39 ຄອບຄົວໄດ້ຄ່າຊົດເຊີຍ ໂຄງການ ຣົຖໄຟ

ໄມຊູລີ
2019.02.13
ການກໍ່ສ້າງທາງຣົດໄຟ ໃນແຕ່ລະພາກສ່ວນ ເຂດພື້ນທີ່ ທາງຣົດໄຟຈະຜ່ານ ດໍາເນີນໄປຢ່າງວ່ອງໄວ
ຮູບພາບຈາກ: ນັກຂ່າວພົລເມືອງ

ປະຊາຊົນ 39 ຄອບຄົວ ຢູ່ບ້ານນູນສະຫວາດ, ບ້ານພອນໄຊ, ແລະບ້ານກົກງິ້ວ ນະຄອນຫລວງພຣະບາງ, ຫາກໍໄດ້ຮັບຄ່າຊົດເຊີຍ, ຈາກ ໂຄງການທາງຣົຖໄຟ ລາວ-ຈີນ ເມື່ອວັນທີ່ 8 ກູມພາ ນີ້, ຫລັງຈາກທາງການ ໄດ້ຈັດພິທີຮັບມອບເງິນ ໃຫ້ພວກຂະເຈົ້າ ຈໍານວນ 7 ຕື້ ປາຍກີບ.

ປັຈຈຸບັນ ບາງຄອບຄົວທີ່ໄດ້ເງິນ ກໍເຣີ່ມເອົາເງິນສ່ວນນີ້ ໄປສ້ອມແປງເຮືອນເກົ່າ, ສ່ວນຜູ້ທີ່ເສັຽເຮືອນ ກໍເອົາເງິນໄປຊື້ທີ່ດິນ ເພື່ອປຸກເຮືອນ ໃໝ່, ຕາມຄວາມເໝາະສົມຂອງເຂົາເຈົ້າ, ດັ່ງປະຊາຊົນທ່ານນຶ່ງ ທີ່ໄດ້ຮັບຄ່າຊົດເຊີຍກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13  ກູມພາ ນີ້ວ່າ:

“ເພິ່ນໃຫ້ແຕ່ອາທິດ ແລ້ວພຸ້ນເດ້ ໄດ້ 200  ປາຍ (ລ້ານກິບ) ພໍໃຈແລ້ວ, ກໍກໍາລັງເອົາເງິນໂຕນີ້ມາແປງເຮືອນ.”

ປະຊາຊົນທ່ານນີ້ເວົ້າວ່າ ຄອບຄົວຂອງຕົນເສັຽທີ່ດິນໃຫ້ແກ່ ໂຄງການສ້າງທາງຣົຖໄຟ ລາວ-ຈີນ ໃນເນື້ອທີ່ 15 ຄູນ 20 ແມັດ ຊຶ່ງກໍຖືວ່າ ສົມເຫດສົມຜົນ ທີ່ຕົນໄດ້ຮັບເງິນຊົດເຊີຍ 200 ລ້ານປາຍກີບ, ສ່ວນປະຊາຊົນ ບ້ານດຽວກັນ ອີກຫລາຍຄອບຄົວ ທີ່ໄດ້ຮັບຄ່າຊົດເຊີຍນັ້ນ ຕ່າງກໍພາກັນດີໃຈ ຍ້ອນພວກເຂົາເຈົ້າ ລໍຖ້າເງິນ ຊົດເຊີຍມາເປັນເວລາ 2 ປີແລ້ວ ເພື່ອ ເອົາໄປສ້າງ ຊີວິດໃໝ່.

ກ່ຽວກັບເຣື້ອງນີ້, ວິທຍຸເອເຊັຍເສຣີໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ໂຄງການຣົຖໄຟ ລາວ-ຈີນ ປະຈໍາແຂວງຫຼວງພຣະບາງ ເພື່ອຂໍຣາຍຣະອຽດ ເພີ້ມຕື່ມ, ແຕ່ຕິດຕໍ່ບໍ່ໄດ້ ເພາະບໍ່ມີຜູ້ຮັບສາຍ.

ຢ່າງໃດກໍຕາມ ທ່ານ ຈັນທະວົງ ຜົນນະຈິດ ຫົວໜ້າຜແນກ ຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ແຂວງຫຼວງພຣະບາງ ກ່າວຕໍ່ ໜັງສືພິມທາງການລາວວ່າ, ສາເຫດທີ່ແຂວງຫຼວງພຣະບາງ ຊົດເຊີຍລ້າຊ້າ ກ່ວາ ແຂວງອື່ນໆ ກໍຍ້ອນ ຮິບໂຮມຂໍ້ມູນ ຜູ້ຖືກ ຜົນກະທົບ ຫລ້າຊ້າ ຊຶ່ງຫາກໍໄດ້ ເຣີ່ມຊົດເຊີຍ ໃນເດືອນນີ້ ຮວມທັງໝົດ ໃນແຂວງຫລວງພຣະບາງ ມີຈໍານວນ 255 ປາຍຕື້ກີບ.

ສ່ວນຄອບຄົວທີ່ຍັງບໍ່ໄດ້ຄ່າຊົດເຊີຍຄື: ປະຊາຊົນທີ່ຢູ່ ໃນນະຄອນຫຼວງພຣະບາງ, ເມືອງຊຽງເງິນ ແລະເມືອງຈອມເພັດ, ພວກເຂົາເຈົ້າ ຕ້ອງລໍຖ້າຄ່າຊົດເຊີຍ ງວດຕໍ່ໄປ.

ຕາມຣາຍງານ ກ່ອນໜ້ານີ້ ໂຄງການສ້າງທາງ ຣົຖໄຟ ລາວ-ຈີນ ໄດ້ຊົດເຊີຍ ໃຫ້ແກ່ປະຊາຊົນ ແລ້ວ ຄື: ເມືອງໄຊ ແຂວງອຸດົມໄຊ, ຈໍານວນ 13 ຄອບຄົວ, ເມືອງຫີນເຫີບ ນະຄອນຫລວງວຽງຈັນ 13 ຄອບຄົວ, ແລະ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ 138 ຄອບຄົວ ແລະ ເມືອງນາຊາຍທອງ ນະຄອນຫລວງ ວຽງຈັນ 2 ບ້ານ ແຕ່ບໍ່ຮູ້ຈໍານວນຄອບຄົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.