ເປີດແລ້ວ ເສັ້ນທາງຣົຖໄຟ ສາຍໄໝ ລາວ-ຈີນ

ສິດນີ້
2021.12.03
ເປີດແລ້ວ ເສັ້ນທາງຣົຖໄຟ ສາຍໄໝ ລາວ-ຈີນ ປະທານປະເທດ ລາວ ແລະ ປະທານ ປະເທດ ຈີນ ເປັນປະທານໃນ ພິທີເປີດເສັ້ນທາງຣົຳໄຟລາວ-ຈີນ ຢ່າງເປັນທາງການ, ວັນທີ 3 ທັນວາ 2021.
ຮູບພາບຈາກ ວິດີໂອ: LNTV

ໃນວັນທີ 3 ທັນວາ ປີ 2021 ທາງການລາວ ແລະທາງການຈີນ ໄດ້ຮ່ວມກັນຈັດພິທີເປີດໃຊ້ເສັ້ນທາງຣົຖໄຟລາວຈີນ ຢ່າງເປັນທາງການ ໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ແລະທ່ານ ສີ ຈິ້ນຜິງ (Xi Jinping) ປະທານປະເທດຈີນ ຮ່ວມກັນເປັນປະທານໃນພິທີດັ່ງກ່າວ ຜ່ານຣະບົບວິດີໂອທາງໄກ ໂດຍມີການຖ່າຍຖອດສົດທົ່ວປະເທດ.

ທ່ານ ທອງລຸນ ສີສຸລີດ ປະທານປະເທດລາວ ກ່າວໃນພິທີເປີດຣົຖໄຟ ລາວ-ຈີນ ໃນຕອນນຶ່ງວ່າ:

ມື້ນີ້ ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງສູງ ແລະມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ຮ່ວມກັບ ສຫາຍ ສິ ຈິ້ນຜິງ ປະທານປະເທດ ສປ ຈີນເຂົ້າຮ່ວມເປັນສັກຂິພິຍານ ໃນພິທີເປີດນຳໃຊ້ຣົຖໄຟ ລາວ-ຈີນ ຢ່າງເປັນທາງການ ຊຶ່ງເປັນພິທີອັນມີຄວາມໝາຍສຳຄັນ ທາງປວັດສາດທີ່ເປີດ ສັກກະຣາດໃໝ່ແຫ່ງການພັທນາ ພື້ນຖານໂຄງລ່າງຂອງ ສປປ ລາວ

ໃນໂອກາດດັ່ງກ່າວ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນກ່າວວ່າ:

ພາຍຫັງເສັ້ນທາງຣົຖໄຟ ລາວ-ຈີນ ໄດ້ເຊື່ອມຈອດແຕ່ນະຄອນຫຼວງວຽງຈັນ ຫາຄຸນໝິງແລ້ວ ພູຜາຈະບໍ່ສູງອີກ ຫົນທາງຈະບໍ່ຍາວອີກ ຕໍ່ໜ້ານີ້ ທັງສອງຝ່າຍ ຕ້ອງໄດ້ສູ້ຊົນ ພຍາຍາມຮ່ວມກັນຮັກສາ ແລະນຳໃຊ້ຣົຖໄຟ ໃຫ້ດີ ແລະກໍ່ສ້າງພັທນາແລວທາງຣົຖໄຟ ໃຫ້ໄດ້ດີເພື່ອສ້າງເສັ້ນທາງຣົຖໄຟ ເປັນເສັ້ນທາງເງິນຄຳ ນຳເອົາຜົລປະໂຍດ ມາຍັງປະຊາຊົນທັງ 2 ຊາດ.

ຫຼັງຈາກພິທີດັ່ງກ່່າວ ສຳເຣັດລົງ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີລາວ ພ້ອມດ້ວຍເຈົ້າໜ້າທີ່ຄະນະຂັ້ນສູງ ຂອງຣັຖບານລາວ ແລະຜູ້ຕ່່າງໜ້າອົງການ ຈັດຕັ້ງສາກົນ ໄດ້ຮ່ວມກັນຂີ່ຣົຖໄຟ ລາວ-ຈີນຖ້ຽວປະຖົມມະເຣີກ ຈາກສຖານີ ນະຄອນຫຼວງວຽງຈັນ ໄປເມືອງວັງວຽງ ແຂວງວຽງຈັນ ເພື່ອຢ້ຽມຊົມ ສຖານີຣົຖໄຟ ວັງວຽງແລ້ວຂີ່ຣົຖໄຟກັບຄືນມາ ນະຄອນຫຼວງວຽງຈັນ.

ມາຮອດປັດຈຸບັນ ຫຼາຍເມືອງ ແລະຫຼາຍແຂວງໃນລາວ ທີ່ເປັນທາງຜ່ານ ຂອງເສັ້ນທາງຣົຖໄຟ ລາວ-ຈີນ ກໍໄດ້ຕຽມພ້ອມທຸກຢ່າງ ໃນການຮັກສາຄວາມປອດພັຍ ຕາມແລວທາງຣົຖໄຟກ່ອນຈະເຣີ່ມ ບໍຣິການຜູ້ໂດຍສານ ນັບຕັ້ງແຕ່ວັນທີ 4 ທັນວາ ນີ້ເປັນຕົ້ນໄປ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງກ່າວວ່າ:

ໄທເຮົາກະໄດ້ຕຽມພ້ອມໝົດແລ້ວເນາະ ໄດ້ຕຽມເອີ້ນວ່າປະດັບອະນາມັຍ ສຖານທີ່ແລ້ວກະຕຽມກອງກຳລັງຕ້ອນຮັບ ພາຍຫຼັງທີ່ວ່າເປັນທາງການແລ້ວ ກະແມ່ນໄດ້ຂາຍປີ້ເລີຍເນາະ ບໍຣິການປີ້ເລີຍ

ໃນພິທີເປີດເສັ້ນທາງຣົດໄຟ ລາວຈີນ ຢ່າງເປັນທາງການນີ້ ຊາວລາວຫຼາຍຄົນ ໄດ້ໃຫ້ຄວາມສົນໃຈ ແລະມີແຜນການທີ່ຈະຊື້ປີ້ເດີນທາງ ໂດຍສານບົນເສັ້ນທາງຣົຖໄຟ ແຕ່ມີຊາວລາວຈຳນວນ ຍັງເຫັນວ່າ ລາຄາປີ້ຣົຖໄຟ ຍັງແພງຢູ່ ຢາກໃຫ້ທາງການຫຼຸດລາຄາ ເພື່ອໃຫ້ຄົນລາວ ຜູ້ທີ່ຣາຍໄດ້້ນ້ອຍໄດ້ໃຊ້.

ດີໃຈຫຼາຍທີ່ມີຣົຖໄຟ ຄິດວ່າຈະໄປວຽງຈັນກ່ອນ ບັນຫາຄືເຣື່ອງລາຄາຂ້ອນຂ້າງສູງ ໂຕນີ້ຄືບັນຫາທີ່ເຮົາຍັງຄິດຢູ່ວ່າ ລາຄາຂ້ອນຂ້າງສູງ ຢາກໃຫ້ລຸດລົງຢູ່ທີ່ປະມານຄືທັມມະດາຫັ້ນນ່າ ໂຕນີ້ມັນແພງສຳລັບຄົນເຮົາ

ທາງດ້ານຜູ້ປະກອບການ ທ່ອງທ່ຽວ ກໍໃຫ້ຄວາມສົນໃຈ ທີ່ຈະເປັນໂຕແທນຂາຍປີ້ຣົຖໄຟ ສຳລັບການເດີນທາງ ພາຍໃນປະເທດ ຊຶ່ງຫຼາຍບໍຣິສັດເຊື່ອວ່າ ຈະມີລູກຄ້າໃຊ້ບໍຣິການ ຫຼາຍກວ່າການເດີນທາງປະເພດອື່ນ ດັ່ງຜູ້ປະກອບການດ້ານການທ່ອງທ່ຽວ ນາງນຶ່ງກ່າວວ່າ:

ຢາກຂາຍປີ້ຣົຖໄຟ ດຽວນີ້ນ້ອງຂາຍປີ້ຍົນຢູ່ຫັ້ນນ່າ ເພາະວ່າ ຫຼາຍຄົນຢູ່ຂະເຈົ້າຢາກຂີ່ຣົຖໄຟຫັ້ນນ່າ ຄົນຂະເຈົ້າຜູ້ໃດກໍລອງຢາກຂີ່ຣົຖໄຟເບີ່ງຫັ້ນ ລາຄາກໍບໍ່ແພງວ່າຊັ້່ນ

ເຖິງເສັ້ນທາງຣົຖໄຟລາວ-ຈີນ ຈະເປີດໃຊ້ຢ່າງເປັນທາງການ ແລ້ວກໍຕາມ ແຕ່ຍັງມີຊາວບ້ານຈຳນວນນຶ່ງ ທີ່ໄດ້ຮັບຜົລກະທົບ ຍັງລໍຖ້າຄ່າຊົດເຊີຍ ຈາກທາງການຢູ່ ເປັນຕົ້່ນຊາວບ້ານຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ປະມານ 100 ຄອບຄົວ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍເທື່ອ ຊຶ່ງໃນປັດຈຸບັນຫຼາຍຄົນກໍທຸກຍາກ ເຖິງຂັ້ນໄປຢືມເງິນນອກລະບົບມາໃຊ້ຍ້ອນຖືກຍຶດທີ່ດິນ ດັ່ງຊາວບ້ານຜູ້ນຶ່ງ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ກ່າວວ່າ:

ກະຍັງບໍ່ໄດ້ເງິນນ່າ ເພີ່ນກະວ່າຈະຈ່າຍ ວັນຊາດທີ 2 ທັນວາ ຢືມເງິນດອກ ນອກລະບົບນີ້ມາຊື້ກິນ ສູ່ມື້ນີ້ລ້ານນຶ່ງ ຕໍ່ສອງແສນກີບ ມາຊື້ກິນ ແຕ່ວ່າເບິ່ງດູມັນໄດ້ 2 ປີແລ້ວ ຊິເສັຽດອກຊ່ຳໃດ ເຈົ້າວ່າເນາະ

ຊາວບ້ານອີກຜູ້ນຶ່ງ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ກໍຢາກໃຫ້ພາກສ່ວນ ກ່ຽວຂ້ອງເລັ່ງ ຈ່າຍໃຫ້ສຳເຣັດພາຍໃນປີນີ້ ຊຶ່ງມາຮອດປັດຈຸບັນ ກໍບໍ່ໝັ້ນໃຈວ່າ ຈະໄດ້ຄ່າຊົດເຊີຍ ມື້ໃດ.

ຍັງບໍ່ທັນໄດ້ເທື່ອ ລໍຟັງເບີ່ງຢູ່ ເພີ່ນຊີ່ໃຫ້ຊີ່ຈ່າຍເບາະ ຫຼືວ່າຈັ່ງໃດ ກະຍັງບໍ່ແນ່ໃຈເທື່ອ ອາສັຍກິນນຳເຮັດວຽກຫັ້ນແຫຼະ

ໂຄງການຣົຖໄຟ ລາວ-ຈີນ ໄລຍະທາງປະມານ 422 ກິໂລແມດ ມູນຄ່າການກໍ່ສ້າງ ເກືອບຮອດ 6 ຕື້ໂດຣາຣ໌ສະຫະຣັຖ ເລີ່ມສ້າງແຕ່ເດືອນ ທັນວາ ປີ 2016 ຕລອດໄລຍະເວລາ ການກໍ່ສ້າງເຮັດໃຫ້ຊາວບ້ານໄດ້ຮັບຜົລກະທົບ ທັງສູນເສັຽທີ່ດິນ ສິ່ງປຸກສ້າງ ແລະຖືກໂຍກຍ້າຍ ທີ່ຢູ່ອາສັຍ ທັງໝົດ 4,411 ຄອບຄົວ ໃນ 4 ແຂວງ ເປັນຕົ້ນ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຫຼວງພຣະບາງ, ແຂວງອຸດົມໄຊ ແລະແຂວງຫຼວງນ້ຳທາ.

ອີງຕາມຂໍ້ມູນຈາກ ກະຊວງການເງິນ ໃນປີ 2020 ລະບຸວ່າ ທາງການລາວ ຕິດໜີ້ຈີນສູງເຖິງ 5 ຕື້ໂດຣາຣ໌ສະຫະຣັຖ ໃນນັ້ນ ບາງສວ່ນ ແມ່ນໄດ້ກູ້ມາສ້າງເສັ້ນທາງຣົຖໄຟ ລາວ-ຈີນ ໃນຂນະທີ່ ໜີ້ສິນຂອງຣັຖບານລາວ ທັງໝົດປະມານ 13 ຕື້ໂດຣາຣ໌ສະຫະຣັຖ ຊຶ່ງກວມເອົາ 72% ຂອງ GDP.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.