ມີຂ່າວຄືບໜ້າ ແມ່ຍິງໄທຍ 4 ຄົນ ທີ່ຫາຍສາບສູນ ຢູ່ເຂດເສຖກິຈພິເສດ
2022.05.09

ແມ່ຍິງໄທຍ 4 ຄົນ ຈາກແຂວງຊົນບູຣີ ທີ່ຫາຍສາບສູນໄປ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຕິດຕໍ່ກັບຄືນຫາຄອບຄົວແລ້ວ ສາເຫດທີ່ພວກເຂົາເຈົ້າຫາຍສາບສູນ ແມ່ນຍ້ອນຖືກເຈົ້າໜ້າທີ່ຕໍາຣວດລາວຈັບ ໃນຂໍ້ຫາລັກເຂົ້າເມືອງຜິດກົດໝາຍ ແລະຖືກປັບໃໝຄົນລະ 9,100 ບາດ ຫຼືປະມານ 3 ລ້ານ 7 ແສນປາຍກີບ ແລ້ວຈຶ່ງຖືກປ່ອຍໂຕອອກມາ ຊຶ່ງຕອນນີ້ແມ່ຍິງຊາວໄທຍ ທັງ 4 ຄົນ ທີ່ວ່ານີ້ ຍັງລໍຖ້າກັບປະເທດ.
ດັ່ງຍາດພີ່ນ້ອງ ຂອງແມ່ຍິງໄທຍ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 9 ພຶສພາ 2022 ນີ້ວ່າ:
“ບາດນີ້ຖືຄືວ່າ ປະກັນອອກໝົດເລີຍ ຄົນລະ 9,000 (ບາດ) ແມ່ນລະ 9,100 (ບາດ) ສ່ວນມື້ທີ່ຜູ້ກ່ຽວຈະຖືກ ສົ່ງໂຕກັບປະເທດນັ້ນ ບໍ່ທັນໝັ້ນໃຈຄືກັນ ຂະເຈົ້າບອກໃຫ້ໄປຮັບ ຂະເຈົ້າບອກ ໃຫ້ໄປຮັບຢູ່ທີ່ ຕມ.”
ໃນຂະນະດຽວກັນ ເຖິງແມ່ນວ່າ ແມ່ຍິງໄທຍ ທັງ 4 ຄົນ ຈະຢູ່ລະຫວ່າງການລໍຖ້າໃຫ້ທາງການລາວ ດໍາເນີນການສົ່ງໂຕກັບຄືນປະເທດໄທຍນັ້ນ ແຕ່ຢ່າງໃດກໍຕາມ ພວກກ່ຽວເອງ ແລະຄອບຄົວຂອງພວກກ່ຽວ ກໍຢູ່ລະຫວ່າງການຮວບຮວມຫຼັກຖານ ເພື່ອດໍາເນີນຄະດີທາງກົດໝາຍ ນໍານາຍໜ້າຊາວໄທຍ ແລະນາຍໜ້າຊາວລາວ ທີ່ຮ່ວມມືກັນຕົວະຍົວະໃຫ້ພວກກ່ຽວ ໄປເຮັດວຽກຢູ່ກາຊິໂນຄິງສ໌ໂຣມັນສ໌:
ດັ່ງຍາດພີ່ນ້ອງຂອງຜູ້ກ່ຽວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄືຕອນນີ້ ເຂົ້າໝາຍມອງໄວ້ແລ້ວແຫຼະ ວ່າຣົຖຄັນນີ້ ພາຄົນຂ້າມທາງເຮືອ ຊ່ອງທາງທັມມະຊາດ ເວລາມືດຄໍ່າ ຄົນນີ້ ເວລາມັນເອົາໄປປຸ໊ບນີ້ ມັນເກັບເອກກະສານອີ່ຫຍັງໝົດເລີຍ ໂທຣະສັບມັນເກັບໄວ້ໝົດເລີຍ.”
ປັດຈຸບັນ ແມ່ຍິງໄທຍ ທັງ 4 ຄົນ ຢູ່ໃນຄວາມປອດໄພແລ້ວ ແລະສາມາດຕິດຕໍ່ກັບຫາຄອບຄົວ ຢູ່ປະເທດໄທຍໄດ້ປົກກະຕິ ແຕ່ຢ່າງໃດກໍຕາມ ພັດບໍ່ສາມາດລະບຸໄດ້ຢ່າງຄັກແນ່ວ່າ ພວກກ່ຽວຈະຖືກສົ່ງໂຕກັບປະເທດໄທຍໄດ້ມື້ໃດ ແລະຈະສົ່ງກັບມາທາງຊ່ອງທາງໃດ.
ດັ່ງເຈົ້າໜ້າທີ່ ທີ່ປະສານງານຊ່ອຍເຫຼືອຄົນໄທຍ ທີ່ຖືກຕົວະໄປເຮັດວຽກ ຢູ່ຕ່າງປະເທດ ທ່ານນຶ່ງກ່າວວ່າ:
“ພວກຂະເຈົ້າຫັ້ນ ຖືກຕໍາຣວດລາວ ຈັບໄປ ໄປຂັງຢູ່ປະມານ 5 ມື້ ບາດນີ້ ເພິ່ນຫາກໍໄຖ່ໂຕເອງແລ້ວ ກໍເສັຍໃຫ້ຕໍາຣວດລາວ ໃນເຣື່ອງຂອງເຂົ້າເມືອງຜິດກົດໝາຍ ປະມານຄົນລະ 9,000 (ບາດ) ຕອນນີ້ລໍຖ້າ ລໍຖ້າໃນເຣື່ອງການສົ່ງໂຕກັບ ແຕ່ຕອນນີ້ ນ້ອງປອດພັຍແລ້ວ.”
ເມື່ອວັນທີ່ 6 ພຶສພາ ທີ່ຜ່ານມາ ຄະນະສະເພາະກິຈ ຊ່ອຍເຫຼືອຄົນຕ່າງດ້າວ ແຂວງບໍ່ແກ້ວ ໄດ້ປະສານງານມາຍັງ ສໍານັກງານກວດຄົນເຂົ້າເມືອງ ເມືອງຊຽງແສນ ແຂວງຊຽງຮາຍ ປະເທດໄທຍ ເພື່ອສົ່ງໂຕຄົນງານໄທຍ ທີ່ຖືກຕົວະໄປເຮັດວຽກເປັນສະແກມເມີ້ ຢູ່ກາຊີໂນ ຄິງສ໌ໂຣມັນສ໌ ພາຍໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈໍານວນ 16 ຄົນ ກັບປະເທດໄທຍ ຢູ່ບໍຣິເວນຂົວມິຕພາບລາວ-ໄທຍ ແຫ່ງທີ່ 4 ຫ້ວຍຊາຍ-ຊຽງຂອງ.
ປັດຈຸບັນ ຍັງມີຄົນງານໄທຍ ອີກຈໍານວນຫຼາຍ ທີ່ລໍຖ້າການຊ່ອຍເຫຼືອ ແລະຕ້ອງການເດີນທາງກັບປະເທດໄທຍ ແລະເຖິງແມ່ນວ່າ ທາງການໄທຍຈະພິຈາຣະນາແລ້ວ ວ່າເປັນກໍຣະນີ ທີ່ກ່ຽວພັນກັບຂບວນການຄ້າມະນຸສແທ້ ແຕ່ຢ່າງໃດກໍຕາມ ທັງທາງເຈົ້າໜ້າທີ່ໄທຍ ແລະເຈົ້າໜ້າທີ່ລາວ ຍັງບໍ່ທັນສາມາດຊ່ອຍເຫຼືອພວກກ່ຽວ ທີ່ຕົກຢູ່ໃນສະຖະນາການດັ່ງກ່າວນີ້ໄດ້ ຍ້ອນນາຍຈ້າງຊາວຈີນ ບໍ່ຍອມປ່ອຍໂຕ ພ້ອມທັງນາບຂູ່ວ່າ ຫາກພວກກ່ຽວ ຕ້ອງການເຊົາເຮັດວຽກເປັນສະແກມເມີ້ ແລະຕ້ອງການເດີນທາງກັບປະເທດໄທຍ ຈະຕ້ອງຈ່າຍຄ່າໄຖ່ໂຕ ເປັນຈໍານວນ 30,000 ບາດ ຫຼືປະມານ 6,000 ຢວນຕໍ່ຄົນ.
ດັ່ງຄົນງານໄທຍ ທີ່ຍັງລໍຖ້າການຊ່ອຍເຫຼືອ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 8 ພຶສພາ 2022 ນີ້ວ່າ: “ຂ້ອຍຖືກຕົວະມາເຮັດວຽກຢູ່ກາຊິໂນ ມາແລ້ວຫຼາຍເດືອນ ເຖິງແມ່ນວ່າ ຊິປະສານໃຫ້ທາງການຊ່ອຍ ແຕ່ເພິ່ນພັດຍັງບໍ່ທັນສາມາດຊ່ອຍໄດ້ ຍ້ອນນາຍຈ້າງຈີນ ບໍ່ຍອມປ່ອຍ ເພິ່ນເວົ້າໃຫ້ຈ່າຍຄົນລະ 6,000 ຢວນ ຊິປ່ອຍ ແຕ່ພວກຂ້ອຍຊິຊອກເງິນແຕ່ໃສ ຍ້ອນສູ່ມື້ນີ້ ເພິ່ນບັງຄັບເຮັດວຽກ ແຕ່ 8 ໂມງເຊົ້າ ຫາເວລາທ່ຽງຄືນ ຄັນມື້ໃດມີປະຊຸມ ຊິໄດ້ນອນ 1 ໂມງ ເຮັດວຽກມາຫຼາຍເດືອນ ບໍ່ເຄີຍໄດ້ຄ່າຈ້າງຈັກບາດ ມີແຕ່ເຮັດວຽກແລກເຂົ້າ ແລະແລກບ່ອນພັກອາສັຍໄປແຕ່ລະມື້ເທົ່ານັ້ນ.”
ຄົນງານໄທຍຜູ້ນີ້ກ່າວຕື່ມວ່າ ໃນແຕ່ລະມື້ ຕ້ອງເຮັດວຽກ ປະມານ 15-16 ຊົ່ວໂມງຕໍ່ມື້, ນອນພັກ ໃນສະຖານທີ່ແອອັດ ແລະສົກກະປົກ ຊຶ່ງເປັນເຊັ່ນນີ້ ມາປະມານ 1 ສັປດາ ນາຍຈ້າງຊາວຈີນ ພັດບັງຄັບເຊັນສັນຍາຈ້າງງານ ທີ່ເປັນພາສາຈີນທັງໝົດ ພ້ອມທັງອະທິບາຍວ່າ ໃນໄລຍະ 2 ເດືອນທໍາອິດ ຄົນງານໄທຍກຸ່ມດັ່ງກ່າວນີ້ ຈະໄດ້ຄ່າງຈ້າງ ເດືອນລະ 25,000 ບາດ ແລະເມື່ອເຖິງເດືອນທີ່ 3 ຈະໄດ້ເງິນເດືອນໆລະ 30,000 ບາດ ຕາມທີ່ໄດ້ຕົກລົງກັນໄວ້ ເມື່ອເຮັດວຽກໄປໄດ້ບໍ່ດົນ ພັດຮູ້ວ່າ ຖືກຕົວະໃຫ້ມາເປັນສະແກມເມີ້, ຕົວະຍົວະໃຫ້ຄົນມາລົງທຶນ ແລະໂອນເງິນມາໃຫ້ທາງບໍຣິສັດ ຜ່ານລະບົບອອນລາຍນ໌ ຈຶ່ງບໍ່ຕ້ອງການເຮັດວຽກນີ້ຕື່ມ ແຕ່ກໍຈໍາເປັນຕ້ອງເຮັດວຽກໄປ ຕາມຄໍາສັ່ງຂອງຫົວໜ້າຄຸມງານ ຍ້ອນບໍ່ສາມາດອອກມາໄດ້ ແລະຄາດວ່າ ມີຄົນງານໄທຍ ທີ່ຍັງລໍຖ້າການຊ່ອຍເຫຼືອ ອີກຫຼາຍກວ່າ 200 ຫາ 300 ຄົນ.
ສໍາຄົນງານໄທຍ ທີ່ຖືກຕົວະມາເຮັດວຽກ ເປັນສະແກມເມີ້ ຢູ່ພາຍໃນກາຊິໂນຄິງສ໌ໂຣມັນສ໌ ພາຍໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະມີຄວາມຕ້ອງການ ຢາກຈະເດີນທາງກັບປະເທດໄທຍ ພວກກ່ຽວ ຫຼືພໍ່ແມ່ພີ່ນ້ອງທາງບ້ານ ຈະຕ້ອງແຈ້ງຣາຍລະອຽດ ແຈ້ງໄປຍັງ ສະຖານເອກອັກຄະຣາຊທູດໄທຍ ປະຈໍາປະເທດລາວ ເປັນອັນດັບທໍາອິດ.
ດັ່ງເຈົ້າໜ້າທີ່ ທີ່ປະສານງານຊ່ອຍເຫຼືອຄົນໄທຍ ທີ່ຖືກຕົວະໄປເຮັດວຽກ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ທ່ານນຶ່ງ ກ່າວວ່າ:
“ຄັນເພິ່ນຈະກັບ ກໍໃຫ້ເພິ່ນແຈ້ງໄປຍັງສະຖານທູດ ສະຖານທູດໄທຍ ຢູ່ນະຄອນຫຼວງວຽງຈັນ ເພື່ອໃຫ້ທາງສະຖານທູດ ຫຼືທາງກົງສຸນຫັ້ນ ເພິ່ນເຮັດໜັງສືມາທາງ ທາງແຂວງບໍ່ແກ້ວເນາະ ຈັດຫາຢູ່ເນາະ ຄັນໄປຮອດຂະເຈົ້າ ແລ້ວຂະເຈົ້າກໍຊ່ອຍໄວຢູ່ດອກ.”
ກ່ອນໜ້ານີ້ ເມື່ອວັນທີ່ 25 ເມສາ ຜ່ານມາ ກົມການກົງສຸນ ກະຊວງການຕ່າງປະເທດຂອງໄທຍ ໄດ້ອອກປະກາດແຈ້ງເຕືອນຄົນໄທຍ ໃຫ້ຣະວັງການໂຄສະນາ ລໍ້ລວງຜ່ານສື່ສັງຄົມອອນລາຍນ໌ ຫຼືຖືກຊັກຊວນຈາກນາຍໜ້າຄົນໄທຍ ກ່ຽວກັບການເດີນທາງ ໄປເຮັດວຽກ ຢູ່ກາຊິໂນຄິງສ໌ໂຣມັນສ໌ ພາຍໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ວ່າຈະໄດ້ຮັບຄ່າຕອບແທນສູງ, ສວັດດີການດີ ແລະມີທີ່ພັກແລະອາຫານພ້ອມ ເນື່ອງຈາກອາຈຕົກເປັນເຫຍື່ອການຄ້າມະນຸດ ແລະຖືກບັງຄັບໃຫ້ເຮັດວຽກ ທີ່ບໍ່ຖືກຕ້ອງຕາມກົດໝາຍ ເປັນຕົ້ນ ຖືກບັງຄັບໃຫ້ເຮັດວຽກ ເປັນສະແກມເມີ້ ຕົວະເອົາເງິນຈາກຜູ້ອື່ນ ຜ່ານລະບົບອອນລາຍນ໌ ຫຼືຖືກບັງຄັບໃຫ້ຄ້າປະເວນີ ທັງນີ້ ຖ້າຫາກບໍ່ປະຕິບັດຕາມ ຈະຖືກຮຽກເອົາເງິນ, ຂົ່ມຂູ່ ທໍາຮ້າຍຮ່າງກາຍ, ກັກຂັງ, ຍຶດເອກກະສານປະຈໍາໂຕ ແລະຖືກຂາຍຕໍ່ ໃຫ້ນາຍຈ້າງຣາຍອື່ນ.