ຈີນເພີ່ມ ຂະບວນຣົຖໄຟ ຂົນສົ່ງສິນຄ້າ ຜ່ານທາງຣົຖໄຟ ລາວ-ຈີນ

ໄຊຍາ
2022.04.25
ຈີນເພີ່ມ ຂະບວນຣົຖໄຟ ຂົນສົ່ງສິນຄ້າ ຜ່ານທາງຣົຖໄຟ ລາວ-ຈີນ ຣົຖໄຟລາວ-ຈີນ ຂະບວນຂົນສົ່ງສິນຄ້າ ຈາກປະເທດຈີນ ເຖິງປະເທດລາວ ແລະຢຸດທີ່ ສຖານີວັງວຽງ (TS) ວັນທີ 4 ເດືອນທັນວາ ປີ 2021.
RFA

ໃນວັນທີ 22 ເມສາ ທີ່ຜ່ານມານີ້ ປະເທດຈີນໄດ້ເປີດຂະບວນຣົຖໄຟ ຂົນສົ່ງສິນຄ້າຜ່ານເສັ້ນທາງ ຣົຖໄຟ ລາວ-ຈີນ ເຂົ້າມາລາວເພີ່ມອີກຂະບວນນຶ່ງ ຈາກເມືອງເສິນຢາງ ແຂວງຫລຽວໜີງ ທາງພາກຕາເວັນອອກສຽງເໜືອຂອງຈີນ ໂດຍມີປາຍທາງຢູ່ນະຄອນຫລວງວຽງຈັນ ຊຶ່ງເປັນຣົຖໄຟທີ່ບັນທຸກສິນຄ້າ ຫລາຍປະເພດເປັນຕົ້ນເຄື່ອງກົນຈັກ, ເຄື່ອງໃຊ້ໄຟຟ້າ, ເຄື່ອງໃຊ້ປະຈຳວັນແລະຣົຖຍົນຈຳນວນທັງໝົດ 25 ຕູ້ຄອນເທັນເນີ້ໂດຍຄາດວ່າຈະໃຊ້ເວລາເດີນທາງປະມານ 10 ມື້ຈຶ່ງມາຮອດນະຄອນຫລວງວຽງຈັນແລະໃຊ້ໄລຍະເວລາເດີນທາງໜ້ອຍກວ່າການຂົນສົ່ງທາງທະເລປະມານ 5-10 ມື້. ອີງຕາມການຣາຍງານຂອງ ໜັງສື່ພີມຊີນຫົວ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີໄດ້ຕິດຕໍ່ຫາ ເຈົ້າໜ້າທີ່ບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ເພື່ອສອບຖາມຣາຍລະອຽດ ແລະຂໍ້ມູນເພີ່ມຕື່ມແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຍັງບໍ່ສະດວກໃຫ້ສັມພາດເທື່ອ. ໃນຂະນະທີ່ການຂົນສົ່ງສິນຄ້າ ຈາກລາວໄປຈີນດ້ວຍຣົຖໄຟລາວ-ຈີນ ຍັງມີຂໍ້ຈຳກັດຫລາຍຢູ່ເປັນຕົ້ນ ຍັງເປີດຮັບຂົນສົ່ງສິນຄ້າພຽງແຕ່ບາງປະເພດ ແລະຜູ້ທີ່ຈະຂົນສົ່ງສິນຄ້າໄປຈີນ ດ້ວຍວິທີນີ້ກໍຕ້ອງມີການພົວພັນ ກັບບໍຣິສັດຢູ່ຈີນເພື່ອທີ່ ຈະສາມາດໃຫ້ການຊ່ອຍເຫລືອ ໃນການດຳເນີນການ ເຣື່ອງເອກະສານຢູ່ດ່ານສາກົນ.

ດັ່ງຜູ້ປະກອບການທຸຣະກິຈ ນາງນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ເມສານີ້ວ່າ:

ເຮົາມີຄົນຮູ້ຈັກຢູ່ເຈົ້າ. ເຮົາເຄີຍຝາກ, ເຮົາຝາກ 2-3 ເທື່ອແລ້ວ ເປັນໂລຊັ້ນນ່າເຈົ້າ ເປັນເຄື່ອງ ໜັກແຕ່ຫາກເປັນເຄື່ອງແບບເບົາ ເປັນພວກອາຫານເສີມ ພວກນີ້ຈະຝາກຍາກແດໜ້ອຍນຶ່ງ ກາຄ່າສົ່ງຈະແພງ.

ພະນັກງານບໍຣິສັດຂົນສົ່ງສິນຄ້າ ລະຫວ່າງລາວ-ຈີນ ອີກທ່ານນຶ່ງກໍຢືນຢັນວ່າ ການຂົນສົ່ງສິນຄ້າຈາກລາວ ໄປຈີນດ້ວຍທາງຣົຖໄຟລາວ-ຈີນ ຈະຕ້ອງມີພະນັກງານເບື້ອງຈີນ ເປັນຜູ້ດຳເນີນການເຣື່ອງເອກສານ ຢູ່ດ່ານສາກົນໃຫ້ ສ່ວນໄລຍະການຂົນສົ່ງສິນຄ້າ ດ້ວຍທາງຣົຖໄຟ ລາວ-ຈີນນັ້ນຂຶ້ນຢູ່ກັບວ່າ ບ່ອນທີ່ຈັດສົ່ງສິນຄ້າໄປນັ້ນ ແມ່ນຢູ່ເຂດທີ່ມີການລ໋ອກດາວນ໌ ຫລືບໍ່ດັ່ງ ທ່ານກ່າວວ່າ:

ຈະຮັບໝົດ ນອກຈາກວ່າຜູ້ແລ່ນເຂົ້າເອກະສານ ຕຣຽມເອກສານຄົບຊຸດ ກາຄິດວ່າໜ້າຈະບໍ່ມີບັນຫາ ຖືກວ່າຊ້າ ຫລືຮອດໄວໂຕນີ້ ແມ່ນມັນຂຶ້ນກັບວ່າ ເຂດແຕ່ລະເຂດຫັ້ນ ທີ່ວ່າເຮົາສົ່ງໄປຖືກ ໃນເຂດລ໋ອກດາວນ໌ ເນື່ອງຈາກວ່າຢູ່ໃນປັດຈຸບັນນີ້ ແມ່ນຢູ່ທາງຈີນຂະເຈົ້າລ໋ອກດາວນ໌ບາງເຂດ.

ແຕ່ສຳລັບສິນຄ້າຫລາຍປະເພດ ເປັນຕົ້ນໝາກກ້ວຍ, ໝາກໂມແລະສິນຄ້າການກະເສດ ຍັງບໍ່ສາມາດຂົນສົ່ງໄປຈີນດ້ວຍຣົຖໄຟລາວ-ຈີນໄດ້ເທື່ອ ເນື່ອງຈາກຢ້ານວ່າຈະເກີດການເໜົ່າເສຍ ໃນລະຫວ່າງການຂົນສົ່ງຜ່ານຕູ້ຄອນເທນເນີຣ໌ ຂອງຣົຖໄຟຍ້ອນຂ້ອນຂ້າງມີຄວາມຮ້ອນ. ອີງຕາມຄຳເວົ້າ ຂອງຜູ້ປະກອບການ ສວນໝາກໂມແຫ່ງນຶ່ງໃນລາວໃນກ່ອນໜ້ານີ້.

ຜູ້ປະກອບການຂົນສົ່ງສິນຄ້າ ຢູ່ລາວທີ່ເປີດຮັບສິນຄ້າຈາກຈີນ ມາລາວຜ່ານທາງຣົຖໄຟລາວ-ຈີນ ກ່າວວ່າສິນຄ້າຈາກຈີນທີ່ຖືກສົ່ງມາລາວ ດ້ວຍຣົຖໄຟລາວ-ຈີນ ໃນໄລຍະນີ້ກໍ່ແມ່ນຫລ້າຊ້າຢູ່ ຊຶ່ງບາງບໍຣິສັດກໍລໍຖ້າສິນຄ້າ ແບບຊ້າສຸດປະມານ 1 ເດືອນປາຍ ເນື່ອງຈາກຫລາຍເຂດຂອງຈີນ ມີການລ໋ອກດາວນ໌ ຍ້ອນການແຜ່ຣະບາດຂອງ ໂຄວິດ-19 ຈຶ່ງເຮັດໃຫ້ການຂົນສົ່ງຫລ້າຊ້າ.

ດັ່ງພະນັກງານ ບໍຣິສັດຮັບຂົນສົ່ງສິນຄ້າ ຈາກຈີນມາລາວກ່າວວ່າ:

ຈີນມາຫາລາວຊ່ວງນີ້ ມັນຈະດົນແນ່ເດືອນປາຍ ຈີນມາລາວເຮົາຮັບຜ່ານຈາກ ແອ໊ປຄືສົມມຸດແອ໊ປຕາວບາວແຊັດຫາ ຂົນສົ່ງມາຝັ່ງລາວມີແຕ່ເທົ່ານີ້.

ເຖິງຢ່າງໃດກໍຕາມ ພະນັກງານບໍຣິສັດຂົນສົ່ງສິນຄ້າ ຈາກຈີນມາລາວອີກທ່ານນຶ່ງ ກ່າວວ່າການຂົນສົ່ງສິນຄ້າ ຈາກຈີນເຂົ້າມາລາວ ຜ່ານເສັ້ນທາງຣົຖໄຟລາວ-ຈີນ ໂດຍທົ່ວໄປມີໄລຍະເວລາ ສະເລັ່ຍປະມານ 7-14 ມື້ ຫລື ອາດຈະຫລາຍກ່ວານັ້ນ ຊຶ່ງຈະເສັຍເວລາຢູ່ດ່ານສາກົນສ່ວນໃຫຍ່ ເນື່ອງຈາກເຈົ້າໜ້າທີ່ຕ້ອງໄດ້ກວດກາ ຢ່າງລະອຽດ.

ດັ່ງທ່ານກ່າວວ່າ:

ຕອນນີ້ຣົຖໄຟແມ່ນຄ້າວ 7-14 ມື້ແຕ່ຍັງບໍ່ແນ່ໃຈວ່າ ມາຮອດແທ້ບໍ່ເຄື່ອງຮອດສາງແລ້ວ ບາດນີ້ເຮົາຕ້ອງໃຫ້ພາສີມາກວດ ຖ້າວ່າເຂົາເຈົ້າກວດຜ່ານໝົດແລ້ວ ຮອດຂັ້ນຕອນນັ້ນເຮົາຈຶ່ງສາມາດກະ ເຄື່ອງປະມານຈັກມື້ມາຮອດ.

ເຈົ້າໜ້າທີ່ ຜູ້ທີ່ເຮັດວຽກກ່ຽວກັບຣົຖໄຟລາວຈີນ ທ່ານນຶ່ງກ່າວວ່າປັດຈຸບັນ ບໍຣິສັດທາງຣົຖໄຟລາວ-ຈີນຈຳກັດ ກໍກຳລັງຫາລືກັບພາກສ່ວນທີ່ກ່ຽວຂ້ອງ ທັງລາວ ແລະຈີນເພື່ອຂໍອຳນວຍ ຄວາມສະດວກແກ່ການຂົນສົ່ງສິນຄ້າ ຫລາຍປະເພດຈາກລາວໄປຈີນໃຫ້ເພີ່ມຫລາຍຂຶ້ນ ແຕ່ຍັງບໍ່ມີຄວາມຄືບໜ້າ.

ແມ່ນໄລຍະເວລາຫາລືກັນ ໂຕນີ້ນີ້ຕ້ອງຖາມທາງຣົຖໄຟລາວ-ຈີນ ໃຫ້ບໍຣິສັດຣົຖໄຟລາວ-ຈີນເປັນຜູ້ບໍຣິຫານ ໃຫ້ຮັບຜິດຊອບດ້ານບໍຣິການ.

ຢ່າງໃດກໍຕາມ ໃນໄຕຣມາດທຳອິດຂອງປີ 2022 ນີ້ການຂົນສົ່ງສິນຄ້າ ຂາອອກ-ຂາເຂົ້າ ຜ່ານທາງຣົຖໄຟລາວ-ຈີນ ໄດ້ຜ່ານການກວດກາ ແລະອະນຸມັດຈາກດ່ານພາສີ ຄຸນໝີງ ປະເທດຈີນມີປະມານ 276,000 ຕັນ, ມູນຄ່າ 2.9 ຕື້ຢວນ. ໃນນັ້ນແມ່ນເຄື່ອງໃຊ້ປະຈຳວັນ, ເຄື່ອງກົນຈັກ ແລະ ເຄື່ອງໃຊ້ໄຟຟ້າ. ໃນຂະນະທີ່ສິນຄ້າ ທີ່ສົ່ງອອກຈາກລາວໄປຈີນມີປະມານ 185,000 ຕັນ, ສ່ວນຫລາຍແມ່ນຢາງພາຣາ, ແຮ່ທາດເຫລັກ, ຖ່ານດັງໄຟ, ຜລິຕພັນດ້ານການກະເສດ ແລະ ແຮ່ທາດອື່ນໆ ທີ່ມາຈາກຫລາຍປະເທດ ໃນເອເຊັຽຕາເວນອອກສຽງໃຕ້. ອີງຕາມການຣາຍງານ ຂອງວິທຍຸສາກົນແຫ່ງປະເທດຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.