ຄົນໄທຍ 13 ຄົນ ຖືກຊ່ອຍອອກຈາກ ກາສິໂນ ຄິງສ໌ໂຣມັນສ໌
2022.06.15

ເມື່ອວັນທີີ 9 ມິຖຸນາ ທີ່ຜ່ານມາ ຄົນງານໄທຍ 13 ຄົນ ທີ່ຖືກຕົວະ ໄປເຮັດວຽກເປັນສະແກມເມີ້ ຢູ່ກາສິໂນ ຄິງໂຣມັນ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຮັບການຊ່ອຍເຫຼືອ ແລະເດີນທາງກັບປະເທດໄທຍແລ້ວ ໂດຍຫຼັງຈາກນີ້ ເຈົ້າໜ້າທີ່ດ່ານກວດຄົນເຂົ້າເມືອງຊຽງແສນ ແຂວງຊຽງຮາຍ ແລະເຈົ້າໜ້າທີ່ ຝ່າຍຄວາມໝັ້ນຄົງຂອງໄທຍ ຈະດໍາເນີນການສືບສວນ ຫາຂບວນການຕົວະຄົນງານໄທຍ ຂ້າມໄປເຮັດວຽກຢູ່ລາວ ເຊິ່ງຄາດວ່າ ມີຄວາມກ່ຽວພັນ ກັບຂບວນການຄ້າມະນຸສ ແລະການກໍ່ອາຊຍາກັມຂ້າມຊາດ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການຊ່ອຍເຫຼືອ ຄົນງານໄທຍ ທີ່ເດີນທາງ ໄປເຮັດວຽກຢູ່ປະເທດລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 15 ມິຖຸນາ 2022 ນີ້ວ່າ:
“ແຕ່່ວ່າຄະດີຫຼາຍຄະດີ ທີ່ທາງພາກ 5 ເຂົາດໍາເນີນການຢູ່ ໂດຍທີ່ນ້ອງເຂົາຕ້ອງໃຫ້ຂໍ້ມູນຢູ່ເຟສ ຫຼືວ່າລາຍນ໌ຄົນທີ່ຕົວະເຂົາໄປ ຕ້ອງໃຫ້ຂໍ້ມູນ ແລ້ວກໍເຊື່ອມໂຍ່ງ ແລ້ວກໍຜູ້ຕ້ອງຫາສ່ວນຫຼາຍ ມັນຈະຢູ່ຕ່າງປະເທດເນາະ ຈັບຄົນໄທຍໄດ້ ແລ້ວກໍຈັບທາງພຸ້ນບໍ່ໄດ້.”
ທ່ານກ່າວຕື່ມວ່າ ທາງການໄທຍ ໄດ້ຕັ້ງຄະນະກັມມະການ ເພື່ອດໍາເນີນການສອບສວນ ເຫດການດັ່ງກ່າວນີ້ ວ່າກ່ຽວຂ້ອງກັບກັບຂບວນການ ຄ້າມະນຸສ ຫຼືບໍ່ ແຕ່ຢ່າງໃດກໍຕາມ ຈາກການຕິດຕາມຂໍ້ມູນເບື້ອງຕົ້ນ ພົບວ່າ ອາຈເຂົ້າຂ່າຍບວນການຄ້າມະນຸສ ຍ້ອນມີລັກສະນະໃກ້ຄຽງ ກັບຄະດີທີ່ທາງຕໍາຣວດ ພູທອນພາກ 5 (ຢູ່ທາງພາກເໜືອ) ໄດ້ດໍາເນີນການມາ ກວດພົບວ່າ ມີຄົນງານໄທຍ ຖືກຕົວະໄປເຮັດວຽກເປັນສະແກມເມີ້ຣ໌.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ ໄປຫາຄົນງານໄທຍທັງ 13 ຄົນ ເພື່ອສອບຖາມກ່ຽວກັບ ຂບວນການທີ່ເຂົາເຈົ້າຖືກຕົວະໄປເຮັດວຽກ ແລະວຽກທີ່ພວກຂະເຈົ້າຕ້ອງປະສົບ ຮວມເຖິງຊີວິດຄວາມເປັນຢູ່ ຂະນະເຮັດວຽກຢູ່ພາຍໃນກາສິໂນ ຄິງສ໌ໂຣມັນສ໌ ແຕ່ພວກຜູ້ກ່ຽວ ຍັງບໍ່ສະດວກໃຫ້ສັມພາດ.
ສໍາລັບນາຍໜ້າ ທີ່ຕົວະຄົນງານລາວ ແລະຄົນງານຕ່າງປະເທດ ເຂົ້າມາເຮັດວຽກເປັນສະແກມເມີ້ຣ໌ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ພາຍໃນເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ສ່ວນຫຼາຍເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສາມາດ ດໍາເນີນຄະດີທາງກົດໝາຍໄດ້ ຍ້ອນຂັັ້ນຕອນ ໃນການຕົວະຍົວະ ຂອງພວກເຂົາເຈົ້າ ເປັນໄປໃນລັກສະນະຂ້າມຊາຕ ແລະຜ່ານສື່ສັງຄົມອອນລາຍນ໌ ທີ່ຊອກຫາຫຼັກຖານໄດ້ ຂ້ອນຂ້າງຍາກ.
ດັ່ງເຈົ້າໜ້າທີ່ ທີ່ຮັບຜິດຊອບ ຕິດຕາມຄະດີ ການຄ້າມະນຸສຂ້າມຊາຕ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມັນຍາກກັບທີ່ວ່າ ບາງທີ່ກໍຮູບໂຕຈິງ ກັບຜູ້ກະທໍາຜິດຫັ້ນ ມັນແມ່ນແນວໃດແນວໃດເນາະ ແລ້ວກໍມີແຕ່ຜູ້ຊັກຈູງ ກໍໄດ້ດໍາເນີນໄປ ຊັກຈູງໄປຫັ້ນເນາະ ກໍໄດ້ເປັນການຄ້າມະນຸສ ແຕ່ວ່າການດໍາເນີນພຸ້ນເຮົາກໍ ຍັງຍາກໆຢູ່ຫັ້ນ ອັນນຶ່ງເວົ້າເຣື່ອງການຂໍ້ມູນຫຼັກຖານ ທີ່ວ່າຊອກຫາ.”
ມາຮອດປັດຈຸບັນ ໃນສ່ວນຂອງຄົນງານຕ່າງຊາຕອື່ນໆ ທີ່ຖືກຕົວະໄປເຮັດວຽກ ເປັນສະແກມເມີ້ຣ໌ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ພາຍໃນເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງບໍ່ທັນໄດ້ຮັບການຊ່ອຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງ ຍ້ອນຈີນ ໃນຖານະຜູ້ໄດ້ຮັບສັມປະທານ ໄດ້ຈັດຕັ້ງຄະນະສະເພາະກິຈ ໃນການກວດກາ ຜູ້ກະທໍາຄວາມຜິດ ຢູ່ເຂດເສຖກິຈພິເສດ ດັ່ງກ່າວນີ້ ດ້ວຍໂຕເອງ ແລະບໍ່ໄດ້ອະນຸຍາດໃຫ້ ເຈົ້າໜ້າທີ່ລາວ ເຂົ້າໄປດໍາເນີນການ ກວດກາໄດ້ພໍເທົ່າໃດ.
ດັ່ງຄົນງານລາວ ທີ່ເຄີຍຖືກຕົວະໄປເຮັດວຽກ ເປັນສະແກມເມີ້ຣ໌ ທ່ານນຶ່ງ ກ່າວວ່າ:
“ແກ້ໄຂບໍ່ໄດ້ນີ້ ເຂດອັນນີ້ມັນເປັນເຂດ ສັມປະທານຂອງຈີນ ເຂດເສຖກິຈນີ້ນ່າ ເພາະວ່າກົດໝາຍລາວ ຢູ່ໃນນີ້ ມີແຕ່ວ່າເປັນ ເຂົາຮ້ອງວ່າ ປົກຄອງຫັ້ນແຫຼະ ບໍ່ໃຫ້ເປັນສະເພາະກິຈ ບໍ່ໄດ້ເປັນຕໍາຣວດ ຕໍາຣວດຢູ່ລາວນີ້ ບໍ່ມີສິດ ສົມມຸດວ່າເຂົາອັນ ເຂົາເກີດເຫດການແບບຕີກັນບໍ ຫຼືວ່າປຸ້ນກັນບໍນີ່ ຕໍາຣວດບໍ່ມີສິທໄປຫຍຸ້ງເລີຍ ຢູ່ໃນຫັ້ນເປັນເຂດ ສັມປະທານຂອງເຂົາເລີຍ.”
ທ່ານກ່າວຕື່ມວ່າ ສໍາລັບຄົນງານລາວ ທີ່ສາມາດລັກໜີ ອອກຈາກກາສິໂນ ຄິງສ໌ໂຣມັນສ໌ໄດ້ ເຈົ້າໜ້າທີ່ຂອງທາງການລາວ ກໍເຮັດໄດ້ພຽງແຕ່ດີໃຈນໍາ ແລະບໍ່ສາມາດຊ່ອຍ ດໍາເນີນຄະດີທາງກົດໝາຍ ນໍາຜູ້ກະທໍາຄວາມຜິດໄດ້ ແຕ່ສໍາລັບຄົນງານຕ່າງປະເທດ ທີ່ສາມາດລັກໜີອອກມາໄດ້ນັ້ນ ເປັນຕົ້ນ: ຄົນງານໄທຍ, ພະມ້າ, ວຽດນາມ ແລະຈີນ ພວກເຂົາເຈົ້າຈະຖືກ ເຈົ້າໜ້າທີ່ຂອງທາງການລາວຈັບ ເພື່ອສອບສວນຕື່ມ ວ່າ ເດີນທາງເຂົ້າມາພາຍໃນ ປະເທດລາວ ແບບຖືກຕ້ອງຕາມກົດໝາຍ ຫຼືບໍ່.
ທີ່ຜ່ານມາຄົນງານລາວ ແລະຄົນງານຕ່າງປະເທດ ຫຼາຍຄົນທີ່ຖືກຕົວະ ໄປເຮັດວຽກຢູ່ພາຍ ໃນກາສິໂນ ຄິງສ໌ໂຣມັນສ໌ ຈະຊອກຫາຊ່ອງທາງ ເພື່ອລັກໜີອອກຈາກ ສະຖານທີ່ດັ່ງກ່າວນີ້ ດ້ວຍຕົນເອງ ຈາກນັ້ນຈະຕິດຕໍ່ນໍາຜູ້ທີ່ສາມາດ ຊ່ອຍໃຫ້ພວກເຂົາເຈົ້າ ອອກຈາກເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ດັ່ງກ່າວນີ້ອີກເທື່ອນຶ່ງ ແລະຕ້ອງໄດ້ຈ່າຍເງິນສິນບົລ ໃຫ້ແກ່ເຈົ້າໜ້າທີ່ ພາຍໃນເຂດເສຖກິຈດັ່ງກ່າວນີ້ນໍາ.
ດັ່ງຜູ້ຮັບຈ້າງຊ່ອຍເຫຼືອ ຄົນງານ ໃຫ້ລັກໜີອອກຈາກກາສິໂນ ຄິງສ໌ໂຣມັນສ໌ ທ່ານນຶ່ງ ກ່າວວ່າ:
“ຕອນນີ້ເຮົາບໍ່ມີສິດເຂົ້າໄປ ເອົາຢູ່ໃນຊື່ໆ ອອກມານອກນີ້ໂອເຄ ແມ່ນໆ ໃຫ້ຕ້ອງອອກ ຕ້ອງລັກອອກມາກ່ອນ ເຂົາລັກອອກມາບໍ່ໄດ້ ເຮົາກໍບໍ່ສາມາດໄປເອົາອອກມາໄດ້ແນ່ ອ່າຫຼາຍ ຄັນອ້າຍກໍຫຼາຍເຕີບແລ້ວ ເຂົາລັກອອກມາ ແຕ່ເຮົາບໍ່ກ້າໄປເອົາຢູ່ໃນ ເຂົາລັກອອກມາທາງນອກ ແລ້ວເຮົາຊິໄປເອົາ.”
ທ່ານກ່າວຕື່ມວ່າ ສໍາລັບຜູ້ທີ່ຕ້ອງການລັກໜີ ອອກຈາກກາສິໂນ ຄິງສ໌ໂຣມັນສ໌ ຈະຕ້ອງຈ່າຍເງິນໃຫ້ແກ່ຜູ້ທີ່ໃຫ້ການຊ່ອຍເຫຼືອ ເປັນເງິນ 1,500-2,000 ຢວນຕໍ່ຄົນ ຫຼືປະມານ 4 ລ້ານປາຍກີບຕໍ່ຄົນ ສ່ວນຄົນງານສັນຊາດອື່ນ ເປັນຕົ້ນ: ຄົນໄທຍ ຈະຕ້ອງຈ່າຍເປັນເງິນ 8,000 ຢວນຕໍ່ຄົນ ຫຼືປະມານ 17 ລ້ານ 8 ແສນປາຍກີບຕໍ່ຄົນ ໂດຍເງິນຈໍານວນດັ່ງກ່າວນີ້ ສ່ວນນຶ່ງຈະຖືກແບ່ງໃຫ້ກັບເຈົ້າໜ້າທີ່ ທີ່ເຮັດວຽກຢູ່ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍານໍາດ້ວຍ ແລະເມື່ອລັກອອກມາໄດ້ແລ້ວ ພັດບໍ່ສາມາດເລົ່າປະສົບການຂອງໂຕເອງ ໃຫ້ແກ່ຜູ້ອື່ນຟັງໄດ້ພໍເທົ່າໃດ ຍ້ອນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທັງຂັ້ນບ້ານແລະຂັ້ນເມືອງ ຂໍຮ້ອງບໍ່ໃຫ້ເຜີຍແຜ່ ເນື່ອງຈາກຂະເຈົ້າ ບໍ່ຕ້ອງການໃຫ້ສັງຄົມ ເບິ່ງເຂດເສຖກິຈພິເສດ ສາມຫຼ່ຽມຄໍາໃນດ້ານບໍ່ດີ.
ກ່ອນໜ້ານີ້ ເມື່ອວັນທີ່ 25 ເມສາ ຜ່ານມາ ກົມການກົງສຸນ ກະຊວງການຕ່າງປະເທດ ຂອງໄທຍ ໄດ້ອອກປະກາດແຈ້ງເຕືອນຄົນໄທຍ ໃຫ້ລະວັງການໂຄສະນາ ຫຼອກລວງຜ່ານ ສື່ສັງຄົມອອນລາຍນ໌ ຫຼືຖືກຊັກຊວນຈາກນາຍໜ້າ ຄົນໄທຍ ກ່ຽວກັບການເດີນທາງ ໄປເຮັດວຽກຢູ່ກາສິໂນ ຄິງສ໌ໂຣມັນສ໌ ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ວ່າຈະໄດ້ຮັບຄ່າຕອບແທນສູງ, ມີສວັດດີການດີ ແລະມີທີ່ພັກ ແລະອາຫານພ້ອມ ເນື່ອງຈາກອາຈຕົກເປັນເຫຍື່ອ ການຄ້າມະນຸສ ແລະຖືກບັງຄັບໃຫ້ເຮັດວຽກ ທີ່ບໍ່ຖືກຕ້ອງຕາມກົດໝາຍ ເປັນຕົ້ນ: ຖືກບັງຄັບໃຫ້ເຮັດວຽກ ເປັນສະແກມເມີ້ຣ໌ ຕົວະເອົາເງິນຈາກຜູ້ອື່ນ ຜ່ານລະບົບອອນລາຍນ໌ ຫຼືຖືກບັງຄັບໃຫ້ຄ້າປະເວນີ ຖ້າຫາກບໍ່ປະຕິບັດຕາມ ກໍຈະຖືກຮຽກເອົາເງິນ, ຂົ່ມຂູ່ ທໍາຮ້າຍຮ່າງກາຍ, ກັກຂັງ, ຍຶດເອກສານປະຈໍາໂຕ ແລະຖືກຂາຍຕໍ່ໃຫ້ໜ້າຈ້າງ ຣາຍອື່ນ.