​ຍຸ​ຕິ ເກັບຄ່າຣົຖ ເຂົ້າ-ອອກ ສະຖານີຣົຖໄຟ ລາວ-ຈີນ

ໄຊຍາ
2022.09.16
​ຍຸ​ຕິ ເກັບຄ່າຣົຖ ເຂົ້າ-ອອກ ສະຖານີຣົຖໄຟ ລາວ-ຈີນ ຣົົຖສົ່ງ-ຮັບຜູ້ໂດຍສານ (ຍາຕິພີ່ນ້ອງ) ທີ່ສຖານີຣົຖໄຟ ລາວ-ຈີນ, ນະຄອນຫຼວງວຽງຈັນ, ເດືອນກັນຍາ ປີ 2022.
RFA

ບໍຣິສັດຮັບຜິດ ຊອບການບໍຣິຫານ ຄຸ້ມຄອງຈອດຣົຖ, ບໍຣິສັດ ສ່ຽນຝົງ ການບໍຣິການ ບໍ່ເຕັນຈຳກັດ, ໄດ້ອອກມາຊີ້ແຈງ ກ່ຽວກັບການເກັບຄ່າຈອດຣົຖ ທີ່ໜ້າສະຖານີຣົຖໄຟ ລາວ-ຈີນ ນະຄອນຫຼວງວຽງຈັນ ເມື່ອວັນທີ 16 ກັນຍາ 2022 ພາຍຫຼັງທີ່ມີປະຊາຊົນ ຜູ້ໃຊ້ບໍຣິການ ຈຳນວນຫຼາຍ ວິພາກ, ວິຈານ ຕໍ່ກັບກໍຣະນີການເກັບເງິນ ທີ່ຂັບຣົຖເຂົ້າໄປດ້ານໜ້າ ເພື່ອສົ່ງຍາຕິພີ່ນ້ອງ ຂຶ້ນຣົຖໄຟ ຮວມເຖິງ ຣົຖໂດຍສານ ທີ່ໄປສົ່ງຜູ້ໂດຍສານ ໄດ້ເສັຽຄ່າບໍຣິການ.

ຕໍ່ກັບການອອກແຈ້ງການ ສະບັບນີ້ ມີຫາງສຽງຂອງປະຊາຊົນ ຈຳນວນຫຼາຍ ກໍຍັງເຫັນວ່າ ຍັງມີອີກຫຼາຍບັນຫາ ທີ່ຍັງບໍ່ໄດ້ຮັບການແກ້ໄຂ. ເພາະຜ່ານມາ ການເກັບເງິນ ກັບຜູ້ເຂົ້າໄປໃຊ້ບໍຣິການ ແມ່ນເກັບເອົາຕາມໃຈ ໂດຍບໍ່ເຫັນໃຈກັນ. ສະຖານທີ່ຈັດສັນ ບໍ່ເປັນລະບຽບ ສ່ວນເຣື່ອງລາຄາ ກໍເກັບແພງເກີນໄປ ໂດຍບໍ່ເຫັນໃຈ ຜູ້ເຂົ້າໄປໃຊ້ບໍຣິການ.

ດັ່ງຜູ້ປະກອບການ ຣົຖແທັກຊີ້ ຊາວນະຄອນຫຼວງວຽງຈັນ ທີ່ຂໍສງວນຊື່ ໄດ້ກ່າວເຖິງບັນຫາດັ່ງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ກັນຍາ ນີ້ວ່າ:

ບໍ່ແມ່ນໃຜ! ຜ່ານເຂົ້າປະຕູ ເຈົ້າຊິໄປເກັບເອົາເລີຍ ບັງຄັບກັນແບບບໍ່ມິທາງເລືອກ ໃຫ້ມັນບໍ່ຍຸຕິທັມ ສ່່ວນໂຕຂ້ອຍ, ຂ້ອຍກາຄິດວ່າ ຄົນອື່ນກາຊິຄືຈຸຂ້ອຍຫັ້ນແຫຼະ ວ່າເຈົ້າເກັບຄ່າບໍຣິການ ຈອດຣົຖນ່າ ເກັບໂລດແຕ່ຄວາມເປັນລະບຽບ ຮຽບຮ້ອຍ ນຶ່ງລະ ໃຫ້ສະຖານທີ່ເນາະ ສອງມາລະໃຫ້ຄວາມປອດພັຍ ແກ່ຣົຖເຂົາເຈົ້າ.

ສ່ວນປະຊາຊົນລາວ ອີກທ່ານນຶ່ງ ທີ່ຂໍງວນຊື່ ແລະສຽງ ຮູ້ສືກວ່າຜິດຫວັງຫຼາຍ ກ່ອນສ້າງທາງຣົຖໄຟ ທາງການໂຄສະນາວ່າ ຈະສ້າງຜົລປໂຍດ ໃຫ້ກັບປະຊາຊົນລາວ ແຕ່ສ້າງມາແລ້ວ ມີແຕ່ເຣື່ອງນັບແຕ່ການຊື້ປີ້, ຫ້ອງນໍ້າ, ບໍຣິການໂດຍສານ ແລະ ການຝາກຣົຖ ຊຶ່ງມັນເປັນເຣື່ອງເລັກນ້ອຍ ແຕ່ກໍສ້າງບັນຫາໃຫ້ກັບປະຊາຊົນ ຢູ່ຕລອດ.

ດັ່ງຍານາງ ໄດ້ກ່າວໃນມື້ດຽວກັນນີ້ວ່າ:

ຣົຖໄຟຄວາມໄວສູງ ລາວ-ຈີນນີ້ນ່າ ມັນເປັນແຮງແມ່ເຫຼັກ ນຶ່ງມັນເປັນງູໃຫຍ່ ອັນນຶ່ງຜ່ານລາວ ແລ້ວນັກທ່ອງທ່ຽວ ເຂົ້າມາແລ້ວ ຈັບຈ່າຍໃຊ້ສອຍເງິນ ຖ້າວ່າຜູ້ໃດເອົາເງິນ ເອົາເຄື່ອງ ເອົາຫຍັງມາໃສ່ ຄອນເທັນເນີ້ຣ໌ ຜ່ານປະເທດລາວ ເຮົາາຈະເກັບເງິນເປັນຕູ້ໆ ກໍຈະເປັນພາສີ ຂອງລາວ ບາດຣົຖໄຟ ຄວາມໄວສູງມາ ມີແຕ່ເຣື່ອງ ກັບເຣື່ອງ.

ໃນຂະນະທີ່ ຜູ້ທີ່ເຄີຍໄປໃຊ້ບໍຣິການ ອີກທ່ານນຶ່ງທີ່ຂໍສງວນຊື່ແລະສຽງ ກ່າວວ່າ ການແກ້ໄຂບັນຫາ ແມ່ນລັກສະນະ ເປັນໄປແບບນໍ້າຂຸ້ນ. ຖ້າບໍ່ມີການທັກທ້ວງ ຫຼືບໍ່ມີການປຽບທຽບ ກັບສະຖານທີ່ອື່ນນັ້ນ ທາງຜູ້ຮັບຜິດຊອບ ສະຖານີ ກໍເຮັດແບບບໍ່ມີຫຼັກການ ຄຶດເຮັດຕາມໃຈ ນັບຕັ້ງແຕ່ມື້ເປີດມາແລ້ວ.

ທ່ານໄດ້ກ່າວຕື່ມວ່າ ສິ່ງອຳນວຍຄວາມສະດວກ ໃຫ້ຜູ້ໂດຍສານທັງຫ້ອງນໍ້າ, ການຊື້ປີ້ ແລະ ການຈອດຣົຖ ພາກສ່ວນກ່ຽວຂ້ອງ ບໍ່ຄ່ອຍອອກມາຮັບຜິດຊອບປານໃດ. ກໍຄືບັນຫາການເກັບເງິນຄ່າເຂົ້າຈອດຣົຖ ສົ່ງຍາຕິພີ່ນ້ອງ ກໍຮູ້ວ່າບ່ອນອື່ນ ເຂົາບໍ່ເກັບເງິນ ແຕ່ຢູ່ນີ້ເກັບເງິນ ເຖິງຈະມີແຈ້ງການ ອອກມາກ່ອນ ແຕ່ກໍບໍ່ສົມຄວນ ເພາະຢູ່ໃສເຂົາກໍບໍ່ເຮັດແບບນີ້.

ຕໍ່ກັບບັນຫາທີ່ເກີດຂຶ້ນ ທາງ ບໍຣິສັດ ສ່ຽນຝົງ ການບໍຣິການ ບໍ່ເຕັນ ຈຳກັດ ເປັນຜູ້ຮັບຊອບ ການບໍຣິຫານ ຄຸ້ມຄອງການຈອດຣົຖ ຢູ່ໜ້າສະຖານີຣົຖໄຟ ລາວ-ຈີນ ນະຄອນຫຼວງວຽງຈັນ ກໍໄດ້ອອກມາຊີ້ແຈງເມື່ອວັນທີ 16 ກັນຍາ 2022 ວ່າ ນັບແຕ່ວັນທີ 12 ກັນຍາ ຊຶ່ງເປັນມື້ເຣີ່ມທົດລອງ ການບໍຣິການຄຸ້ມຄອງ ການຈອດຣົຖ ໜ້າສະຖານີເປັນຕົ້ນມາ. ໂດຍມາຕການເກັບ ຄ່າຈອດຣົຖ ຕາມເດີ່ນໜ້າ ສະຖານີຣົຖໄຟ ລາວ-ຈີນ ນະຄອນຫຼວງວຽງຈັນ ແມ່ນໄດ້ຜ່ານການປຶກສາ ຫາລື ແລະຕົກລົງ ເປັນເອກພາບກັບ ພາກຣັຖ ຄຸ້ມຄອງທີ່ກ່ຽວຂ້ອງ ໂດຍປະຕິບັດຕາມມາຕຖານ ການເກັບຄ່າຈອດຣົຖ ທຽບເທົ່າກັບມາຕຖານຈອດຣົຖທົ່ວໄປ ທີ່ປະຕິບັດນໍາໃຊ້ ໃນນະຄອນຫຼວງວຽງຈັນ ຊຶ່ງທາງບໍຣິສັດ ໄດ້ອອກແຈ້ງການ ໃນວັນທີ 09 ກັນຍາ 2022.

ເນື້ອໃນແຈ້ງການ ຍັງລະບຸເຖິງ ມາຕການແກ້ໄຂວ່າ ຜ່ານການປະກອບຄຳຄິດ ຄຳເຫັນ ຢ່າງເປີດໃຈກ່ຽວກັບ ມາຕຖານເກັບຄ່າຈອດຣົຖ ທຸກຊະນິດ ແລະການບໍຣິການ ໃນນາມຝ່າຍບໍຣິຫານງານ ໄດ້ຮັບຟັງ ແລະໄດ້ສຶກສາຄົ້ນຄ້ວາ ຄຳຄິດຄຳເຫັນ ຈາກສັງຄົມ ເພື່ອປັບປຸງມາຕຖານ ເກັບຄ່າຈອດຣົຖ ແລະບໍຣິການຕາມຄວາມເໝາະສົມ ໂດຍຈະຈັດສັນເລນຈອດຣົຖຊົ່ວຄາວ ສະເພາະທີ່ມາຈອດ ຮັບ-ສົ່ງ ຄົນແລ້ວອອກໄປ. ປັດຈຸບັນຍັງບໍ່ທັນເກັບເງິນເທື່ອ. ສຶກສາຄົ້ນ ຄ້ວາຄືນມາຕຖານ ເກັບຄ່າຈອດຣົຖ ແບບຄ້າງຄືນ ແລະຈະແຈ້ງຕ່າງຫາກ, ຈັດສັນບ່ອນຈອດຣົຖຈັກ ໂດຍສະເພາະ ແລະຄຸ້ມຄອງຮັກສາ ແບບແຍກກັນ, ຕິດຕັ້ງລະບົບ ອຸປກອນຄິດໄລ່ ຄ່າຈອດຣົຖແບບ ອໍໂຕ (Automatic) ເພື່ອຍົກສູງ ປະສິດທິພາບ ການສັນຈອນ ຂອງພາຫະນະ ແລະ ເພີ່ມພນັກງານ ຮັກສາຄວາມສະອາດ, ພນັກງານເກັບເງິນ ແລະ ພນັກງານຄຸ້ມຄອງ ຮັກສາ ເພື່ອຍົກສູງຄຸນະພາບ ການບໍຣິການ.

ໃນຂະນະທີ່ ສື່ມວນຊົນລາວ ພາກສ່ວນນຶ່ງ ໃນວັນທີ 16 ກັນຍາ 2022 ຜ່ານມາ ກໍໄດ້ອອກສຳຣວດຄວາມເຫັນ ຕໍ່ກັບແຈ້ງການດັ່ງກ່າວ ຂອງບໍຣິສັດຮັບຜິດຊອບ ຝາກຣົຖນັ້ນ ກໍພົບວ່າ ປະຊະຊົນຮຽກຮ້ອງໃຫ້ທາງການລາວ ຕ້ອງເຂົ້າມາແກ້ໄຂ ກັບບໍຣິສັດໂດຍຕຣົງ ບໍ່ສະເພາະແຕ່ຝາກຣົຖ ທັງສິ່ງອຳນວຍຄວາມສະດວກ ຫຼາຍຢ່າງທີ່ທາງບໍຣິສັດ ຣົຖໄຟລາວ-ຈີນ ຍັງບໍ່ທັນຈິງໃຈ ໃຫ້ການບໍຣິການ ທີ່ເໝາະສົມ ຕໍ່ກັບຜູ້ໂດຍສານ ທີ່ມາໃຊ້ບໍຣິການ ແຕ່ປະຊາຊົນສ່ວນຫຼາຍ ກໍບໍ່ກ້າສະແດງອອກ ມີແຕ່ໄດ້ເຮັດຕາມ ລະບຽບຂອງທາງຣົຖໄຟ ລາວ-ຈີນ. ເພາະຖ້າທຽບໃສ່ ຄວາມເປັນສາກົນແລ້ວ ຍັງຖືວ່າຫ່າງໄກຫຼາຍ. ຄຳຄິດເຫັນຂອງປະຊາຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.