ໄທຍ ຊ່ອຍເຫຼືອ ຄົນລາວ ທີ່ເປັນສແກມເມີ້ຣ໌ ຢູ່ກັມພູຊາ
2022.09.30

ໃນໄລຍະ 2 ປີທີ່ຜ່ານມາ ທາງການ ແລະມູລນິທິໄທຍ ແລະສາກົລໃນໄທຍ ໄດ້ປະສານງານກັບທາງການກັມພູຊາ ເພື່ອຊ່ອຍຄົນງານລາວ 7 ຄົນ ທີ່ຖືກຕົວະໄປເຮັດວຽກເປັນ Admin ແລະຄ້າຂາຍທາງອອນລາຍ ຢູ່ເຂດເສຖກິຈ ພິເສດຂອງຈີນ ຢູ່ກັມພູຊາ ທີ່ເມືອງສີຫານຸວີລລ໌, ແຕ່ພໍໄປຮອດແລ້ວ ພັດຖືກສັ່ງໃຫ້ເຮັດວຽກເປັນ ສແກມເມີ້ຣ໌ (Scammer).
ມີການປະເມີນວ່າ ຄົນງານລາວທີ່ ຖືກຊ່ອຍເຫລືອມາໄດ້ ທັງໝົດ ເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ຍ້ອນພວກເຂົາເຈົ້າຖືກຕົວະໄປ, ຖືກຍຶດໜັງສືຜ່ານແດນ, ໂທຣະສັບມືຖື ແລະຖືກກັກຂັງຕັ້ງແຕ່ມື້ທໍາອິດ ທີ່ໄປເຖິງເມືອງນັ້ນ.
ພວກເຂົາເຈົ້າ ຖືກທໍາຮ້າຍຮ່າງກາຍ ດ້ວຍການເອົາໄຟຟ້າຊ໊ອຕ ແລະຖືກຂາຍຕໍ່ໃຫ້ບໍຣິສັດ ສແກມເມີ້ຣ໌ (Scammer). ຂອງບໍຣິສັດຈີນອື່ນອີກ, ຫາກເຮັດວຽກບໍ່ໄດ້ ຫລືພະຍາຍາມໜີ ໄປຂໍຄວາມຊ່ອຍເຫລືອຈາກເຈົ້າໜ້າທີ່ ຕໍາຣວດ ກໍຖືກສັ່ງໃຫ້ອົດເຂົ້າ 3 ມື້, ອີງຕາມຄໍາເວົ້າຂອງ ທ່ານ ຈາຣຸວັດ ຮອງປະທານ ກັມມະການ ມູລນິທິ ອິມມານູແອລ (Immanuel Foundation) ຕໍ່ວິທຍຸ ເອເຊັຽເສຣີ ໃນໂອກາດທີ່ທ່ານເຂົ້າຮ່ວມ ກອງປະຊຸມເສວະນາ ໃນຫົວຂໍ້ “ການຄ້າມະນຸສ ຢູ່ໃນອາຊຽນ” ທີ່ສະໂມສອນ ນັກຂ່າວຕ່າງປະເທດ ທີ່ບາງກອກ ເມື່ອວັນທີ 29 ກັນຍານີ້.
ທ່ານກ່າວວ່າ:
“ສໍາລັບຂ້ອຍນີ້ ຈະບໍ່ມີຫລາຍ ກັບຄົນລາວ ທີ່ເຮົາຊ່ອຍອອກມານີ້ ມີແຕ່ 7 ຄົນ. ແຕ່ເຮົາຮູ້ວ່າ ລາວມີຫລາຍ ສ່ວນຫລາຍຈະຮູ້ວ່າ ເປັນງານ Online Marketing ເປັນ Admin ອັນນີ້ ຫລັກໆເລີຍ, ເຂົາຕ້ອງການເອົາໄປເຮັດວຽກແບບນີ້ ໄປເປັນ Scammer ພໍໄປເຖິງ ສ່ວນໃຫຍ່ເຂົາຈະຍຶດ ແພສພອດ, ຍຶດແລ້ວປຶບ ກໍຖືກກັກຂັງເລີຍ, ໃຫ້ຂາດອິສຣະພາບຕັ້ງແຕ່ມື້ທໍາອິດທີ່ເຂົ້າໄປ. ເຂົາກໍຈະມີການຂົ່ມຂູ່, ອອກບໍ່ໄດ້. ຖ້າອອກ ເຈົ້າຕ້ອງຈ່າຍເງິນຄ່າໄຖ່ຕົວ. ອັນນີ້ບັງຄັບໃຫ້ເປັນໜີ້. ເປັນໜີ້ໂດຍບໍ່ຖືກຕ້ອງ ເປັນໜີ້ທີ່ຜິດກົດໝາຍ. ຕ້ອງໄດ້ໄປໄຖ່ໂຕ 100,000 ບາທ, ບໍ່ເຮັດກໍຈະຖືກຂາຍຕໍ່. ບໍ່ເຮັດກໍຈະຖືກທໍາຮ້າຍ ຮ່າງກາຍ ຈະຖືກຂັງ, ບໍ່ໃຫ້ກິນເຂົ້າ ລັກ ສະນະນີ້ທັງໝົດ ການຂົ່ມຂູ່.”
ທ່ານກ່າວຕໍ່ໄປວ່າ ຕຶກທີ່ມີຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ອາສັຍຢູ່ນັ້ນ ເປັນຕຶກດຽວ, ຂ້າງນອກບໍ່ມີກໍາແພງ ແຕ່ຕ້ອງໄດ້ຢູ່ແຕ່ໃນຕຶກເທົ່ານັ້ນ. ແຕ່ບາງຕຶກກໍໃຫຍ່ ມີກໍາແພງສູງ ແຕ່ກໍສາມາດລັກໜີ ອອກໄປໄດ້ຢູ່ ແຕ່ກໍບໍ່ເປັນເຣື່ອງງ່າຍ, ຕ້ອງສ່ຽງຍ້ອນມີຮົ້ວໄຟຟ້າ, ມີເຈົ້າໜ້າທີ່ຮັກສາ ຄວາມປອດພັຍຮັກສາ ເຮັດໃຫ້ການໜີໄປ ຂ້າງນອກ ເປັນເຣື່ອງບໍ່ງ່າຍ.
ໃນຈໍານວນຄົນລາວ 7 ຄົນ ທີ່ວ່ານັ້ນ ຈໍານວນນຶ່ງກໍອອກມາພ້ອມ ຄົນໄທຍ ແລະອີກຈໍານວນນຶ່ງ ກໍອາສັຍຄວາມໄວ້ໃຈ ຈາກເຖົ້າແກ່ຈີນ, ອະນຸຍາດໃຫ້ໃຊ້ໂທຣະສັບໄດ້ 2 ຊົ່ວໂມງ ໃນຕອນແລງ, ໂທຫາເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອຂໍຄວາມຊ່ອຍເຫລືອ. ເມື່ອຊ່ອຍຄົນລາວນັ້ນ ມາຮອດໄທຍແລ້ວ ທາງໄທຍກໍຕິດຕໍ່ຫາ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານໃນລາວ ໃຫ້ມາຮັບເອົາໄປ, ທ່ານ ຈາຣຸວັດ ກ່າວ.
“ແທ້ໆໃນລາວ ຍັງຕັ້ງ NGOs ຈິງໆບໍ່ໄດ້ ແຕ່ມີຄົນທີ່ເຮັດວຽກ ເຂົາຈະເບິ່ງແຍງ ເຂົາຮູ້ວ່າ ຄົນລາວທີ່ຖືກຕົວະໄປ ເຂົາກໍປະສານງານຊ່ອຍ, ແຕ່ວ່າທາງການລາວແທ້ໆ ເຮົາກໍບໍ່ໄດ້ໂອ້ລົມ ເຮົາສົ່ງຜ່ານໃຫ້ທາງອົງການໂຕນີ້ແທ້ໆ ຂ້ອຍເຫັນວ່າເປັນ NGOs ດ້ວຍກັນ.”
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ອົງການຈັດຕັ້ງ ພາກປະຊາສັງຄົມຂອງໄທຍ ທ່ານນຶ່ງ ກໍກ່າວຕໍ່ວິທ ຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໄດ້ຊ່ອຍເຫລືອແມ່ຍິງ ທັງໄທຍ ແລະລາວ ທີ່ຕົກເປັນຜູ້ເຄາະຮ້າຍ ຈາກການຄ້າມະນຸສນັ້ນ ກັບຄືນສູ່ພູມລໍາເນົາ ຂອງພວກເຂົາເຈົ້າແລ້ວ.
ທ່ານກ່າວວ່າ:
“ຊ່ອຍໝົດເລີຍ ຜູ້ຍິງໄທຍ ຜູ້ຍິງລາວ ຜູ້ຍິງໃດກໍແລ້ວແຕ່ ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸສ, ແຕ່ທີ່ສໍາຄັນຈະຕ້ອງ ມີການຄັດແຍກກ່ອນວ່າ ມັນແມ່ນຖືກຄ້າມະນຸສ ຈິງແທ້ຫລືບໍ່ແບບໃດ ຈັ່ງໃດ.”
ກ່ຽວກັບເຣື່ອງດັ່ງກ່າວ ທ່ານ ຟິລ ໂຣເບີຣ໌ທຊັນ (Phil Robertson) ຮອງຜູ້ອໍານວຍການ ອົງການ ສິ້ງຊອມ ດ້ານສິທທິມະນຸສ (Human Rights Watch) ປະຈໍາພາກພື້ນ ເອເຊັຽ-ປາຊີຟິກ ກ່າວຢູ່ນອກກອງປະຊຸມ ເສວະນານັ້ນວ່າ ຣັຖບານລາວ ອາຈຍັງບໍ່ຊຸກຍູ້ ໃຫ້ມີການຕິດຕາມ, ຊ່ວຍເຫລືອຄົນລາວ ທີ່ເປັນຜູ້ຖືກເຄາະຮ້າຍນັ້ນ ຢ່າງຈິງຈັງ ຄືກັບຣັຖບານໄທຍ, ຣັຖບານອິນໂດເນເຊັຽ ແລະຣັຖບານມາເລເຊັຽ ເນື່ອງຈາກ ອາຈຍັງເປັນຫ່ວງ ຢ້ານຈະກະທົບຕໍ່ຄວາມສັມພັນ ທາງການທູຕ ລະຫວ່າງລາວ-ກັມພູຊາ ຂະນະທີ່ ຣັຖບານລາວ ອາຈຍັງມີທັສນະຕໍ່ຄົນລາວ ທີ່ຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສນັ້ນວ່າ ເປັນຜູ້ຮູ້ເທົ່າບໍ່ເຖິງການ ແລະເປັນຄວາມຜິດ ຂອງພວກເຂົາເອງ.

ດັ່ງ ທີ່ທ່ານກ່າວວ່າ:
“ແທ້ໆແລ້ວ ອາຈເປັນພວກຣັຖບານລາວ ບໍ່ຜັກດັນໃຫ້ຣັຖບານກັມພູຊາ ຊ່ວຍເຂົາ ກໍເລີຍບັນຫາດຽວກັນກັບວຽດນາມ. ວຽດນາມກໍເປັນຫ່ວງ ເຣື່ອງຄວາມສັມພັນກັບກັມພູຊາ ບໍ່ຢາກຈະເວົ້າຫຍັງຫລາຍເກີນໄປ ທາງລາວອາຈຄືກັນ ບໍ່ໄດ້ເຫັນວ່າ ເຂົາເປັນເຫຍື່ອ ເຫັນວ່າເຂົາເປັນຄົນເຮັດເອງ, ໂງ່ເອງ ກໍເລີຍຈົບໄປ.”
ສ່ວນເຈົ້າໜ້າທີ່ຜແນກຕ້ານ ແລະສະກັດກັ້ນການຄ້າມະນຸສ ແຂວງຈໍາປາສັກ ເວົ້າວ່າ ຍັງບໍ່ທັນມີຂໍ້ມູລ ບໍ່ທັນໄດ້ຮັບແຈ້ງວ່າ ປະຊາຊົນໃນແຂວງນີ້ຖືກຕົວະໄປ ເຮັດວຽກເປັນ ສແກມເມີ້ຣ໌ (Scammer) ຢູ່ກັມພູຊາ. ຖ້າມີຜູ້ຖືກຕົວະໄປແທ້ ກໍຈະຕ້ອງໄດ້ປະສານ ໄປຫາສະຖານທູຕລາວ ປະຈໍາກັມພູຊາ ເພື່ອໃຫ້ການຊ່ອຍເຫລືອ.
ດັ່ງ ທ່ານກ່າວໃນ ມື້ດຽວກັນນັ້ນວ່າ:
“ເຮົາຍັງບໍ່ທັນມີຂໍ້ມູລອີ່ສັງ ໂຕຢູ່ກັມພູຊາຫັ້ນ ເຮົາບໍ່ໄດ້ຮັບແຈ້ງອີ່ສັງນ່າໂຕກ່ຽວກັບກັມພູຊານີ້. ກັມພູຊານີ້ ຖ້າສົມມຸດວ່າ ເປັນການຢັ້ງຢືນວ່າ ເປັນການຄ້າມະນຸສແທ້ ທາງເຈົ້າໜ້າທີ່ບໍ່ໄດ້ຊ່ວຍເຫລືອ ຫລືເຂົາມາຂໍຄວາມຊ່ວຍເຫລືອ ຈາກສະຖານທູຕ ມາຫາທາງອັນນີ້ເຮົາຫັ້ນນ່າ. ບາດນີ້ ການກອບກູ້ຊ່ວຍເຫລືອ ມາຮອດບ້ານເຮົາແລ້ວ ມັນຈັ່ງສິເຂົ້າກັບການຊ່ວຍເຫລືອ ຂອງອັນນີ້ເຮົາເດ໋ ໃນຄະນະກັມການນ່າ ຄ່າອັນນັ້ນອັນນີ້ຈະບໍ່ເສັຽນ່າ. ໂອ໋ ມັນເຂົ້າໄປກັມພູຊາເພື່ອ ຕິດຕາມຊ່ວຍເຫລືອ ບໍ່ໄດ້ເດ໋. ຄັນວ່າຢູ່ລາວແທ້ໆ ມັນບໍ່ແມ່ນບັນຫາ ບາດນີ້ຢູ່ປະເທດເຂົາ ສິເຂົ້າໄປລັກສະນະຈັ່ງໃດນໍ໋ ຂັ້ນເຈົ້າໜ້າທີ່ຫັ້ນນ່າ ມັນຍາກເດ໋.”
ພ້ອມດຽວກັນນັ້ນ ວິທຍຸ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງກົມຕໍາຣວດ ສະກັດກັ້ນ ແລະຕ້ານການຄ້າ ມະນຸສ ແລະສູນກາງ ສະຫະພັນແມ່ຍິງລາວ ເພື່ອຂໍຮູ້ເຣື່ອງການຕິດຕາມ ແລະການຊ່ອຍເຫລືອ ປະຊາຊົນລາວ ທີ່ຖືກຕົວະ ໄປເຮັດວຽກ ຢູ່ເມືອງສີຫານຸວິລລ໌ນັ້ນ, ໄດ້ຮັບຄໍາຕອບວ່າ ຍັງບໍ່ຮູ້ກ່ຽວກັບເຣື່ອງນີ້.
ພ້ອມກັນນັ້ນ ກໍໄດ້ຕິດຕໍ່ໄປຫາ ສະຖານທູຕລາວ ປະຈໍາກັມພູຊາ ແຕ່ບໍ່ສາມາດຕິດຕໍ່ໄດ້.
ວຽກ ສແກມເມີ້ຣ໌ (Scammer) ຄືວຽກຕົວະ ລໍ້ເອົາເງິນຄົນ ຜ່ານການຕວະຢ່າງໜ້ອຍ 3 ຮູບແບບ ຄື:
- ຕົວະດ້ວຍການ ສະແດງຕົວຕົນເປັນ ພະນັກງານ Call Center ໂທຫາເຫຍື່ອ ຖາມເຖິງເບີໂທຣະສັບ ຊື່ ນາມສະກຸນ ວ່າ ພັສດຸຕິດຄ້າງ, ຕິດໜີ້ບັດເຄຣດິຕ, ແລ້ວເຫຍື່ອບໍ່ທັນຄິດ ກໍຈະໂອນເງິນໃຫ້ ສແກມເມີ້ຣ໌ (Scammer), ແລ້ວເອົາຄືນບໍ່ໄດ້.
- ຕົວະຜ່ານເວັບໄຊຕ໌ ການພະນັນ ຄື ໃຫ້ເຕີມເງິນ ຈໍານວນເທົ່ານີ້, ຖ້າໄປຕົວະຄົນອື່ນ ໃຫ້ເຕີມເງິນໄດ້ອີກ ກໍຈະໄດ້ເປີເຊັນ ແລະ
- ການຊື້ຂາຍໃນ ຕລາດຫຸ້ນ ເອົາເງິນຈາກເຫຍື່ອ ໄປລົງທຶນກັບບໍຣິສັດ ແລ້ວວ່າຈະປັນຜົນກໍາໄລເປັນເປີເຊັນ ໃຫ້ເຫຍື່ອສູງເຖິງ 40%, ເມື່ອເຫຍື່ອຕາຍໃຈ ລົງທຶນນໍາຫລາຍແລ້ວ ກໍຈະບໍ່ໂອນເງິນ ທັງເງິນລົງທຶນ ແລະກໍາໄລໃຫ້ເຫຍື່ອຄືນ.
ໃນການປະສານງານ ໄປຍັງທາງການກັມພູຊາ ຊ່ອຍຄົນງານລາວ 7 ຄົນ ທີ່ວ່ານັ້ນ ມີທັງກົມສອບສວນຄະດີພິເສດ ຫຼື Department of Special Investigation (DSI) ຂອງໄທຍ, ສໍານັກງານຕໍາຣວດແຫ່ງຊາຕ ຂອງໄທຍ, ກະຊວງ ພັທນາສັງຄົມ ແລະຄວາມໝັ້ນຄົງ ຂອງມະນຸສ ຂອງໄທຍ, ມູລນິທິ ອິມມານູແອລ (Immanuel Foundation) ປະຈໍາປະເທດໄທຍ ແລະອີກ 10 ປາຍອົງການຈັດຕັ້ງ ທັງພາຍໃນ ແລະສາກົລ ໃນໄທຍນໍາດ້ວຍ.