ສແກມເມີ້ຣ໌ ຖືກຈັບ ຢູ່ນະຄອນຫຼວງວຽງຈັນ 3 ຄົນ

ສຸພັດຕາ
2022.06.30
ສແກມເມີ້ຣ໌ ຖືກຈັບ ຢູ່ນະຄອນຫຼວງວຽງຈັນ 3 ຄົນ ຄົນງານ ໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຖືກສັ່ງໃຫ້ກວດຫາ ເຊື້ອໂຄວິດ-19
ນັກຂ່າວ ພົລເມືອງ

ໃນວັນທີ່ 27 ມິຖຸນາ 2022 ນີ້ ຕໍາຣວດເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັບ ກຸ່ມ ຄອລເຊັນເຕີ້ຣ໌ (Call Center) ໄດ້ 3 ຄົນ ເປັນຄົນລາວທັງໝົດ ໂດຍພວກກ່ຽວ ໄດ້ໂພສຕ໌ຮັບສມັກ ເອົາຄົນໄປເຮັດວຽກ ຜ່ານສື່ສັງຄົມອອນລາຍນ໌ຕ່າງໆ ໂດຍອ້າງວ່າຈະໃຫ້ ເງິນເດືອນສູງ ແລະເປັນການເຮັດວຽກ ທາງອອນລາຍນ໌ ເຊິ່ງມີຜູ້ເສັຍຫາຍຫຼົງເຊື່ອຈໍານວນນຶ່ງ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ເມືອງໄຊທານີ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 30 ມິຖຸນາ ນີ້ວ່າ ຕໍາຣວດຄາດວ່າ ຈະຍັງມີຢູ່ ໃນອີກຫຼາຍຮູບແບບ ຜ່ານສື່ສັງຄົມອອນລາຍນ໌ ໃນລັກສະນະຕົວະຍົວະ ຫຼອກເອົາຄົນໄປເຮັດວຽກ ໂດຍເຮັດເປັນຂບວນການ ບາງເທື່ອ ກໍມີຄົນຕ່າງຊາຕຮ່ວມດ້ວຍ ໂດຍສະເພາະຄົນຈີນ ທີ່ມັກຈ້າງນາຍໜ້າຄົນລາວ ຕົວະຍົວະປະຊາຊົນລາວ ໄປເຮັດວຽກໃນເຂດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ທີ່ບາງເທື່ອ ຄົນງານລາວ ກໍສູນເສັຍທັງເງິນ ແລະຖືກຕົວະໄປຂາຍແຮງງານ ຈຶ່ງຢາກເຕືອນປະຊາຊົນ ບໍ່ໃຫ້ຫຼົງເຊື່ອ.

“ພວກເຮົາລະວັງເດີ້ ມັນເປັນກຸ່ມແກ້ງ ເຄືອຂ່າຍເຂົາເດ້ ບາງແກ້ງ ມັນມີຄົນຕ່າງປະເທດເດ້ ສ່ວນຫຼາຍກະຈີນເດ້ ບາງເທື່ອກະໂຄສະນາ ພວກຈັດຫາງານ ເຂົາປະກາດວ່າ ເງິນເດືອນຫຼາຍ ກະໄປຫຼາຍຄົນຖືກຕົ້ມເດີ້ ມັນຕ້ອງໄປບໍຣິສັດຈັດຫາງານ. ບໍຣິສັດເຂົາຈະນໍາສົ່ງ ຄັນໄປບໍ່ຖືກຕ້ອງ ເຂົາເອົາໄປຂາຍໃດ໋ ເຂົາໃຊ້ແຮງງານ ວຽກຫຼາຍແລ້ວຢາກກັບ ກັບບໍ່ໄດ້ ຖືກປັບໃໝ.”

ທ່ານກ່າວຕື່ມວ່າ ຫວ່າງເດືອນທີ່ແລ້ວ ລູກຂອງໝູ່ທ່ານເອງ ຫາກໍໄດ້ອອກມາຈາກສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ເຊິ່ງລູກຂອງໝູ່ທ່ານ ກໍຖືກກົດຂີ່ຂົ່ມເຫັງແຮງງານໃນນັ້ນ ແລະຫຼາຍຄົນກໍເຕືອນແລ້ວ ແຕ່ລາວບໍ່ຟັງ ຍ້ອນຢາກໄດ້ເງິນເດືອນຫຼາຍ ໂດຍໄດ້ໄປສມັກວຽກ ໃນສື່ສັງຄົມອອນລາຍນ໌ ຕາມເຟສບຸກຄ໌ຕ່າງໆ ເຊິ່ງເປັນວຽກກ່ຽວກັບ ການຕອບແຊັດທາງອອນລາຍນ໌ ທີ່ໃຫ້ເງິນເດືອນສູງ ແຕ່ພໍເຂົ້າໄປເຮັດວຽກແລ້ວ ພັດບໍ່ໄດ້ເປັນຢ່າງທີ່ຄິດໄວ້ ເຂົາເຈົ້າໃຊ້ແຮງງານໜັກ ໃຫ້ເຮັດວຽກ ໃຫ້ໄດ້ຕາມເປົ້າໝາຍ ຖ້າຫາກເຮັດບໍ່ໄດ້ ກໍຖືກເຂົາຕີ, ທໍຣະມານ, ຢາກຈະກັບບ້ານກໍກັບບໍ່ໄດ້ ຕ້ອງໄດ້ຫາເງິນໄປໃຊ້ເຂົາຄືນ 30 ລ້ານກີບ ຈຶ່ງໄດ້ອອກມາ.

“ມີຄົນນຶ່ງ ລູກສ່ຽວ ຫາກະມາແຕ່ສາມຫຼ່ຽມຄໍາ ຫາກໍໄດ້ເດືອນດຽວ ເຂົາໂຄສະນາແບບນີ້ໄປເລີຍ ໄປແລ້ວ ເຂົາລະແມ່ນໃຊ້ແຮງງານໃດ໋ ຢາກກັບກໍກັບບໍ່ໄດ້ ກໍຕ້ອງມີເງິນໃຫ້ເຂົາ ເຂົາກະຕີແດ່ຫັ້ນແຫຼະ ທໍຣະມານ ຍ້ອນວ່າ ຢາກໄດ້ເງິນເດືອນຫຼາຍແຫຼະ ແລະມັນກໍພຍາຍາມໂຮມເງິນໄວ້ ຈຶ່ງອອກມາໄດ້ ເສັຍ 30 ລ້ານໃຫ້ເຂົາໃດ໋.”

ສໍາລັບຜູ້ຕ້ອງຫາ 3 ຄົນ ທີ່ ປກສ ເມືອງໄຊທານີ ຈັບໄດ້ນີ້ ມີ ນາງ ຄູນສະຫວັນ ອາຍຸ 31 ປີ ຢູ່ບ້ານ ໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ທ້າວ ທັນວາ ບຸນຊັບ ອາຍຸ 27 ປີ ຢູ່ບ້ານ ໂນນສະອາດ ເມືອງໄຊທານີ ແລະທ້າວ ຕູ່ຢ່າງ ອາຍຸ 21 ປີ ຢູ່ບ້ານ ດົກໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ກ່ຽວກັບເຣື່ອງທີ່ວ່ານີ້ ຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ເຣື່ອງການໄປສມັກເຮັດວຽກ ຕາມສື່ສັງຄົມອອນລາຍນ໌ ຕ່າງໆນີ້ ຕົນເອງກໍຮູ້ສຶກຢ້ານຢູ່ ມີລູກມີຫຼານ ກໍຕ້ອງເຕືອນ ຕ້ອງຫ້າມບໍ່ໃຫ້ສມັກເດັດຂາດ ເພາະກໍເຫັນຂ່າວອອກມາ ຢ່າງຕໍ່ເນື່ອງ ເຣື່ອງການຖືກຕົວະຍົວະ ໄປເຮັດວຽກ ໂດຍສະເພາະ ໄປເຮັດວຽກຢູ່ສາມຫຼ່ຽມຄໍາ ໄປເຮັດກັບຄົນຈີນ ຖ້າຫາກເຮັດບໍ່ໄດ້ ກໍຖືກເຂົາຕີ.

“ຖ້າວ່າມີລູກ ກໍສັ່ງລູກ ກະສັ່ງຫຼານມ້ຽນ ບໍ່ໃຫ້ໄປເດັດຂາດ ສາມຫຼ່ຽມຄໍາຫັ້ນແຫຼະ ເພາະວ່າ ເບິ່ງຫັ້ນ ນໍາໂທຣະສັບຫັ້ນນ່າ ມີແຕ່ການຕົວະການຕົ້ມ ຄົນລາວເຮົາຫັ້ນນ່າ ໄປເຮັດວຽກກັບຄົນຈີນນ່າ ຖ້າວ່າເຮັດວຽກໃຫ້ເຂົາໄດ້ ແລະແມ່ນດີ ຄັນເຮັດວຽກໃຫ້ເຂົາບໍ່ໄດ້ ເຂົາມີແຕ່ທຸບແຕ່ຕີຫັ້ນແຫຼະ.”

ຂະນະທີ່ ຊາວລາວອີກທ່ານນຶ່ງ ກໍກ່າວວ່າ ກ່ຽວກັບເຣື່ອງດັ່ງກ່າວນີ້ ກໍຮູ້ສຶກຢ້ານ ຕ້ອງລະມັດລະວັງ ບໍ່ໄປຫຼົງເຊື່ອ ສມັກວຽກ ຕາມສື່ສັງຄົມອອນລາຍນ໌ ເດັດຂາດ ຖ້າຢາກໄດ້ວຽກ ກໍໄປຫາສມັກເອົາເອງ ນໍາບໍຣິສັດ.

“ຂ້ອຍບໍ່ຄິດຢາກໄປ ເພາະກະມີຄວາມຢ້ານຢູ່ຫັ້ນແຫຼະ ເພາະວ່າ ຄັນວ່າຈະໄປເຮັດວຽກ ກະໄປຊອກເອົາ ບໍ່ຄ່ອຍໄດ້ສມັກທາງເຟສບຸກຄ໌.”

ຢ່າງໃດກໍຕາມ ຜູ້ທີ່ຈະຊອກວຽກເຮັດງານທໍາ ໃນສື່ສັງຄົມອອນລາຍນ໌ ຫຼື ຮວມເຖິງບ່ອນອື່ນໆ ນໍາດ້ວຍ ໃນໄລຍະນີ້ ຕ້ອງມີສະຕິໃນການກວດສອບ ເບິ່ງຄືນວ່າ ບໍຣິສັດທີ່ປະກາດຮັບສມັກວຽກນັ້ນ ມີຕົວຕົນແທ້ຫຼືບໍ່ ແລະບໍ່ຄວນສົ່ງຮູບ, ເອກກະສານບັດປະຈໍາໂຕ, ໜັງສືຜ່ານແດນ, ສັມມະໂນຄົວ ແລະເລຂບັນຊີທະນາຄານຂອງຕົນ ໃຫ້ແກ່ບຸກຄົນອື່ນ ເນື່ອງຈາກ ອາຈຖືກເອົາເລຂບັດປະຈໍາໂຕ ຫຼື ເລຂບັນຊີທະນາຄານ ໄປປອມແປງ ກະທໍາຜິດກົດໝາຍ ໂດຍບໍ່ຮູ້ໂຕ ແລະຈະຖືວ່າ ເປັນຜູ້ກະທໍາຜິດໂດຍບໍ່ຮູ້ໂຕ ແລະຈະຖືກດໍາເນີນຄະດີ ຕາມກົດໝາຍ.
ກ່ຽວກັບເຣື່ອງດັ່ງກ່າວນີ້ ວິທຍຸເອເຊັຽເສຣີ ໄດ້ພຍາຍາມ ຕິດຕໍ່ໄປຫາ ປກສ ເມືອງໄຊທານີ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ ແຕ່ບໍ່ສາມາດຕິດຕໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.