ບໍຣິຄຳໄຊ ສັ່ງໂຈະ ໂຄງການ ກໍ່ສ້າງ ຂອງຣັຖ

ຈຳປາທອງ
2022.06.28
ບໍຣິຄຳໄຊ ສັ່ງໂຈະ ໂຄງການ ກໍ່ສ້າງ ຂອງຣັຖ ແຜນທີ່ ສແດງບໍຣິເວນ ກໍ່ສ້າງຂົວມິດຕະພາບ ລາວ-ໄທຍ ແຫ່ງທີ 5 ຢູ່ລະຫວ່າງ ແຂວງບໍຣິຄຳໄຊ ຂອງລາວ ແລະ ແຂວງບຶງການຂອງໄທຍ.
ຮູບພາບ: Google Earth

ໃນປີ 2022 ນີ້ ແຂວງບໍຣິຄໍາໄຊ ມີໂຄງການກໍ່ສ້າງທັງໝົດ 24 ໂຄງການ ຮວມມູນຄ່າ ທີ່ສະພາແຫ່ງຊາຕຮັບຮອງ 3,518 ຕື້ປາຍກີບ. ແຕ່ຍ້ອນສະພາບເສຖກິຈ ຂອງລາວຕົກຕໍ່າ ແລະຂາດເຂີນເງິນຕຣາ ຕ່າງປະເທດຢ່າງໜັກ ເຮັດໃຫ້ເກີດຄວາມຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ ໂຄງການທັງໝົດດັ່ງກ່າວ. ດັ່ງນັ້ນທາງແຂວງຈຶ່ງໄດ້ສັ່ງໃຫ້ໂຈະ 7 ໂຄງການ ຂອງຜແນກໂຍທາທິການ ແລະຂົນສົ່ງ, ມູນຄ່າ 700 ຕື້ປາຍກີບ ເພື່ອຫລຸດຜ່ອນການໃຊ້ຈ່າຍ ງົບປະມານຂອງຣັຖລົງ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຜແນກໂຍທາທິການ ແລະຂົນສົ່ງແຂວງບໍຣິຄໍາໄຊທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 28 ມິຖຸນານີ້.

ຄັນຕາມຫລັກທຸກຢ່າງ ເພິ່ນຮັບຮອງແຕ່ວ່າ ໃນການດໍາເນີນການຕ່າງໆ ເນາະວ່າ ມັນບໍ່ມີຄວາມຄືບໜ້າ ຫລືວ່າຈັ່ງໃດ ຫລືວ່າແບບມີສິ່ງຜິດປົກຕິ ຕ່າງໆຫັ້ນນ່າ ແມ່ນເພິ່ນສາມາດຍົກເລີກໄດ້ ເພິ່ນຮັບຮອງ ເພິ່ນກະຕ້ອງໄດ້ຕິດຕາມ.

ທ່ານກ່າວຕື່ມວ່າ ໂຄງການ ທີ່ຖືກສັ່ງໃຫ້ໂຈະໄປນັ້ນ ທັງໝົດໃຊ້ງົບປະມານຂອງຣັຖ ຊຶ່ງສ່ວນຫລາຍ ເປັນໂຄງການກໍ່ສ້າງເສັ້ນທາງ ຢູ່ເຂດຫ່າງໄກສອກຫລີກ ຫລືບ້ານທຸກຍາກ ແລະອີກຈໍານວນນຶ່ງ ເປັນໂຄງການສ້ອມແປງເສັ້ນທາງ ຊຶ່ງບາງໂຄງການບໍ່ມີຄວາມຄືບໜ້າ ຫລືມີຂໍ້ຫຍຸ້ງຍາກຢູ່ແລ້ວນັ້ນ ໄດ້ຖືກໂຈະໄປກ່ອນ ເພື່ອຫລຸດຜ່ອນການໃຊ້ຈ່າຍ ງົບປະມານ ແລະປ້ອງກັນບໍ່ໃຫ້ ງົບປະມານຮົ່ວໄຫລ. ສ່ວນໂຄງການພົ້ນເດັ່ນ ທີ່ຈະຕ້ອງໄດ້ດໍາເນີນການຕໍ່ໄປ ຄືໂຄງການກໍ່ສ້າງຂົວມິຕພາບລາວ-ໄທຍ ແຫ່ງທີ 5 ລະຫວ່າງແຂວງບໍຣິຄໍາໄຊ ແລະແຂວງບຶງການ (ໄທຍ), ໂຄງການເຂດພັທນາ ສາງປ່ຽນຖ່າຍສິນຄ້າ ແລະໂຄງການປັບປຸງ-ສ້ອມແປງ ທາງຫລວງ ເລກ 13 ໃຕ້.

ໃນຂະດຽວກັນ ເຈົ້າໜ້າທີ່ຜແນກການເງິນ ແຂວງບໍຣິຄໍາໄຊ ທ່ານນຶ່ງກໍກ່າວວ່າ ຍ້ອນສະພາບເສຖກິຈ ຂອງປະເທດລາວໃນເວລານີ້ ປະເຊີນກັບຄວາມຫຍຸ້ງຍາກ ທາງດ້ານການເງິນຢ່າງໜັກໜ່ວງ ດັ່ງນັ້ນທາງການແຂວງບໍຣິຄໍາໄຊ ຈຶ່ງໄດ້ຄົ້ນຄວ້າ ປະເມີນຄືນ ໂຄງການກໍ່ສ້າງຕ່າງໆ ແລະເຫັນສົມຄວນສັ່ງໃຫ້ໂຈະ 7 ໂຄງການໄປກ່ອນ ຊຶ່ງທັງໝົດເປັນໂຄງການກໍ່ສ້າງ ແລະສ້ອມແປງເສັ້ນທາງ.

ແມ່ນແຫລະ ເຣື່ອງເສັ້ນທາງ ແຂວງເພິ່ນກະອີງໃສ່ ຄວາມຫຍຸ້ງຍາກ ກະເລີຍວ່າເພິ່ນຊິແກ້ໄຂກ່ອນ.

ທົ່ວແຂວງບໍຣິຄໍາໄຊ ມີເສັ້ນທາງທັງໝົດ 225 ສາຍ, ມີຄວາມຍາວປະມານ 2,412 ກິໂລແມັດ. ໃນນັ້ນ ມີເສັ້ນທາງເຂົ້າບ້ານ ທີ່ທຽວໄດ້ຕລອດປີ 267 ບ້ານ ເທົ່າກັບ 94.01% ແລະເສັ້ນທາງ ທີ່ທຽວໄດ້ແຕ່ຣະດູແລ້ງ 17 ບ້ານ ເທົ່າກັບ 5.98%.

ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນລາວຈໍານວນນຶ່ງເຫັນວ່າ ຫາກທາງການລາວສັ່ງໂຈະໂຄງການກໍ່ສ້າງ ຍ້ອນບໍ່ມີງົບປະມານພຽງພໍ ກໍເຫັນດີນໍາ ວິທີການແກ້ໄຂຂອງທາງການ. ແຕ່ບັນຫາຫຍຸ້ງຍາກນີ້ ກໍມີຢູ່ວ່າ ມັນຈະເຮັດໃຫ້ການພັທນາ ໂຄງຮ່າງພື້ນຖານ ໃນເຂດຫ່າງໄກ ສອກຫລີກນັ້ນ ຈະຫຼ້າຊ້າອອກໄປຕື່ມອີກ.

ຊາວລາວຜູ້ນຶ່ງ ຢູ່ແຂວງບໍຣິຄໍາໄຊ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ມິຖຸນານີ້ວ່າ ເປັນທີ່ໜ້າເສັຍດາຍ ທີ່ໂຄງການກໍ່ສ້າງ ແລະສ້ອມແປງເສັ້ນທາງ ຢູ່ເຂດຫ່າງໄກ ສອກຫລີກ ໄດ້ຖືກສັ່ງໃຫ້ໂຈະອອກໄປ ເພາະເຫັນວ່າ ເສັ້ນທາງທີ່ສະດວກ ເປັນປັດໄຈສໍາຄັນ ທີ່ຈະເຮັດໃຫ້ຊາວບ້ານ ທີ່ທຸກຍາກ ຢູ່ເຂດຫ່າງໄກ ໄດ້ຮັບການພັທນາດີຂຶ້ນ.

ບໍ່ຮູ້ນໍາຜູ້ໃຫຍ່ເພິ່ນ ແລ້ວເພິ່ນສິຕັດສິນ ແຕ່ປະຊາຊົນກະຊິເຫັນດີຕີ້ເຣື່ອງນີ້ ມັນເວົ້າເຣື່ອງການພັທນາ ທ້ອງຖິ່ນຫັ້ນ ຢູ່ເຂດນອກເນາະ ສ່ວນຫລາຍລະມັນບໍ່ ເສັ້ນທາງນີ້ແຫລະ ເສັ້ນທາງກະທຽວໄດ້ ແຕ່ຣະດູດຽວຊີ້ນ່າ.

ໃນຂະນະດຽວກັນ ປະຊາຊົນລາວ ໃນນະຄອນຫລວງວຽງຈັນ ກໍເວົ້າໃນມື້ດຽວກັນນີ້ວ່າ ເມື່ອສະພາບເສຖກິຈ-ການເງິນຂອງປະເທດ ຢູ່ໃນຊ່ວງວິກິຕ, ທຸກພາກສ່ວນໃນປະເທດ ກໍຄວນຈະປັບປຸງ-ປ່ຽນແປງໂຕເອງ, ເຮັດວຽກໜັກຂຶ້ນ, ເອົາໃຈໃສ່ແກ້ໄຂບັນຫາຢ່າງຈິງຈັງ, ເຈົ້າໜ້າທີ່ພັກ-ຣັຖ ບໍ່ຄວນລະເລີຍວຽກງານຄືເມື່ອກ່ອນ. ພ້ອມດຽວກັນນັ້ນ ທ່ານກໍຮຽກຮ້ອງໃຫ້ສະພາແຫ່ງຊາຕ ລົງໄປຕິດຕາມ-ກວດກາ ບັນຫາໂຄງການຕ່າງໆ ທີ່ສະພາແຫ່ງຊາຕໄດ້ຮັບຮອງເອົາໄປແລ້ວ ເພື່ອຊ່ອຍໃຫ້ໂຄງການນັ້ນ ດໍາເນີນໄປດ້ວຍດີ, ນໍາໃຊ້ງົບປະມານ ຂອງຣັຖຢ່າງຖືກຕ້ອງ ເນື່ອງຈາກວ່າ ອາຈມີຫລາຍໂຄງການ ທີ່ດໍາເນີນໄປຊັກຊ້າ, ບໍ່ປະຕິບັດຕາມແຜນ ຊຶ່ງຈະເຮັດໃຫ້ຣັຖເສັຍງົບປະມານໄປລ້າໆ ຫລືງົບປະມານເກີດການຮົ່ວໄຫລ.

ດັ່ງທີ່ທ່ານກ່າວວ່າ:

ສໍາຄັນນີ້ເຣື່ອງງົບປະມານ ຕ້ອງຜ່ານທາງສະພາໃດ໋ ໃນການໃຊ້ຈ່າຍ ເພາະເຮັດຫຍັງມັນກະມີລະບຽບການ ມັນມີກົດໝາຍໃດ໋ ຕ້ອງລະອຽດ ແລ້ວບໍຣິສັດນີ້ກໍເອົາລູກຫລານ ຂອງໂຕເອງໄປເຮັດລະ ມັນເຮັດຫຍັງ ມັນຕ້ອງມີກົດໝາຍ ມັນຕ້ອງລະບຽບການ ໃຫ້ມັນເປັນໄປແຕ່ລະຂັ້ນນີ້.

ເວົ້າເຖິງເຣື່ອງ ການຂາດແຄນງົບປະມານ ຂອງຣັຖ ເມື່ອກ່ອນໜ້ານີ້ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາຕ ຕາງໜ້າຄະນະ ປະຈໍາສະພາແຫ່ງຊາຕ ກໍໄດ້ກ່າວຕໍ່ກອງປະຊຸມ ສມັຍສາມັນ ເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 13 ມິຖຸນາ 2022 ໂດຍສເນີໃຫ້ຣັຖບານລາວ ຊ່ວຍກັນປະຢັດ, ບໍ່ສ້າງໜີ້ສິນເພີ່ມຕື່ມ ຍ້ອນເສຖກິຈ ມະຫາພາກ ຍັງມີຄວາມເໜັງຕີງ ຂາດສເຖັຍຣະພາບ. ດັ່ງນັ້ນຊຶ່ງຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂບັນຫາ ເສຖກິຈ-ການເງິນຢ່າງຈິງຈັງ ແລະເປັນຮູບປະທໍາ ຂະນະທີ່ຣັຖບານລາວ ຍັງຕ້ອງການເງິນຈໍານວນຫລວງຫລາຍ ເພື່ອນໍາມາຊໍາຣະໜີ້ສິນ ສາທາຣະນະ ໃນປີ 2022 ທີ່ມີແຜນການຊໍາຣະໜີ້ສິນ ທັງພາຍໃນ ແລະຕ່າງປະເທດ ທັງໝົດ 7,157 ຕື້ກີບ ແລະ 1,598 ລ້ານໂດລ້າຣ໌ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.