວງແຜນການ ເພິ່ມເປັນ 24 [ເດືອນ] ແຕ່ວ່າ ທາງບໍຣິສັດ ຫັ້ນ ໄປເຈຣະຈາ ກັບ ກະຊວງແຜນການ ເພິ່ນເປັນ 24 ເດືອນ ເບາະ.”
ທ່ານ ກ່າວຕື່ມວ່າ ຫຼັງຈາກທີ່ເຊັນ ບົດບັນທຶກຄວາມຊົງຈຳ ແລ້ວ ບໍຣິສັດ ປິໂຕລ້ຽມ ເທຣດດິ້ງລາວ ມະຫະຊົນ ຈະວ່າຈ້າງ ບໍຣິສັດ ປຶກສາທັງຈາກພາຍໃນ ແລະ ຕ່າງປະເທດ ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ຂອງຣັຖບານລາວ ໃນການດຳເນີນວຽກງານ ເຊິ່ງ ຄາດວ່າ ຈະສຳເລັດ ແລະ ມີການຮັບຮອງ ພາຍໃນ 24 ເດືອນ.
ໂຄງການກໍ່ສ້າງ ເສັ້ນທາງຣົຖໄຟ ຈາກນະຄອນຫລວງວຽງຈັນ ຫາເມືອງ ທ່າແຂກ ແຂວງຄຳມ່ວນ ເປັນສ່ວນນຶ່ງຂອງໂຄງການ ສາມແອລ ຫຼື Laos Logistics Link (LLL) ເຊິ່ງປະກອບມີຫຼາຍໂຄງການ ຄື ໂຄງການທ່າເຮືອຫວຸ້ງອາງ, ໂຄງການທາງຣົຖໄຟລາວ-ວຽດນາມ, ໂຄງການໂຮງໄຟຟ້າ ພລັງງານຄວາມຮ້ອນ ບົວລະພາ ແລະ ໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫລວງວຽງຈັນ.
ສຳລັບໂຄງການທັງໝົດ ແມ່ນຢູ່ພາຍໃຕ້ ຍຸທສາຕ ການພັທນາປະເທດ ວ່າດ້ວຍ ການຫັນປ່ຽນ ສປປ ລາວ ຈາກການປະເທດ ບໍ່ມີຊາຍແດນຕິດກັບທະເລ ຫຼື Land Locked ກາຍມາເປັນປະເທດ ເຊື່ອຈອດທາງບົກ ຫຼື Land Linked.
ເຈົ້າໜ້າທີ່ ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ມິຖຸນາ ວ່າ:
“ໂຕລາວ-ວຽດນາມ ນີ້ ແມ່ນເປັນກະດູກສັນຫຼັງ ແຕ່ເໜືອຮອດໃຕ້ ດຽວນີ້ ໂຄງການລາວ-ຈີນ ຫັ້ນເນາະ ເປັນແລວທາງຍຸທສາຕ ໃດ ໂຕນີ້ ມັນມີມາແຕດົນແລ້ວ.”
ໃນຄວາມຄິດເຫັນຂອງຄົນລາວ ຈຳນວນນຶ່ງ ກໍຄື ລາວຍັງບໍ່ມີສິນຄ້າຫຍັງ ສົ່ງອອກໄປທາງຣົຖໄຟ. ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ມິຖຸນາ ວ່າ:
“ຄັນເວົ້າເຣື່ອງສິດທຜົລປໂຍດ ທີ່ເຮົາຈະໄດ້ຮັບນີ້ ມັນໜ້ອຍຫຼາຍແລ້ວ ເພາະວ່າ ເຮົາເປັນທີ່ວ່າ ປະເທດດ້ອຍພັທນາ ຍັງບໍ່ທັນມີການພັທນາຫຍັງເນາະ ແລ້ວບາດນີ້ ຄັນຖ້າວ່າເຮັດ ເຣື່ອງສິນຄ້າ ທີ່ເຮົານຳເຂົ້າມາລະ ມັນຫຼາຍກວ່າ ສິນຄ້າຂອງເຮົາ ຈະນຳອອກ ເພາະການຜລິດ ຂອງເຮົາຍັງບໍ່ທັນມີຫຍັງ ວ່າອັນມັນໄດ້ລະມັນໄດ້ ແຕ່ວ່າ ເຣື່ອງ ການຄົມມະນາຄົມຫັ້ນແຫຼະ.”
ທ່ານ ກ່າວຕື່ມວ່າ ເສັ້ນທາງຣົຖໄຟ ລາວ-ວຽດນາມ ກໍບໍ່ຕ່າງຫຍັງຈາກ ໂຄງການທາງຣົຖໄຟ ລາວ-ຈີນ ທີ່ປະຊາຊົນ ບໍ່ໄດ້ຮັບຜົລປໂຍດຫຍັງຫຼາຍ ນອກຈາກການເດີນທາງເທົ່ານັ້ນ ສ່ວນການຂົນສົ່ງສິນຄ້າ ຜ່ານເສັ້ນທາງຣົຖໄຟລາວ-ວຽດນາມ ຍັງເຫັນວ່າ ເປັນສິ່ງທີ່ຫຍຸ້ງຍາກ ແລະ ທ້າທາຍສົມຄວນ ເພາະປະຊາຊົນລາວ ບໍ່ໄດ້ຮັບການສົ່ງເສີມ ໃຫ້ຜລິດສິນຄ້າທີ່ດີ, ມີຄຸນນະພາບ ແລະ ສາມາດສົ່ງອອກໄປຂາຍຕ່າງປະເທດໄດ້.
ສ່ວນຊາວລາວອີກທ່ານນຶ່ງ ກໍເຫັນວ່າ ມັນເປັນການເຣີ່ມຕົ້ນທີ່ດີ ສຳລັບຣັຖບານລາວ ທີ່ຈະພັທນາເສັ້ນທາງຣົຖໄຟ ຈາກນະຄອນຫລວງວຽງຈັນ ພາກກາງຂອງລາວ ອອກສູ່ປະເທດວຽດນາມ ເພາະໃນອະນາຄົດ ຈະກາຍເປັນເສັ້ນທາງ ທີ່ສະດວກ ສະບາຍ ແລະ ກະຕຸ້ນເສຖກິຈໃນລາວ ເປັນຢ່າງດີ.
ຊາວເມືອງທ່າແຂກ ແຂວງຄຳມ່ວນ ຄົນນຶ່ງ ໄດ້ກ່າວຕໍ່ວິທຍຸຸຸຸຸຸຸຸຸຸຸຸຸຸຸຸຸຸຸຸຸເອເຊັຽເສຣີ ໃນວັນທີ 30 ມິຖຸນາ ວ່າ:
“ເຮົາກະເຮັດໄປຫັ້ນແຫຼະ ພະຍາຍາມປັບປຸງໄປ ເທື່ອລະໜ້ອຍ ມັນກະເປັນຈຸດໜຶ່ງທີ່ວ່າ ເຮັດໃຫ້ ໄປມາຫາສູ່ກັນກະງ່າຍ ເສຖກິຈ ມັນກະງ່າຍໄປອີກ.”
ເຖິງຢ່າງໃດກໍຕາມ, ຖ້າໂຄງການດັ່ງກ່າວ ສ້າງສຳເຣັດ ຕາມແຜນກໍຈະຊ່ວຍໃຫ້ ປະເທດລາວ ເດີນທາງອອກສູ່ທະເລໄດ້ງ່າຍຂຶ້ນ ແລະ ຍັງເປັນການເດີນທາງ ທີ່ໃກ້ກວ່າປະເທດໄທຍ ນຳອີກດ້ວຍ. ດຣ ໂຍທິນ ສະແວງດີ ອາຈານປະຈຳ ຈາກສະຖາບັນວິໄຈປະຊາກອນ ແລະ ສັງຄົມ ມະຫາວິທະຍາໄລມະຫິດົນ ປະເທດໄທຍ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ມິຖຸນາ ວ່າ:
[ໄທຍ] “ປ່ຽນແປງໃດໆ ທີ່ຈະເກີດຂຶ້ນ ຈະປ່ຽນແປງໃນທາງບວກ ຫຼາຍຂຶ້ນ ໂດຍສະເພາະ ຢ່າງຍິ່ງ ການເດີນທາງອອກທະເລ ຄືໝາຍຄວາມວ່າ ສິນຄ້າທາງທະເລ ຈະເຂົ້າລາວ ກໍຈະຫຼາຍຂຶ້ນ, ສິນຄ້າຈາກລາວ ທີ່ຈະອອກທະເລ ກໍອາຈຫຼາຍຂຶ້ນ.”
ທ່ານ ກ່າວຕື່ມວ່າ ເສັ້ນທາງຣົຖໄຟ ລາວ-ວຽດນາມ ຖືເປັນເສັ້ນທາງທີ່ມີຄວາມສຳຄັນ ຕໍ່ປະເທດລາວຢ່າງຍິ່ງ ເພາະຊ່ວຍຊຸກຍູ້ສະພາບ ເສຖກິຈ ແລະ ສັງຄົມຂອງ 2 ປະເທດ ຄື ລາວ ແລະ ວຽດນາມ ໃຫ້ຂຍາຍໂຕຂຶ້ນ ເຊິ່ງໄລຍະຜ່ານມາ ຣັຖບານລາວ ກໍພະຍາຍາມຜັກດັນ ໃຫ້ໂຄງການເສັ້ນທາງຣົຖໄຟລາວ-ວຽດນາມ ເກີດນຶ້ນ ໄວທີ່ສຸດ ແຕ່ ກໍຕ້ອງປະເຊີນບັນຫາ ຫຼາຍຢ່າງ ຈຶ່ງເຮັດໃຫ້ເກີດຄວາມຊັກຊ້າ.
ສຳລັບໂຄງການ ພັທນາເສັ້ນທາງຣົຖໄຟ ລາວ-ວຽດນາມ ມີຄວາມຍາວ 400 ປາຍ ກິໂລແມັດ ມີມູນຄ່າການລົງທຶນປະມານ 5 ຕື້ ໂດລ້າຣ໌ ໂດຍແຍກອອກເປັນ 2 ໄລຍະ.
ໄລຍະທີ 1 ໂຄງການກໍ່ສ້າງ ເສັ້ນທາງຣົຖໄຟ ຈາກເມືອງທ່າແຂກ ແຂວງຄຳມ່ວນ ໄປຫາທ່າເຮືອ ຫວຸ້ງອາງ ປະເທດວຽດນາມ ຄວາມຍາວ 139 ກິໂລແມັດ ມີບໍຣິສັດ ເອກຊົນ ຈາກປະເທດເຢຣະມັນ ເປັນຜູ້ສຶກສາ, ສຳຣວດ ແລະ ອອກແບບຄວາມເປັນໄປໄດ້.
ໄລຍະທີ 2 ໂຄງການກໍ່ສ້າງເສັ້ນທາງຣົຖໄຟ ຈາກນະຄອນຫລວງວຽງຈັນ ໄປຫາເມືອງທ່າແຂກ ແຂວງຄຳມ່ວນ ມີຄວາມຍາວ 312 ກິໂລແມັດ ໂດຍບໍໍຣິສັດ ປີໂຕລ້ຽມ ເທຣດດິ້ງລາວ ມະຫາຊົນ ເປັນຜູ້ສຶກສາ, ສຳຣວດ ແລະ ອອກແບບຄວາມເປັນໄປໄດ້.
ເຖິ່ງຢ່າງໃດກໍຕາມ, ໂຄງການກໍ່ສ້າງເສັ້ນທາງຣົຖໄຟ ຈາກນະຄອນຫລວງວຽງຈັນ ໄປຫາເມືອງ ທ່າແຂກ ແຂວງຄຳມ່ວນ ທີ່ຫາກໍ່ເຊັນບົດບັນທຶກຄວາມເຂົ້າໃຈ ຍັງບໍ່ທັນມີການປະເມີນຜົລ ກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.