ຣົຖໄຟລາວ-ຈີນເຂດເໜືອ ເລີ້ມແລ້ວ
2016.10.13
ປັດຈຸບັນ ໂຄງການ ທາງຣົດໄຟ ລາວ-ຈີນ ໄດ້ເລີ່ມ ລົງມືສ້າງ ຢູ່ເຂດ ຊາຍແດນ ບໍ່ເຕັນ-ບໍ່ຫານ ຊຶ່ງ ເປັນຊາຍແດນ ຣະຫວ່າງ ແຂວງ ຫຼວງນໍ້າທາ ກັບຈີນ ໂດຍ ເຈົ້າໜ້າທີ່ ແລະ ກັມມະກອນ ກໍາລັງ ຂຸດເຈາະພູ ຢູ່ເຂດ ດັ່ງກ່າວ. ສ່ວນວຽກງານ ກໍ່ສ້າງ ຢູ່ເຂດລາວນັ້ນ ກໍາລັງ ກະຕຽມກັນຢູ່. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ທາງການລາວ ທ່ານນຶ່ງຕໍ່ RFA ໃນວັນທີ 13 ຕຸລານີ້:
"ເລີ່ມສ້າງແຕ່ ຊາຍແດນຈີນ ເຂົ້າມາແລ້ວ ເຈາະໜ່ວຍພູນະ ດຽວນີ້ ສີ່ໜ່ວຍ ພູສີ ເຮັດທາງລອດ ໜ່ວຍພູແລ້ວ ແລະ ຄນະກັມມະການ ຣະດັບ ຊາດ ຣະດັບທ້ອງຖິ່ນ ຈະໄດ້ປະຊຸມ ປຶກສາຫາຣື ວິທີກຽມ ທຸກຢ່າງ ໃຫ້ແກ່ ໂຄງການ ດັ່ງກ່າວ ນີ້ແລ້ວ ການເລີ່ມຕົ້ນ ໃຫ້ຮູ້ຈັກວ່າ ການສ້າງ ທາງຣົດໄຟ ໄດ້ເລີ່ມແລ້ວ".
ໃນຂນະດຽວກັນ ໜັງສືພິມ ທາງການລາວ ກໍຢືນຢັນວ່າ ວຽກງານ ກໍ່ສ້າງ ທາງຣົດໄຟ ຢູ່ເຂດ ຊາຍແດນ ກໍາລັງ ດໍາເນີນຢູ່ ແລະວ່າ ນັກວິຊາການ ທາງຣົດໄຟ ຂອງລາວ ປະມານ 30 ຄົນ ໄດ້ຮັບການ ຝຶກອົບຮົມ ເພີ່ມເຕີມ ຈາກຈີນ.
ເຈົ້າໜ້າທີ່ ກ່າວຕື່ມວ່າ ໃນອີກ ບໍ່ດົນນີ້ ກໍຈະມີ ການຈັດ ພິທີເລີ່ມ ການກໍ່ສ້າງ ຢ່າງ ເປັນທາງການ. ຈາກນັ້ນ ບັນດາ ບໍຣິສັດ ຜູ້ຮັບເໝົາ ກໍ່ສ້າງ ກໍຈະລົງມື ສ້າງ ຢ່າງຈິງຈັງ ຕາມແຕ່ລະ ຊ່ວງສັນຍາ ທີ່ໄດ້ ຣະບຸໄວ້. ການກໍ່ສ້າງ ທາງ ຣົດໄຟ ລາວ-ຈີນ ຈະດໍາເນີນໄປ ຕາມລໍາດັບ ຂອງ ຊ່ວງ ສັນຍາ ບໍ່ແມ່ນວ່າ ຈະເລີ່ມສ້າງ ຈາກຊາຍແດນ ຈີນ ລົງມາ ເລື້ອຍໆ ຈົນຮອດ ນະຄອນຫຼວງ ວຽງຈັນ.
ທ່ານກ່າວວ່າ ຫລ້າສຸດ ຄນະກັມມະການ ຮັບຜິດຊອບ ດ້ານສະບຽງ ອາຫານ ສໍາລັບ ຄົນງານ ສ້າງທາງ ຣົດໄຟ ໄດ້ ປະຊຸມກັນ ກ່ຽວກັບ ການຈັດຫາ ບໍຣິສັດ ທີ່ຈະຜລິດ ສະບຽງ ອາຫານ ສນອງໃຫ້ແກ່ ຄົນງານ ຕາມເຂດຕ່າງໆ ໂດຍຈະຊອກຫາ ເອົາແຕ່ ບໍຣິສັດ ພາຍໃນລາວ ເທົ່ານັ້ນ.
ເຈົ້າໜ້າທີ່ ທ່ານນີ້ ເວົ້າຕື່ມວ່າ ສໍາລັບຄົນງານ ທີ່ຈະໃຊ້ ໃນການ ສ້າງທາງ ຣົດໄຟ ໃນລາວນັ້ນ ຈະໃຊ້ຄົນງານ ຈີນ 90 ສ່ວນຮ້ອຍ ແລະ ຄົນງານລາວ 10 ສ່ວນຮ້ອຍ ເພາະ ທາງການລາວ ແລະຈີນ ຢາກໃຫ້ ການກໍ່ສ້າງ ສໍາເຣັດໄປ ຕາມແຜນການ ແຕ່ຍັງບໍ່ຮູ້ ຈໍານວນ ຄົນງານ ທັງໝົດ ນັ້ນເທື່ອ ວ່າຈະມີ ເທົ່າໃດກັນ ແທ້.